CryptoMate By AteeSensei

  • Home
  • CryptoMate By AteeSensei

CryptoMate By AteeSensei DYOS = DEFINE YOUR OWN SUCCESS

ລ່າສຸດ: Binance ເປີດໃຫ້ຊື້ຂາຍສັນຍາຊື້ຂາຍລ່ວງໜ້າຮຸ້ນ Tesla ($TSLA) ແລ້ວ!!Binance ເປີດໃຫ້ເທຣດ Tesla (TSLA) Futures ເປັນຂ່າ...
26/01/2026

ລ່າສຸດ: Binance ເປີດໃຫ້ຊື້ຂາຍສັນຍາຊື້ຂາຍລ່ວງໜ້າຮຸ້ນ Tesla ($TSLA) ແລ້ວ!!

Binance ເປີດໃຫ້ເທຣດ Tesla (TSLA) Futures ເປັນຂ່າວໃຫຍ່ ເພາະມັນເປັນການເຊື່ອມໂລກ ຮຸ້ນຈິງ (Traditional Finance) ເຂົ້າກັບ ຕະຫຼາດຄຣິບໂຕ ຫຼາຍຂຶ້ນ

⸻

📌 ຈຸດສໍາຄັນຂອງຂ່າວ
• Binance ເປີດຕົວ TSLA/USDT Perpetual Futures ຢູ່ Binance Futures
• ສັນຍານີ້ເປັນ Futures ທີ່ ຕິດຕາມລາຄາຮຸ້ນ Tesla (ແຕ່ບໍ່ໄດ້ຖືຮຸ້ນຈິງ)
• ເທຣດໄດ້ 24/7 (ຕະຫຼາດຮຸ້ນທົ່ວໄປມັກຈະມີເວລາເປີດ-ປິດ)
• ມີ Leverage ສູງສຸດ 5×
• ເລີ່ມເທຣດໄດ້ດ້ວຍທຶນບໍ່ສູງ (ເຊັ່ນ ປະມານ 5 USDT)

⸻

🚀 ເປັນຫຍັງຂ່າວນີ້ຈຶ່ງ “ດີ”?

✅ 1) ເປີດໂອກາດໃຫ້ຄົນຄຣິບໂຕລົງທຶນຮຸ້ນໃຫຍ່ໄດ້ງ່າຍ

ຄົນທີ່ຢູ່ໃນວົງການຄຣິບໂຕສາມາດ ເກັງກໍາໄລຈາກລາຄາຮຸ້ນ Tesla ໄດ້ໂດຍບໍ່ຈໍາເປັນຕ້ອງໄປເປີດບັນຊີໂບຣກເກີຮຸ້ນສະຫະລັດ

✅ 2) ເທຣດໄດ້ຕະຫຼອດ 24 ຊົ່ວໂມງ

ຕ່າງຈາກຮຸ້ນທົ່ວໄປທີ່ມີເວລາປິດ-ເປີດ ສັນຍານີ້ສາມາດ ເທຣດໄດ້ທຸກມື້ ທຸກເວລາ ເຮັດໃຫ້ຈັດການຄວາມສ່ຽງໄດ້ວ່ອງໄວກວ່າ

✅ 3) Leverage ຊ່ວຍເພີ່ມໂອກາດກໍາໄລ

Leverage 5× ຊ່ວຍໃຫ້ຄົນທີ່ຄາດວ່າລາຄາຈະຂຶ້ນ/ລົງ ສາມາດເຮັດກໍາໄລໄດ້ໄວຂຶ້ນ (ແຕ່ກໍສ່ຽງຫຼາຍຂຶ້ນເຊັ່ນກັນ)

✅ 4) ເປັນສັນຍານວ່າ “ຄຣິບໂຕ + ຮຸ້ນ” ກໍາລັງມາ

ການທີ່ Binance ນໍາຮຸ້ນໃຫຍ່ເຂົ້າມາໃນ Futures ເຮັດໃຫ້ເຫັນວ່າອະນາຄົດອາດຈະມີສິນຊັບອື່ນໆ (ເຊັ່ນ Apple, Google, NVIDIA) ເຂົ້າມາໃຫ້ເທຣດໄດ້ຫຼາຍຂຶ້ນ

⸻

⚠️ ຂໍ້ຄວນລະວັງ
• Futures + Leverage ສ່ຽງສູງ: ຖ້າລາຄາໄປຜິດທາງ ອາດຖືກ Liquidate ໄດ້ໄວ
• ນີ້ ບໍ່ແມ່ນການຖືຮຸ້ນ Tesla ຈິງ (ບໍ່ໄດ້ສິດຖືຮຸ້ນ/ປັນຜົນ)
• ບາງປະເທດອາດມີຂໍ້ຈໍາກັດການເທຣດສິນຊັບຮູບແບບນີ້

⸻

🔥 ສະຫຼຸບສັ້ນໆ

ຂ່າວນີ້ “ດີ” ເພາະມັນເພີ່ມທາງເລືອກໃຫ້ນັກເທຣດຄຣິບໂຕ ສາມາດເຂົ້າມາເກັງກໍາໄລຈາກລາຄາຮຸ້ນ Tesla ໄດ້ງ່າຍ ແລະເທຣດໄດ້ 24/7

📌 ບໍ່ແມ່ນຄຳແນະນຳການລົງທຶນ ຄຣິບໂຕເຄີເຣນຊີ ແລະ ໂທເຄນດິຈິຕອນ ມີຄວາມສ່ຽງສູງ ທ່ານອາດຈະສູນເສຍເງິນລົງທຶນໄດ້ທັງຈຳນວນ ກະລຸນາສຶກສາໃຫ້ດີ ແລະ ລົງທຶນໃຫ້ເໝາະສົມກັບລະດັບຄວາມສ່ຽງທີ່ທ່ານຍອມຮັບໄດ້.

