Life ການຮຽນຮູ້

Life ການຮຽນຮູ້ ເພຈ;ການສຶກສາຮຽນຮູ້ຊີວິດ
ສົນໃຈ;ຫນັງສື~ການຮຽນຮູ້ຕິດຕໍ່ເບີ;02096908483

🛑 ຄວາມສ່ຽງເພີ່ມຂຶ້ນ 20-30%! ເຜີຍງານວິໄຈ "ມົນລະພິດທາງອາກາດ" ຕົວການຮ້າຍແຮງທີ່ກໍ່ໃຫ້ເກີດພະຍາດກ້າມເນື້ອອ່ອນແຮງ (ALS)ມົນລະພິດ...
20/04/2026

🛑 ຄວາມສ່ຽງເພີ່ມຂຶ້ນ 20-30%! ເຜີຍງານວິໄຈ "ມົນລະພິດທາງອາກາດ" ຕົວການຮ້າຍແຮງທີ່ກໍ່ໃຫ້ເກີດພະຍາດກ້າມເນື້ອອ່ອນແຮງ (ALS)
ມົນລະພິດທາງອາກາດ ບໍ່ໄດ້ທຳລາຍພຽງແຕ່ປອດ ແລະ ຫົວໃຈ! ລ່າສຸດ ງານວິໄຈຈາກວາລະສານ JAMA Neurology ໄດ້ເປີດເຜີຍຂໍ້ມູນທີ່ໜ້າຕົກໃຈວ່າ: ມົນລະພິດທາງອາກາດມີສ່ວນເຮັດໃຫ້ເຊລປະສາດເສື່ອມສະພາບໄວຂຶ້ນ ແລະ ເພີ່ມຄວາມສ່ຽງຕໍ່ການເປັນ ພະຍາດກ້າມເນື້ອອ່ອນແຮງ (ALS) ສູງເຖິງ 20-30%.
🔍 ງານວິໄຈຈາກສວີເດັນ
ທ່ານ Jing Wu ນັກວິໄຈຈາກສະຖາບັນ Karolinska Institutet ຜູ້ນຳການວິໄຈ ໄດ້ຕິດຕາມກວດສອບລະດັບມົນລະພິດຢູ່ບ້ານຂອງຜູ້ເຂົ້າຮ່ວມສຶກສາກວ່າ 10,000 ຄົນ ເປັນເວລາດົນເຖິງ 10 ປີ ແລະ ພົບຂໍ້ສະຫຼຸບທີ່ສຳຄັນດັ່ງນີ້:
ຕົວການຫຼັກ: ກຸ່ມກ່າຍ ໄນໂຕຣເຈນໄດອອກໄຊດ໌ ແລະ ຝຸ່ນລະອອງຂະໜາດນ້ອຍ ທີ່ພົບໄດ້ທົ່ວໄປຕາມທ້ອງຖະໜົນຫົນທາງ.
ມົນລະພິດໃກ້ໂຕອັນຕະລາຍທີ່ສຸດ: ໄອເສຍຈາກຍານພາຫະນະໃນພື້ນທີ່ໃກ້ບ້ານ ສົ່ງຜົນກະທົບຮ້າຍແຮງກວ່າຝຸ່ນລະອອງທີ່ພັດພາມາຈາກທາງໄກ.
⚠️ ຜົນກະທົບຕໍ່ຜູ້ປ່ວຍ ALS
ສຳລັບຜູ້ທີ່ເປັນພະຍາດ ALS ຢູ່ແລ້ວ, ການອາໄສຢູ່ໃນເຂດທີ່ມີມົນລະພິດສູງ (ໂດຍສະເພາະຝຸ່ນ PM 2.5) ຈະສົ່ງຜົນຮ້າຍແຮງຕື່ມອີກ:
ພະຍາດລຸກລາມໄວຂຶ້ນ: ເຮັດໃຫ້ລະບົບການເຄື່ອນໄຫວ ແລະ ລະບົບທາງເດີນຫາຍໃຈເສື່ອມສະພາບໄວກວ່າປົກກະຕິ.
ຄວາມສ່ຽງເສຍຊີວິດສູງ: ມີໂອກາດທີ່ຈະຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈ ຫຼື ເສຍຊີວິດສູງກວ່າຜູ້ປ່ວຍທີ່ຢູ່ໃນເຂດອາກາດສະອາດ.
💡 ເປັນຫຍັງລະບົບປະສາດຈຶ່ງອ່ອນໄຫວ?
ນັກວິໄຈວິເຄາະວ່າ ມົນລະພິດອາດເຂົ້າໄປສ້າງຄວາມເສຍຫາຍໂດຍກົງຕໍ່ລະບົບປະສາດສັ່ງການ. ນອກຈາກນີ້, ມົນລະພິດຍັງເຮັດໃຫ້ເກີດໂຣກປອດເຮື້ອຮັງ ແລະ ການຕິດເຊື້ອ ເຊິ່ງເປັນປັດໄຈທີ່ເຮັດໃຫ້ອາການຂອງຜູ້ປ່ວຍ ALS ຊຸດໂຊມລົງຢ່າງວ່ອງໄວ.
ຂໍ້ມູນອ້າງອີງ: Jing Wu, Karolinska Institutet, JAMA Neurology.

