11/09/2026
ແບບການນຸ່ງຖືຂອງນັກຮຽນທຸກຊັ້ນຮຽນ ເພື່ອຄວາມເປັນລະບຽບຮຽບຮ້ອຍ, ຄວາມເປັນເອກະພາບ ແລະ ຮັກສາຮູບແບບວັດທະນະທຳອັນດີງາມ.
ຂໍຄວາມຮ່ວມມືຈາກທ່ານຜູ້ປົກຄອງ ແລະ ນັກຮຽນທຸກຄົນ ຕິດຕາມ, ກວດກາ ແລະ ປະຕິບັດຕາມຮູບແບບການນຸ່ງຖືຂອງລູກທ່ານກ່ອນອອກຈາກບ້ານເຊັ່ນ: ຊົງຜົມ, ການຕິດປ້າຍຊື່, ໂລໂກ້, ສາຍແອວ, ໂສ້ງ-ເສື້ອ-ສິ້ນ, ສາຍຫັດແອວ, ເກີບ ແລະ ອຸປະກອນປະກອບຕ່າງໆ ໃຫ້ຖືກຕ້ອງຕາມລະບຽບການຂອງໂຮງຮຽນຢ່າງເຂັ້ມງວດ.
ຄວາມເປັນລະບຽບຮຽບຮ້ອຍ ແລະ ມີວິໄນຂອງນັກຮຽນ ເປັນພື້ນຖານສຳຄັນໃນການພັດທະນາການຮຽນ-ການສອນ.
ໂຮງຮຽນ ວັນໃໝ່ ຂໍຂອບໃຈມາຍັງທ່ານຜູ້ປົກຄອງທຸກທ່ານ ທີ່ໃຫ້ຄວາມຮ່ວມມື ແລະ ຊ່ວຍສອດສ່ອງເບິ່ງແຍງນັກຮຽນດ້ວຍດີສະເໝີມາ.
----------
🏢ໂຮງຮຽນ ອະນຸບານ-ປະຖົມ-ມັດທະຍົມສົມບູນ ວັນໃໝ່
📍ທີ່ຕັ້ງ: ບ້ານ ດອນໜູນ, ຮ່ອມ 11, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ
📲ສອບຖາມຂໍ້ມູນໂທ ຫຼື ທັກແຊັດ WhatsApp: 02055886243
#ໂຮງຮຽນວັນໃໝ່ #ລະບຽບການນຸ່ງຖື #ແບບການນຸ່ງຖືຂອງນັກຮຽນ #ຂ່າວປະຊາສຳພັນ