CEO Center Contact information, map and directions, contact form, opening hours, services, ratings, photos, videos and announcements from CEO Center, Education, NUOL, Vientiane.

ສ້າງຂື້ນໂດຍນັກສຶກສາສາຂາບໍລິຫານທຸລະກິດທົ່ວໄປ(BM)
ໃນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ປີທີ 1 2025-2026
ເພື່ອແບ່ງປັນ&ອັບເດດຂ່າວສານ ກິດຈະກຳ ແລະ ອີເວັ້ນຕ່າງໆ
ພາຍໃນລຸ້ນ ແລະ ຄະນະເຊິ່ງ ບໍ່ແມ່ນເພຈທາງການຂອງຄະນະ ຫຼື ສະຖາບັນ.

ໃນທີ່ສຸດ ມື້ສຸດທ້າຍໃນຖານະນັກສຶກສາພາກບໍລິຫານປີທີ 1 ກໍມາເຖິງແລ້ວ! ມື້ນີ້ບໍ່ພຽງແຕ່ເປັນມື້ສຸດທ້າຍຂອງການສອບເສັງທ້າຍພາກຮຽນທີ 2...
10/07/2026

ໃນທີ່ສຸດ ມື້ສຸດທ້າຍໃນຖານະນັກສຶກສາພາກບໍລິຫານປີທີ 1 ກໍມາເຖິງແລ້ວ! ມື້ນີ້ບໍ່ພຽງແຕ່ເປັນມື້ສຸດທ້າຍຂອງການສອບເສັງທ້າຍພາກຮຽນທີ 2 ພວກເຮົາຜ່ານຜ່າມັນມາດ້ວຍກັນ ພ້ອມກັບຮູບພາບບັນຍາກາດມື້ທີ່ພວກເຮົາໄດ້ມາຮ່ວມສ້າງຄວາມຊົງຈຳຮ່ວມກັນໃນງານ "BM+MK Year One Journey 2026" ນຳອີກ 🤍✨
ເກັບຕົກພາບບັນຍາກາດອັນແສນອົບອຸ່ນ ແລະ ເຕັມໄປດ້ວຍຮອຍຍິ້ມ ຕັ້ງແຕ່ການຮ່ວມຫຼິ້ນເກມ Kahoot ທີ່ພາທຸກຄົນຍ້ອນກັບໄປຄິດເຖິງມື້ທຳອິດທີ່ໄດ້ພົບກັນ, ການມອບລາງວັນພິເສດ. 1 ປີທີ່ຜ່ານມາ ມັນມີທັງຊ່ວງເວລາທີ່ຮຽນໜັກ, ຊ່ວງເວລາທີ່ຕື່ນເຕັ້ນ ແລະ ສຽງຫົວທີ່ເກີດຂຶ້ນໃນຫ້ອງຮຽນ. ຂອບໃຈທຸກຄົນທີ່ຮ່ວມເດີນທາງ ແລະ ເປັນສ່ວນໜຶ່ງໃນ "Scrapbook" ເຫຼັ້ມນີ້ ບົດຮຽນປີ 1 ຈົບລົງແລ້ວ ແລ້ວພົບກັນໃໝ່ໃນຖານະນັກສຶກສາປີ 2 ທີ່ເຕີບໃຫຍ່ຂຶ້ນກວ່າເກົ່າເດີ້! 🎓🎞️
#ບໍລິຫານທຸລະກິດ #ການຕະຫຼາດ #ປີ1 #ຄສບ #ຄະນະເສດຖະສາດແລະບໍລິຫານທຸລະກິດ

ຄະນະຜູ້ຈັດງານ BM+MK Year One Journey 2025-2026 ຂໍສະແດງຄວາມຂອບໃຈຢ່າງສູງ ແລະ ຮູ້ສຶກເປັນກຽດຫຼາຍ ມາຍັງບັນດາຜູ້ໃຫ້ການສະໜັບສະໜ...
02/07/2026

