22/04/2026
[𝐄𝐧𝐠𝐥𝐢𝐬𝐡 𝐁𝐞𝐥𝐨𝐰]
ວັນຄຸ້ມຄອງໂລກ (22 ເມສາ) 🌍 Earth Day 🌱
ຄຳຂວັນປະຈຳປີ 2026 ມາໃນຫົວຂໍ້ (Our Power, Our Planet) ເຊິ່ງມີຄວາມໝາຍວ່າ ພະລັງເເຮງຂອງເຮົາ, ພະລັງແຮງຂອງໂລກ 💚
ຫົວຂໍ້ນີ້ເນັ້ນໜັກເຖິງຄວາມສຳຄັນຂອງການລົງມືຮ່ວມກັນ ແລະ ບົດບາດຂອງແຕ່ລະບຸກຄົນໃນການປົກປັກຮັກສາສິ່ງແວດລ້ອມ, ໂດຍສຸມໃສ່ເປົ້າໝາຍສະເພາະ:
✏️ກຳລັງເເຮງຂອງທຸກຄົນ: ເໜັ້ນໜັກໃຫ້ເຫັນວ່າຄວາມກ້າວໜ້າດ້ານສິ່ງແວດລ້ອມບໍ່ໄດ້ຂຶ້ນກັບບຸກຄົນ ຫຼື ອົງກອນໃດໜຶ່ງ ແຕ່ຂຶ້ນກັບຄວາມພະຍາຍາມຮ່ວມກັນຂອງຊຸມຊົນ, ບັນດາຫົວໜ່ວຍທຸລະກິດ ແລະ ລັດຖະບານໃນທົ່ວໂລກ.
🩵ການຫັນປ່ຽນເປັນພະລັງງານສະອາດ: ຮຽກຮ້ອງໃຫ້ມີການຫັນປ່ຽນໄປສູ່ພະລັງງານທົດແທນທີ່ເລັ່ງລັດ, ໂດຍມີເປົ້າໝາຍສະເພາະໃນການເພີ່ມການຜະລິດໄຟຟ້າທີ່ສະອາດທົ່ວໂລກເປັນສາມເທົ່າພາຍໃນປີ 2030.
🤚🏻ການກະທຳໂດຍກົງ: ປ່ຽນຈາກຄຳໝັ້ນສັນຍາໄປສູ່ການກະທຳຕົວຈິງໃນທ້ອງຖິ່ນເພື່ອປົກປ້ອງລະບົບນິເວດ ແລະ ຕອບສະໜອງຕໍ່ການປ່ຽນແປງຂອງດິນຟ້າອາກາດ.
🌱ການປົກປັກຮັກສາອະນາຄົດ: ເນັ້ນໜັກວ່າການປົກປ້ອງສິ່ງແວດລ້ອມໝາຍເຖິງການປົກປັກຮັກສາສຸຂະພາບຂອງປະຊາຊົນ, ຮັບປະກັນສະຖຽນລະພາບທາງເສດຖະກິດ, ແລະ ຮັບປະກັນຄວາມຢືດຢຸ່ນຕໍ່ກັບໄພພິບັດທາງທຳມະຊາດ.
🌏This message emphasizes the importance of collective action and the role of each individual in protecting the environment, focusing on specific goals:
Collective Power: Affirming that environmental progress does not depend on any single individual or organization but on the joint efforts of communities, businesses, and governments worldwide.
Clean Energy Transition: Calling for accelerated transition to renewable energy, with the specific goal of tripling global clean electricity production by 2030.
Direct Action: Shifting from commitments to practical local actions to protect ecosystems and respond to climate change.
Protecting the Future: Emphasizing that environmental protection is about protecting public health, economic stability, and ensuring resilience to natural disasters.
https://www.earthday.org/decoding-earth-day-2026-our-power-our-planet/
#ສູນສຶກສາອະນຸລັກຮັກໂລກ #ອີເຊັນລາວ