ຂ່າວດີ ຕ້ອນຮັບປີ 2026!!!Tether ແລະ Bitqik ຮ່ວມມືກັນເພື່ອສົ່ງເສີມຄວາມຮູ້ Stablecoin ໃນລາວTether and Bitqik Collaborate to...
07/01/2026

ຂ່າວດີ ຕ້ອນຮັບປີ 2026!!!
Tether ແລະ Bitqik ຮ່ວມມືກັນເພື່ອສົ່ງເສີມຄວາມຮູ້ Stablecoin ໃນລາວ
Tether and Bitqik Collaborate to Promote Stablecoin Education in Laos

ວັນທີ 07 ມັງກອນ 2026 – Tether ບໍລິສັດໃຫຍ່ທີ່ສຸດໃນອຸດສະຫະກຳຊັບສິນດິຈິຕອນ ແລະ Bitqik ສູນຊື້-ຂາຍຊັບສິນດິຈິຕອນທີ່ໄດ້ຮັບອະນຸຍາດໃນລາວ ໄດ້ປະກາດການຮ່ວມມືດ້ານຍຸດທະສາດທີ່ມີເປົ້າຫມາຍສົ່ງເສີມຄວາມຮູ້ທາງການເງິນກ່ຽວກັບ ບິດຄອຍ (Bitcoin) ແລະ Stablecoin ໃນ ສປປ ລາວ.

Bitqik ເປັນສູນຊື້-ຂາຍຊັບສິນດິຈິຕອນໃນປະເທດລາວ ເຊິ່ງໃຫ້ບໍລິການຊື້-ຂາຍເງິນຄຣິບໂຕ ແລະຊັບສິນດິຈິຕອນທີ່ຫລາກຫລາຍ ໂດຍມີພາລະກິດໃນການນຳສະເຫນີຜະລິດຕະພັນ ແລະບໍລິການທີ່ຊ່ອຍໃຫ້ທຸກຄົນ ສາມາດຮັບສົ່ງເງິນຄຣິບໂຕໄດ້ທຸກທີ່ທຸກເວລາຢ່າງສະດວກ ສະບາຍ ແລະປອດໄພ. ບິດຄິກເຊື່ອຫມັ້ນວ່າ ຊັບສິນດິຈິຕອນແບບກະຈາຍສູນ ຈະເປັນຈຸດປ່ຽນຂອງເສດຖະກິດໂລກ ແລະເສລີພາບທາງການເງິນຈະກາຍເປັນສິ່ງຂັບເຄື່ອນນະວັດຕະກຳທາງເສດຖະກິດ, ເພີ່ມປະສິດຕິພາບ ແລະຄວາມເທົ່າທຽມຂອງການເຂົ້າເຖິງລະບົບການເງິນໄດ້ທົ່ວໂລກ ເຊິ່ງສອດຄ່ອງກັບພາລະກິດຂອງ Tether ຢ່າງສົມບູນແບບ.

ພາຍໃຕ້ການຮ່ວມມືໃນຄັ້ງນີ້ Bitqik ມີເປົ້າຫມາຍຂະຫຍາຍການເຂົ້າເຖິງເທັກໂນໂລຍີບລັອກເຊນ ໂດຍການສົ່ງເສີມແລະໃຫ້ຄວາມຮູ້ແກ່ຕະຫລາດລາວ ກ່ຽວກັບ USD₮ ແລະບົດບາດຂອງ Stablecoin ໃນການຂັບເຄື່ອນການເຂົ້າເຖິງລະບົບການເງິນ. ໂຄງການລິເລີ່ມນີ້ ອອກແບບມາເພື່ອສ້າງຄວາມເຊື່ອຫມັ້ນ ແລະຄວາມຫມັ້ນໃຈໃນ Stablecoin ໂດຍວາງຕຳແຫນ່ງໃຫ້ USD₮ ເປັນປັດໃຈສຳຄັນໃນການເຂົ້າເຖິງການລົງທຶນດ້ານຊັບສິນດິຈິຕອນ, ການໂອນເງິນ ແລະເປັນສ່ວນນຶ່ງໃນລະບົບການເງິນຍຸກດິຈິຕອນ ເພື່ອໃຫ້ກຸ່ມຄົນໃນສັງຄົມ ນັກຮຽນນັກສຶກສາ ແລະຜູ້ປະກອບການເຂົ້າເຖິງການປະຍຸກໃຊ້ Stablecoin ໄດ້ຫລາຍຂຶ້ນ.