ຄະນະຜູ້ຈັດງານ BM+MK Year One Journey 2025-2026

ຂໍສະແດງຄວາມຂອບໃຈຢ່າງສູງ ແລະ ຮູ້ສຶກເປັນກຽດຫຼາຍ ມາຍັງບັນດາຜູ້ໃຫ້ການສະໜັບສະໜູນທຸກທ່ານບໍ່ວ່າຈະເປັນບໍລິສັດ, ຫົວໜ່ວຍທຸລະກິດ, ຄູ-ອາຈານ, ນັກສຶກສາ, ອາສາສະໝັກຊ່ວຍຈັດງານ ພ້ອມດ້ວຍບຸກຄົນພາຍນອກທຸກທ່ານ ທີ່ໄດ້ໃຫ້ການສະໜັບສະໜູນ ທັງດ້ານງົບປະມານ, ອຸປະກອນຕ່າງໆ ແລະ ຂອງລາງວັນອັນມີຄ່າ ທີ່ເຮັດໃຫ້ງານໃນຄັ້ງນີ້ເກີດຂຶ້ນໄດ້ຢ່າງສົມບູນແບບ.💙
ພວກເຮົາຂໍຂອບໃຈເປັນຢ່າງສູງມາຍັງ:

ຮ້ານມັກຣີວິວbypoumpouy - ຜູ້ສະໜັບສະໜູນຫຼັກ
ບໍລິສັດການຢາ CBF - ຜູ້ສະໜັບສະໜູນພິເສດ
ບໍລິສັດ Icenter Lao Trading Co.Ltd - ຜູ້ສະໜັບສະໜູນພິເສດ
ໂຄງການ Time Capsule - ຜູ້ຮ່ວມສະໜັບສະໜູນອຸປະກອນ
Build Future Entrepreneurs - Co-Organizer
ທ່ານ ອາຈານ ພອນເພັດ ມິແພງລາວັນ
ທ່ານ ອາຈານ ນິດດາວອນ ວົງສະຫງ່າ
ທ່ານ ອາຈານ ຂັນປະທິບ ເທບພະວົງສາ

ທຸກໆການຊ່ວຍເຫຼືອ ແລະ ທຸກໆການຮ່ວມມືຈາກບັນດາທ່ານ ຄືແຮງຊຸກຍູ້ອັນສຳຄັນ ທີ່ຊ່ວຍສ້າງເສັ້ນທາງແຫ່ງຄວາມຊົງຈຳອັນແສນອົບອຸ່ນ ແລະ ມີຄຸນຄ່າທີ່ສຸດໃຫ້ກັບພວກຮ້ອງທຸກຄົນກ່ອນຈະອຳລາຊີວິດປີທີໜຶ່ງຂອງບັນດານັກສຶກສາພາກບໍລິຫານ.🥰😍

ຂໍອວຍພອນໃຫ້ບັນດາທ່ານ ບໍລິສັດ, ຫົວໜ່ວຍທຸລະກິດ, ຄູ-ອາຈານ, ນັກສຶກສາພາກບໍລິຫານທຸກຄົນ ຈົ່ງມີແຕ່ຄວາມຈະເລີນຮຸ່ງເຮືອງ, ປະສົບຜົນສຳເລັດໃນທຸກໆດ້ານ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮ່ວມງານກັນອີກໃນໂອກາດຕໍ່ໆໄປ.
ຂໍຂອບໃຈຢ່າງສູງ 🙏💙✨
#ບໍລິຫານທຸລະກິດ #ຄສບ #ຄະນະເສດຖະເສດແລະບໍລິຫານທຸລະກິດ

ຄະນະຜູ້ຈັດງານ “BM+MK Year One Journey 2026” ຂໍສະແດງຄວາມຂອບໃຈຢ່າງສຸດຊີ້ງ ແລະ ຮູ້ສຶກເປັນກຽດຢ່າງຍິ່ງ ມາຍັງ ທ່ານ ອາຈານ ປທ. ນ...
15/06/2026

