Penical ອອກແບບແພດ

Penical ອອກແບບແພດ By med students to generate, dissiminate, and advance knowledge 🧠

“ຈາກພາກ Pre-clinic 📚 ສູ່ໂລກໃໝ່ພາກ Clinic 🏥”

06/04/2026

🎥 ໂຄງການຝຶກຫັດພາກສະໜາມສາທາລະນະສຸກຊຸມຊົນ, ນັກສຶກສາແພດສາດ ຮູ້ນທີ 51 (2026) 🎞️

📣 ທີມບ້ານໂພນໄຊ-ເມືອງວັງວຽງ ມາແລ້ວເດີ ✨
ເມື່ອຕົ້ນປີທີ່ຜ່ານມາພວກເຮົາໃນນາມ ນັກສຶກສາແພດ ຮູ້ນ 51 ຂອງ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ໄດ້ມີໂອກາດໄປລົງຊຸມຊົນໃນຫົວຂໍ້ “ໂຄງການຝຶກຫັດພາກສະໜາມສາທາລະນະສຸກຊຸມຊົນ, ນັກສຶກສາແພດສາດ ຮູ້ນທີ 51” ເຊິ່ງ ວີດິໂອ ນີ້ຖືກຖ່າຍທໍາມາເພື່ອ ແຊປະຊົບການທີ່ລໍາຄ່າ (ທັງຜິດ ແລະ ຖືກ) ແລະ ເປັນແນວທາງໃຫ້ຮຸ້ນນ້ອງຮຸ້ນຕໍ່ໆໄປ‼️

ໂຄງການນີ້ເປັນໂຄງການທີ່ໄດ້ຈັດຂຶ້ນ ໂດຍມີ “ມະຫາວິທະຍາໄລວິທະຍາສາດ ສຸຂະພາບ” ເປັນຜູ້ຈັດຕັ້ງຂຶ້ນ ໂດຍມີຈຸດປະສົງຄືດັ່ງນີ້:

1️⃣ ເພື່ອເຮັດການສໍາຫຼວດຂໍ້ມູນຊອກຫາບັນຫາທີ່ມີຜົນຕໍ່ສຸຂະພາບຊຸມຊົນ
2️⃣ ເພື່ອຈັດລຽງບັນຫາທີ່ເປັນບຸລິມະສິດຂອງຊຸມຊົນ
3️⃣ ເພື່ອວາງແຜນການແກ້ໄຂ້ບັນຫາສຸຂະພາບຊຸມຊົນຕາມບຸລິມະສິດ
4️⃣ ເພື່ອຮຽນຮູ້ວິຖີຊີວິດ, ຮິດຄອງປະເພນີ ແລະ ວັດທະນາທໍາໃນຂອງຊຸມຊົນ.

📆 ໄລຍະເວລາ: 03 ອາທິດ, ແຕ່ວັນທີ 26/01/2026 ຫາ 14/02/26

ໂດຍຈະໄດ້ແບ່ງກຸ່ມນັກສຶກສາແພດສາດ ຮູ້ນທີ 51 ອອກເປັນຫຼາຍກຸ່ມ ເຊິ່ງກຸ່ມຂອງພວກເຮົາໄດ້ມີໜ້າທີ່ຮັບຜິດຊອບເຂດ “ບ້ານ ໂພນໄຊ, ເມືອງ ວັງວຽງ, ແຂວງ ວຽງຈັນ”

ທາງເພຈ ແລະ ທີມງານ ຂໍຖືໂອການນີ້ ເປັນຕົວແທນຂອງ University of Health Sciences Laos ມະຫາວິທະຍາໄລວິທະຍາສາດສຸຂະພາບ ຂອງພວກເຮົາຂໍກ່າວ ຄໍາຂອບໃຈ ມາຍັງບັນດາອົງການຈັດຕັ້ງ ແລະ ບໍລິສັດຮ້າງຮ້ານ ທີ່ໄດ້ສະໜັບສະໜູນເປັນຕົ້ນແມ່ນ:
⭐️ Kongchai-Laos Pharma ການຢາ ກົງໃຈ-ລາວ
⭐️ ສູນຕ້ານເອດ ແລະ ພຕພ


