Econoxlaos

Econoxlaos

Share

We work to improve the stage of the natural environment & community sustainable development in Laos

Photos from Econoxlaos's post 27/04/2026

[ຂໍ້ຄວາມຈາກ ໂທໂມະ]
ໃນໄລຍະ 6 ເດືອນທີ່ຜ່ານມາ, ຂ້ອຍໄດ້ມີໂອກາດເຮັດວຽກຮ່ວມກັບ Econox Laos ແລະ ໄດ້ໄປຢ້ຽມຢາມຫຼາຍສະຖານທີ່, ເຮັດໃຫ້ຂ້ອຍໄດ້ຮຽນຮູ້ຫຼາຍຢ່າງຈາກການປະຕິບັດງານຕົວຈິງ ແລະ ມຸມມອງຂອງຄົນທ້ອງຖິ່ນ.

ຂ້ອຍຂໍຂອບໃຈຢ່າງຈິງໃຈຕໍ່ທຸກໆທ່ານທີ່ໃຫ້ການສະໜັບສະໜູນ ແລະ ແບ່ງປັນເວລາ ພ້ອມທັງຄວາມຮູ້ອັນລ້ຳຄ່າ.
ຜ່ານປະສົບການນີ້, ຂ້ອຍໄດ້ຮຽນຮູ້ເຖິງຄວາມສຳຄັນຂອງການລິເລີ່ມ ແລະ ລົງມືເຮັດດ້ວຍຕົນເອງ, ການພັດທະນາຮູບແບບການນຳພາຂອງຕົນເອງ, ຕະຫຼອດຮອດຄວາມທ້າທາຍ ແລະ ຄວາມສຳຄັນໃນການສ້າງຄວາມສົມດຸນລະຫວ່າງທຸລະກິດ ແລະ ຜົນກະທົບຕໍ່ສັງຄົມ.
ຂ້ອຍຈະນຳເອົາສິ່ງທີ່ໄດ້ຮຽນຮູ້ທັງໝົດນີ້ໄປປະຍຸກໃຊ້ໃນຂົງເຂດວຽກງານອື່ນໆໃນອະນາຄົດ.

ຂ້ອຍຮັກປະເທດລາວ ແລະ ຮັກທຸກຄົນທີ່ໄດ້ພົບພໍ້. ຂອບໃຈຫຼາຍໆ.
-----------------------
[Message from Tomo]
Over the past 6 months, I have had the opportunity to work with Econox Laos and visit many sites, where I learned a great deal from real operations and local perspectives.

I am sincerely grateful to everyone who supported me and shared their time and knowledge.

Through this experience, I learned the importance of taking initiative, developing my own leadership style, and understanding both the challenges and significance of balancing business and social impact.
I will carry these learnings forward and apply them in a different field as we advance.

I truly love Laos and all the people I have had the chance to meet. Thank you very much.
-----------------------
[Tomo より]
この6か月間、Econox Laosでの活動を通じて、多くの現場を訪問し、実際の取り組みや現地の視点から多くの学びを得ることができました。
ご支援いただいた皆さま、貴重な時間と知識を共有してくださった皆さまに、心より感謝申し上げます。

この経験を通じて、主体的に動くこと、自分なりのリーダーシップを発揮すること、そしてビジネスと社会的インパクトの両立の難しさと重要性を学びました。
これらの学びを、今後は異なる領域でも発揮していきたいと思います。

ラオス、そして出会った皆さんのことが本当に大好きです。ありがとうございました。

Photos from Econoxlaos's post 25/04/2026

ພວກເຮົາມີຈອກໃຊ້ຊໍ້າທີ່ສາມາດໃຫ້ໃຊ້ຟຣີ ແລະ ໃຫ້ເຊົ່າໄດ້ຢູ່ໃນງານ “ເສດເຫຼືອບໍ່ເສດເຫຼືອ” ຂອງກຸ່ມ Precious Plastic Vientiane ທີ່ ໂຮງຮຽນນານາຊາດປັນຍາທິບ ວິທະຍາເຂດປະຖົມ.

ມາຮ່ວມຫຼາຍໆເດີ ສະຫນັບສະຫນູນກິດຈະກຳດີດີຂອງໄວຫນຸ່ມລາວກັນ!

We provide reusable cups for a free use and for renting today at Precious Plastic Vientiane’s Waste To No Waste event at Panyathip Primary School Campus.

Come support such an amazing initiative from Lao youth 🫶

Plastic Free Laos

Photos from Econoxlaos's post 24/04/2026

ຊື່ພວກເຮົາຈາກພາບຖ່າຍອາກາດ!
ທຳມະຊາດມະຫັດສະຈັນສະເໝີ 🤍 ສຸກສັນວັນສຸກທຸກຄົນ.

Our name from outer space!
Nature is always a wonder 🤍 happy Friday, everyone.

23/04/2026

[ຊຽງແສນ, ປະເທດໄທ, ເມສາ 2026] – ບົດລາຍງານຫຼ້າສຸດຈາກກົມຄວບຄຸມມົນລະພິດຂອງລັດຖະບານປະເທດໄທ ແລະ ມະຫາວິທະຍາໄລແມ່ຟ້າຫຼວງ ໄດ້ເປີດເຜີຍໃຫ້ເຫັນເຖິງສະພາວະການປົນເປື້ອນຂອງສານໜູ ຫຼື ສານອາຊີນີກ (Arsenic) ໃນແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ ເຊັ່ນ: ແມ່ນ້ຳກົກ, ແມ່ນ້ຳສາຍ ແລະ ແມ່ນ້ຳຮວກ ທີ່ເພີ່ມສູງຂຶ້ນຢ່າງໜ້າເປັນຫ່ວງ ເຊິ່ງມີລະດັບສູງກວ່າຄ່າຄວາມປອດໄພເຖິງ 10 ເທົ່າໃນບາງຈຸດ.