ຄະນະຜູ້ຈັດງານ “BM+MK Year One Journey 2026” ຂໍສະແດງຄວາມຂອບໃຈຢ່າງສຸດຊີ້ງ ແລະ ຮູ້ສຶກເປັນກຽດຢ່າງຍິ່ງ ມາຍັງ ທ່ານ ອາຈານ ປທ. ນາງ ນິດດາວອນ ວົງສະຫງ່າ (ອຈ.ປຸ້ຍ), ຫົວໜ້າສາຂາວິຊາ ການຕະຫຼາດ ທີ່ໄດ້ໃຫ້ກຽດອຸປະຖຳ ແລະ ມອບທຶນສະໜັບສະໜູນກິດຈະກຳນັກສຶກສາ ເປັນຈຳນວນເງິນ 3,000,000 ກີບ.
ທຶນສະໜັບສະໜູນ ແລະ ຄຳແນະນຳອັນມີຄຸນຄ່າຈາກທ່ານອາຈານ ບໍ່ພຽງແຕ່ເປັນກຳລັງສຳຄັນທີ່ເຮັດໃຫ້ງານຄັ້ງນີ້ເກີດຂຶ້ນໄດ້ຢ່າງສົມບູນແບບເທົ່ານັ້ນ ແຕ່ຍັງເປັນແຮງບັນດານໃຈອັນຍິ່ງໃຫຍ່ ທີ່ຊຸກຍູ້ໃຫ້ນ້ອງໆນັກສຶກສາປີ 1 ທຸກຄົນມີຄວາມມຸ່ງໝັ້ນໃນການຮຽນຮູ້ ແລະ ເຕີບໃຫຍ່ໄປເປັນອະນາຄົດຂອງຊາດຕໍ່ໄປ 🚀🌱
ພວກເຮົາຂໍອວຍພອນໃຫ້ທ່ານອາຈານ ຂໍໃຫ້ມີສຸຂະພາບເຂັ້ມແຂງພະລານາໄມທີ່ສົມບູນ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານທຸກປະການ 🤍✨

The organizing team of “BM+MK Year One Journey 2026” would like to express our profound gratitude and highest honor to Assist. Professor. Niddavone Vangsanga (Pui), Head of the Marketing Department. Thank you so much for your incredible generosity in providing a special sponsorship of 3,000,000 LAK to support our student activities.
Your immense kindness, continuous encouragement, and valuable contribution mean the world to us. This support plays a vital role in making our Year 1 Journey an unforgettable and inspiring milestone as we prepare to step forward together into the future 🚀🌱
We wish you good health, endless happiness, and continued success in all your endeavors 🤍✨
#ບໍລິຫານທຸລະກິດ #ຄສບ #ຄະນະເສດຖະສາດແລະບໍລິຫານທຸລະກິດ
BM

13/06/2026

🔥 ຮູ້ແລ້ວບໍ່!? ວ່າວັນພຸດນີ້ເຮົາມີນັດກັນຢູ່ງານ BM+MK Year One Journey 2026! 🎉✨
ຮຽນຈົບປີ 1 ໄວແຮງງ 💀 ວັນພຸດນີ້ໃຜວ່າງ ບໍ່ຮູ້ນອນຢູ່ຫໍຊິເຮັດຫຍັງ ແທັກໝູ່ແລ້ວພາກັນມາປົດປ່ອຍຄວາມຕຶງນຳກັນເດີ້! ງານນີ້ວຽກງານວິຊາການເຮົາບໍ່ເນັ້ນ ເຮົາເນັ້ນມາກິນອາຫານຫວ່າງກັບມາເອົາຄວາມມ່ວນ! 🍰
📅 ວັນພຸດ, ວັນທີ 17 ມິຖຸນາ 2026 | ເວລາ 13:00 ນ. ເປັນຕົ້ນໄປ
📍 ຫ້ອງ EBLH (ຕຶກໃໝ່ FEB) ມາເຈິກັນໃຫ້ໄດ້ນ້າາາ! 👋🔥
#ບໍລິຫານທຸລະກິດ #ຄສບ #ຄະນະເສດຖະສາດແລະບໍລິຫານທຸລະກິດ

ຍິນດີຕ້ອນຮັບຜູ້ສະໜັບສະໜູນຫຼັກຢ່າງເປັນທາງການ! 🤝✨ໃນທີ່ສຸດ ງານ BM+MK Year One Journey 2026 ຂອງພວກ ເຮົາກໍໄດ້ TITLE SPONSOR ມ...
12/06/2026