30/03/2026

📣 Stay Tuned 📌
ໂຄງການຝຶກຫັດພາກສະໜາມສາທາລະນະສຸກຊຸມຊົນ, ນັກສຶກສາແພດສາດ Gen 51, ທີມ ບ້ານໂພນໄຊ-ເມືອງວັງວຽງ

Footages from Phonxai Village, Vangvieng District‼️

Holliday Segar Rule, IV Fluid MaintenanceReference:(1) ปัญหาสารน้ำอิเล็กโทรไลต์และโรคไตในเด็ก ฉบััเรียบเรียงครั้งที่ 5 2...
19/10/2025

Holliday Segar Rule, IV Fluid Maintenance

Reference:
(1) ปัญหาสารน้ำอิเล็กโทรไลต์และโรคไตในเด็ก ฉบััเรียบเรียงครั้งที่ 5 2560
(2) ປຶ້ມປິ່ນປົວເດັກ KOICA 2018

ໃຜລົງປະສູດ-ພະຍາດຍິງແນ່ ຫວັງວ່າຈະເປັນປະໂຫຍດເດີ ^^Reference: Williams Obstetrics 26th Ed by F. Gary Cunningham McGraw Hill...
23/09/2025

ໃຜລົງປະສູດ-ພະຍາດຍິງແນ່ ຫວັງວ່າຈະເປັນປະໂຫຍດເດີ ^^

Reference: Williams Obstetrics 26th Ed by F. Gary Cunningham McGraw Hill 2022

🚨 What is Penical ອອກແບບແພດ❓***ເນື່ອງຈາກພວກເຮົາຫຍັງບໍ່ເຄີຍແນະນໍາເພຈ ແລະ ເມື່ອໄວ້ໆນີ້ພວກເຮົາໄດ້ມີການປ່ຽນຊື່ຈາກ “Penical ແ...
16/09/2025

🚨 What is Penical ອອກແບບແພດ❓

***ເນື່ອງຈາກພວກເຮົາຫຍັງບໍ່ເຄີຍແນະນໍາເພຈ ແລະ ເມື່ອໄວ້ໆນີ້ພວກເຮົາໄດ້ມີການປ່ຽນຊື່ຈາກ “Penical ແຕ້ມແບບແພດ ❌” ເປັນ “Penical ອອກແບບແພດ ✅” ສະນັ້ນທາງເພຈເຮົາຈຶ່ງຈະຂໍໃຊ້ໂອກາດນີ້ນໍາສະເໜີໃຫ້ຮູ້ຈັກກັບເພຈ Penical ອອກແບບແພດ***

⬇️ຂໍແນະນໍາຢ່າງເປັນທາງການ⬇️
📰 What is Penical ອອກແບບແພດ❓

🌟Penical ອອກແບບແພດ ເປັນເພຈທີ່ຖືກສ້າງໂດຍນັກສຶກສາແພດ ເຊິ່ງມີເປົ້າໝາຍໃນ ”ການອອກແບບຄວາມຮູ້ທາງການແພດ ແລະ ສຸຂະພາບທີ່ເຂົ້າໃຈງ່າຍ” ແລະ ສາມາດນໍາໄປໃຊ້ສໍາລັບການກຽມຕົວຂອງນັກສຶກສາ (ຮຸ້ນນ້ອງ) ທີ່ກໍາລັງຮຽນໃນພາກ pre-clinic (ປີ 1 ຫາ ປີ3) ໃຫ້ມີຄວາມພ້ອມກ່ອນທີ່ຈະກ່າວເຂົ້າສູ່ການລົງເກັບໜ່ວຍກິດຢູ່ໂຮງໜໍໃນພາກ clinic (ປີ 4 ຫາ ປີ 6) ເພື່ອໃຫ້ທຸກຄົນໄດ້ສະແດງສະກະຍະພາບຂອງຕົນເອງໄດ້ເຕັມທີ່ໂດຍທີ່ບໍ່ເກີດ culture shock ກັບບົດບາດນັກສຶກສາ ແລະ ການເຮັດວຽກໃນໂຮງໝໍ