🧪ຈາກການເກັບຕົວຢ່າງຕະກອນໃນແມ່ນ້ຳຂອງຂອງສະຖາບັນດັ່ງກ່າວໃນ ບໍລິເວນສາມຫຼ່ຽມຄຳ ແລະ ເມືອງຊຽງແສນ ໃນໄລຍະເດືອນມີນາ ຫາ ເມສາ 2026, ພົບວ່າລະດັບສານໜູໃນຕະກອນດິນມີຄ່າສູງລະຫວ່າງ 73 ຫາ 296 ມິນລີກຣາມ/ກິໂລກຣາມ (mg/kg). ຕົວເລກນີ້ຖືວ່າເກີນຄ່າຄວາມປອດໄພ (33 mg/kg) ຫຼາຍເທົ່າ.

⛏️ ຜູ້ຊ່ຽວຊານດ້ານສິ່ງແວດລ້ອມລະບຸວ່າ ສາເຫດຫຼັກມາຈາກ ການຂະຫຍາຍຕົວຂອງການຂຸດຄົ້ນບໍ່ແຮ່ ໂດຍສະເພາະແມ່ນແຮ່ຫາຍາກ ຫຼື Rare Earth ແລະ ຄຳ ຢູ່ບໍລິເວນລັດສານ ປະເທດມຽນມາ, ເຊິ່ງມີການປ່ອຍນ້ຳເປື້ອນ ແລະ ສານເຄມີລົງສູ່ແມ່ນ້ຳສາຂາ ກ່ອນຈະໄຫຼລົງສູ່ແມ່ນ້ຳຂອງ.

💀 ຜົນກະທົບຕໍ່ສຸຂະພາບ ແລະ ລະບົບນິເວດແມ່ນເປັນສິ່ງທີ່ໜ້າເປັນຫ່ວງ. ການສຶກສາຂອງມະຫາວິທະຍາໄລແມ່ຟ້າຫຼວງ ໄດ້ຊີ້ໃຫ້ເຫັນຜົນກະທົບທີ່ຈະສົ່ງຜົນຕໍ່ມະນຸດ. ສານໜູທີ່ຕົກຄ້າງໃນຕະກອນດິນຈະເຂົ້າສູ່ລະບົບຕ່ອງໂສ້ອາຫານໂດຍຜ່ານສັດນ້ຳທີ່ຫາກິນຕາມໜ້າດິນ ເຊັ່ນ: ກຸ້ງ, ຫອຍ ແລະ ປາບາງຊະນິດ. ການເກັບຂໍ້ມູນໃນເດັກນ້ອຍເຫັນວ່າພົບປະລິມານສານໜູໃນນ້ຳຍ່ຽວຂອງເດັກນ້ອຍໃນເຂດລຸ່ມແມ່ນ້ຳກົກ ສະເລ່ຍຢູ່ທີ່ 40.24 ໄມໂຄຣກຣາມ/ລິດ (µg/L). ນອກນີ້, ການກວດເລັບຂອງປະຊາຊົນໃນພື້ນທີ່ພົບວ່າ 17.8% ມີການສະສົມສານໜູເກີນມາດຕະຖານເຝົ້າລະວັງ.

🐟ຄະນະກຳມາທິການແມ່ນ້ຳຂອງ (MRC) ໄດ້ຍົກລະດັບການຕິດຕາມຄຸນນະພາບນ້ຳເປັນ "ກໍລະນີຮີບດ່ວນ" ແລະ ຮຽກຮ້ອງໃຫ້ມີການຮ່ວມມືລະຫວ່າງປະເທດຂ້າມພົມແດນເພື່ອແກ້ໄຂບັນຫາຈາກຕົ້ນທາງ. ໃນຂະນະດຽວກັນ, ນັກວິໄຈໄດ້ແນະນຳໃຫ້ປະຊາຊົນ:

- ຫຼີກເວັ້ນການບໍລິໂພກສັດນ້ຳປະເພດທີ່ຢູ່ຕາມໜ້າດິນ (ຫອຍ, ກຸ້ງ) ໃນເຂດທີ່ມີຄວາມສ່ຽງ.
- ປຸງແຕ່ງອາຫານໃຫ້ສຸກດີ ແລະ ຫຼີກເວັ້ນການກິນເຄື່ອງໃນປາ ເຊິ່ງເປັນບ່ອນສະສົມຂອງສານພິດ.
- ນຳໃຊ້ລະບົບຕອງນ້ຳທີ່ມີປະສິດທິພາບ (ເຊັ່ນ: ການໃຊ້ຖ່ານ Biochar) ເຊິ່ງສາມາດກັ່ນກອງສານໜູອອກໄດ້ເຖິງ 96%.

22/04/2026

🔥ໃນທຸກໆຕົ້ນປີ, ທ້ອງຟ້າຂອງ ສປປ ລາວ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ມັກຈະຖືກປົກຫຸ້ມດ້ວຍໝອກຄວັນໜາ. ພາບທີ່ພວກເຮົາຄຸ້ນເຄີຍຄືການກ່າວໂທດຊາວກະສິກອນໃນທ້ອງຖິ່ນທີ່ຖາກຖາງຈູດປ່າ. ແຕ່ຫາກພວກເຮົາເບິ່ງໃຫ້ເລິກຂຶ້ນ, ຈະພົບວ່າການຜະລິດສ່ວນໃຫຍ່ບໍ່ໄດ້ເກີດຂຶ້ນເພື່ອການກຸ້ມຕົນເອງເທົ່ານັ້ນ, ແຕ່ແມ່ນການປູກພືດອຸດສາຫະກຳ ແລະ ອາຫານສັດ ເພື່ອປ້ອນເຂົ້າສູ່ ຕ່ອງໂສ້ການຜະລິດຂອງບໍລິສັດຍັກໃຫຍ່. ດັ່ງນັ້ນ, ການແກ້ບັນຫາຝຸ່ນພຽງແຕ່ກັບຄົນທ້ອງຖິ່ນຈຶ່ງບໍ່ພຽງພໍ, ແຕ່ມັນຮຽກຮ້ອງໃຫ້ ຍັກໃຫຍ່ທາງທຸລະກິດຕ່າງໆ ຕ້ອງມີຄວາມຮັບຜິດຊອບຢ່າງຈິງຈັງ.

