Forest Management Department, FFS-NUoL

Forest Management Department, FFS-NUoL

Share

Contact information, map and directions, contact form, opening hours, services, ratings, photos, videos and announcements from Forest Management Department, FFS-NUoL, Education Website, Dongdok campus, Xaithany district, Vientiane.

ພາກວິຊາການຈັດສັນຄຸ້ມຄອງປ່າໄມ້ (Department of Forest Management) ເປັນພາກວິຊາໜື່ງ ຂອງຄະນະວິທະຍາສາດປ່າໄມ້ ຈັດຕັ້ງການຮຽນ-ການສອນຕາມຫຼັກສູດ ຂອງມະຫາວິທະຍາໄລແຫ່ງຊາດ (ມຊ), ກໍ່ສ້າງນັກວິຊາການ ແລະ ນັກຄົ້ນຄວ້າວິທະຍາສາດ ລົງເລິກຂົງເຂດ ການຄຸ້ມຄອງຊັບພະຍາກອນປ່າໄມ້.

Photos from European Union in Laos's post 14/01/2026
30/12/2025

News!
ອີກຜົນງານການຄົ້ນຄວ້າຂອງ ທີມງານນັກຄົ້ນຄວ້າພືດສາດ ລາວ, ຫວຽດນາມ ແລະ ຍິປຸ່ນ ຮ່ວມກັນຄົ້ນພົບ ແລະ ລາຍງານ ພືດຊະນິດໃໝ່ຂອງໂລກ (New species) ສະກຸນເລືອດມ້າ (Knema) ຂອງຕະກຸນ Myristicaceae ຈາກປ່າສະຫງວນແຫ່ງຊາດ ນໍ້າກະດິງ ແຂວງບໍລິຄຳໄຊ ສປປ ລາວ

ໂດຍໃຫ້ຊື່ທາງວິທະຍາສາດ ວ່າ:
“Knema namkadingensis Phengmala, Soulad. & Tagane” ແລະ ໃຫ້ຊື່ລາວ ວ່າ "ເລືອດມ້ານໍ້າກະດິງ"

ສາມາດດາວໂຫຼດເພື່ອອ່ານບົດຄວາມສະບັບເຕັມໄດ້ທີ່
PHENGMALA, P. SOULADETH, et al. 2025. . 732(3); 247-252.
DOI: doi.org/10.11646/phytotaxa.732.3.2 [2025-12-05]
#ຮຽນຈົບປ່າໄມ້ແລ້ວເຮັດວຽກຫຍັງໄດ້ແດ່

30/12/2025

News!

ທິມງານນັກຄົ້ນຄວ້າພືດສາດ ລາວ, ຫວຽດນາມ ແລະ ຍິປຸ່ນ ຮ່ວມກັນຄົ້ນພົບ ແລະ ລາຍງານ ພືດຊະນິດໃໝ່ຂອງໂລກ (New species) ສະກຸນປໍ Grewia ຂອງຕະກຸນ Malvaceae ຈາກອຸທິຍານແຫ່ງຊາດພູຫີນປູນ ແຂວງຄຳມ່ວນ ສປປ ລາວ ໂດຍໃຫ້ຊື່ທາງວິທະຍາສາດ ວ່າ:

Grewia souladethiana Phengmala & Tagane

ແລະ ໃຫ້ຊື່ລາວ ວ່າ "ປໍເຫຼືອງສຸລະເດດ" ເພື່ອເປັນກຽດແກ່ ອຈ. ປອ. ເພັດລາສີ ສຸລະເດດ (ນັກພືດສາດ ແລະ ອາຈານສອນ ຂອງພາກວິຊາ ຈັດສັນຄຸ້ມຄອງປ່າໄມ້, ມຊ)
https://phytotaxa.mapress.com/pt/article/view/phytotaxa.728.1.6

