04/06/2020
Lao - top FC ພວກເຮົາພ້ອມແລ້ວ
ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປີ 2020 ກຽມເປີດສາກຄວາມມັນວັນທີ 25 ກໍລະກົດ 2020
- ອີງຕາມ: ການແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 597/ຫສນຍ ລົງວັນທີ
29/05/2020.
- ອີງຕາມ: ການແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 510/ສສກ ລົງວັນທີ
29/05/2020
ສະຫະພັນບານເຕະແຫ່ຊາດລາວ ຂໍຖືເປັນກຽດແຈ້ງມາຍັງສະໂມສອນບານເຕະທີ່ເຂົ້າຮ່ວມການແຂ່ງຂັນ ຄອມມານໂດ ລາວລີກ 2 ປະຈໍາປີ 2020 ຊາບກ່ຽວກັບກໍານົດເວລາຂອງການແຂ່ງຂັນຂອງການແຂ່ງຂັນຂ້າງເທິງຕາມລາຍລະອຽດດັ່ງລຸ່ມນີ້:
1. ກຳນົດເລິ່ມການແຂ່ງຂັນ
- ເລິ່ມແຂ່ງຂັນໃນວັນທີ 25/07/2020
2. ຮູບແບບການແຂ່ງຂັນ
- ແຂ່ງຂັນແບບແບ່ງກຸ່ມ ແລະ ເຕະຄັດອອກແບບ 2 ນັດໄປ-ກັບໃນຮອບຮອງ (Championship Format), ສ່ວນການແຂ່ງຂັນຊີງອັນດັບທີ 3 ແລະ ຊີງຊະນະເລີດແມ່ນແຂ່ງຂັນແບບນັດດຽວ.
3. ກຳນົດການລົງທະບຽນ
- ເລິ່ມວັນທີ 17 ມິຖຸນາ 2020 – ຫາ ວັນທີ 17 ກໍລະກົດ 2020
ການລົງທະບຽນບຸກຄະລາກອນສະໂມສອນ ແລະ ນັກກິລາແມ່ນລົງທະບຽນຜ່ານລະບົບບ FIFA Connect, ສຳລັບກໍລະນີ່ນັກກິລາທີ່ໂອນຍ້າຍມາຈາກຕ່າງປະເທດ ແລະ ຍັງບໍ່ເຄີຍລົງທະບຽນໃນການແຂ່່ງຂັນຂອງ ສຕລ ຕ້ອງປະກອບເອກະສານດັ່ງລຸ່ມນີ້ເພື່ອຍື່ນຂໍໃບອະນຸຍາດໂອນຍ້າຍລະຫວ່າງປະເທດ ຫຼື International Transfer Certificate (ITC) ໃຫ້ທັນກໍານົດເວລາການລົງທະບຽນຂ້າງເທິງ.
ເອກະສານປະກອບການລົງທະບຽນ:
1. ຮູບຖ່າຍ ໃສ່ຊຸດສະໂມສອນ ຂະໜາດບໍ່ເກີນ 1 MB
2. ສໍາເນົາໜັງສືຜ່ານແດນ, ບັດປະຈຳໂຕ ຫຼື ສຳມະໂນຄົວ
3. ສັນຍາໃໝ່ກັບສະໂມສອນໃໝ່ (New Contract).
4. ໃບປົດປ່ອຍ ຫຼື ສັນຍາທີ່ສິ້ນສຸດແລ້ວກັບສະໂມສອນເກົ່າ (Release Letter or Proof of Expired Contract).
5. ໃບຢັ້ງຢືນບໍ່ຂື້ນກັບບຸກຄົນທີ່ສາມ (No Third Party Ownership Declaration: TPO) ຈາກສະໂມສອນເດີມ.
6. ໃບຢັ້ງຢືນບໍ່ຂື້ນກັບບຸກຄົນທີ່ສາມ (No Third Party Ownership Declaration: TPO) ຈາກນັກກິລາ.
7. ສໍາເນົາໃບອະນຸຍາດເຮັດວຽກຢູ່ ສປປ ລາວ (Work Permit)
ໝາຍເຫດ: ສະໂມສອນໃດ ປະກອບເອກະສານບໍ່ຄົບຖ້ວນ ເຮັດໃຫ້ການຂໍໃບອະນຸຍາດໂອນຍ້າຍລະຫວ່າງປະເທດ ຫຼື International Transfer Certificate (ITC) ບໍ່ສໍາເລັດ, ນັກກິລາຄົນດັ່ງກ່າວຈະບໍ່ສາມາດລົງແຂ່ງຂັນໄດ້.
