MOES Youth Union - ຄຊປປລ ກະຊວງສຶກສາທິການ ແລະ ກິລາ

MOES Youth Union - ຄຊປປລ ກະຊວງສຶກສາທິການ ແລະ ກິລາ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ ແລະ ການເຄື່ອນໄຫວກິດຈະກຳຂອງ ຄຊປປລ ກະຊວງສຶກສາທິການ ແລະ ກິລາ

ຄະນະບໍລິຫານງານຊາວໜຸ່ມ ກະຊວງ ສສກ ພ້ອມດ້ວຍບັນດາຮາກຖານຊາວໜຸ່ມ ແລະ ໜ່ວຍຊາວໜຸ່ມ ອ້ອມຂ້າງກະຊວງ ສສກ ຈັດກອງປະຊຸມສ່ອງແສງປະຈຳໄຕມາດ...
10/09/2026

ຄະນະບໍລິຫານງານຊາວໜຸ່ມ ກະຊວງ ສສກ ພ້ອມດ້ວຍບັນດາຮາກຖານຊາວໜຸ່ມ ແລະ ໜ່ວຍຊາວໜຸ່ມ ອ້ອມຂ້າງກະຊວງ ສສກ ຈັດກອງປະຊຸມສ່ອງແສງປະຈຳໄຕມາດ 3 ປີ 2026 ທີ່ ຫ້ອງປະຊຸມຄະນະວິທະຍາສາດສິ່ງເເວດລ້ອມ ມຊ, ພາຍໄຕ້ການເປັນປະທານ ຂອງ ສະຫາຍ ປອ. ຈັນທະວົງ ປັນຍາສິລິ ຄະນະເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະພັກກະຊວງ ສສກ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ສສກ.

ຈຸດປະສົງຂອງກອງງປະຊຸມເພື່ອທົບທວນຄືນ ການຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນລະຍະທີ່ຜ່ານມາ ແລະ ວາງແຜນທິດທາງການຈັດຕັ້ງປະຕິບັດວຽກງານ ໃນໄຕມາດສຸດທ້າຍ ຂອງປີ 2026.

ຄະນະບໍລິຫານງານ ຄຊປປລ ກະຊວງສຶກສາທິການ ແລະ ກິລາ ສືບຕໍ່ລົງຮັບອາສາສະຫມັກຊາວຫນຸ່ມຕະລຸມບອນ ພາຍຫລັງສຳເລັດການຈັດຕັ້ງປະຕິບັດໂຄງກາ...
25/08/2026

ຄະນະບໍລິຫານງານ ຄຊປປລ ກະຊວງສຶກສາທິການ ແລະ ກິລາ ສືບຕໍ່ລົງຮັບອາສາສະຫມັກຊາວຫນຸ່ມຕະລຸມບອນ ພາຍຫລັງສຳເລັດການຈັດຕັ້ງປະຕິບັດໂຄງການສອນນັກຮຽນຢູ່ເຂດຫ່າງໄກ ແລະ ນຳນ້ອງຄືນສູ່ໂຮງຮຽນ ຂອງບັນດາໂຮງຮຽນໃນເຂດຈຸມສຸມພັດທະນາຂອງຂະແໜງການສຶກສາ ວິທະຍາສາດ ແລະ ກິລາ ຢູ່ 4 ບ້ານຂອງເມືອງຜາໄຊ ແຂວງຫຼວງຊຽງຂວາງ ເຊິ່ງເປັນແຂວງສຸດທ້າຍທີ່ສຳເລັດວຽກງານອາສາສະຫມັກຕະລຸມບອນ 👏🥰👏 .