10/11/2025

ການຄັດເລືອກຜູ້ທີ່ໄດ້ຮັບ "ທຶນການສຶກສາຂົງເຂດຂະແໜງປ່າໄມ້ໃນ ສປປ ລາວ ປະຈໍາປີ 2025" ໄດ້ສິ້ນສຸດລົງຢ່າງສຳເລັດຜົນ. ພວກເຮົາມີຄວາມຍິນດີເປັນຢ່າງຍິ່ງທີ່ຈະປະກາດລາຍຊື່ນັກສຶກສາທັງໝົດ ທີ່ໄດ້ຮັບທຶນການສຶກສາ ເພື່ອສືບຕໍ່ການສຶກສາໃນສົກຮຽນ 2025-2026 ນີ້.
ທຶນການສຶກສາຄັ້ງນີ້ປະກອບມີ:
ລະດັບປະລິນຍາຕີ: ຈຳນວນ 15 ຄົນ.
ລະດັບປະລິນຍາໂທ: ຈຳນວນ 81 ຄົນ ທີ່ໄດ້ຮັບການສະໜັບສະໜູນອັນມີຄຸນຄ່າຈາກ 3 ບໍລິສັດອຸດສາຫະກຳໄມ້ຊັ້ນນຳໃນ ສປປ ລາວ ຄື: ບໍລິສັດ ແມ່ຂອງປູກໄມ້ (Mekong Timber Plantations) ຈຳກັດ, ບໍລິສັດ Silvicarbon Agroforestry ຈຳກັດຜູ້ດຽວ, ແລະ ບໍລິສັດ ບົວລະພາ ກະສິກຳປ່າໄມ້ ຈຳກັດ.
ນັກສຶກສາທຸກທ່ານຈະໄດ້ເຂົ້າສຶກສາຢູ່ 3 ມະຫາວິທະຍາໄລຊັ້ນນຳຂອງ ສປປ ລາວ ຄື:
ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ.
ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້, ມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ.
ຄະນະກະເສດສາດ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລສະຫວັນນະເຂດ, ແຂວງສະຫວັນນະເຂດ.
ພວກເຮົາຫວັງຢ່າງຍິ່ງວ່າໂອກາດອັນລ້ຳຄ່າຄັ້ງນີ້ ຈະເປັນດັ່ງແສງໄຟເຍືອງທາງທີ່ນຳພາໃຫ້ນັກສຶກສາທຸກທ່ານປະສົບຜົນສຳເລັດຕາມເປົ້າໝາຍທີ່ຕັ້ງໄວ້. ພ້ອມກັນນັ້ນ, ຈົ່ງນຳໃຊ້ຄວາມຮູ້ຄວາມສາມາດທີ່ໄດ້ຮັບ ເພື່ອສືບຕໍ່ປະກອບສ່ວນ ແລະ ຜັນຂະຫຍາຍວຽກງານໃນຂົງເຂດປ່າໄມ້ຂອງຊາດໃຫ້ຈະເລີນງອກງາມ ແລະ ເກີດດອກອອກຜົນຢ່າງຍືນຍົງ.



Photos from Forest Management Department, FFS-NUoL's post 08/11/2025

ຊົມເຊີຍ ຄູອາຈານ/ນັກຄົ້ນຄວ້າ ພາກວິຊາຄຸ້ມຄອງຈັດສັນປ່າໄມ້ ເຂົ້າຮ່ວມ ແລະ ນໍາສະເໜີບົດຄົ້ນຄວ້າໃນກອງປະຊຸມວິທະຍາສາດລະດັບຊາດ ປະຈໍາປີ 2025 ທີ່ ມະຫາວິທະຍາໄລແຫ່ງຊາດ ຄັ້ງວັນທີ 6.11.2025 👏🏻👏🏻👏🏻

Lecturers/Researchers of the Department of Forest Management participated and presented their research at the Annual National Research Conference 2025, at National University of Laos on 6.11.2025 👏👏👏

24/10/2025

ວີດີໂອມາແລ້ວ ສຳເລັດກິດຈະກຳສະແດງ ແລະ ແລກປ່ຽນວັດທະນະທຳລະຫວ່າງ
ນັກສຶກສາຈາກຄະນະວິທະຍາສາດປ່າໄມ້ ແລະ ນັກສຶກສາແລກປ່ຽນ ມາຈາກ ສ.ເກົາຫລີ

ລຳວົງລາວ🇱🇦 ແລະ ເຕັ້ນ KPOP🇰🇷

#ຮຽນຈົບປ່າໄມ້ແລ້ວເຮັດວຽກຫຍັງໄດ້ແດ່

Photos from Forest Management Department, FFS-NUoL's post 24/10/2025

ວັນທີ 4 ກິດຈະກຳສະແດງ ແລະ ແລກປ່ຽນວັດທະນະທຳລະຫວ່າງ
ນັກສຶກສາຈາກຄະນະວິທະຍາສາດປ່າໄມ້ ແລະ ທີມງານນັກສຶກສາແລກປ່ຽນ ມາຈາກ ສ.ເກົາຫລີ

ພາຍໃຕ້ໂຄງການ 2025 Gyeonggi Youth Climate Volunteer ໂດຍໄດ້ຮັບການສະໜັບສະໜູນຈາກ Asian Forest Cooperation Organization (AFoCO)