ເພື່ອໃຫ້ບັນລຸເປົ້າຫມາຍນີ້ Bitqik ຈະຈັດກິດຈະກຳຂຶ້ນໃນເມືອງຫລັກໆເຊັ່ນ: ວຽງຈັນ, ປາກເຊ, ວັງວຽງ, ຫລວງພະບາງ ໂດຍເນັ້ນຫນັກໃຫ້ຄວາມຮູ້ກ່ຽວກັບ Stablecoin ແລະການຊື້-ຂາຍເງິນຄຣິບໂຕ. ກິດຈະກຳເຫລົ່ານີ້ແມ່ນເພື່ອເສີມສ້າງຄວາມຮູ້ ແລະທັກສະໃຫ້ກັບຜູ້ເຂົ້າຮ່ວມ ຊ່ອຍໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ແລະເຂົ້າໃຈກ່ຽວກັບເສດຖະກິດດິຈິຕອນຫລາຍຂຶ້ນ. ນອກນັ້ນຈະມີການສ້າງສື່ອອນລາຍສຳລັບຮຽນຮູ້ ແລະສົ່ງເສີມການເຂົ້າເຖິງຊັບສິນດິຈິຕອນຢ່າງຖືກຕ້ອງແລະຄົບຖ້ວນ. ໂຄງການນີ້ມີເປົ້າຫມາຍ ສ້າງຄວາມຮູ້ໃຫ້ສັງຄົມລາວຫລາຍກວ່າ 10.000 ຄົນ ເຂົ້າໃຈກ່ຽວກັບຊັບສິນດິຈິຕອນຫລາຍຂຶ້ນ ຜ່ານການຈັດສຳມະນາ, ເຮັດ Roadshow ແລະຄອນເທັ້ນອອນລາຍ ໂດຍວາງຕຳແຫນ່ງໃຫ້ USD₮ ເປັນ Stablecoin ທີ່ໄດ້ຮັບຄວາມໄວ້ວາງໃຈແລະນິຍົມໃຊ້ໃນຕະຫລາດລາວ.

ທ່ານ ເປົາໂລ ອາດຸຍໂນ CEO ຂອງ Tether ກ່າວວ່າ: “ພວກເຮົາຕື່ນເຕັ້ນສະເຫມີ ເມື່ອມີໂອກາດໄດ່ຮ່ວມມືກັບອົງກອນທີ່ມີວິໄສທັດກວ້າງໄກໃນພູມມິພາກຕ່າງໆ ເພື່ອນຳສະເຫນີການສຶກສາທາງການເງິນ ແລະສົ່ງເສີມການໃຊ້ຊັບສິນດິຈິຕອນຢ່າງຖືກຕ້ອງ ເພື່ອໃຫ້ທຸກຄົນສາມາດເຂົ້າຮ່ວມເປັນສ່ວນນຶ່ງໃນເສດຖະກິດດິຈິຕອນໄດ້ຢ່າງດີ, ໂລກຂອງເງິນຄຣິບໂຕນັ້ນມີການພັດທະນາຢູ່ຕະຫລອດເວລາ ແລະພວກເຮົາຕ້ອງການໃຫ້ໂອກາດນີ້ເຂົ້າເຖິງທຸກຄົນໃນທຸກສະຖານທີ່ຢ່າງຖືກວິທີ ນັ້ນຄືເຫດຜົນທີ່ເຮົາເຮັດວຽກຮ່ວມກັບບໍລິສັດຢ່າງ Bitqik ເພື່ອເຊື່ອມໂຍງຊ່ອງຫວ່າງໂດຍການໃຫ້ຂໍ້ມູນທີ່ລະອຽດແລະຖືກຕ້ອງ”

ທ່ານ ວິຣະສັກ ວີຣະວົງ CEO ຂອງ Bitqik ກ່າວວ່າ: “ບິດຄິກ ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຮ່ວມມືກັບ Tether ເຊິ່ງເປັນບໍລິສັດຊັ້ນນຳໃນອຸດສາຫະກຳຊັບສິນດິຈິຕອນລະດັບໂລກ. ໃນສູນຊື້-ຂາຍເງິນຄຣິບໂຕ Bitqik Exchange ເອງມີຟັງຊັນໃນການເທຣດແລະແລກປ່ຽນຄຣິບໂຕ ໂດຍນຳໃຊ້ USD₮ ເປັນຫລັກ, ນອກນັ້ນໃນພາກສ່ວນຂອງ Bitqik Academy ກໍຈະມີກິດຈະກຳສົ່ງເສີມຄວາມຮູ້ແກ່ຄົນລາວ ໃຫ້ເຂົ້າໃຈເລື່ອງເທັກໂນໂລຍີບລັອກເຊນ ແລະ ຊັບສິນດິຈິຕອນຫລາຍຂຶ້ນ ເຊັ່ນການລົງທຶນໃນບິດຄອຍ ແລະການນຳໃຊ້ Stablecoin ໂດຍສະເພາະ USD₮ ທີ່ເປັນ Stablecoin ຫລັກທີ່ໄດ້ຮັບຄວາມນິຍົມໃນຕະຫລາດລາວ. ການຮ່ວມມືໃນຄັ້ງນີ້ຈະເຮັດໃຫ້ຄົນລາວໄດ້ມີໂອກາດເຂົ້າເຖິງຊັບສິນດິຈິຕອນຫລາຍຂຶ້ນ ຜ່ານກິດຈະກຳຕ່າງໆທີ່ຈະເກີດຂຶ້ນຕະຫລອດປີ 2026”