🙏 ຂໍສະແດງຄວາມຂອບໃຈ ມາຍັງການຈັດຕັ້ງທຸກຂັ້ນ ແຂວງ ເມືອງ ແລະ ບ້ານ ທັງຫນ່ວຍງານຂອງຊາວໜຸ່ມ ແລະ ຂະແໜງສຶກສາທິການ ແລະ ກິລາ ທີ່ໄດ້ໃຫ້ການຊ່ວຍເຫລືອ ເບິ່ງແຍງ ແລະ ສະຫນັບສະໜູນ ອຳນວຍຄວາມສະດວກ ໃຫ້ການຈັດຕັ້ງປະຕິບັດວຽກງານອາສາສະຫມັກເຮົາ ຕະຫຼອດໄລະຍະເວລາ 1 ເດືອນ ສຳເລັດໄປຢ່າງຈົບງາມ 🙏🥰🙏

ສະຫາຍເລຂາຄະນະບໍລິຫານງານ ຄຊປປລ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ລົງຮັບອາສາສະຫມັກຊາວຫນຸ່ມຕະລຸມບອນ ພາຍຫລັງສຳເລັດການຈັດ...
24/08/2026

ສະຫາຍເລຂາຄະນະບໍລິຫານງານ ຄຊປປລ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ລົງຮັບອາສາສະຫມັກຊາວຫນຸ່ມຕະລຸມບອນ ພາຍຫລັງສຳເລັດການຈັດຕັ້ງປະຕິບັດໂຄງການສອນນັກຮຽນຢູ່ເຂດຫ່າງໄກ ແລະ ນຳນ້ອງຄືນສູ່ໂຮງຮຽນ ຂອງບັນດາໂຮງຮຽນໃນເຂດຈຸມສຸມພັດທະນາຂອງຂະແໜງການສຶກສາ ວິທະຍາສາດ ແລະ ກິລາ ຢູ່ 4 ບ້ານຂອງເມືອງລອງ ແຂວງຫຼວງນໍ້າທາ 👏🥰👏 ພ້ອມກັນນັ້ນ ຍັງໄດ້ລົງພົບປະແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານ ຮ່ວມກັບ ຄະນະບໍລິຫານງານຊາວໜຸ່ມແຂວງຫຼວງນໍ້າທາ ອີກດ້ວຍ.

🙏 ຂໍສະແດງຄວາມຂອບໃຈ ມາຍັງການຈັດຕັ້ງທຸກຂັ້ນ ແຂວງ ເມືອງ ແລະ ບ້ານ ທັງຫນ່ວຍງານຂອງຊາວໜຸ່ມ ແລະ ຂະແໜງສຶກສາທິການ ແລະ ກິລາ ທີ່ໄດ້ໃຫ້ການຊ່ວຍເຫລືອ ເບິ່ງແຍງ ແລະ ສະຫນັບສະໜູນ ອຳນວຍຄວາມສະດວກ ໃຫ້ການຈັດຕັ້ງປະຕິບັດວຽກງານອາສາສະຫມັກເຮົາ ຕະຫຼອດໄລະຍະເວລາ 1 ເດືອນ ສຳເລັດໄປຢ່າງຈົບງາມ 🙏🥰🙏

23/08/2026

ສິນໄຊຍຸກໃໝ່

ຄະນະບໍລິຫານງານ ຄຊປປລ ກະຊວງສຶກສາທິການ ແລະ ກິລາ ສືບຕໍ່ລົງຮັບອາສາສະຫມັກຊາວຫນຸ່ມຕະລຸມບອນ ພາຍຫລັງສຳເລັດການຈັດຕັ້ງປະຕິບັດໂຄງກາ...
22/08/2026

ຄະນະບໍລິຫານງານ ຄຊປປລ ກະຊວງສຶກສາທິການ ແລະ ກິລາ ສືບຕໍ່ລົງຮັບອາສາສະຫມັກຊາວຫນຸ່ມຕະລຸມບອນ ພາຍຫລັງສຳເລັດການຈັດຕັ້ງປະຕິບັດໂຄງການສອນນັກຮຽນຢູ່ເຂດຫ່າງໄກ ແລະ ນຳນ້ອງຄືນສູ່ໂຮງຮຽນ ຂອງບັນດາໂຮງຮຽນໃນເຂດຈຸມສຸມພັດທະນາຂອງຂະແໜງການສຶກສາ ວິທະຍາສາດ ແລະ ກິລາ ຢູ່ 4 ບ້ານຂອງເມືອງປາກອູ ແຂວງຫຼວງພະບາງ 👏🥰👏