ວັນທີ 20 ເມສາ 2026 ກົມຕຳຫຼວດຈະລາຈອນ ໄດ້ສະຫຼຸບສະຖິຕິອຸບັດເຫດທີ່ເກີດຂຶ້ນ ໄລຍະສະຫຼອງບຸນປີໃໝ່ລາວ ລະຫວ່າງວັນທີ 12-18 ເມສາ 202...
20/04/2026

ວັນທີ 20 ເມສາ 2026 ກົມຕຳຫຼວດຈະລາຈອນ ໄດ້ສະຫຼຸບສະຖິຕິອຸບັດເຫດທີ່ເກີດຂຶ້ນ ໄລຍະສະຫຼອງບຸນປີໃໝ່ລາວ ລະຫວ່າງວັນທີ 12-18 ເມສາ 2026
- ເກີດອຸບັດເຫດທັງໝົດ: 228 ລາຍ (ຫຼຸດລົງ 85 ລາຍ)
- ຜູ້ບາດເຈັບ: 362 ຄົນ (ຫຼຸດລົງ 159 ຄົນ)
- ຜູ້ເສຍຊີວິດ: 23 ຄົນ (ຫຼຸດລົງ 3 ຄົນ)

📍 ແຂວງທີ່ມີສະຖິຕິສູງ ຈາກການລາຍງານ, ແຂວງທີ່ມີຕົວເລກອຸບັດເຫດ ແລະ ການເສຍຊີວິດສູງກວ່າໝູ່ ມີດັ່ງນີ້:
1) ນະຄອນຫຼວງວຽງຈັນ: ເກີດ 32 ລາຍ, ເສຍຊີວິດ 6 ຄົນ (ສູງສຸດໃນປະເທດ).
2) ແຂວງຈຳປາສັກ: ເກີດ 16 ລາຍ, ແຕ່ເສຍຊີວິດສູງເຖິງ 5 ຄົນ.
3) ແຂວງວຽງຈັນ: ເກີດ 31 ລາຍ, ເສຍຊີວິດ 2 ຄົນ.
4) ແຂວງສະຫວັນນະເຂດ: ເກີດ 31 ລາຍ (ບໍ່ມີຜູ້ເສຍຊີວິດ).
ໝາຍເຫດ: ມີອຸບັດເຫດເກີດຂຶ້ນຢູ່ທາງດ່ວນ 2 ລາຍ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ 2 ລາຍ (ເສຍຊີວິດ 1 ຄົນ).

🔍 ສາເຫດຕົ້ນຕໍຂອງການເກີດອຸບັດເຫດ

ເຈົ້າໜ້າທີ່ໄດ້ລະບຸວ່າ ປັດໄຈຫຼັກທີ່ພາໃຫ້ເກີດຄວາມສູນເສຍຍັງຄົງແມ່ນພຶດຕິກຳຂອງຜູ້ຂັບຂີ່ ເປັນຕົ້ນແມ່ນ:

- ດື່ມສິ່ງມຶນເມົາແລ້ວຂັບ: ເປັນສາເຫດອັນດັບໜຶ່ງ.
- ຂັບຂີ່ໄວເກີນກຳນົດ.
- ການລະເມີດກົດຈະລາຈອນ: ເຊັ່ນ: ບໍ່ປ່ອຍສິດ, ແຊງບໍ່ລະມັດລະວັງ ແລະ ການປ່ຽນທິດທາງການແງ່ນລົດແບບກະທັນຫັນ.