🔥ຈາກສະຖິຕິໃນພາກພື້ນອາຊີ, ພື້ນທີ່ສຳປະທານ ແລະ ຕ່ອງໂສ້ການຜະລິດພືດເສດຖະກິດ ເຊັ່ນ: ນ້ຳມັນປາມ, ໄມ້ເສດຖະກິດ ແລະ ສາລີທີ່ເປັນອາຫານສັດ ແມ່ນຖືກຄຸ້ມຄອງໂດຍກຸ່ມນາຍທຶນໃຫຍ່. ໃນອິນໂດເນເຊຍ, ບໍລິສັດເອກະຊົນຄອບຄອງເນື້ອທີ່ປູກນ້ຳມັນປາມຫຼາຍກວ່າ 50% ຂອງທັງປະເທດ. ສ່ວນໃນເຂດລຸ່ມນ້ຳຂອງ, ເຖິງວ່າຊາວກະສິກອນຈະເປັນຜູ້ລົງມືປູກສາລີເທິງພູ, ແຕ່ຜູ້ທີ່ກຳນົດລາຄາ, ແນວພັນ ແລະ ເປັນຜູ້ຮັບຊື້ຫຼັກ ແມ່ນບໍລິສັດອຸດສາຫະກຳອາຫານສັດ. ນີ້ຄືເຫດຜົນທີ່ວ່າເປັນຫຍັງບໍລິສັດເຫຼົ່ານີ້ຈຶ່ງຖື ກຸນແຈສຳຄັນໃນການຢຸດຢັ້ງຄວັນໄຟ.

🔥ຕົວຢ່າງທີ່ເປັນຮູບປະທຳໃນປີ 2026 ນີ້ ແມ່ນໂຄງການ "Partner to Green" ຂອງກຸ່ມບໍລິສັດ CP ໃນປະເທດໄທ ແລະ ປະເທດເພື່ອນບ້ານ. ບໍລິສັດໄດ້ນຳໃຊ້ເຕັກໂນໂລຊີດາວທຽມຕິດຕາມແປງປູກສາລີຂອງຜູ້ສະໜອງ (Suppliers) ແບບ 100%. ຫາກດາວທຽມກວດພົບການຈູດໃນພື້ນທີ່ໃດ, ບໍລິສັດຈະຢຸດຮັບຊື້ຜົນຜະລິດຈາກແປງນັ້ນທັນທີ. ນີ້ຄືການໃຊ້ ອຳນາດທາງການຄ້າເພື່ອບີບບັງຄັບໃຫ້ເກີດການປ່ຽນແປງ. ນອກຈາກນີ້, ຍັກໃຫຍ່ລະດັບໂລກຢ່າງ Nestlé ກໍໄດ້ຍົກລະດັບການເຮັດວຽກຜ່ານ ກະສິກຳຟື້ນຟູ (Regenerative Agriculture), ໂດຍການໃຫ້ເງິນອຸດໜູນ ແລະ ເຕັກນິກແກ່ຊາວກະສິກອນເພື່ອປົກຄຸມໜ້າດິນ ແລະ ຈັດການເສດພືດໂດຍບໍ່ໃຊ້ໄຟ, ເຊິ່ງຊ່ວຍຫຼຸດຜ່ອນທັງຝຸ່ນລະອອງ ແລະ ການປ່ອຍກາກບອນໄປພ້ອມໆກັນ.

🔥ການແກ້ໄຂບັນຫາໝອກຄວັນທີ່ຍືນຍົງ ຈະເກີດຂຶ້ນໄດ້ກໍຕໍ່ເມື່ອບໍລິສັດໃຫຍ່ປ່ຽນຈາກການເປັນ ຜູ້ຊື້ມາເປັນຜູ້ຮ່ວມຮັບຜິດຊອບ. ພວກເຂົາຕ້ອງລົງທຶນໃນລະບົບກວດສອບຍ້ອນກັບ (Traceability) ທີ່ໂປ່ງໃສ ແລະ ສະໜັບສະໜູນເຄື່ອງຈັກໃນການບົດເສດພືດໃຫ້ແກ່ຊຸມຊົນທີ່ຂາດເຂີນທຶນຮອນ. ຫາກບໍລິສັດຍັງຄົງຕັກຕວງເອົາຜົນກຳໄລ ແລ້ວປ່ອຍໃຫ້ຜົນກະທົບທາງສິ່ງແວດລ້ອມຕົກເປັນຂອງສັງຄົມ, ບັນຫາ PM2.5 ກໍຈະຍັງຄົງຢູ່ກັບພວກເຮົາຕະຫຼອດໄປ.

Photos from Econoxlaos's post 21/04/2026

⛰️ ສືບຕໍ່ສ້າງພະລັງໄວໜຸ່ມຕົວແບບດ້ານສິ່ງແວດລ້ອມ ທີ່ແຂວງຫົວພັນ! 🌍

ສະຫຼຸບລວມກິດຈະກຳ 3 ມື້ເຕັມ (30 ມີນາ - 1 ເມສາ 2026) ກັບການຝຶກອົບຮົມ "ໄວໜຸ່ມຕົວແບບດ້ານການຮັບມືກັບການປ່ຽນແປງດິນຟ້າອາກາດຂັ້ນບ້ານ" (CYA) ຈາກແຂວງຫົວພັນ ແລະ ແຂວງຊຽງຂວາງ ພາຍໃຕ້ການສະໜັບສະໜູນຈາກ Helvetas (ໂຄງການ LURAS).