ວີດີໂອກິດຈະກຳແມ່ນຈະນຳມາພາຍຫຼັງ
#ຮຽນຈົບປ່າໄມ້ແລ້ວເຮັດວຽກຫຍັງໄດ້ແດ່

Photos from Forest Management Department, FFS-NUoL's post 23/10/2025

ສຳເລັດກິດຈະກຳປູກຕົ້ນໄມ້ຕາມທາງຍ່າງ

ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສຈ. ປອ. ສີທອງ ທອງມະນີວົງ ຄະນະບໍດີ ຄະນະວິທະຍາສາດປ່າໄມ້
ທ່ານ ຮສ. ປອ. ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້
ທ່ານ ຮສ. ປອ. ຈິດຕະນາ ພົມພິລາ ຮອງຄະນະບໍດີ ຄະນະວິທະຍາສາດປ່າໄມ້
ທ່ານ ອຈ. ໂພແກ້ວ ກຸນນາວົງ ຮອງຄະນະບໍດີ ຄະນະວິທະຍາສາດປ່າໄມ້
ທີມງານອາຈານ, ນັກສຶກສາຈາກຄະນະວິທະຍາສາດປ່າໄມ້ ແລະ ທີມງານນັກສຶກສາແລກປ່ຽນ ມາຈາກ ສ.ເກົາຫລີ

ພາຍໃຕ້ໂຄງການ 2025 Gyeonggi Youth Climate Volunteer ໂດຍໄດ້ຮັບການສະໜັບສະໜູນຈາກ Asian Forest Cooperation Organization (AFoCO)

Photos from Forest Management Department, FFS-NUoL's post 22/10/2025

ກິດຈະກຳວັນທີ 2 ການຮ່າຍເບົ້າ ແລະ ບົງເບ້ຍໄມ້
ທີມງານອາຈານ, ນັກສຶກສາຂອງຄະນະວິທະຍາສາດປ່າໄມ້ ແລະ ທີມງານນັກສຶກສາແລກປ່ຽນ ມາຈາກ ສ.ເກົາຫລີ
ພາຍໃຕ້ໂຄງການ 2025 Gyeonggi Youth Climate Volunteer ໂດຍໄດ້ຮັບການສະໜັບສະໜູນຈາກ Asian Forest Cooperation Organization (AFoCO)

Photos from Forest Management Department, FFS-NUoL's post 21/10/2025

ສຳເລັດກິດຈະກຳວັນທີ່ 1 ກິດຈະກໍາການຜະລິດເບ້ຍໄມ້ ແລະ ແລກປ່ຽນແນວຄວາມຄິດກ່ຽວກັບການປ່ຽນແປງດິນຟ້າອາກາດ

ພິທີການຕ້ອນຮັບການມາຢ້ຽມຢາມຂອງທີມງານນັກສຶກສາແລກປ່ຽນ ມາຈາກ ສ.ເກົາຫລີ
ພາຍໃຕ້ໂຄງການ 2025 Gyeonggi Youth Climate Volunteer ໂດຍໄດ້ຮັບການສະໜັບສະໜູນຈາກ Asian Forest Cooperation Organization (AFoCO)

ໃຫ້ກຽດກ່າວເປິດພິທີ ແລະ ກ່າວຕ້ອນຮັບໂດຍທ່ານ ຮສ.ປອ ຈິດຕະນາ ພົມພິລາ ຮອງຄະນະບໍດີຄະນະວິທະຍາສາດປ່າໄມ້

14/10/2025

ສະບາຍດີ ຄະນະກຳມະການ ທຶນການສຶກສາສາຂາປ່າໄມ້ໃນ ສປປ ລາວ ປະຈຳປີ 2025 ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງທຸກໆທ່ານທີ່ໄດ້ໃຫ້ຄວາມສົນໃຈ ແລະ ສົ່ງໃບສະໝັກ! ພວກເຮົາມີຜູ້ສະໝັກ 100 ຄົນສຳລັບຫຼັກສູດປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ.
ພວກເຮົາຮັບຮູ້ເຖິງຄວາມຕັ້ງໃຈ ແລະ ຄວາມສາມາດອັນໂດດເດັ່ນຂອງຜູ້ສະໝັກທຸກທ່ານ ແລະ ຫວັງວ່າທ່ານຈະເປັນໜຶ່ງໃນຜູ້ໂຊກດີທີ່ໄດ້ຮັບທຶນການສຶກສາສຳລັບສົກຮຽນນີ້.
ສຳລັບການປະກາດຜົນ, ກະລຸນາຕິດຕາມເຟສບຸກຂອງ GIZ, EU, ຄະນະວິທະຍາສາດປ່າໄມ້ (ມຊ), ຄະນະກະສິກຳ ແລະ ຊັບພະຍາກອນປ່າໄມ້ (ມະຫາວິທະຍາໄລສຸພານຸວົງ), ແລະ ຄະນະກະສິກຳ ແລະ ສິ່ງແວດລ້ອມ (ມະຫາວິທະຍາໄລສະຫວັນນະເຂດ).

Want your school to be the top-listed School/college in Vientiane?

Click here to claim your Sponsored Listing.

Location

Address

Dongdok Campus, Xaithany District
Vientiane