🌟 ໂດຍພວກເຮົາຈະປັດຕິບັດຕາມ 3 ຄໍາຄະຕິພົດຄື:
1️⃣ການສັນສ້າງ: ພື້ນທີ່ສໍາລັບການຮຽນຮູ້, ແຂ່ງຂັນ ແລະ ແລກປ່ຽນຂໍ້ມູນການແພດ ແລະ ສຸຂະພາບ
2️⃣ການເພີຍແຜ່: ການນໍາສະເໜີທີ່ເຂົ້າໃຈງ່າຍຂໍ້ມູນທີ່ສັ້ນ, ກະທັດຫັດ ແລະ ໄດ້ໃຈຄວາມສໍາຄັນ
3️⃣ການພັດທະນາພູມປັນຍາ: ພັດທະນາໂດຍການສ້າງຄວາມເຂົ້າໃຈ ແລະ ແນະນໍາແນວທາງການສຶກສາຄົ້ນຄວ້າຂໍ້ມູນທາງການແພດ ແລະ ສຸຂະພາບ

🫀ທາງເພຈຂອງພວກເຮົາຈະເນັ້ນໜັກໄປໃນການສ້າງຄວາມເຂົ້າໃຈກ່ຽວກັບ:
🔻Anatomy: ຮຽນກ່ຽວກັບຕໍາແໜ່ງ, ໜ້າຕາ ແລະ ໜ້າທີ່ຂອງແຕ່ລະອະໄວຍະວະຂອງຮ່າງກາຍ
🔻Physiology: ການເຮັດວຽກຂອງຮ່າງກາຍແບບປົກກະຕິ
🔻Pathophysiology: ການເຮັດວຽກຂອງຮ່າງກາຍແບບຜຶດປົກກະຕິ ແລະ ກໍ່ໃຫ້ເກີດອາການຕ່າງໆເມື່ອພົບກັບພະຍາດ
🔻Clinical Skills: ທັກສະຕ່າງໆທາງຄຣິນິກ ທີ່ເປັນພື້ນຖານຂອງການເປັນໝໍເຊັ່ນ: ການຊັກປະຫວັດ ແລະ ການກວດກາຮ່າງກາຍເປັນຕົ້ນ

📝ນອກນັ້ນຍັງມີຄອນເທັນເສີມທີ່ສາມາດນໍາໄປປະຍຸກໃຊ້ໄດ້ນໍາ
🔻Mnemonics: ເທັກນິກໃນການຊ່ວຍຈື່ຈໍາ
🔻Med-terms: ຊັບພາສາອັງກິດທາງການແພດ ແລະ ຊີວະ

📝 ➡️—🥼🩺—➡️🏥
❗️ ມາຮ່ວມຮຽນຮູ້ ແລະ ເຕີບໃຫຍ່ໄປນໍາກັນເດີທຸກຄົນ❗️

🗒️ຈື່ສາເຫດງ່າຍໆດ້ວຍ “4T”📝🩸ເລືອດໄຫຼຫຼັງຄອດ Postpartum hemorrhage (PPH)🤰Postpartum hemorrhage (PPH) ໝາຍເຖິງ ການທີ່ມີເລືອດໄ...
11/09/2025

🗒️ຈື່ສາເຫດງ່າຍໆດ້ວຍ “4T”📝
🩸ເລືອດໄຫຼຫຼັງຄອດ Postpartum hemorrhage (PPH)

🤰Postpartum hemorrhage (PPH) ໝາຍເຖິງ ການທີ່ມີເລືອດໄຫຼອອກຈາກຊ່ວງຄອດຫຼັງການເຮັດຄອດຫຼາຍກວ່າ 500 ml ຫຼື ຫຼາຍກວ່າ 1% ຂອງນໍ້າໜັກຕົວທັງໝົດຂອງຄົນເຈັບ ເຊິ່ງເກີດຈາກ 4 ປັດໃຈຫຼັກເຊັ່ນ:

🌟TONE:
ມາຈາກຄໍາວ່າ “Uterine a’T’ony ຫຼື ເອີ້ນວ່າພະວະມົດລູກບໍ່ບີບໂຕ (ບໍ່ປັ້ນ)” ເຊິ່ງສາເຫດຫຼັກເຖິງ 90%. Uterine a’T’ony ແມ່ນພາວະທີ່ກ້າມຊີ້ນມົດລູກມີການອ່ອນແຮງ ເຮັດໃຫ້ແຮງຫົດຮັດບໍ່ພໍທີ່ຈະປິດເສັ້ນເລືອດຢູ່ແຮ່ ພາໃຫ້ເກີດພາວະເລືອດໄຫຼຢ່າງຕໍ່ເນື່ອງຫຼັງຈາກການເກີດລູກ ເຊິ່ງອາດເກີດຈາກ: ໄລຍະເກີດໃຊ້ເວລາ ດົນ/ໄວ ເກີນໄປ, ມົດລູກມີການຂະຫຍາຍ/ຍືດໂຕຫຼາຍ (ເນື່ອງຈາກຄອດລູກແຝດ, ນໍ້າຄາວປາຫຼາຍ, ຫົວເດັກໃຫຍ່ເປັນຕົ້ນ), ການດົມຢາສະຫຼົບ (ໂດຍສະເພາະກຸ່ມ Halothane ຫຼື Ether), ມີເນີ້ອງອກຢູ່ໂຕມົດລູກ ແລະ ອື່ນໆ.

🌟TRAUMA:
ມາຈາກຄໍາວ່າ “ມົດລູກໄດ້ຮັບບາດເຈັບ (Uterine Trauma)” ເຊິ່ງແມ່ນການໄດ້ຮັບບາດເຈັບໃນຊ່ອງຄອດ, ປາກມົດລູກ, ມົດລູກ ຫຼື perineum ເປັນສາເຫດໃຫ້ມີການເສຍເລືອດ. ບາງເທື່ອເລືອດໄຫລອອກໄປສະສົມຢູ່ໃນບໍລິເວນທີ່ເບິ່ງບໍ່ເຫັນ ແລະ ເນື່ອເຍື່ອທີ່ໄດ້ຮັບບາດເຈັບມີເລືອດໄຫລອອກຕະຫລອດເວລາ ເປັນເວລາຫລາຍຊົ່ວໂມງ ຫຼື ອາດຈະເປັນມື້ຫລັງຈາກເກີດລູກ.

🌟TISSUE:
ມາຈາກຄໍາວ່າ “ແຮ່ຄ້າງໃນໂພງມົດລູກ (Retained placental ‘T’issue)” ພາວະນີ້ເກີດເມື່ອແຮ່ບໍ່ແຍກໂຕອອກຈາກ ມົດລູກທັງໝົດ ສາເຫດອາດເກີດຈາກຄວາມຜິດປົກກະຕິຂອງແຮ່ ຫຼື ໃນກໍລະນີທີ່ແຮ່ ບໍ່ມີຄວາມຜິດປົກກະຕິກໍ່ສາມາດເກີດຂຶ້ນໄດ້, ການທີ່ເນື້ອເຍື່ອຂອງແຮ່ ຕິດຄ້າງຢູ່ໃນມົດລູກສາດມາດເຮັດໃຫ້ມີພາວະເລືອດໄຫລຢ່າງຕໍ່ເນື່ອງຫລັງເກີດລູກໄດ້.

🌟THROMBIN:
ມາຈາກຄໍາວ່າ “ຄວາມຜິດປົກກະຕິໃນການແຂງໂຕຂອງເລືອດ (‘T’hrombin)” ຖ້າມີພາວະກ່ຽວກັບເລືອດແຂງໂຕບໍ່ປົກກະຕິ ຫລື ພາວະໃນການຖືພາທີ່ສົ່ງຜົນຕໍ່ຄວາມສາມາດໃນການແຂງໂຕຂອງເລືອດ ຈະເຮັດໃຫ້ມີຄວາມສ່ຽງສູງ ເຖິງຈະມີພາວະເລືອດອອກເລັກໜ້ອຍ ອາດຈະນຳໄປສູ່ພາວະເລືອດໄຫຼຮຸນແຮງໄດ້ ເຊິ່ງອາດຈະເກີດຈາກ DIC (disseminated intravascular coagulation), ພະຍາດເລືອດຕ່າງໆ (ITP, aplastic anemia, ມະເຮັງເມັດເລືອດຂາວເປັນຕົ້ນ) ຫຼື ການໄດ້ຮັບຢາດ້ານກ້າມຂອງເລືອດ (ຕົວຢ່າງ: Heparin ເປັນຕົ້ນ).