🙏 ຂໍສະແດງຄວາມຂອບໃຈ ມາຍັງການຈັດຕັ້ງທຸກຂັ້ນ ແຂວງ ເມືອງ ແລະ ບ້ານ ທັງຫນ່ວຍງານຂອງຊາວໜຸ່ມ ແລະ ຂະແໜງສຶກສາທິການ ແລະ ກິລາ ທີ່ໄດ້ໃຫ້ການຊຸກຍູ້ ຊ່ວຍເຫລືອ ເບິ່ງແຍງ ແລະ ສະຫນັບສະໜູນ ໃຫ້ການຈັດຕັ້ງປະຕິບັດວຽກງານຂອງອາສາສະຫມັກເຮົາ ຕະຫຼອດໄລະຍະເວລາ 1 ເດືອນ ສຳເລັດໄປດ້ວຍດີທຸກປະການ 🙏🥰🙏

20/08/2026
ສຳເລັດການລົງຮັບອາສາສະຫມັກຊາວຫນຸ່ມຕະລຸມບອນ ໂຄງການສອນນັກຮຽນຢູ່ເຂດຫ່າງໄກ ແລະ ນຳນ້ອງຄືນສູ່ໂຮງຮຽນ ຂອງບັນດາໂຮງຮຽນໃນເຂດຈຸມສຸມພັ...
20/08/2026

ສຳເລັດການລົງຮັບອາສາສະຫມັກຊາວຫນຸ່ມຕະລຸມບອນ ໂຄງການສອນນັກຮຽນຢູ່ເຂດຫ່າງໄກ ແລະ ນຳນ້ອງຄືນສູ່ໂຮງຮຽນ ຂອງບັນດາໂຮງຮຽນໃນເຂດຈຸມສຸມພັດທະນາຂອງຂະແໜງການສຶກສາ ວິທະຍາສາດ ແລະ ກິລາ ຢູ່ 4 ບ້ານຂອງເມືອງພິນ ແຂວງສະຫວັນນະເຂດ 👏🥰👏

ຂໍຂອບໃຈນຳການຈັດຕັ້ງທຸກຂັ້ນ ແຂວງ ເມືອງ ແລະ ບ້ານ ທັງຫນ່ວຍງານຂອງຊາວໜຸ່ມ ແລະ ຂະແໜງສຶກສາທິການ ແລະ ກິລາ ໃນແຕ່ລະຂັ້ນ ທີ່ໄດ້ໃຫ້ການຊຸກຍູ້ ຊ່ວຍເຫລືອ ເບິ່ງແຍງ ແລະ ສະຫນັບສະໜູນ ໃຫ້ການຈັດຕັ້ງປະຕິບັດວຽກງານຂອງອາສາສະຫມັກເຮົາ ຕະຫຼອດໄລະຍະເວລາ 1 ເດືອນ ສຳເລັດໄປດ້ວຍດີທຸກປະການ 🙏🥰🙏

ສຳເລັດການລົງຮັບອາສາສະຫມັກຊາວຫນຸ່ມຕະລຸມບອນ ໂຄງການສອນນັກຮຽນຢູ່ເຂດຫ່າງໄກ ແລະ ນຳນ້ອງຄືນສູ່ໂຮງຮຽນ ຂອງບັນດາໂຮງຮຽນໃນເຂດຈຸມສຸມພັ...
19/08/2026

ສຳເລັດການລົງຮັບອາສາສະຫມັກຊາວຫນຸ່ມຕະລຸມບອນ ໂຄງການສອນນັກຮຽນຢູ່ເຂດຫ່າງໄກ ແລະ ນຳນ້ອງຄືນສູ່ໂຮງຮຽນ ຂອງບັນດາໂຮງຮຽນໃນເຂດຈຸມສຸມພັດທະນາຂອງຂະແໜງການສຶກສາ ວິທະຍາສາດ ແລະ ກິລາ ຢູ່ 4 ບ້ານຂອງເມືອງຕະໂອ້ຍ ແຂວງສາລະວັນ 👏🥰👏