ຜ່ານຂະບວນການມີສ່ວນຮ່ວມ (Participatory Rural Appraisal - PRA), ນ້ອງໆໄດ້ຮຽນຮູ້ທັກສະທີ່ສຳຄັນໃນ 3 ມື້:

🔹ມື້ທີ 1: ເລົ່າເລື່ອງ Climate Change ຜ່ານຮູບພາບ, ເຝິກທັກສະການເວົ້າໃນທີ່ສາທາລະນະ.
🔹ມື້ທີ 2: ເຝິກວິເຄາະບັນຫາດ້ວຍ "ຕົ້ນໄມ້ບັນຫາ" (Problem Tree Analysis), ການເຮັດແຜນທີ່ຊຸມຊົນ ແລະ ການຄິດແບບມີວິຈານະຍານ.
🔹ມື້ທີ 3: ຮຽນຮູ້ທັກສະການນຳສະເໜີ (Pitching), ການຂຽນຮ່າງຂໍ້ສະເໜີໂຄງການ ແລະ ວາງແຜນກິດຈະກຳສຳລັບຊຸມຊົນຂອງຕົນເອງ.

🌟 ບົດບາດ ແລະ ໜ້າທີ່ຫຼັກຂອງ CYA:
1. ຍົກລະດັບຄວາມຮູ້ ແລະ ທັກສະ ຜ່ານການແລກປ່ຽນ ແລະ ຝຶກອົບຮົມ.
2. ປະສານງານກັບອຳນາດການປົກຄອງ ເພື່ອອຳນວຍຄວາມສະດວກໃຫ້ແກ່ກິດຈະກຳໃນບ້ານ.
3. ປະເມີນສະຖານະການ ແລະ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດໃນທ້ອງຖິ່ນ.
4. ຂຽນແຜນສະເໜີກິດຈະກຳ ແລະ ງົບປະມານຢ່າງເປັນລະບົບ.
5. ນຳພາການຈັດຕັ້ງປະຕິບັດ ແລະ ລາຍງານຄວາມຄືບໜ້າຂອງກິດຈະກຳ.

ພວກເຮົາເຊື່ອໝັ້ນວ່າ ໄວໜຸ່ມຈາກຫົວພັນ ແລະ ຊຽງຂວາງ ຈະເປັນກຳລັງສຳຄັນໃນການຂັບເຄື່ອນການປັບຕົວ ແລະ ປົກປ້ອງສິ່ງແວດລ້ອມໃນຊຸມຊົນໃຫ້ຍືນຍົງ! 🚀
--------------------------------------------
Wrapping up an intensive 3-day workshop (March 30 - April 1, 2026) for our "Climate Youth Ambassadors" (CYA) from Houaphanh and Xiengkhouang provinces, supported by Helvetas under the LURAS project.

Utilizing Participatory Rural Appraisal (PRA) methods, our young leaders have gained comprehensive skills over the 3 days:

🔹 Day 1: Climate Change storytelling through visuals, public speaking basics, and field visits to witness real-world projects.
🔹 Day 2: Problem Tree Analysis training, community mapping, and developing critical thinking skills for problem-solving.
🔹 Day 3: Mastering project pitching, drafting proposals, and action planning for upcoming community-led meetings.

🌟 Key Roles and Responsibilities of CYA:
1. Enhance knowledge and skills through continuous learning and workshops.
2. Coordinate with local authorities to facilitate community activities.
3. Assess climate change impacts and local environmental situations.
4. Draft structured activity plans and budget proposals.
5. Lead the implementation and report on the progress of community projects.

We are confident that these youth leaders from Houaphanh and Xiengkhouang will be a driving force in building climate resilience and protecting their environment for a sustainable future! 🚀

21/04/2026

💨 ບັນຫາຝຸ່ນລະອອງຂະໜາດນ້ອຍ ແລະ ໝອກຄວັນໄຟປ່າ ບໍ່ແມ່ນພຽງແຕ່ສິ່ງທ້າທາຍທີ່ ສປປ ລາວ ພວມຜະເຊີນຢູ່ເທົ່ານັ້ນ, ແຕ່ມັນແມ່ນວິກິດການລະດັບສາກົນທີ່ຫຼາຍພາກພື້ນທົ່ວໂລກໄດ້ພະຍາຍາມຊອກຫາທາງອອກຢ່າງຕັ້ງໜ້າ. ຜ່ານການຖອດຖອນບົດຮຽນຈາກຫຼາຍປະເທດ ພົບວ່າມີກໍລະນີສຶກສາທີ່ປະສົບຜົນສຳເລັດເຊິ່ງສາມາດນຳມາເປັນແບບຢ່າງໃນການວາງແຜນຍຸດທະສາດການຈັດການສິ່ງແວດລ້ອມໃນບ້ານເຮົາໃຫ້ມີຄວາມຍືນຍົງ.