Reference:
1. Williams Obstetrics by F. Gary Cunningham McGraw Hill
2. ປື້ມຫຼັກສູດແພດຊ່ຽວຊານລົງເລີກຂະແໜງ ສາຂາວິຊານາລີເວດສູຕິສາດ (ມວສ & ກະຊວງສາທາລະນະສູກ)
3. https://my.clevelandclinic.org/health/diseases/22228-postpartum-hemorrhage

🤩 ໃຜທີ່ຢາກຊ້ອມຂຽນປະຫວັດຄົນເຈັບແນ່ ⁉️🖊️ ມື້ນິແອັດມິນໄດ້ເອົາແບບຟອບໃບສັງເກດສໍາລັບການຊັກປະຫວັດມາໃຫ້ຊ້ອມ:🏥 ກ່ອນລົງໂຮງໝໍສິ່ງທີ...
09/09/2025

🤩 ໃຜທີ່ຢາກຊ້ອມຂຽນປະຫວັດຄົນເຈັບແນ່ ⁉️
🖊️ ມື້ນິແອັດມິນໄດ້ເອົາແບບຟອບໃບສັງເກດສໍາລັບການຊັກປະຫວັດມາໃຫ້ຊ້ອມ:

🏥 ກ່ອນລົງໂຮງໝໍສິ່ງທີ່ຄວນຕຽມຕົວແມ່ນຈະມີຢູ່ 2 ຢ່າງທີ່ສໍາຄັນທີ່ສຸດສໍາລັບການລົງເຝິກພາກ clinic ຢູ່ໂຮງໝໍຕ່າງໆ ເຊິ່ງຈະມີ:
1️⃣ ການຊັກປະຫວັດ (history taking) 📝
2️⃣ ການກວດກາຮ່າງກາຍ (physical examination)🧍‍♂️
ເຊິ່ງ “ໃບສັງເກດຄົນເຈັບ/ໃບອ໋ອປແຊັກ” ເປັນບົດບັນທຶກຂໍ້ມູນຂອງສອງ sections ນີ້.

🌟ແບບຟອມຢູ່ລິ້ງນີ້ເລີຍ👇🏻
https://www.canva.com/design/DAGydrn0ISI/Q-gk82Exdt4XDAtcZFrmIQ/edit?utm_content=DAGydrn0ISI&utm_campaign=designshare&utm_medium=link2&utm_source=sharebutton

ປ.ລ. (1) ແບບຟອມນີ້ເປັນແບບຟອມທີ່ລວມຫົວຂໍ້ທີ່ຄວນຖາມ”ຄົນເຈັບທີ່ເປັນຜູ່ໃຫຍ່” ດັ່ງນັ້ນແບບຟອມນີ້ຈະບໍ່ໄດ້ຍົກຕົວຢ່າງຊຸດຄໍາຖາມທີ່ຕ້ອງຖາມສໍາລັບຄົນເຈັບເດັກໃນ ພາກກຸມານລະເວດ
ປ.ລ. (2) ການຊັກປະຫວັດຂອງແຕ່ລະຂະແໜງໃຫຍ່ ຈະມີຈຸດພິເສດຂອງໃຜຂອງມັນ Pattern ໃນການຊັກປະຫວັດຕ່າງໆ ຈະບໍ່ຄືກັນ ແລະ ອາດຈະບໍ່ໄປຕາມ form ກໍໄດ້ ທີ່ສຳຄັນໃຫ້ມັນ adaptable

Reference:

1. Bates’ Pocket Guide to Physical Examation and History Taking (textbook)
2. Clinical Skills ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ສປປ.ລາວ (textbook)
3. การสัมภาษณ์ประวัติและการตรวจร่างกาย (textbook)

🤩 ຊັບໜ້າຮູ້ “ກ່ຽວກັບກໍາມະພັນ ແລະ DNA” 🧬   #ພາສາອັງກິດຊັບແພດ
06/09/2025

🤩 ຊັບໜ້າຮູ້ “ກ່ຽວກັບກໍາມະພັນ ແລະ DNA” 🧬

#ພາສາອັງກິດຊັບແພດ

⬇️English below⬇️🦠ພະຍາດທາງພັດທຸກໍາ (Genetic disease) 🧬 ເຖິງແມ່ນວ່າເຟັນໂນໄທບ (phenotype) ຂອງພະຍາດທາງພັນທຸກຳມີຄວາມຫຼາກຫຼາຍ...
05/09/2025

⬇️English below⬇️
🦠ພະຍາດທາງພັດທຸກໍາ (Genetic disease) 🧬

ເຖິງແມ່ນວ່າເຟັນໂນໄທບ (phenotype) ຂອງພະຍາດທາງພັນທຸກຳມີຄວາມຫຼາກຫຼາຍ, ແຕ່ສາເຫດຂອງພວກມັນແມ່ນບໍ່ມີຄວາມຫຼາກຫຼາຍ. ສາເຫດຫຼັກຂອງພະຍາດທາງພັນທຸກຳຕ່າງໆ ແມ່ນການປ່ຽນແປງໃນລຳດັບ ຫຼື ເນື້ອໃນຂອງເຊລຂອງ DNA ເຊິ່ງໃນທີ່ສຸດແລ້ວຈະເຮັດໃຫ້ການສະແດງຂອງຍີນທີ່ຜິດປົກກະຕິ. ພະຍາດທາງພັນທຸກຳສ່ວນໃຫຍ່ເກີດຈາກການປ່ຽນແປງໃນລຳດັບ DNA ທີ່ເຮັດໃຫ້ການສັງເຄາະຂອງຜະລິດຕະພັນຍີນດຽວເກີດການປ່ຽນແປງ.

🧬 ຢ່າງໃດກໍຕາມພະຍາດທາງພັນທຸກຳບາງຊະນິດເກີດຈາກ:
1️⃣ ການຈັດລຽງໂຄງສ້າງໃໝ່ທີ່ເຮັດໃຫ້ເກີດການລຶບ ຫຼື ການເພີ່ມຂຶ້ນຂອງກຸ່ມຍີນທີ່ເຊື່ອມຕໍ່ກັນຢ່າງໃກ້ຊິດ.
2️⃣ ຄວາມຜິດປົກກະຕິໃນລະຫວ່າງການແບ່ງເຊລແບບ mitosis ຫຼື meiosis ທີ່ເຮັດໃຫ້ເກີດຄວາມຜິດປົກກະຕິດ້ານຈຳນວນໂຄຣໂມໂຊມຂອງເຊລ.