ຍິນດີຕ້ອນຮັບຜູ້ສະໜັບສະໜູນຫຼັກຢ່າງເປັນທາງການ! 🤝✨
ໃນທີ່ສຸດ ງານ BM+MK Year One Journey 2026 ຂອງພວກ ເຮົາກໍໄດ້ TITLE SPONSOR ມາຮ່ວມເດີນທາງ ແລະ ເຕີບໃຫຍ່ໄປພ້ອມກັນແລ້ວ! ຂໍຂອບໃຈ ຮ້ານມັກຣີວິວbypoumpouy ຫຼາຍໆ ທີ່ໃຫ້ການອຸປະຖຳອັນຍິ່ງໃຫຍ່ແກ່ກິດຈະກຳນັກສຶກສາໃນຄັ້ງນີ້ 💙🎉

📦 ສຳລັບແບຣນ ຫຼື ບໍລິສັດໃດ ທີ່ສົນໃຈຢາກຮ່ວມເປັນສ່ວນໜຶ່ງໃນງານ
ພວກເຮົາຍັງເປີດຮັບຜູ້ສະໜັບສະໜູນໃນລະດັບ:
Gold Sponsor, Silver Sponsor ແລະ In-Kind Supporter ຢູ່ເດີ້!

ນີ້ຄືໂອກາດດີທີ່ຈະພາແບຣນຂອງທ່ານເຂົ້າເຖິງກຸ່ມໄວລຸ້ນ ແລະ ນັກສຶກສາມະຫາວິທະຍາໄລໂດຍກົງ 🚀 ທ່ານໃດທີ່ສົນໃຈ ສາມາດເບິ່ງລາຍລະອຽດຕິດຕໍ່ພວກເຮົາໄດ້ເລີຍ!

📞 ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມ:
💬 WhatsApp: 020 55354541
ວັນພຸດ, ວັນທີ 17 ມິຖຸນານີ້ ມາສ້າງຕຳນານ ແລະ ຄວາມມັນໄປພ້ອມກັນຢູ່ຫ້ອງ EBLH (ຕຶກໃໝ່ FEB) ນ້າາາ! 👋🔥
#ບໍລິຫານທຸລະກິດ #ຄສບ #ຄະນະເສດຖະສາດແລະບໍລິຫານທຸລະກິດ

ຄະນະຜູ້ຈັດງານ “BM+MK Year One Journey 2026” ຮູ້ສຶກເປັນກຽດຢ່າງຍິ່ງ ແລະ ຂໍສະແດງຄວາມຂອບໃຈຢ່າງສູງມາຍັງ ຮ້ານມັກຣີວິວbypoumpou...
12/06/2026

ຄະນະຜູ້ຈັດງານ “BM+MK Year One Journey 2026” ຮູ້ສຶກເປັນກຽດຢ່າງຍິ່ງ ແລະ ຂໍສະແດງຄວາມຂອບໃຈຢ່າງສູງມາຍັງ ຮ້ານມັກຣີວິວbypoumpouy ທີ່ໄດ້ໃຫ້ກຽດເຂົ້າມາເປັນຜູ້ສະໜັບສະໜູນຫຼັກຢ່າງເປັນທາງການ (Title Sponsor) ໃນການຮ່ວມເດີນທາງ ແລະ ຜັກດັນກິດຈະກຳສຸດພິເສດໃນຄັ້ງນີ້.