🇮🇩 ໃນປະເທດອິນໂດເນເຊຍ, ຕົ້ນເຫດຂອງໝອກຄວັນຂ້າມພົມແດນທີ່ຮຸນແຮງແມ່ນເກີດຈາກການຈູດ ແລະ ການລະບາຍນ້ຳອອກຈາກພື້ນທີ່ດິນຕົມ Peat land ທີ່ມີຊີວະມວນຫຼາຍ ເພື່ອເຮັດການກະເສດ. ເມື່ອດິນທີ່ເຄີຍຊຸ່ມຊື່ນກາຍເປັນດິນແຫ້ງ, ມັນຈະກາຍເປັນເຊື້ອໄຟທີ່ຕິດໄຟໄດ້ງ່າຍ ແລະ ມອດໄດ້ຍາກທີ່ສຸດ. ເພື່ອແກ້ໄຂບັນຫານີ້, ລັດຖະບານອິນໂດເນເຊຍໄດ້ຈັດຕັ້ງອົງການຟື້ນຟູພື້ນທີ່ດິນພີດ ຫຼື Peatland Restoration Agency (BRG) ຂຶ້ນມາ ໂດຍເນັ້ນໃສ່ການຟື້ນຟູລະບົບນິເວດວິທະຍາເປັນຫຼັກ. ຍຸດທະສາດດັ່ງກ່າວໄດ້ເລີ່ມຈາກການສ້າງຝາຍກັ້ນຄອງລະບາຍນ້ຳຫຼາຍໝື່ນແຫ່ງເພື່ອຍົກລະດັບນ້ຳໃຕ້ດິນໃຫ້ກັບຄືນມາຊຸ່ມຊື່ນຄືເກົ່າ, ພ້ອມທັງສົ່ງເສີມໃຫ້ຊຸມຊົນທ້ອງຖິ່ນປ່ຽນມາປູກພືດທີ່ມັກນ້ຳ ແລະ ບໍ່ຕ້ອງໃຊ້ໄຟໃນການບຸກເບີກເນື້ອທີ່. ວິທີການນີ້ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນການເກີດຄວັນໄຟໄດ້ຢ່າງມີປະສິດທິພາບ, ແຕ່ຍັງເປັນການຟື້ນຟູຄວາມອຸດົມສົມບູນຂອງດິນໃຫ້ກັບຄືນມາອີກດ້ວຍ.

🇻🇳 ສໍາລັບພື້ນທີ່ພູດອຍທີ່ມີການເຮັດໄຮ່ແບບການຖາງ ແລະ ຈູດ, ກໍລະນີສຶກສາຈາກ ເຂດພູດອຍພາກເໜືອຂອງຫວຽດນາມ (ເຊັ່ນ ແຂວງເຊີນລາ) ຖືເປັນບົດຮຽນທີ່ໜ້າສົນໃຈ. ໃນໄລຍະຫຼາຍທົດສະວັດທີ່ຜ່ານມາ, ຫວຽດນາມໄດ້ຫັນປ່ຽນຈາກການເຮັດໄຮ່ເລື່ອນລອຍມາເປັນ ລະບົບວະນາກະເສດ (Agroforestry) ຢ່າງເປັນລະບົບ. ໂດຍການປູກໄມ້ໃຫ້ໝາກ (ເຊັ່ນ: ໝາກມ່ວງ, ໝາກລຳໄຍ) ປະສົມປະສານກັບການປູກພືດໄລຍະສັ້ນ ແລະ ການເຮັດຂັ້ນໄດດິນ. ຍຸດທະສາດນີ້ບໍ່ພຽງແຕ່ຫຼຸດຜ່ອນການໃຊ້ໄຟໃນການບຸກເບີກເນື້ອທີ່ເທົ່ານັ້ນ, ແຕ່ຍັງຊ່ວຍຮັກສາໜ້າດິນບໍ່ໃຫ້ຖືກເຊາະເຈື່ອນ ແລະ ສ້າງລາຍຮັບທີ່ໝັ້ນຄົງກວ່າການປູກພືດລົ້ມລຸກແບບເດີມ. ຜົນທີ່ໄດ້ຮັບຄືເນື້ອທີ່ປົກຫຸ້ມຂອງປ່າໄມ້ເພີ່ມຂຶ້ນ ແລະ ຈຸດຄວາມຮ້ອນຈາກການຈູດປ່າຫຼຸດລົງຢ່າງຈະແຈ້ງ.

🇨🇳 ນອກຈາກການແກ້ໄຂທາງກາຍະພາບແລ້ວ, ກໍລະນີສຶກສາຈາກປະເທດຈີນ ຖືເປັນຕົວຢ່າງທີ່ດີເດັ່ນໃນດ້ານການນຳໃຊ້ ນະໂຍບາຍ ແລະ ການບັງຄັບໃຊ້ກົດໝາຍ ຢ່າງຈິງຈັງ. ຜ່ານແຜນປະຕິບັດງານປ້ອງກັນ ແລະ ຄວບຄຸມມົນລະພິດທາງອາກາດ, ຈີນໄດ້ກຳນົດເຂດ "ຫ້າມຈູດ" ຢ່າງເດັດຂາດ ແລະ ນຳໃຊ້ເຕັກໂນໂລຊີດາວທຽມພ້ອມກັບໂດຣນ (Drone) ເພື່ອຕິດຕາມການຈູດໃນພື້ນທີ່ກະສິກຳແບບທັນຕໍ່ເວລາ ຫຼື Real-time. ຫາກພົບເຫັນການລະເມີດ, ເຈົ້າໜ້າທີ່ທ້ອງຖິ່ນຈະຕ້ອງໄດ້ຮັບໂທດທາງວິໄນ ແລະ ປັບໄໝຢ່າງໜັກ. ພ້ອມດຽວກັນນັ້ນ, ລັດຖະບານຍັງໄດ້ອອກກົດໝາຍໃຫ້ເງິນອຸດໜູນແກ່ຊາວກະສິກອນໃນການນຳໃຊ້ເຄື່ອງຈັກເພື່ອບົດສິ່ງເສດເຫຼືອທາງກະສິກຳແທນການຈູດ. ການປະສົມປະສານລະຫວ່າງ ການລົງໂທດ ແລະ ການຊ່ວຍເຫຼືອ ນີ້ເອງ ທີ່ເຮັດໃຫ້ຄຸນນະພາບອາກາດໃນຕົວເມືອງໃຫຍ່ຂອງຈີນດີຂຶ້ນຢ່າງວ່ອງໄວໃນຮອບທົດສະວັດທີ່ຜ່ານມາ.

