09/01/2023
B-YOU ໄປຢ້ຽມຢາມສະມາຄົມນັກຮຽນ STUDENT HUB ທີ່ເມືອງ GOLD COAST.
ຫຼັງຈາກທີ່ໄດ້ພົບປະໂອ້ລົມກັບສະຖາບັນ NIET GROUP ແລ້ວ ທາງສະຖາບັນ NIET GROUP ກໍໄດ້ພາຄະນະທີມປີ້ໂຢ່ ໄປຢ້ຽມຊົມ STUDENT HUB GOLD COAST ເຊິ່ງເປັນສະມາຄົມນັກຮຽນນັກສຶກສາທີ່ມາສຶກສາຢູ່ທີ່ເມືອງ GOLD COAST ນີ້ ຫຼືເອີ້ນວ່າເປັນ Student Community. ສະມາຄົມນັກຮຽນ GOLD COAST ປຽບເໝືອນກັບທີ່ປຶກສາແກ່ນັກຮຽນຕ່າງຊາດ ບໍ່ວ່າຈະເປັນເລື່ອງທີ່ພັກອາໄສ, ສາຍຮຽນ, ບ່ອນເຮັດວຽກ, ແນະນຳສະຖານທີ່ທ່ອງທ່ຽວໃນເມືອງ GOLD COAST ລວມໄປເຖິງເປັນບ່ອນເຝິກທັກສະວິຊາຂອງສາຍວິຊາຊີບຕ່າງໆເຊັ່ນ ການອອກແບບ, ການຫຍິບປັກຖັກແສ່ວ, ການປະດິດ ແລະ ອື່ນໆ. STUDENT HUB ໃຫ້ຄວາມສຳຄັນກັບນັກຮຽນຫຼາກຫຼາຍສັນຊາດ ຫຼາກຫຼາຍວັດທະນະທຳ, ທາງສະມາຄົມໄດ້ມີການຈັດງານສະເຫຼີມສະຫຼອງເທດສະການຕ່າງໆໃຫ້ກັບນັກສຶກສາຫຼາກຫຼາຍປະເທດ ເພື່ອສ້າງຄວາມສາມັກຄີ ແລະ ຄວາມອົບອຸ່ນໃຫ້ກັບນັກສຶກສາທີ່ຕ້ອງຢູ່ຫ່າງໄກຄອບຄົວຖິ່ນຖານບ້ານເກີດຂອງຕົນ ເພື່ອມາສຶກສາຮ່ຳຮຽນຢູ່ທີ່ເມືອງນີ້.