ການຮ່ວມມື ແລະ ການອຸປະຖຳອັນຍິ່ງໃຫຍ່ຈາກພວກທ່ານ ບໍ່ພຽງແຕ່ເປັນກຳລັງສຳຄັນທີ່ເຮັດໃຫ້ງານນີ້ເກີດຂຶ້ນໄດ້ຢ່າງສົມບູນແບບເທົ່ານັ້ນ ແຕ່ຍັງເປັນແຮງບັນດານໃຈ ແລະ ການສະໜັບສະໜູນອັນມີຄຸນຄ່າ ໃຫ້ແກ່ນັກສຶກສາ BM ແລະ MK ຊັ້ນປີທີ 1 ທຸກຄົນ ໃນການກ້າວເຂົ້າສູ່ການເດີນທາງຄັ້ງໃໝ່ຢ່າງໝັ້ນໃຈ ແລະ ເຕີບໃຫຍ່ໄປນຳກັນຢ່າງງົດງາມ 🚀🌱

ພວກ ເຮົາມີຄວາມປິຕິຍິນດີ ແລະ ພ້ອມແລ້ວທີ່ຈະຮ່ວມສ້າງຊ່ວງເວລາອັນໜ້າຈົດຈຳ ແລະ ປະສົບຄວາມສຳເລັດໄປພ້ອມກັບ
ຮ້ານມັກຣີວິວbypoumpouy🤍✨

The organizing team of “BM+MK Year One Journey 2026” is deeply honored and immensely grateful to officially welcome ຮ້ານມັກຣີວິວbypoumpouy as our exclusive Title Sponsor!

Your generous support and partnership play a vital role not only in making this prestigious event a reality but also in empowering and inspiring our BM and MK Year 1 students as they prepare to embark on their next chapter in Year 2 🚀🌱

We are truly proud to embark on this meaningful journey together and look forward to building a memorable and successful milestone alongside
ຮ້ານມັກຣີວິວbypoumpouy🤍✨
#ບໍລິຫານທຸລະກິດ #ຄສບ #ຄະນະເສດຖະສາດແລະບໍລິຫານທຸລະກິດ

11/06/2026

ວັນພຸດນີ້ມາປົດປ່ອຍຄວາມຕຶງນຳກັນໃນງານ BM+MK Year One Journey 2026 ເດີ້ທຸກຄົນ. ມາຮ່ວມສ້າງຕຳນານໃໝ່ກ່ອນຂຶ້ນປີ 2! 🔥 ພົບກັນເວລາ 13:00 ນ. ຢູ່ຫ້ອງ EBLH ຕຶກໃໝ່ FEB. #ຄະນະເສດຖະສາດແລະບໍລິຫານທຸລະກິດ #ບໍລິຫານທຸລະກິດ #ຄສບ

✨ ໂອກາດສຸດພິເສດ! ເຊີນຊວນຮ່ວມເປັນຜູ້ສະໜັບສະໜູນງານ “BM+MK Year One Journey 2026” 🤝🚀ພວກ ເຮົາກຳລັງຊອກຫາຜູ້ອຸປະຖໍາ ແລະ ສະໜັບສ...
11/06/2026