🌏ບົດຮຽນເຫຼົ່ານີ້ສະແດງໃຫ້ພວກເຮົາເຫັນວ່າ ການແກ້ໄຂບັນຫາຝຸ່ນ ແລະ ຄວັນໄຟ ບໍ່ແມ່ນພຽງແຕ່ການຂໍຄວາມຮ່ວມມືເທົ່ານັ້ນ, ແຕ່ຕ້ອງມີການຈັດການທີ່ຕົ້ນເຫດ, ການສ້າງທາງເລືອກອາຊີບ ແລະ ການມີກົດໝາຍທີ່ສັກສິດ. ການນຳເອົາວິທີການຟື້ນຟູຄວາມຊຸ່ມຊື່ນໃຫ້ແກ່ດິນ, ການຫັນປ່ຽນມາເປັນການເຮັດກະເສດແບບຍືນຍົງ ແລະ ການບັງຄັບໃຊ້ລະບຽບການຢ່າງເທົ່າທຽມ ຈະເປັນກຸນແຈສຳຄັນທີ່ຈະຊ່ວຍໃຫ້ພາກພື້ນຂອງພວກເຮົາຜ່ານພົ້ນວິກິດການທາງອາກາດນີ້ໄປໄດ້ ເພື່ອສຸຂະພາບ ແລະ ສິ່ງແວດລ້ອມຂອງຄົນຮຸ່ນຫຼັງຢ່າງແທ້ຈິງ.

20/04/2026

🎉 ສົ່ງຂໍ້ຄວາມຫາພວກເຮົາເລີຍເພື່ອສະໝັກ!

ທ່ານເປັນທຸລະກິດດ້ານບໍລິການ ເຊັ່ນ ໂຮງແຮມ, ຮ້ານອາຫານ, ຄາເຟ ຫຼື ອາພາດເມັ້ນ ແລະ ຢາກຫຼຸດຜ່ອນການນຳໃຊ້ປລາສຕິກບໍ?

ໂອກາດດີມາແລ້ວ! ເຂົ້າຮ່ວມໂຄງການ Plastic Free Laos ເພື່ອຮັບການປະເມີນ ແລະ ຄຳແນະນຳໃນການພັດທະນາທຸລະກິດໃຫ້ເປັນມິດກັບສິ່ງແວດລ້ອມຫຼາຍຂຶ້ນ ໂດຍບໍ່ເສຍຄ່າ.

✅ ເໝາະສຳລັບ: ໂຮງແຮມ, ຮ້ານອາຫານ, ຄາເຟ, ອາພາດເມັ້ນ
📅 ສະໝັກໄດ້ຮອດວັນທີ 15 ພຶດສະພາ 2026
📞 ສອບຖາມເພີ່ມເຕີມ: +856 20 59644074 / +856 20 22286802

ມາຮ່ວມກັນສ້າງທຸລະກິດສີຂຽວ ແລະ ລົດຜ່ອນຂີ້ເຫຍື້ອປລາສຕິກໄປນຳກັນ 💚♻️

🎉 Send us message for application!

Applications are now open — for free!
Are you a service business such as a hotel, restaurant, café, or apartment, and looking for ways to reduce plastic use in your operations?

Join Plastic Free Laos and receive support, assessment, and practical guidance to help make your business more environmentally friendly — at no cost.

✅ Suitable for: Hotels, restaurants, cafés, and apartments
📅 Apply by: 15 May 2026
📞 For more information: +856 20 59644074 / +856 20 22286802

15/04/2026

ນະຄອນຫຼວງວຽງຈັນ – ເນື່ອງຈາກສະຖານະການໄຟປ່າຢູ່ເຂດ ປ່າສະຫງວນແຫ່ງຊາດ ພູພະນັງ ກຳລັງວິກິດ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ທີມງານ Econews Laos ຂໍຮ່ວມເປັນສ່ວນໜຶ່ງໃນການຊ່ວຍເປັນສື່ກາງ ເພື່ອສົ່ງຕໍ່ການຮຽກຮ້ອງຂໍຄວາມຊ່ວຍເຫຼືອຈາກກຸ່ມອາສາສະໝັກ ໄປດ້ວຍໃຈ ໃຫ້ດ້ວຍຮັກ Go with heart give with love ທີ່ກຳລັງປະຕິບັດໜ້າທີ່ຢ່າງໜັກໜ່ວງໃນການສະກັດກັ້ນໄຟປ່າໃນຂະນະນີ້.

🔥 ສະຖານະການປັດຈຸບັນ:
ໄຟປ່າໄດ້ສ້າງມົນລະພິດທາງອາກາດເປັນວົງກວ້າງ ແລະ ມີຄວາມຮຸນແຮງທີ່ອາດຈະໜັກໜ່ວງກວ່າປີ 2023. ຄວາມຮ້ອນ ແລະ ຄວັນໄຟບໍ່ພຽງແຕ່ທຳລາຍປ່າໄມ້, ແຕ່ຍັງເປັນອັນຕະລາຍສູງຕໍ່ສຸຂະພາບຂອງປະຊາຊົນທີ່ເຮັດກິດຈະກຳກາງແຈ້ງ.

🔥ເປີດຮັບການສະໜັບສະໜູນ ແລະ ອາສາສະໝັກ:
ເພື່ອເສີມກຳລັງໃຫ້ແກ່ເຈົ້າໜ້າທີ່ທະຫານ ແລະ ທີມງານອາສາສະໝັກໃນພື້ນທີ່, ກຸ່ມ ໄປດ້ວຍໃຈ ໃຫ້ດ້ວຍຮັກ ຕ້ອງການຄວາມຊ່ວຍເຫຼືອດັ່ງນີ້:

- ເຄື່ອງອຸປະຖຳ: ນ້ຳມັນເຊື້ອໄຟ (ສຳລັບພາຫະນະ ແລະ ອຸປະກອນ), ອາຫານແຫ້ງ, ແລະ ນ້ຳດື່ມ.