ຂໍຂອບໃຈນຳການຈັດຕັ້ງທຸກຂັ້ນ ແຂວງ ເມືອງ ແລະ ບ້ານ ທັງຫນ່ວຍງານຂອງຊາວໜຸ່ມ ແລະ ຂະແໜງສຶກສາທິການ ແລະ ກິລາ ໃນແຕ່ລະຂັ້ນ ທີ່ໄດ້ໃຫ້ການຊຸກຍູ້ ຊ່ວຍເຫລືອ ເບິ່ງແຍງ ແລະ ສະຫນັບສະໜູນ ໃຫ້ການຈັດຕັ້ງປະຕິບັດວຽກງານຂອງອາສາສະຫມັກເຮົາ ຕະຫຼອດໄລະຍະເວລາ 1 ເດືອນ ສຳເລັດໄປດ້ວຍດີທຸກປະການ 🙏🥰🙏

18/08/2026

ສຳເລັດການຈັດຕັ້ງປະຕິບັດໂຄງການ ອາສາສະຫມັກຊາວຫນຸ່ມຕະລຸມບອນ ສອນນັກຮຽນເຂດຫ່າງໄກໃນຍາມພັກແລ້ງ ແລະ ນຳນ້ອງຄືນສູ່ໂຮງຮຽນ ໃນ 4 ບ້ານເປົ້າຫມາຍຂອງ ເມືອງສົບເບົາ ແຂວງຫົວພັນ 👏👏👏

ຂໍຂອບໃຈການຈັດຕັ້ງຂອງແຂວງທຸກຂັ້ນ ທີ່ໄດ້ໃຫ້ການຊຸກຍູ້ ຊ່ວຍເຫລືອ ແລະ ເບິ່ງແຍງອາສາສະຫມັກເປັນຢ່າງດີ ຕະຫລອດໄລຍະເວລາ 1 ເດືອນເຕັມ 🙏🥰🙏

ຫ້ອງການສຶກສາທິການ ແລະ ກິລາ ເມືອງນາກາຍ ຈັດພິທີ ສະຫຼຸບຜົນສໍາເລັດການຈັດຕັ້ງປະຕິບັດ ໂຄງການອາສາສະໝັກຕະລຸມບອນສອນບຳລຸງນັກຮຽນ ຢູ...
17/08/2026