✨ ໂອກາດສຸດພິເສດ! ເຊີນຊວນຮ່ວມເປັນຜູ້ສະໜັບສະໜູນງານ “BM+MK Year One Journey 2026” 🤝🚀
ພວກ ເຮົາກຳລັງຊອກຫາຜູ້ອຸປະຖໍາ ແລະ ສະໜັບສະໜູນງານ ທີ່ຢາກເຕີບໃຫຍ່ໄປພ້ອມກັບພວກເຮົາ! ນີ້ຄືເວທີສຸດພິເສດທີ່ຈະຊ່ວຍເຂົ້າເຖິງ ແລະ ສ້າງການຮັບຮູ້ໃນກຸ່ມໄວໝຸ່ມ ແລະ ນັກສຶກສາມະຫາວິທະຍາໄລໂດຍກົງ.
ງານ “BM+MK Year One Journey 2026” ເປັນງານໃຫຍ່ປະຈຳປີຂອງນັກສຶກສາສາຂາບໍລິຫານທຸລະກິດ (BM) ແລະ ສາຂາການຕະລາດ (MK) ຊັ້ນປີທີ 1 ທີ່ຈະມາຮ່ວມທົບທວນຄວາມຊົງຈຳ, ແລກປ່ຽນແຮງບັນດານໃຈ ແລະ ກະກຽມຄວາມພ້ອມໃນການກ້າວສູ່ປີທີ 2 ໂດຍພາຍໃນງານຈະມີກິດຈະກໍາຈະມີຈຸດເດັ່ນຫຼາກຫຼາຍ ເຊັ່ນ: ກິດຈະກຳກະຊັບຄວາມສຳພັນ (Ice-breaking), ການແຂ່ງຂັນ Kahoot Challenge ແລະ ວິດີໂອປະມວນພາບຄວາມຊົງຈຳ 🎬🏆
💡 ສິ່ງທີ່ແບຣນຂອງທ່ານຈະໄດ້ຮັບ:
ໄດ້ຮັບການໂປຣໂມດ ແລະ ປະຊາສຳພັນຜ່ານທຸກຊ່ອງທາງສື່ສັງຄົມອອນລາຍຂອງພວກເຮົາ.
ໂລໂກ້ຂອງແບຣນຈະປະກົດຢູ່ເທິງສື່ປະຊາສຳພັນ, ວິດີ ແລະ ເທິງຈໍໂປຣເຈັກເຕີຕະຫຼອດການດຳເນີນງານ.
ເຂົ້າເຖິງກຸ່ມເປົ້າໝາຍນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໂດຍກົງ ແລະ ມີປະສິດທິພາບ.
📦 ພວກ ເຮົາມີແພັກເກດການສະໜັບສະໜູນຫຼາກຫຼາຍລະດັບ ບໍ່ວ່າຈະເປັນ Title Sponsor, Gold Sponsor, Silver Sponsor ແລະ In-Kind Supporter
📅 ງານຈະຈັດຂຶ້ນໃນວັນພຸດ, ວັນທີ 17 ມິຖຸນາ 2026
📍 ສະຖານທີ່: ຫ້ອງ EBLH, ຕຶກໃໝ່ FEB, ມະຫາວິທະຍາໄລແຫ່ງຊາດ
📞 ສົນໃຈຮ່ວມເປັນຜູ້ສະໜັບສະໜູນ ຫຼື ສອບຖາມຂໍ້ມູນເພີ່ມເຕີມ:
💬 ຕິດ​ຕໍ່​ຜ່ານ WhatsApp: 020 55354541
ມາຮ່ວມເປັນສ່ວນໜຶ່ງໃນການສ້າງຄວາມຊົງຈຳ ແລະ ຂັບເຄື່ອນອະນາຄົດຂອງນັກສຶກສາໄປພ້ອມກັນນ້າ 💙✨

✨ Special Opportunity! Invite to Become a Sponsor for “BM+MK Year One Journey 2026” 🤝🚀
We are currently looking for official sponsors and supporters who want to grow along with us! This is an exclusive platform that will help your brand reach and build awareness directly among young adults and university students.
“BM+MK Year One Journey 2026” is a major annual event for Year 1 students in Business Management (BM) and Marketing (MK) to reflect on their memories, share inspirations, and prepare themselves to transition into Year 2. The event will feature various key highlights, such as team-bonding activities (Ice-breaking), a Kahoot Challenge, and a memory timeline video presentation 🎬🏆
💡 What Your Brand Will Gain:
Brand exposure and promotion across all our social media platforms.
Your brand logo featured on promotional materials, videos, and the main projector screen throughout the event.
Direct and effective reach to the target student group at the Faculty of Economics and Business Management.
📦 We offer various levels of sponsorship packages, including Title Sponsor, Gold Sponsor, Silver Sponsor, and In-Kind Supporter (You can see the full details of benefits for each package in this image!)
📅 Event Date: Wednesday, June 17, 2026
📍 Venue: EBLH Room, New Building FEB, National University of Laos (NUOL)
📞 For sponsorship inquiries or more information:
💬 Contact us via WhatsApp: 020 55354541
Come and be a part of creating memories and driving the future of students together! 💙
#ຄສບ #ຄະນະເສດຖະສາດແລະບໍລິຫານທຸລະກິດ #ບໍລິຫານທຸລະກິດ

📢 ປະກາດຢ່າງເປັນທາງການ! ໃນທີ່ສຸດງານທີ່ທຸກຄົນຄອຍຖ້າກໍມາເຖິງແລ້ວ 🎉ຂໍຕ້ອນຮັບນັກສຶກສາ BM ແລະ MK ຊັ້ນປີທີ 1 ທຸກຄົນເຂົ້າສູ່ງານ ...
09/06/2026