- ອາສາສະໝັກດັບໄຟປ່າ (ດ່ວນ): ຕ້ອງການຜູ້ທີ່ມີສຸຂະພາບແຂງແຮງ, ມີຈິດໃຈເສຍສະຫຼະ ເພື່ອລົງພື້ນທີ່ຮ່ວມກັບທີມງານ (ກະລຸນາກຽມເຄື່ອງໃຊ້ສ່ວນຕົວໃຫ້ພ້ອມ).

ຊ່ອງທາງການຕິດຕໍ່:
ທ່ານໃດທີ່ມີຄວາມປະສົງຈະຮ່ວມບໍລິຈາກສິ່ງຂອງ ຫຼື ສະໝັກເປັນອາສາສະໝັກ ສາມາດຕິດຕໍ່ໂດຍກົງຫາທີມງານໄດ້ທີ່:

ເບີໂທລະສັບ: 020 99 258 847

Photos from Econoxlaos's post 10/04/2026

📢 ສະຫຼຸບລວມ ກິດຈະກຳ 3 ມື້ເຕັມ ກັບການຝຶກອົບຮົມ "ໄວໜຸ່ມຕົວແບບດ້ານການຮັບມືກັບການປ່ຽນແປງດິນຟ້າອາກາດຂັ້ນບ້ານ" (CYA) ຈາກແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ, ສະໜັບສະໜູນໂດຍ Helvetas ພາຍໃຕ້ໂຄງການ LURAS ທີ່ແຂວງຫຼວງພະບາງ.

ຜ່ານ 3 ມື້ທີ່ເຕັມໄປດ້ວຍການຮຽນຮູ້, ພວກເຮົາໄດ້ສ້າງຂະບວນການທີ່ເນັ້ນການມີສ່ວນຮ່ວມ (Participatory Rural Appraisal - PRA) ເພື່ອຖ່າຍທອດທັກສະໃຫ້ແກ່ໄວໜຸ່ມຢ່າງຮອບດ້ານ.

✨ ກິດຈະກຳທີ່ໂດດເດັ່ນໃນ 3 ມື້:
ວັນທີ 1: ເລົ່າເລື່ອງການປ່ຽນແປງດິນຟ້າອາກາດຜ່ານຮູບພາບ , ຮຽນຮູ້ພື້ນຖານການເວົ້າໃນທີ່ສາທາລະນະ , ແລະ ລົງທັດສະນະສຶກສາຢ້ຽມຢາມໂຄງການຕົວຈິງ.

ວັນທີ 2: ເຝຶກການວິເຄາະບັນຫາດ້ວຍ "ຕົ້ນໄມ້ບັນຫາ" (Problem Tree Analysis) , ການເຮັດແຜນທີ່ຊຸມຊົນ , ແລະ ການຄິດແບບມີວິຈານະຍານ.

ວັນທີ 3: ຮຽນຮູ້ທັກສະການນຳສະເໜີ (Pitching) , ການຂຽນຮ່າງຂໍ້ສະເໜີໂຄງການ , ແລະ ຮ່ວມກັນວາງແຜນກິດຈະກຳສຳລັບກອງປະຊຸມໃນຊຸມຊົນຂອງຕົນເອງ.

💪 ບົດບາດ ແລະ ໜ້າທີ່ຫຼັກຂອງ "ໄວໜຸ່ມຕົວແບບ (CYA)":
1. ເຂົ້າຮ່ວມການແລກປ່ຽນ ແລະ ຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ ແລະ ທັກສະ.
2. ປະສານງານກັບອຳນາດການປົກຄອງບ້ານ ແລະ ເມືອງ ເພື່ອອໍານວຍຄວາມສະດວກໃຫ້ແກ່ກິດຈະກຳໃນຊຸມຊົນ.
3. ປະເມີນສະຖານະການ ແລະ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດໃນບ້ານຂອງຕົນ.
4. ຂຽນແຜນສະເໜີກິດຈະກຳ ແລະ ງົບປະມານຢ່າງເປັນລະບົບ.
ນຳພາການຈັດຕັ້ງປະຕິບັດ ແລະ ລາຍງານຄວາມຄືບໜ້າຂອງກິດຈະກຳ.
5. ພວກເຮົາເຊື່ອໝັ້ນວ່າ ໄວໜຸ່ມເຫຼົ່ານີ້ຈະເປັນກຳລັງສຳຄັນໃນການຂັບເຄື່ອນການປັບຕົວ ແລະ ປົກປ້ອງສິ່ງແວດລ້ອມໃນຊຸມຊົນໃຫ້ຍືນຍົງ! 🌍🌿
------------------------------------------------------------
📢 Recap: 3 Full Days of Training for "Climate Youth Ambassadors" (CYA) from Oudomxay and Luang Prabang provinces, supported by Helvetas under the LURAS project, held in Luang Prabang.

Throughout the 3-day program, we implemented Participatory Rural Appraisal (PRA) methods to empower our youth with comprehensive skills:✨ Workshop Highlights:

Day 1: Exploring Climate Change through storytelling with pictures, mastering public speaking basics, and conducting field visits to real-world projects.

Day 2: Practicing Problem Tree Analysis, Community Mapping, and developing Critical Thinking skills.

Day 3: Training in Pitching and presentation skills, project proposal writing, and planning activities for future community workshops.

💪 Key Responsibilities of our CYA Leaders:
1. Participate in workshops and exchanges to build essential knowledge and skills.
2. Coordinate with village and district authorities to facilitate community visits and training sessions.
3. Assess the impacts of climate change within their own communities.
4. Develop activity proposals and budget plans.
5. Lead the implementation of activities and report progress back to the project.