ກ່ຽວກັບ Tether ແລະ USD₮
Tether ເປັນຜູ້ບຸກເບີກດ້ານເທັກໂນໂລຍີຫລຽນ Stablecoin ເຊິ່ງຂັບເຄື່ອນເພື່ອປະຕິວັດພາບລວມຂອງລະບົບການເງິນໂລກ. ພາລະກິດຫລັກຂອງບໍລິສັດແມ່ນການສ້າງໂຄງລ່າງພື້ນຖານດ້ານການເງິນ, ການສື່ສານ ແລະພະລັງງານ ທີ່ເຂົ້າເຖິງໄດ້ງ່າຍ, ປອດໄພ ແລະມີປະສິດຕິພາບສູງ. Tether ຊ່ອຍເພີ່ມທາງເລືອກການເຂົ້າເຖິງລະບົບການເງິນ ແລະຄວາມຫມັ້ນຄົງໃນການສື່ສານ, ສົ່ງເສີມການເຕີບໂຕທາງເສດຖະກິດ ແລະເສີມສ້າງສັກກະຍະພາບໃຫ້ກັບບຸກຄົນ ແລະພາກທຸລະກິດໃຫ້ເຂັ້ມແຂງ.

ໃນນາມຜູ້ສ້າງຫລຽນ Stablecoin ທີ່ໃຫຍ່ທີ່ສຸດ ໂປ່ງໃສທີ່ສຸດ ແລະມີສະພາບຄ່ອງຫລາຍທີ່ສຸດໃນອຸດສາຫະກຳນີ້, Tether ມຸ່ງຫມັ້ນທີ່ຈະສ້າງໂຄງລ່າງພື້ນຖານທີ່ຍືນຍົງ ແລະຄ່ອງໂຕ ເພື່ອສົ່ງເສີມກຸ່ມຄົນທີ່ຂາດໂອກາດ ໂດຍອາໄສເທັກໂນໂລຍີບລັອກເຊນ ແລະເທັກໂນໂລຍີແບບ Peer-to-Peer ທີ່ທັນສະໄຫມ, ເພື່ອຮັບປະກັນວ່າຈະເຊື່ອມໂຍງຊ່ອງຫວ່າງລະຫວ່າງລະບົບການເງິນແບບດັ້ງເດີມ ແລະລະບົບການເງິນແບບກະຈາຍສູນທີ່ກຳລັງມີບົດບາດສູງໃນລະບົບເສດຖະກິດໂລກໃນປັດຈຸບັນ.

Merry Christmas 🎄 🎅 🎁
25/12/2025

Merry Christmas 🎄 🎅 🎁

ກຽມພົບກັບງານບລ໋ອກເຊນທີ່ຍິ່ງໃຫຍ່ທີ່ສຸດໃນປະເທດລາວ🎉ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ບິດຄິກ ຈຳກັດຜູ້ດຽວ ພາກພູມໃ...
13/11/2025

ກຽມພົບກັບງານບລ໋ອກເຊນທີ່ຍິ່ງໃຫຍ່ທີ່ສຸດໃນປະເທດລາວ🎉

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ບິດຄິກ ຈຳກັດຜູ້ດຽວ ພາກພູມໃຈນຳສະເໜີງານ “ມະຫະກຳ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນລາວ 2025 - Laos Blockchain Fest 2025”

ທີ່ຈະຈັດຂຶ້ນເປັນຄັ້ງທຳອິດຂອງປະເທດລາວ ພາຍໃຕ້ຄຳຂວັນ: “ Building Resilient Future-Chain ສ້າງອະນາຄົດທີ່ຍືນຍົງ ດ້ວຍເຕັກໂນໂລຊີ ” ເພື່ອເປັນຈຸດເລີ່ມຕົ້ນຂອງການຫັນເປັນດິຈິຕອນ ຂອງ ສປປ ລາວ, ບໍ່ວ່າທ່ານຈະເປັນ ນັກລົງທຶນ ນັກທຸລະກິດ ນັກພັດທະນາ ພະນັກງານລັດ ຫຼື ຜູ້ທີ່ສົນໃຈເລື່ອງ ຄຣິບໂຕ ບລ໋ອກເຊນ ເຕັກໂນໂລຊີ ງານນີ້ມີຄຳຕອບ ບໍ່ວ່າຈະເປັນເນື້ອຫາ ກິດຈະກຳ ແລະ ການສ້າງສາຍພົວພັນຕ່າງໆທີ່ທ່ານບໍ່ຄວນພາດ
ງານຄັ້ງນີ້ສະແດງເຖິງຄຳໝັ້ນສັນຍາຂອງ ສປປ ລາວ ໃນການກາຍເປັນສູນກາງເຕັກໂນໂລຊີແຫ່ງພາກພື້ນ ແລະ ກ້າວສູ່ຍຸດທະສາດການຫັນປ່ຽນເສດຖະກິດດິຈິຕອນຂອງພວກເຮົາ.
ມາເປັນສ່ວນໜຶ່ງໃນການສ້າງອະນາຄົດທີ່ຍືນຍົງໂດຍຜ່ານເຕັກໂນໂລຊີຮ່ວມກັນ, ພວກເຮົາບໍ່ພຽງແຕ່ນຳໃຊ້ບລ໋ອກເຊນ ແຕ່ພວກເຮົາກຳລັງສ້າງພື້ນຖານສຳລັບອະນາຄົດດິຈິຕອນຂອງປະເທດລາວ