📢 ປະກາດຢ່າງເປັນທາງການ! ໃນທີ່ສຸດງານທີ່ທຸກຄົນຄອຍຖ້າກໍມາເຖິງແລ້ວ 🎉
ຂໍຕ້ອນຮັບນັກສຶກສາ BM ແລະ MK ຊັ້ນປີທີ 1 ທຸກຄົນເຂົ້າສູ່ງານ “BM+MK Year One Journey 2026” ພາຍໃຕ້ຫົວຂໍ້ “One Year, Countless Memories: ສະທ້ອນຄືນການເດີນທາງໃນປີທຳອິດ, ກ້າວໄປຂ້າງໜ้าຮ່ວມກັນ” 💙✨
ມາເບິ່ງຫົວຂໍ້ກິດຈະກຳສຸດພิເສດພາຍໃນງານມີຫຍັງແດ່:
📌 ກິດຈະກຳຫຼັກພາຍໃນງານ:
🎓 Reflection & Inspiration: ພິທີເປີດງານ, ການສະແດງພິເສດ ແລະ ຮັບຟັງໂອວາດຈາກຄະນາຈານ
🎬 Memory Timeline: ຮັບຊົມວິດີໂອປະມວນພາບຄວາມຊົງຈຳຕະຫຼອດ 1 ປີ
🤝 Many Activities: ກິດຈະກຳ Ice-breaking & Team Building ກະຊັບຄວາມສຳພັນ
📱🏆 Kahoot Challenge: ຮ່ວມຕອບຄຳຖາມຊີວິດນັກສຶກສາ ແລະ ພິທີມອບລາງວັນ
✉️ Future Letter: ກິດຈະກຳຂຽນຈົດໝາຍເຖິງຕົນເອງໃນອະນາຄົດ
📅 ວັນທີຈັດງານ: ວັນພຸດ, ວັນທີ 17 ມິຖຸນາ 2026
⏰ ເວລາ: 13:00 - 16:30 ນ.
📍 ສະຖານທີ່: ຫ້ອງ EBLH, ອາຄານໃໝ່ FEB, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ.
ແລ້ວມາພົບກັນເດີ້ທຸກຄົນ!
ລີ້ງສຳລັບລົງທະບຽນດ້ານລຸ່ມເລີຍນ້າ 🚀🔥

https://docs.google.com/forms/d/e/1FAIpQLSeb8Kx6mT0_ja6lTjkLMcO5kcgp8ErDjDy_yUqBTWce_eqhJw/viewform

📢 Officially Announced! The moment we’ve all been waiting for is finally here 🎉
Welcome all BM and MK Year 1 students to “BM+MK Year One Journey 2026” under the theme “One Year, Countless Memories: Reflecting on the First Year, Moving Forward Together.” 💙✨
Here are the key highlights of our event:
📌 Main Activities:
🎓 Reflection & Inspiration: Opening Ceremony, Special Performance & Faculty Speeches
🎬 Memory Timeline: Video Presentation of our 1-Year Journey
🤝 Many Activities: Ice-breaking & Team Building Bonding Games
📱🏆 Kahoot Challenge: Fun Quizzes & Award Ceremony
✉️ Future Letter: Letter Writing to Your Future Self
📅 Date: Wednesday, June 17, 2026
⏰ Time: 13:00 - 16:30
📍 Venue: EBLH Room, New Building FEB, Faculty of Economics and Business Management, NUOL.
See you all there! 🚀🔥
#ຄະນະເສດຖະສາດແລະບໍລິຫານທຸລະກິດ #ຄສບ #ບໍລິຫານທຸລະກິດ

Address

NUOL
Vientiane

Opening Hours

Monday 08:00 - 16:00
Tuesday 08:00 - 16:00
Wednesday 08:00 - 16:00
Thursday 08:00 - 16:00
Friday 08:00 - 16:00

Website

Alerts

Be the first to know and let us send you an email when CEO Center posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category