🔻ໃນພະຍາດທາງພັນທຸກຳສ່ວນໃຫຍ່ ທຸກເຊລໃນແຕ່ລະບຸກຄົນທີ່ປະສົບກັບພະຍາດຈະມີຍີນທີ່ກາຍພັນ ຫຼື ຍີນຕ່າງໆ ເປັນຜົນສືບເນື່ອງຈາກການສືບທອດຜ່ານທາງເຊລໄຂ່ ຫຼື ເຊລອະສຸຈິທີ່ກາຍພັນ (gamete).
🔻ການກາຍພັນຂອງເຊລ gametic ອາດຈະເກີດຂຶ້ນໃນລະຫວ່າງການພັດທະນາຂອງມັນໄດ້ “ໃນກໍລະນີນີ້ເຊລ somatic ຂອງພໍ່ແມ່ຈະບໍ່ມີການກາຍພັນ ແລະ ບຸກຄົນທີ່ມີການກາຍພັນຂອງເຊລກັບຈະຖືວ່າມີ “ການກາຍພັນໃໝ່””.
🔻ນອກຈາກນັ້ນການກາຍພັນບາງອັນອາດຈະເກີດຂຶ້ນໃນລະຫວ່າງການພັດທະນາຂອງເອັມບຣີໂອໃນໄລຍະເລີ່ມຕົ້ນ (embryogenesis) “ໃນກໍລະນີນີ້ເນື້ອເຍື່ອຂອງບຸກຄົນທີ່ມີການກາຍພັນຈະປະກອບມີສ່ວນປະສົມຂອງເຊລທີ່ກາຍພັນ ແລະ ບໍ່ກາຍພັນ”ໂດຍມັນຈະຂຶ້ນກັບເວລາການຂອງການພັດທະນາເອັມບຣີໂອ ແລະ ປະເພດເຊລທີ່ການກາຍພັນໃໝ່ເກີດຂຶ້ນ, ບຸກຄົນອາດຈະມີການກາຍພັນໃນເຊລສືບພັນບາງເຊລ (germline mosaicism), ເຊລ somatic (somatic mosaicism) ຫຼື ສາມາດເປັນໄດ້ທັງ 2 ຢ່າງ.

⬇️English⬇️
Although the phenotypes of genetic diseases are diverse, their causes are not. The primary cause of any genetic disease is a change in the sequence or cellular content of DNA that ultimately deranges gene expression. Most genetic diseases are caused by an alteration in DNA sequence that alters the synthesis of a single gene product.

🧬 However, some genetic diseases are caused by:
1️⃣ structural rearrangements that result in deletion or duplication of a group of closely linked genes
2️⃣ abnormalities during mitosis or meiosis that result in an abnormal number of chromosomes per cell.

🔻In most genetic diseases, every cell in an aff ected individual carries the mutated gene or genes as a consequence of its inheritance via a mutant egg or s***m cell ( gamete ).
🔻However, mutation of the gametic cell may have arisen during its development, in which case somatic cells of the parent do not carry the mutation and the aff ected individual is said to have a “new mutation.”
🔻In addition, some mutations may arise during early embryogenesis, in which case tissues of the affected individual contain a mixture, or mosaic, of mutant and nonmutant cells. Depending on the time of embryogenesis and cell type in which a new mutation arises, an individual may carry the mutation in some but not all of their germ cells ( germline mosaicism ), some but not all of their somatic cells ( somatic mosaicism ), or both.
•
🌟ສະຫຼຸບ (summary) 🧬
ພະຍາດທາງພັນທຸກຳເກີດຈາກການປ່ຽນແປງຂອງດີເອັນເອ ແຕ່ຄວາມຮຸນແຮງ ແລະ ການສະແດງອາການຂຶ້ນກັບ:
🔹ຍີນໃດປ່ຽນ (ຍີນດຽວ ຫຼາຍຍີນ ຫຼື ໂຄຣໂມໂຊມທັງເສັ້ນ)
🔹ເມື່ອໃດທີ່ປ່ຽນ (ກ່ອນປະຕິສົນທິ ຫຼັງປະຕິສົນທິ ຫຼື ລະຫວ່າງການພັດທະນາ)
🔹ເຊລໃດໄດ້ຮັບຜົນກະທົບ (ທຸກເຊລ ຫຼື ບາງສ່ວນ)

🏃🏻 ຫົວໃຈນັກກິລາ 🫀ຫົວໃຈຂອງນັກກິລາທີ່ໄດ້ຮັບການຝຶກຝົນມາດີມັກຈະມີຂະໜາດໃຫຍ່ກວ່າ ແລະ ແຂງແຮງກວ່າຫົວໃຈຂອງຄົນທົ່ວໄປຢ່າງຫຼາຍ ຊຶ່ງເ...
04/09/2025