02/06/2020
ກຽມລຸຍໄປພ້ອມກັນ⚽️⚽️⚽️
See you soon!!
#ຄອມມານໂດລາວລີກ2
02/06/2020
ມາແລ້ວ!!!!ຊຸດເຢົ້າເຢືອນລຸຍລາວລີກ2ຂອງສະໂມສອນລາວທ໊ອບ. ພີມແລະອອກແບບໂດຍ AI Sports, ຜູ້ສະຫນັບສະຫນູນຫລັກ
-Top FC
Sports
League
29/05/2020
#ອິງຕາມການເຄື່ອນໄຫວຂອງສະຫະພັນບານເຕະແຫ່ງຊາດລາວສະບັບເລກທີ່ 305 ລົງວັນທີ 27/05/2020
#ເລື່ອງການເຝິກຊ້ອມຂອງບັນດາສະໂມສອນທີ່ເຂົ້າການແຂ່ງຂັນໃນສົກປີ 2020
ໃນໄລຍະກັກໂຕຢູ່ບ້ານເພື່ອປ້ອງກັນການແພ່ລະບາດຂອງ COVID-19 ຂໍໃຫ້ ນັກເຕະຂອງພວກເຮົາໄດ້ມີການຝຶກຊ້ອມຢູ່ບ້ານເພື່ອໃຫ້ຮ່າງກາຍກຽມພ້ອມເຂົ້າຮ່ວມການແຂ່ງຂັນ ແລະ ປະຕິບັດຕາມແຈ້ງການຂອງຂັ້ນເທີງເພື່ອໃຫ້ໂລກລະບາດຫາຍໄປຈາກໂລກຂອງພວກເຮົາ ແລ້ວພວກເຮົາຈະໄດ້ກັບມາໃຊ້ຊີວິດປົກກະຕິ.
#ຂໍໃຫ້ເຊື່ອໝັ້ນທາງຄະນະປະທານແລະຄະນະຜູ້ບໍລິຫານສະໂມສອນພວກເຮົາຈະເຮັດໜ້າທີ່ໃຫ້ດີທີ່ສຸດ.
11/05/2020
#ສະບາຍດີທຸກຄົນ
#ທ່ານປະທານເຮົາຫລໍ່ບໍ່ເນາະ
-TOP FC
ລາວ-ທ໊ອບ ເອັຟຊີ ຄັດໄດ້ແລ້ວ 20 ນັກເຕະພ້ອມລຸຍ ລາວລີກ 2 ຫວັງຕິດ 1 ໃນ 4
ສະໂມສອນ ວິທະຍາໄລ ລາວ-ທ໊ອບ ຫຼື ລາວ-ທ໊ອບ ເອັຟຊີ ສາມາດຄັດນັກເຕະໄດ້ແລ້ວ 20 ທີ່ຈະໄດ້ເຂົ້າຮ່ວມການແຂ່ງຂັນບານເຕະ ຄອມມານ ລາວລີກ 2 ຫຼື COMMANDO LAO LEAGUE 2 ( ບານເຕະສາຍ ກ ຊື່ເກົ່າ ) ປະຈໍາປີ 2020 ທີ່ຈະເປີດສາກຂຶ້ນໃນເດືອນພຶດສະພາ 2020 ເພື່ອໄລ່ລ່າເປົ້າໝາຍຕິດ 1 ໃນ 4.