20/04/2026

ໃຫ້ກຳລັງໃຈນ້ອງນ້ອງໆນັກຮຽນເກັ່ງ ທີ່ມາສອບເສັງລະດັບຊາດເດີ້
ໃຫ້ພັກຜ່ອນຕາມສະບາຍ ເຈົ້າເຮັັດໄດ້ດີທີ່ສຸດແລ້ວ ຜົນຈະອອກມາແນວໃດກໍຕາມ ກໍຍ່ອມຮັບຕາມທີ່ເຮົາເຮັດໄດ້ ( ຂໍໃຫ້ໂຊກດີ )

ປຶ້ມພາສາຈີນ ລະດັບ HSK 1 - HSK 6 ມີຂາຍເດີ້ ຫົວນ້ອຍໆງາມໆ ແຕ່ເນື້ອໃນຄົບຖວນ ສາມາດພົກພາໄປໄດ້ ໃນລາຄ່າທີ່ປະຢັດທີ່ສຸດ☺️  #ສົນໃຈຖ...
17/12/2025

ປຶ້ມພາສາຈີນ ລະດັບ HSK 1 - HSK 6 ມີຂາຍເດີ້ ຫົວນ້ອຍໆງາມໆ ແຕ່ເນື້ອໃນຄົບຖວນ ສາມາດພົກພາໄປໄດ້ ໃນລາຄ່າທີ່ປະຢັດທີ່ສຸດ☺️
#ສົນໃຈຖາມໄດ້ 02096908483 ຫລືອິນບ໋ອກມາໄດ້

ຂໍ້ສອບ ມ.7 ທີ່ທຸກຄົນຍັງຄາໃຈ ແລະ ອອກຫຼາຍທີ່ສຸດ
12/07/2025

ຂໍ້ສອບ ມ.7 ທີ່ທຸກຄົນຍັງຄາໃຈ ແລະ ອອກຫຼາຍທີ່ສຸດ

08/06/2025

ເຄມີນັກຮຽນເກັ່ງມ.7

07/06/2025

ກຽມຕ້ອນຮັບຕິວເຄມີ ມ.4 ແລະ ມ.7 ໃຜຈະມາຮຽນນຳຕິດຕໍ່ມາເດີ☺️
ອັດວິດີໂອສຽງບໍ່ເຂົ້າ ເລີຍຕັດຕໍ່ແນວນີ້ເອົາ.… _

ຫົວບົດເກົ່າມາເລົ່າສູ່ຟັງ  #ເຄມີສາດມ.4 ໃຜມີເລກເຄມີແກ້ບໍ່ໄດ້ສົ່ງມາໄດ້ເດີ້ ດຽວແກ້ໃຫ້....
29/11/2023

ຫົວບົດເກົ່າມາເລົ່າສູ່ຟັງ #ເຄມີສາດມ.4
ໃຜມີເລກເຄມີແກ້ບໍ່ໄດ້ສົ່ງມາໄດ້ເດີ້ ດຽວແກ້ໃຫ້....

ແກ້ ຫົວບົດສອບເສັງນັກຮຽນເກັ່ງ ເຄມີສາດ ມ.7 ຂັ້ນເມືອງທາແຂກ ສົກ 2022-2023 #ຜິດບ່ອນໃດບອກແດ່ເດີ້ ຂອບໃຈ
04/11/2023

ແກ້ ຫົວບົດສອບເສັງນັກຮຽນເກັ່ງ ເຄມີສາດ ມ.7 ຂັ້ນເມືອງທາແຂກ ສົກ 2022-2023

#ຜິດບ່ອນໃດບອກແດ່ເດີ້ ຂອບໃຈ

ອີ່ຕົນນ້ອງໆ ເລີກແຕ່ໂຮງຮຽນພາກັນຍ່າງກັບບ້ານ 😢   ..ຕົ້ນທຶນຊີວິດມັນຕ່າງກັນ...
01/06/2023

ອີ່ຕົນນ້ອງໆ ເລີກແຕ່ໂຮງຮຽນພາກັນຍ່າງກັບບ້ານ 😢
..ຕົ້ນທຶນຊີວິດມັນຕ່າງກັນ...

ຈົບແຍກຍ້າຍ ມີຫຍັງບອກກັນບໍ...? ຈົບແຕ່ບໍ່ຢາກຈາກ😥
01/06/2023

ຈົບແຍກຍ້າຍ ມີຫຍັງບອກກັນບໍ...? ຈົບແຕ່ບໍ່ຢາກຈາກ😥

Address

Xieng Khouang
09060

Alerts

Be the first to know and let us send you an email when Life ການຮຽນຮູ້ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share