We are confident that these young leaders will be the driving force in building climate resilience and protecting the environment for a sustainable future! 🌍🌿

06/04/2026

ຂໍເຊີນຊວນທຸກທ່ານເຂົ້າຮ່ວມຮັບຟັງການສົນທະນາໃນຫົວຂໍ້ທີ່ຂະແໜງການທ່ອງທ່ຽວ ແລະ ການບໍລິການກຳລັງໃຫ້ຄວາມສຳຄັນ: “ຄວາມຮູ້ ແລະ ທັກສະທີ່ຈຳເປັນສຳລັບການຫຼຸດຜ່ອນສິ່ງເສດເຫຼືອໃຫ້ເປັນສູນ ແລະ ສ້າງຄວາມຍືນຍົງໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ”.

👥 ພົບກັບວິທະຍາກອນຮັບເຊີນ:
1. ທ່ານ ປະສານ ໄທແທ້ – ຜູ້ຈັດການ ໂຮງແຮມສຸພັດຕາ.
2. ທ່ານ ນາງ ວາລີ ພົມມະຈັກ – ຜູ້ບໍລິຫານ Econox Laos ແລະ ກາໝາຍ ສປປ ລາວ ປາສະຈາກປຼາສະຕິກ".
3. ທ່ານ ປອ. ລຳເງິນ ສຸລິຍະວົງ – ນັກຄົ້ນຄວ້າ, ຄະນະວິທະຍາສາດສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ.
4. ທ່ານ ຮສ. ປອ. ວິລິຍະສັກ ສິສຸພັນທອງ – ນັກຄົ້ນຄວ້າ ຈາກຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ (ຜູ້ນຳພາການສົນທະນາ).

📅 ເວລາ & ວັນທີ: 10:00 - 11:00, 6 ເມສາ 2026
📍 ສະຖານທີ່: ສະໂມສອນຊັ້ນ 2, ມະຫາວິທະຍາໄລແຫ່ງຊາດ, ນະຄອນຫຼວງວຽງຈັນ, ສປປ ລາວ.

ກິດຈະກຳນີ້ໄດ້ຮັບການສະໜັບສະໜູນທຶນຈາກ ສະຫະພາບເອີຣົບ (European Union), ພາຍໃຕ້ຂອບການຮ່ວມມືສ້າງຄວາມເຂັ້ມແຂງໃນຂະແໜງການສຶກສາຊັ້ນສູງ (Erasmus+ Programme on Capacity Building in Higher Education)

ມາຮ່ວມເປັນສ່ວນໜຶ່ງໃນການຂັບເຄື່ອນການທ່ອງທ່ຽວລາວໃຫ້ເປັນສີຂຽວ ແລະ ຍືນຍົງໄປນຳກັນ!



Photos from Econoxlaos's post 03/04/2026

[English below]
🚀 ສຳເລັດຢ່າງຈົບງາມ! ກິດຈະກຳຝຶກອົບຮົມ 3 ມື້ເຕັມ (18-20 ມີນາ 2026) ໃນຫົວຂໍ້ “ການຮູ້ເທົ່າທັນສື່ ແລະ ການຜະລິດເນື້ອຫາເທິງສື່ສັງຄົມອອນລາຍນ໌”. ກິດຈະກຳນີ້ແມ່ນການຮ່ວມມືລະຫວ່າງ ສູນພັດທະນາຊົນນະບົດ (RDA) ແລະ Econox Laos ເພື່ອເສີມທັກສະໃຫ້ໄວໜຸ່ມໃນໂຄງການ I4FUTURE.

ສະຫຼຸບກິດຈະກໍາທີ່ສໍາຄັນທັງ 3 ມື້ດັ່ງນີ້:
🔹 ມື້ທີ 1: ເນັ້ນການຄິດວິເຄາະ ແລະ ການໃຊ້ສື່ຢ່າງປອດໄພ (Media Literacy).
🔹 ມື້ທີ 2: ເຕັກນິກການສ້າງຕົວຕົນ (Personal Branding) ແລະ ຫຼັກການຜະລິດຄອນເທັນທີ່ມີຄຸນນະພາບ.
🔹 ມື້ທີ 3: ລົງມືຜະລິດເນື້ອຫາຕົວຈິງ ພ້ອມຮຽນຮູ້ເຕັກນິກການຖ່າຍພາບ ແລະ ວິດີໂອດ້ວຍມືຖື.

🌟 ຜົນສຳເລັດ: ນ້ອງໆທັງ 3 ກຸ່ມສາມາດສ້າງຄອນເທັນທີ່ສ້າງສັນອອກມາໄດ້ດ້ວຍຕົນເອງ ເຊິ່ງຈະເປັນພື້ນຖານສຳຄັນໃນການຕໍ່ຍອດທັກສະດີຈີຕອນໃນອະນາຄົດ. Econox Laos ພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການສ້າງກຳລັງແຮງໃຫ້ໄວໜຸ່ມລາວກ້າວທັນໂລກຍຸກໃໝ່!
-------------------------
🚀 Mission Accomplished! Our 3-day intensive workshop (March 18-20, 2026) on "Media Literacy and Content Creation" has successfully concluded. This initiative, a collaboration between Rural Development Agency RDA. and Econox Laos, aimed to empower youth under the I4FUTURE project.

Workshop Highlights:
🔹 Day 1: Focused on critical thinking and safe social media practices (Media Literacy).
🔹 Day 2: Mastered personal branding and high-quality content strategies (Do’s & Don’ts).
🔹 Day 3: Hands-on production day, including mobile photography and videography techniques.

🌟 The Result: All three groups successfully produced creative content, building a strong digital foundation for their future careers. Econox Laos is proud to support Lao youth in mastering the digital landscape!

Want your school to be the top-listed School/college in Vientiane?

Click here to claim your Sponsored Listing.

Location

Telephone

Address

Econox
Vientiane

Opening Hours

Monday 09:00 - 17:30
Tuesday 09:00 - 17:30
Wednesday 09:00 - 17:30
Thursday 09:00 - 17:30
Friday 09:00 - 17:30