ຫ້ອງການສຶກສາທິການ ແລະ ກິລາ ເມືອງນາກາຍ ຈັດພິທີ ສະຫຼຸບຜົນສໍາເລັດການຈັດຕັ້ງປະຕິບັດ ໂຄງການອາສາສະໝັກຕະລຸມບອນສອນບຳລຸງນັກຮຽນ ຢູ່ເຂດຫ້າງໄກສອກຫຼີກ ຂອງຂະແໜງການສຶກສາທິການ ແລະ ກິລາ ຢູ່ເມືອງນາກາຍ ໃນຫົວຂໍ້ ນຳນ້ອງຄືນສູ້ໂຮງຮຽນໄລຍະພັກແລ້ງ ສົກປີ 2025-2026
______________________________________________
ໃນຕອນເຊົ້າຂອງວັນທີ 14 ສິງຫາ 2026 ທີ່ຫ້ອງການສືກສາທິການ ແລະ ກິລາ ເມືອງນາກາຍ ຈັດພິທີ ສະຫຼຸບຜົນສໍາເລັດການຈັດຕັ້ງປະຕິບັດ ໂຄງການອາສາສະໝັກຕະລຸມບອນສອນບຳລຸງນັກຮຽນ ຢູ່ເຂດຫ້າງໄກສອກຫຼີກ ຂອງຂະແໜງການສຶກສາທິການ ແລະ ກິລາ ຢູ່ເມືອງນາກາຍ ໃນຫົວຂໍ້ ນຳນ້ອງຄືນສູ້ໂຮງຮຽນໄລຍະພັກແລ້ງ ສົກປີ 2025-2026 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ຄໍາຫວ່າງ ກິໄລວັນ ກຳມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳຂົງເຂດວຽກງານວັດທະນະທໍາ-ສັງຄົມ, ທ່ານ ພິຊິດໄຊ ສຸລິນທອນ ຮອງເລຂາຄະນະບໍລິຫານງານຊາວໝຸ່ມກະຊວງສຶກສາທິການ ແລະ ກິລາ, ທ່ານ ສີສົມພອນ ສີຫາລາດ ຮອງຫົວໜ້າພະເເນກສຶກສາທິການ ແລະ ກິລາ ເເຂວງຄໍາມ່ວນ, ບັນດາທ່ານຕ່າງໜ້າຈາກຄະນະຊາວໝຸ່ມຂັ້ນເເຂວງ, ຂັ້ນເມືອງ, ບັນດາທ່ານຫົວໜ້າ, ຄະນະຫ້ອງການອ້ອມຂ້າງເມືອງ,ປະທານຕາ ແສງທ່າໄຜ່ບ້ານ ພ້ອມດ້ວຍນ້ອງໆຊາວໝຸ່ມຕະລຸມບອນອາສາສະໜັກເຂົ້າຮ່ວມຢ່າງພ້ອມພຽງ.
ພ້ອມນັ້ນ ຍັງໄດ້ຈັດພິທີ ມອບໃບຍ້ອງຍໍ ຂັ້ນເມືອງ, ຂັ້ນແຂວງ ແລະ ຂັ້ນກະຊວງ ໃຫ້ບຸກຄົນ ແລະ ການຈັດຕັ້ງ ຜູ້ທີ່ມີຜົນງານດີເດັ່ນ ອາສາສະໝັກຕະລຸມບອນສອນບຳລຸງນັກຮຽນເຂດຫ່າງໄກສອກຫຼີກ ແລະ ນຳນ້ອງຄືນສູ້ໂຮງຮຽນ ຢ່າງສົມກຽດ. ​ໃນຕອນທ້າຍຂອງພິທີທ່ານປະທານຍັງໄດ້ມີຄໍາເຫັນໂອ້ລົມຢ່າງກົງໄປກົງມາຕໍ່ກັບການຈັດຕັ້ງປະຕິບັດການສອນບໍາລຸງນັກຮຽນໃນໂຮງຮຽນເປົ້າໝາຍອາສາສະໜັກຕະລຸມບອນສອນບໍາລຸງນັກຮຽນຢູ່ເຂດຫ່າງໄກສອກຫຼີກຢູ່ຕາ ແສງທ່າໄຜ່ບ້ານ ຂອງເມືອງນາກາຍ ກຸ່ມໂຮງຮຽນປະຖົມ ໃນໄລຍະພັກແລ້ງ ປະຈໍາ ສົກປີ 2025 – 2026 ກໍ່ເພື່ອຢາກໃຫ້ນ້ອງນັກຮຽນໄດ້ມີຄວາມຮູ້ຄວາມສາມາດໃນການອ່ານອອກ ແລະ ຂຽນໄດ້ ລວມໄປເຖິງການຕິດຕາມຊຸກຍູ້ໃຫ້ບັນດາໂຮງທີ່ຫ່າງໄກຊອກຫຼີກໃນທົ່ວເມືອງນາກາຍ ໄດ້ເຂົ້າເຖິງໂຄງການດັ່ງກ່າວຢ່າງທົ່ວເຖິງ.

ພາບ-ຂ່າວ: ໃໜ່ສະກຸນ 9922616

Address

Vientiane

Website

Alerts

Be the first to know and let us send you an email when MOES Youth Union - ຄຊປປລ ກະຊວງສຶກສາທິການ ແລະ ກິລາ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share