19/01/2025
ເລື່ອງມີຢູ່ວ່າ...
• ອາທິດກ່ອນຫລັງຈາກປິດເທີມແບບບໍ່ທາງການໄດ້2-3ມື້ ກັບເອື້ອຍຣູມເມດພາກັນໄປກິນເຂົ້າແຖວຫລັງໂຮງຮຽນ ປົກກະຕິຖະຫນົນເສັ້ນນີ້ຊີຄືກຄັກແຮງ ເພາະມີຮ້ານອາຫານຫລາຍໆ
ເພາະເປັນທີ່ຢູ່ອາໄສຂອງຄົນຈີນຂະເຈົ້າແທ້ໆ ບໍ່ແມ່ນໂຊນການຄ້າ ຖ້າຍັງຈື່ເລື່ອງສານເຈົ້າຫລັງໂຮງຮຽນ ກະຊິຢູ່ຖະຫນົນເສັ້ນດຽວກັນນີ້ແຫລະ~
• ຖະຫນົນເສັ້ນນີ້ຊິພິເສດບ່ອນວ່າຢູ່ໃກ້ກັບໂຊນຫໍພັກນັກຮຽນ,,ອອກທາງປະຕູ北门ກະແມ່ນເສັ້ນນີ້ເລີຍ,, ມີຮ້ານອາຫານລາຄາຖືກຫລາຍຍຍຍຍຍ ແຖມແຊບ,, ມີຊຸບເປີ້ ຂົນສົ່ງ ຮ້ານເບີເກີ້ ຮ້ານຫຍິບເກີບ ຮ້ານຂາຍເຄື່ອງຈຸກຈິກ ໆລໆ (ຄິດພາບຄ້າຍໆແຖວຊັງຈ້ຽງບ້ານເຮົາ)
ເຮືອນກະຊິຄ້າຍກັບບ້ານຄົນຈີນຢູ່ລາວເລີຍ ຄືຈະເປັນບ້ານປູນເປືອຍ ມີປ່ອງເຫລັກລຽງກັນ 2-3ປ່ອງ ສ່ວນໃຫ່ຍຈະເປັນບ້ານສອງຊັ້ນ, ຊັ້ນເທິງເປັນບ່ອນນອນ, ສ່ວນຊັ້ນລຸ່ມຂາຍເຄື່ອງ.
• ຄົນມາກິນເຂົ້າຢູ່ນີ້ບໍ່ໄດ້ມີແຕ່ນັກຮຽນ, ພວກພະນັກງານ ຜູ້ໃຊ້ແຮງງານອື່ນໆ ກະມາກິນຢູ່ນີ້ຄືກັນ ກະຄືທີ່ເວົ້າໄປ ລາຄາຖືກ ໄດ້ຫລາຍ ເຮັດໄວ ເຫມາະກັບພວກເຮັດວຽກແຂ່ງກັບເວລາ ລະກະນັກຮຽນຜູ້ມີກຳລັງຈ່າຍຈຳກັດ.
• ຕໍ່...ຕອນແລກຕັ້ງໃຈຊິໄປກິນຕຸນຊີ້ນງົວ ສະຫລຸບ ຮ້ານປິດ! ກະເລີຍພາກັນຢ່າງເລາະຫາຮ້ານເປີດແຖວນັ້ນ,,,ປະກົດວ່າຮ້ານອາຫານປິດ ໄປຫລາຍຮ້ານເລີຍ ຈາກທີ່ມີ20-30ຮ້ານ ຍັງເປີດຢູ່ບໍ່ຮອດ10ຮ້ານ.
ຢ່າງໄປຢ່າງມາ ມາສະດຸດຕາຮ້ານນີ້ ກະເລີຍພາກັນລອງເຂົ້າມາເບິ່ງ. ສະຫລຸບກະພາກັນກິນຢູ່ຮ້ານນີ້ ອັນນີ້ສັ່ງ河粉汤ໄປ, ສ່ວນເອື້ອຍລາວສັ່ງ蛋炒饭(ຂົ້ວເຂົ້າພັດໃສ່ໄຂ່).