📌Highlight ພາຍໃນງານ
✅Speaker ຈາກຫຼາກຫຼາຍອຸດສາຫະກຳ ທັງພາຍໃນ ແລະ ຕ່າງປະເທດ
✅ກິດຈະກຳ ແລະ ຂອງແຈກ ຫຼາກຫຼາຍພາຍໃນງານ
✅ການວາງສະແດງນະວັດຕະກຳທັນສະໄໝ
✅Networking ທີ່ຈະສ້າງໂອກາດໃນທຸລະກິດ
ແລ້ວພົບກັນໃນງານ “ມະຫະກຳ ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນລາວ 2025 - Laos Blockchain Fest 2025” ວັນທີ 21-22 ພະຈິກ 2025 ທີ່: ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ

📌More details/ສາມາດຕິດຕາມຂໍ້ມູນເພີ່ມເຕີມໄດ້ທີ່:
🔗www.laosblockchainfest.com

Breaking🔥 Bitcoin ເຮັດ All time high ໃໝ່ $125,000 ຕ້ອນຮັບ Uptober 🚀🚀🚀
05/10/2025

Breaking🔥 Bitcoin ເຮັດ All time high ໃໝ່ $125,000
ຕ້ອນຮັບ Uptober 🚀🚀🚀

🔥CZ ອອກມາໂພສເອງເລີຍ!!📌 ຈາກ $0.10 → $1000 ພາຍໃນ 8 ປີBNB ເດີນທາງຈາກລາຄາ ICO ພຽງ 0.10 ໂດລາ ເມື່ອ 8 ປີກ່ອນ ສູ່ການແຕະລະດັບ 10...
18/09/2025

🔥CZ ອອກມາໂພສເອງເລີຍ!!
📌 ຈາກ $0.10 → $1000 ພາຍໃນ 8 ປີ
BNB ເດີນທາງຈາກລາຄາ ICO ພຽງ 0.10 ໂດລາ ເມື່ອ 8 ປີກ່ອນ ສູ່ການແຕະລະດັບ 1000 ໂດລາ ໃນມື້ນີ້ 🚀

ນີ້ບໍ່ແມ່ນພຽງແຕ່ຄວາມສຳເລັດຂອງຫຼຽນ, ແຕ່ແມ່ນ ພະລັງຂອງຊຸມຊົນ ທີ່ເຊື່ອໝັ້ນ, ລົງມືສ້າງ, ແລະຢືນຢັດຜ່ານທຸກອຸປະສັກມາພ້ອມກັນ ✨

CZ ອະດີດ CEO ຂອງ Binance ເຄີຍກ່າວໄວ້ວ່າ:
“ພວກເຮົາພົບກັບສິ່ງທ້າທາຍຫຼາຍຢ່າງ, ແຕ່ພວກເຮົາເຮັດວຽກໜັກ, ພວກເຮົາສ້າງ, ແລະພວກເຮົາຖືໄວ້ (HODL).
ຄວາມສຳເລັດນີ້ແມ່ນຂອງຊຸມຊົນຢ່າງແທ້ຈິງ ແລະນີ້ເປັນພຽງຈຸດເລີ່ມຕົ້ນສູ່ການເຕີບໂຕຄັ້ງໃໝ່ 10000x.”

💎 ຈາກຈຸດນ້ອຍໆ, ມື້ນີ້ BNB ໄດ້ກາຍເປັນໜຶ່ງໃນຕຳນານຄຣິບໂຕ ແລະ ເລື່ອງລາວຍັງບໍ່ຈົບພຽງເທົ່ານີ້…

BNB ໄດ້ເຮັດສະຖິຕິໃໝ່ ລາຄາແຕະ 1️⃣0️⃣0️⃣0️⃣$!
18/09/2025

BNB ໄດ້ເຮັດສະຖິຕິໃໝ່ ລາຄາແຕະ 1️⃣0️⃣0️⃣0️⃣$!

🦅 ລາຍງານ Spot ETF Flow (ປະຈຳວັນທີ 28 ສິງຫາ2025)🚀 BTC (Bitcoin): +719 BTC (+$81.4M)💥 ETH (Ethereum): +66,504 ETH (+$307.2...
28/08/2025

🦅 ລາຍງານ Spot ETF Flow (ປະຈຳວັນທີ 28 ສິງຫາ2025)

🚀 BTC (Bitcoin): +719 BTC (+$81.4M)
💥 ETH (Ethereum): +66,504 ETH (+$307.2M)
🟣 SOL (Solana): +7,406 SOL (+$1.6M)

📊 ການເຄື່ອນໄຫວຂອງ Spot ETF Flows ເປັນສັນຍານທີ່ສຳຄັນວ່າ ນັກລົງທຶນສະຖາບັນກຳລັງເຂົ້າມາມີບົດບາດຫຼາຍຂຶ້ນໃນຕະຫຼາດຄຣິບໂຕ, ໂດຍສະເພາະ Ethereum ທີ່ມີກະແສເງິນໄຫຼເຂົ້າຢ່າງໂດດເດັ່ນໃນມື້ນີ້.

