01/07/2025
SPD ຫລື Sensory Processing Disorder ແມ່ນຫຍັງ?
SPD ແມ່ນຄວາມຜິດປົກກະຕິທາງລະບົບປະສາດ ທີ່ສະໝອງມີຄວາມຫຍຸ້ງຍາກໃນການຈັດລະບຽບ ແລະ ຕອບສະໜອງຕໍ່ຂໍ້ມູນທາງຄວາມຮູ້ສຶກຢ່າງເໝາະສົມ.
ດັກນ້ອຍທີ່ມີ SPD ອາດຈະກາຍເປັນຄົນທີ່ຮູ້ສຶກໄວເກີນໄປ: ໂດຍຈະມີຄວາມຮູ້ສຶກທີ່ຮຸນແຮງກວ່າຄົນອື່ນ ແລະ ມີແນວໂນ້ມທີ່ຈະຫຼີກລ່ຽງຄວາມຮູ້ສຶກນັ້ນ (ຜູ້ຫຼີກລ່ຽງຄວາມຮູ້ສຶກ). ຫລື ອາດຈະກາຍເປັນຄົນທີ່ຮູ້ສຶກຊ້າເກີນໄປ: ໂດຍຈະມີຄວາມຮູ້ສຶກທີ່ບໍ່ຮຸນແຮງເທົ່າຄົນອື່ນ ແລະ ມີແນວໂນ້ມທີ່ຈະສະແຫວງຫາຄວາມຮູ້ສຶກນັ້ນ (ຜູ້ສະແຫວງຫາຄວາມຮູ້ສຶກ).
ຕົວຢ່າງອາການຂອງ Sensory Avoider (Hypersensitive) (ຮູ້ສຶກໄວເກີນໄປ)
- ບໍ່ມັກໃຫ້ມືເປື້ອນ
- ຈົ່ມກ່ຽວກັບກິ່ນທີ່ຄົນອື່ນບໍ່ໄດ້ກີ່ນ
- ບໍ່ມັກຖູແຂ້ວ
- ຫຼີກລ່ຽງຫ້ອງທີ່ມີແສງສະຫວ່າງຈ້າ
- ຫຼີກລ່ຽງເຄື່ອງຫຼິ້ນ/ກິດຈະກຳທີ່ສຽງດັງ
- ບໍ່ຍອມຫຼິ້ນຊິງຊ້າ ຫຼື ສະໄລເດີ
- ຫຼີກລ່ຽງການຫຼິ້ນແບບສຳຜັດຕົວ
- ຕອບສະໜອງຫຼາຍເກີນໄປຕໍ່ສັນຍານພາຍໃນ, ເຮັດໃຫ້ມີການຕອບສະໜອງທາງອາລົມທີ່ຮຸນແຮງຂຶ້ນ
ຕົວຢ່າງອາການຂອງ Sensory Seeker (Hyposensitive) (ຮູ້ສຶກຊ້າເກີນໄປ)
- ບໍ່ຮູ້ສຶກໂຕເມື່ອນໍ້າມູກໄຫຼ
- ສຳຫຼວດສິ່ງຂອງທີ່ບໍ່ແມ່ນອາຫານໂດຍການດົມກິ່ນ
- ມັກອາຫານເຜັດ ແລະ ລົດຊາດຈັດຈ້ານ
- ມັກພາບທີ່ມີລວດລາຍ, ແສງ ຫຼື ສີສັນ.
- ມັກສະພາບແວດລ້ອມທີ່ມີສຽງດັງ
- ສະແຫວງຫາການເຄື່ອນໄຫວເຊັ່ນ: ການໂດດ ຫຼື ການເຕັ້ນ.
- ມັກຕຳໃສ່ຄົນ ຫຼື ສິ່ງຂອງ
- ອາດຈະບໍ່ຮູ້ສຶກຫິວ ຫຼື ອີ່ມ.