- ຊິເວົ້າຄວາມຈິດຂອງໂຕເອງ ເວລາລອງອາຫານໃຫມ່ໆ ຫລື ຮ້ານອາຫານໃຫມ່ ມັກຈະສັ່ງເມນູທີ່ໂຕເອງຄຸ້ນເຄີຍກ່ອນສະເໝີ ເພາະເປັນຄົນທີ່ຂ້ອນຂ້າງຈິງຈັງກັບເລື່ອງກິນ ຄັ້ນມື້ໃດເປີດມື້ດ້ວຍອາຫານບໍ່ແຊບ ຊິເຮັດໃຫ້ບໍ່ຢາກກິນເຂົ້າຫມົດມື້ເລີຍ ແລະ ແມ່ນແລ້ວເມນູເຊບໂຊນກະຄື河粉汤. ເສັ້ນມັນຄ້າຍໆເສັ້ນເຝີບ້ານເຮົາ ນ້ຳຊຸບກະຄ້າຍ ໂດຍສ່ວນໃຫ່ຍບໍ່ຄ່ອຍມີຮ້ານໃດເຮັດບໍ່ແຊບ ກະເລີຍເປັນອາຫານເຊບໂຊນຂອງຂ້ອຍ
ສະຫລຸບຕອນໄດ້ອາຫານຄືຕົກໃຈໃນຄວາມຫລາຍຂອງເສັ້ນກັບຊີ້ນ ໄດ້ຫລາຍແບບຫລາຍແຮງ!! ລະຖ້ວຍ13¥ OMG 😱 ຢາກຖາມປ້າລາວວ່າຂາຍເອົາມ່ວນຫລືແນວໃດ 555555
ໂດຍລວມຄືໂອເຄ ແອບຈາງ ແຕ່ມີເຄື່ອງປຸງໃຫ້...ປ້າລາວຊ່າງລົມ ຖາມຫັ້ນຖາມນີ້ ພໍຮູ້ວ່າເປັນຄົນຕ່າງປະເທດກະຍ້ອງບໍ່ເຊົາເລີຍວ່າພາສາຈີນດີ ທັງທີເວົ້າແຕ່ 谢谢 ກັບ 对对 55555 ບາງອັນບໍ່ເຂົ້າໃຈກະ 对对ໄປກ່ອນ. ຢູ່ໆກະກາຍເປັນຄົນພາສາຈີນດີໄປເລີຍ 55555
❗️ເອີໆແລ້ວປ້າກະຖາມວ່າມີແຟນລະຫວາ? ບໍ່ສົນໃຈມາແຕ່ງງານກັບຄົນຈີນບໍ? ຢູ່ຈີນຂາດຜູ້ຍິງໃດ໋ ເພິ່ນວ່າ. ເຮົາກະເລີຍຢອກລາວໄປວ່າຊອກກ່ອນເດີ້ ຈັກເຂົາຊິເອົາຢູ່ບໍ້! ແຮງວ່າຂ້ອຍກິນຫລາຍແນ່ ຢ້ານເຂົາລ້ຽງບໍ່ຫລ້ອນ. ລາວວ່າໄດ້ໆ ມາໂລດ ຄັ້ນເຈົ້າບໍ່ມີສະເປັກສູງຫລາຍ🤣 ກະເລີຍຕອບລາວໄປວ່າ ແລ້ວປ້າມີລູກຊາຍບໍ່ 5555. ລາວຫົວຂຶ້ນກ້າກໆ😜ລະກະໄປເວົ້າເລື່ອງອື່ນເລີຍ....(ເອົ້າ...ແປວ່າຫຍັງສູ!! ຊ່ວຍດ້ວຍຍ555)
#ມີຫຍັງຊິເລົ່າ #ຝູຈ້ຽນ #ພາສາຈີນ #ເລົ່າເລື່ອງ