26/08/2025

🗞 ສະຫຼຸບຂ່າວຮອບ 24 ຊົ່ວໂມງທີ່ຜ່ານມາ

🔥 XRP ມີມູນຄ່າຕະຫຼາດແຊງ BlackRock.
⚡️ Stargate ອະນຸມັດການເຂົ້າຊື້ກິດຈະການໂດຍ LayerZero ດ້ວຍຄະແນນໂຫວດຈາກ DAO ເກືອບ 95%.
⚡️ ຜູ້ກໍ່ຕັ້ງ Telegram – Pavel Durov ກ່າວວ່າຄະດີຂອງລາວ “ບໍ່ມີຄວາມຄືບໜ້າ” ຫຼັງທາງການຝຣັ່ງບໍ່ພົບຫຼັກຖານເຖິງແມ່ນຈະຜ່ານມາແລ້ວກວ່າໜຶ່ງປີ ນັບຕັ້ງແຕ່ການຈັບກຸມໃນເດືອນສິງຫາ 2024.
🇯🇵 SBI Group ຂອງຍີ່ປຸ່ນ ຮ່ວມມືກັບ Chainlink ເພື່ອເລັ່ງການຍອມຮັບສິນຊັບດິຈິຕອລໃນສະຖາບັນລະດັບໂລກ.
🔥 Metaplanet ຊື້ເພີ່ມອີກ 103 BTC ມູນຄ່າ 11.7 ລ້ານໂດລາ ເຮັດໃຫ້ການຖືຄອງລວມຢູ່ທີ່ 18,991 BTC (ມູນຄ່າປະມານ 1.95 ພັນລ້ານໂດລາ).
⚡️ Arthur Hayes ຜູ້ຮ່ວມກໍ່ຕັ້ງ BitMEX ຄາດຄະເນວ່າຫຼຽນ $HYPE ຈະເພີ່ມຂຶ້ນ 126 ເທົ່າ ໃນອີກ 3 ປີຂ້າງໜ້າ.
⚡️ Galaxy Digital, Jump Crypto ແລະ Multicoin Capital ມີແຜນລະດົມທຶນ 1 ພັນລ້ານໂດລາ ເພື່ອນຳໄປຊື້ $SOL (ຂໍ້ມູນຈາກ Bloomberg).
🇺🇸 Canary ຍື່ນຂໍອະນຸມັດ Spot ETF “American-Made Crypto” ເຊິ່ງຈະຖືຄອງສະເພາະຫຼຽນທີ່ພັດທະນາ, ຂຸດ ຫຼື ດຳເນີນການໃນສະຫະລັດ.
🔥 Strategy ເພີ່ມການຖືຄອງອີກ 3,081 BTC ເຮັດໃຫ້ປັດຈຸບັນຖືລວມ 632,457 BTC (ມູນຄ່າປະມານ 46.5 ພັນລ້ານໂດລາ).
⚡️ Gemini ເປີດຕົວບັດເຄຣດິດ XRP.
🇦🇪 ລັດຖະບານ UAE ຖືຄອງປະມານ 6,300 BTC (~740 ລ້ານໂດລາ) ຜ່ານ Citadel Mining ເຮັດໃຫ້ UAE ກາຍເປັນປະເທດທີ່ຖື Bitcoin ຫຼາຍທີ່ສຸດເປັນອັນດັບ 4 ຂອງໂລກ.
🚨 Pantera Capital ວາງແຜນລະດົມທຶນສູງສຸດ 1.25 ພັນລ້ານໂດລາ ເພື່ອນຳບໍລິສັດມະຫາຊົນມາປັບໂຄງສ້າງໃໝ່ໃຫ້ເປັນບໍລິສັດລົງທຶນໃນ Solana.
🇺🇸 ປະທານາທິບໍດີ Trump ປົດ Lisa Cook ຜູ້ວ່າການເຟດ ອອກຈາກຄະນະກຳມະການ.
🇺🇸 SEC Crypto Task Force ພົບກັບ Kraken ເພື່ອປຶກສາຫາລືເລື່ອງການໂທເຄັນໄນສ໌ສິນຊັບດັ້ງເດີມ ລວມເຖິງຂໍ້ສະເໜີການສ້າງລະບົບຊື້ຂາຍແບບໂທເຄັນໄນສ໌ ແລະ ຂອບກຳກັບດູແລທີ່ຈະນຳໃຊ້ກັບລະບົບດັ່ງກ່າວ.


Cointelegraph

19/08/2025

🗞 ສະຫຼຸບຂ່າວຄຣິບໂຕ ແລະ ການເງິນໃນຮອບ 24 ຊົ່ວໂມງທີ່ຜ່ານມາ:

🔥 XRP – ເກືອບ 94% ຂອງຫຼຽນທີ່ກຳລັງໝູນວຽນຢູ່ໃນຂະນະນີ້ຢູ່ໃນສະພາບທີ່ມີກຳໄລ, ຫຼັງຈາກລາຄາໄດ້ເພີ່ມຂຶ້ນສູງກວ່າ $3.

