07/05/2026
✍️ ບາດກ້າວໃໝ່ໃນການຮ່ວມມື ເພື່ອສົ່ງເສີມລະບົບນິເວດກະສິກຳ ໃນ ສປປ ລາວ! - A Milestone Partnership for Agroecology in Lao PDR! 🌾✨
(English below) ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2026 ນີ້, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ຢ່າງເປັນທາງການ ລະຫວ່າງ ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ອົງການ ເກຣັດ (GRET) ປະຈຳ ສປປ ລາວ ກ່ຽວກັບ “ໂຄງການສົ່ງເສີມລະບົບນິເວດກະສິກຳ ໃນ ສປປ ລາວ” (ໄລຍະຈັດຕັ້ງປະຕິບັດຮອດເດືອນທັນວາ 2028 ໂດຍໄດ້ຮັບການສະໜັບສະໜູນທຶນຈາກ ອົງການພັດທະນາ ແລະ ການຮ່ວມມືສະວິດເຊີແລນ - ).
ພິທີລົງນາມຄັ້ງນີ້ ໄດ້ຈັດຂຶ້ນຢູ່ທີ່ ຄະນະກະເສດສາດ (ວິທະຍາເຂດນາບົງ), ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 20 ທ່ານ ຈາກພາກສ່ວນລັດຖະບານ ເປັນຕົ້ນແມ່ນ ກະຊວງສຶກສາທິການ ແລະ ກິລາ, ມະຫາວິທະຍາໄລແຫ່ງຊາດ, ຄະນະກະເສດສາດ ພ້ອມດ້ວຍຜູ້ຕາງໜ້າຈາກອົງການ GRET Laos ແລະ ຄະນະບໍລິຫານເຄືອຂ່າຍ ALiSEA.
ໂຄງການດັ່ງກ່າວມີ 6 ກິດຈະກຳຫຼັກ ເຊິ່ງລວມມີ:
1) ສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍກຸ່ມຜູ້ມີສ່ວນກ່ຽວຂ້ອງໃຫ້ຫຼາຍຂຶ້ນ
2) ເສີມຂະຫຍາຍຄວາມສາມາດຂອງສະມາຊິກ ALiSEA ໃນການຂະຫຍາຍຜົນລະບົບນິເວດກະສິກຳ
3) ປັບປຸງແຫຼ່ງຄວາມຮູ້ (ALiSEA Knowledge Hub) ເພື່ອສົ່ງເສີມການແລກປ່ຽນ ເຊິ່ງກັນ ແລະ ກັນ
4) ເຜີຍແຜ່ຂໍ້ມູນຂ່າວສານ ແລະ ກະຕຸ້ນສື່ມວນຊົນ ເພື່ອສ້າງຄວາມຕື່ນຕົວໃຫ້ແກ່ສັງຄົມ
5) ສະໜັບສະໜູນໄວໜຸ່ມໃນວຽກງານນິເວດກະສິກຳ ແລະ ການເປັນຜູ້ປະກອບການ
6) ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ເວທີການສົນທະນາດ້ານນະໂຍບາຍ ກ່ຽວກັບ ການກະສິກຳ, ອາຫານ, ສຸຂະພາບ ແລະ ການຄ້າ
ພວກເຮົາພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮ່ວມມືກັບບັນດາຄູ່ຮ່ວມງານທຸກພາກສ່ວນ ເພື່ອກ້າວໄປສູ່ອະນາຄົດຂອງກະສິກຳແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມໃນ ສປປ ລາວ! 💚🇱🇦
--------------
This morning, a Memorandum of Understanding (MoU) was officially signed between the Faculty of Agriculture, National University of Laos (NUoL), and GRET Laos. This agreement marks the official launch of the “Agroecology Promotion Project in Lao PDR”, which will run until December 2028 with the generous support of the Swiss Agency for Development and Cooperation ( ).
The ceremony took place at the Faculty of Agriculture, Nabong Campus, gathering more than 20 distinguished representatives from the Ministry of Education and Sports, National University of Laos, Faculty of Agriculture, GRET, and the ALiSEA executive team.
Over the next few years, the project will focus on 6 key objectives:
1) Strengthening and enlarging the ALiSEA multi-stakeholder network;
2) Enhancing members' capacities to scale up agroecological practices;
3) Improving the ALiSEA Knowledge Hub as a central resource for exchange and learning;
4) Engaging media to raise public awareness on agriculture and food issues;
5) Supporting youth in agroecology and green entrepreneurship;
6) Strengthening policy dialogue across agriculture, food, health, and trade.
We are thrilled to embark on this collaborative journey with our partners to foster a sustainable, resilient, and ecological food system in Lao PDR! 💚🇱🇦
Swiss Cooperation Mekong
Agroecology Learning Alliance
Gret