🏃🏻 ຫົວໃຈນັກກິລາ 🫀

ຫົວໃຈຂອງນັກກິລາທີ່ໄດ້ຮັບການຝຶກຝົນມາດີມັກຈະມີຂະໜາດໃຫຍ່ກວ່າ ແລະ ແຂງແຮງກວ່າຫົວໃຈຂອງຄົນທົ່ວໄປຢ່າງຫຼາຍ ຊຶ່ງເຮັດໃຫ້ຫົວໃຈຂອງນັກກິລາສາມາດສູບເລືອດອອກໄດ້ໃນປະລິມານຫຼາຍຕໍ່ການເຕັ້ນໜຶ່ງຄັ້ງ (stroke volume) ແມ້ໃນຊ່ວງທີ່ພັກຜ່ອນ ເມື່ອນັກກິລາຢູ່ໃນພາວະພັກຜ່ອນ ປະລິມານເລືອດທີ່ເພີ່ມຂຶ້ນຊຶ່ງຖືກສູບເຂົ້າສູ່ລະບົບຫຼອດເລືອດແດງໃນແຕ່ລະຄັ້ງທີ່ຫົວໃຈເຕັ້ນຈະກະຕຸ້ນປະຕິກິລິຍາສະທ້ອນຂອງລະບົບໄຫຼເວຍນໂລຫິດ (feedback circulatory reflexes) ຫຼື ຜົນກະທົບອື່ນໆ ທີ່ເຮັດໃຫ້ເກີດພາວະຫົວໃຈເຕັ້ນຊ້າ.

ການກະຕຸ້ນເສັ້ນປະສາດເວກັດ (vagus nerve) ເຮັດໃຫ້ເກີດພາວະຫົວໃຈເຕັ້ນຊ້າ ປະຕິກິລິຍາສະທ້ອນຂອງລະບົບໄຫຼວຽນໃດໆ ທີ່ກະຕຸ້ນເສັ້ນປະສາດເວກັດຈະເຮັດໃຫ້ມີການປົດປ່ອຍສານອະເຊທິນໂຄລີນ (Acetylcholine) ທີ່ປາຍປະສາດເວກັດໃນຫົວໃຈ ສົ່ງຜົນໃຫ້ເກີດຜົນຂອງລະບົບປະສາດພາລາຊິມພາເທຕິກ (parasympathetic effect) ຕົວຢ່າງທີ່ໂດດເດັ່ນທີ່ສຸດຂອງປະກົດການນີ້ເກີດຂຶ້ນໃນຜູ້ປ່ວຍທີ່ມີອາການຂອງໄຊນັດຄາໂຣຕິດ (carotid sinus syndrome) ໃນຜູ້ປ່ວຍເຫຼົ່ານີ້ ຕົວຮັບຄວາມຮູ້ສຶກຄວາມດັນ (baroreceptors ຫຼື pressure receptors) ໃນບໍລິເວນໄຊນັດຄາໂຣຕິດຂອງຜະໜັງຫຼອດເລືອດແດງຄາໂຣຕິດຈະມີຄວາມໄວຕໍ່ການກະຕຸ້ນຫຼາຍເກີນໄປ ດັ່ງນັ້ນ ແມ້ແຕ່ການກົດຈາກພາຍນອກທີ່ຄໍພຽງເລັກນ້ອຍກໍຈະກະຕຸ້ນປະຕິກິລິຍາສະທ້ອນຂອງບາໂຣຣີເຊບເຕີຢ່າງແຮງ ເຮັດໃຫ້ເກີດຜົນກະທົບຢ່າງຮຸນແຮງຂອງເສັ້ນປະສາດເວກັດ-ອະເຊທິນໂຄລີນຕໍ່ຫົວໃຈ ລວມເຖິງພາວະຫົວໃຈເຕັ້ນຊ້າຢ່າງຮຸນແຮງ ບາງຄັ້ງປະຕິກິລິຍາສະທ້ອນນີ້ຮຸນແຮງຫຼາຍຈົນເຮັດໃຫ້ຫົວໃຈຢຸດເຕັ້ນ ເປັນເວລາ 5 ເຖິງ 10 ວິນາທີ ສົ່ງຜົນໃຫ້ສູນເສຍສະຕິ (syncope)

Address

Vientiane

Website

Alerts

Be the first to know and let us send you an email when Penical ອອກແບບແພດ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share