⚡️ Larry Fink (BlackRock) – ໄດ້ຮັບການແຕ່ງຕັ້ງເປັນປະທານຮ່ວມຊົ່ວຄາວຂອງກອງປະຊຸມເສດຖະກິດໂລກ (World Economic Forum).

🔥 Metaplanet – ຊື້ເພີ່ມອີກ 775 BTC ມູນຄ່າ $93 ລ້ານ, ລວມເປັນການຖືຄອງທັງໝົດ 18,888 BTC (ມູນຄ່າກວ່າ $2.18 ພັນລ້ານ).

🇺🇸 ປະທານ Fed, Powell – ກະກຽມຂຶ້ນກ່າວສູນທໍລະພົດໃນວັນສຸກທີ 22 ສ.ຄ. ເວລາ 21:00 (ຕາມເວລາໄທ) ກ່ຽວກັບແນວໂນ້ມເສດຖະກິດ.

🚨 Ethereum – ສັນຍາ Short ແບບໃຊ້ເລເວີເຣຈເພີ່ມຂຶ້ນສູງສຸດເປັນປະຫວັດການ.

🚨 ZachXBT – ຢືນຢັນວ່າວິສະວະກອນຂອງ WhiteRock ທີ່ມີຂ່າວລືວ່າເສຍຊີວິດຈາກລູກສອນໄຟນັ້ນ, ຕົວຈິງແລ້ວຍັງມີຊີວິດຢູ່ ແລະຍັງເຮັດວຽກຢູ່.

🇭🇰 CMB International – ບໍລິສັດຍ່ອຍຂອງໜຶ່ງໃນທະນາຄານທີ່ໃຫຍ່ທີ່ສຸດໃນໂລກ, ເປີດບໍລິການຊື້ຂາຍຄຣິບໂຕທີ່ຖືກກຳກັບດູແລໃນຮ່ອງກົງ.

🔥 Strategy – ຊື້ເພີ່ມອີກ 430 BTC ມູນຄ່າ $51.4 ລ້ານ.

🇳🇱 Amdax (ເນເທີແລນ) – ກະກຽມເປີດບໍລິສັດ Bitcoin Wealth (AMBTS), ຕັ້ງເປົ້າໝາຍຖືຄອງ 1% ຂອງ BTC ທັງໝົດໃນໄລຍະຍາວ.

🔥 Volkswagen Singapore – ຮ່ວມມືກັບ FOMO Pay ເພື່ອຮອງຮັບການຊຳລະເງິນດ້ວຍຄຣິບໂຕສຳລັບລົດຍົນ ແລະການບໍລິການ.

🚨 Kalshi Markets – ຄາດຄະເນວ່າ Gemini ມີໂອກາດ 59% ທີ່ຈະເປັນ AI ອັນດັບ 1 ພາຍໃນທ້າຍປີ 2025, ເມື່ອທຽບກັບ ChatGPT (17%) ແລະ Grok (15%).

⚡️ Faraday Future – ເປີດຕົວ C10 Crypto Treasury, ຕັ້ງເປົ້າໝາຍລົງທຶນສູງສຸດ $1 ພັນລ້ານໃນ 10 ອັນດັບຄຣິບໂຕສູງສຸດ ເຊິ່ງເປັນສ່ວນໜຶ່ງຂອງຍຸດທະສາດ AI + Web3.

🚨 ETH – ປະລິມານ ETH ໃນ Exchange ລວມແຕະລະດັບຕໍ່າສຸດໃນຮອບ 9 ປີ.

🚨 Michael Saylor’s Strategy Inc. – ກະກຽມອະນຸຍາດຂາຍຮຸ້ນໃນລະດັບລາຄາຕໍ່າເພື່ອລະດົມທຶນຊື້ Bitcoin ເພີ່ມ ແລະໃຊ້ຈ່າຍໃນບໍລິສັດ (ຕາມລາຍງານຂອງ Bloomberg).

🚨 Chamath (ນັກລົງທຶນ VC ພັນລ້ານ) – ຍື່ນຈົດທະບຽນ S**C ມູນຄ່າ $250 ລ້ານ ຊື່ “American Exceptionalism Acquisition Corp. A”, ເນັ້ນການລົງທຶນດ້ານພະລັງງານ, AI, DeFi ແລະການປ້ອງກັນປະເທດ.

🇺🇸 Figure Technology – ບໍລິສັດປ່ອຍເງິນກູ້ເທິງ Blockchain ຍື່ນ IPO ໂດຍມີ Goldman Sachs, Jefferies ແລະ Bank of America ຮ່ວມເປັນຜູ້ຈັດຈຳໜ່າຍຮຸ້ນ.

🇺🇸 US Treasury – ອອກຄຳຮ້ອງຂໍຄວາມຄິດເຫັນສາທາລະນະຕໍ່ “GENIUS Act” ເພື່ອຊອກຫາວິທີການໃໝ່ໆໃນການກວດຈັບກິດຈະກຳທີ່ຜິດກົດໝາຍທີ່ກ່ຽວຂ້ອງກັບຊັບສິນດິຈິຕອລ.

Cointelegraph

14/08/2025

🗞 ອັບເດດຂ່າວສານໃນ​ຮອບ 24 ຊົ່ວໂມງຜ່ານມາ!

🚨 Grayscale ລົງທະບຽນສໍາລັບກອງທຶນ ETF ຂອງ Cardano ແລະ Hedera ຢູ່ລັດ Delaware ຊີ້ໃຫ້ເຫັນວ່າອາດຈະກຽມຍື່ນຂໍ Spot ETF ສໍາລັບສອງເຫຼຽນນີ້ໃນໄວໆນີ້

🇺🇸 ETF Flows: ມີການຊື້ Bitcoin ມູນຄ່າປະມານ 65.9 ລ້ານໂດລາ ແລະ Ethereum ມູນຄ່າ 523.9 ລ້ານໂດລາ ໃນວັນທີ 12 ສິງຫາ

🇺🇸 ແພດຟອມໂທເຄັນສິນຊັບຈິງ (RWA) OpenEden ຮ່ວມມືກັບ BNY Mellon ໃນການບໍລິຫານແລະຮັກສາສິນຊັບທີ່ໜຸນຫຼັງໂທເຄັນກອງທຶນພັນທະບັດລັດຖະບານສະຫະລັດ TBILL ທີ່ໄດ້ຮັບການຈັດອັນດັບ “A” ຈາກ Moody’s

🔥 ດັດຊະນີ Crypto Fear & Greed ພຸ່ງຂຶ້ນຈາກ 54 ໃນອາທິດກ່ອນ ມາຢູ່ທີ່ 73 ສະທ້ອນພາບບັນຍາກາດ “Greed”

🔥 Standard Chartered ປັບຄາດການລາຄາ Ethereum ສິ້ນປີ 2025 ຈາກ $4,000 ເປັນ $7,500 ແລະຄາດວ່າຈະໄປເຖິງ $25,000 ໃນປີ 2028

🔥 IPO ຂອງ Bullish ໄດ້ມູນຄ່າ 1.1 ຕື້ໂດລາ ມີການຈອງເກີນ 20 ເທົ່າ ໃຫ້ມູນຄ່າບໍລິສັດຢູ່ທີ່ 5.4 ຕື້ໂດລາ

🇺🇸 ລັດຖະມົນຕີການຄັງສະຫະລັດ Bessent ຄາດວ່າເຟດຈະເລີ່ມຫຼຸດດອກເບ້ຍໃນເດືອນກັນຍາ ປະມານ 0.50%

🇺🇸 Donald Trump ກ່າວວ່າຈະປະກາດຊື່ປະທານເຟດຄົນໃໝ່ລ່ວງໜ້າ ໂດຍຕອນນີ້ມີລາຍຊື່ຢູ່ໃນບັນຊີ 3-4 ຄົນ

🚨 Rain Lohmus ນັກທະນາຄານຊາວເອສໂຕເນຍ ທີ່ເຄີຍຊື້ Ethereum ມູນຄ່າ 75,000 ໂດລາ ຕັ້ງແຕ່ ICO ປີ 2015 ເສຍການເຂົ້າເຖິງກະເປົາທີ່ປັດຈຸບັນມີມູນຄ່າກວ່າ 1 ຕື້ໂດລາ

🇺🇸 Eric Trump ເຜີຍວ່າທະນາຄານໃຫຍ່ໆໃນສະຫະລັດ ຮວມທັງ Capital One, JPMorgan, Bank of America ແລະ First Republic ປິດບັນຊີຂອງລາວຫຼາຍຮ້ອຍບັນຊີໂດຍບໍ່ແຈ້ງລ່ວງໜ້າ ເຮັດໃຫ້ລາວຫັນມາໃຊ້ຄຣິບໂຕແທນ

🚨 Bitcoin ສ້າງສະຖິຕິລາຄາສູງສຸດໃໝ່ອີກຄັ້ງ

🚨 Google Play ອອກນະໂຍບາຍໃໝ່ ບັງຄັບໃຫ້ແອັບກະເປົາເງິນຄຣິບໂຕຕ້ອງມີໃບອະນຸຍາດຕາມຂໍ້ກໍານົດໃນ 15 ເຂດອໍານາດສານ ຮວມທັງສະຫະລັດ ແລະ ເອີຣົບ ເລີ່ມບັງຄັບໃຊ້ 29 ຕຸລານີ້

🔥 Bitcoin ແຊງ Google ໃນມູນຄ່າຕະຫຼາດ ຂຶ້ນເປັນສິນຊັບທີ່ມີມູນຄ່າຫຼາຍທີ່ສຸດອັນດັບ 5 ຂອງໂລກ

⚡️ ຜູ້ກໍ່ຕັ້ງ Tron Justin Sun ຟ້ອງຮ້ອງ Bloomberg ເພື່ອຂໍຫ້າມເປີດເຜີຍຂໍ້ມູນການເງິນທີ່ “ເປັນຄວາມລັບ ແລະມີຄວາມອ່ອນໄຫວສູງ”

🇺🇸 Canary Capital ລົງທະບຽນ ETF ສໍາລັບ $TRUMP Coin ຢູ່ລັດ Delaware

Cointelegraph

Address

Vientiane

Website

Alerts

Be the first to know and let us send you an email when CryptoMate By AteeSensei posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to CryptoMate By AteeSensei:

Shortcuts

  • Want your school to be the top-listed School/college?

Share