ທ່ານ ປອ ພັນທະວິໄລ ນວນຮຸ່ນ ຮອງອໍານວຍການຂອງ ວິທະຍາໄລ ລາວ-ທ໊ອບ ທັງເປັນປະທານສະໂມສອນ ລາວ-ທ໊ອບ ເປີດເຜີຍວ່າ: ''ການຄັດເລືອກນັກເຕະຊຸດນີ້ແມ່ນ ເພື່ອກະກຽມທີມເຂົ້າຮ່ວມການແຂ່ງຂັນ ຄອມມານໂດ ລາວລີກ 2 ( ສາຍ ກ ) ຈຸດປະສົງການສົ່ງທີມເຂົ້າຮ່ວມແມ່ນການສົ່ງເສີມກິດຈະກໍາພາຍ ເພື່ອສົ່ງເສີມໃຫ້ນັກຮຽນມີຄວາມສາມັກຄີ ເຊິ່ງສາມາດຄັດໄດ້ແລ້ວ 20 ຄົນທີ່ດີເດັ່ນ ແລະ ຈະມີການຄັດເອົາອີກ 2 ຄົນໃນຂັ້ນຕອນຕໍ່ໄປ ກ່ອນການແຂ່ງຂັນຈະເລີ່ມຂຶ້ນ ແລະ ພວກເຮົາຈະຮ່ວມກັນສຸມໃສ່ ເພື່ອຫວັງຕິດ 1 ໃນ 4 ໃຫ້ໄດ້ ພ້ອມດຽວກັນນັ້ນຍັງໄດ້ເຊັນສັນຍາກັບຜູ້ສະຫນັບສະຫນູນຈຳນວນຫນຶ່ງໂດຍສະເພາະ ຮ້ານ ຂາຍເຄື່ອງກິລາໄອ ສະປອດ
( Ai Sports ) ໄດ້ສະຫນັບສະຫນູນ ເສື້ອ ແລະ ຖົງມືນັກຮັບ ເຂົ້າໃນການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈໍາປີ 2020 ( ຈໍານວນ 1 ປີ ) ''.
ສໍາລັບ 20 ນັກເຕະທີ່ຜ່ານການຄັດເລືອກ ໃນທ້າຍອາທິດ ທີ່ຜ່ານມາປະກອບມີ: ສັນຕິສຸກ ຄໍາຜານຸວົງ, ອານຸກອນ ວັນນະສີ, ກິດຕ້າ ນ້ອຍຜີວພັນ, ອຸດົມຄຳ ສີວິໄລ, ວົງຍາລັດ ຈັນສຸດາ, ຕິກ ແກ້ວມາລາຄໍາ, ພົມມະສອນ ສາງແກ້ວ, ໄຊຍາ ມົນລັງສີ, ພອນສະຫວັນ ພົມມະຈັນ, ບຸນຫຼົງ ວົງພັນ, ຄໍາພຸດ ວົງພັກດີ, ວິລະກອນ (ໝີ), ມະໂນລົມ ພົມສຸວັນ, ອາທິດ ພິລາສີ, ເຊນ, ຊິດຕີ້, ອ່ອນແກ້ວ ຄໍາສຸລິຍາ, ຕາວັນ, ລັດວິຫານ ສີປະກອນ ແລະ ຄໍາປັນຍາ.
ສະໂມສອນ ລາວທ໋ອບ ເອັຟຊີ ຖືກສ້າງຕັ້ງຂຶ້ນໃນປີ 2018 ເຄີຍເຂົ້າຮ່ວມການແຂ່ງຂັນບານເຕະ ສາຍ ກໍ ໃນປີ 2018 ໂດຍເປັນອັນດັບ 3 ກຸ່ມ ເອ ລົງແຂ່ງຂັນ 4 ນັດ ຊະນະ 1 ສະເຫມີ 1 ເສຍ 2 ມີ 4 ຄະແນນ.
ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ໃນປີ 2020 ມີ ທີມເຂົ້າຮ່ວມທັງຫມົດ 12 ທີມຄື:
1. ເຄວສ ຢູໄນເຕັດ QUEST UNITED
2. ທຣີນີຕີ ເອັຟຊີ TRINITY FC
3. ແຄນລາວ ຢູໄນເຕັດ KHEANLAO UNITED
4. ເອັສອີຊີ ຢູໄນເຕັດ SEC UNITED
5. ເຄພີເອັສ ເອັຟຊີ KPS FC
6. ລາວທ໋ອບ ເອັຟຊີ. LAO-TOP COLLEGE FC
7. ນະຄອນຫລວງ ເອັຟຊີ VIENTIANE CAPITAL FC
8. ບີແຄນ ຢູໄນເຕັດ BEGAN UNITED
9. ເຮັສບີທີ 941 ເອັຟຊີ H B T 941 FC
10. ກອງທັບ ເອັຟຊີ LAO ARMY FC
11. ວຽງຈັນ ຢູໄນເຕັດ VIENTIANE UNITED
12. ປະສານໃຈ ເອັຟຊີ PASANCHAI FC
ສຳລັບການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ໃນປີນີ້ ສະຫະພັນບານເຕະແຫ່ງຊາດລາວ ບໍ່ອະນຸຍາດໃຫ້ ສະໂມສອນໃນການແຂ່ງຂັນ ເປບຊີ ລາວລີກ 1 ປະຈຳປີ 2020 ບໍ່ສາມາດສົ່ງທີມສຳຮອງ ຫຼື ທີມສອງ ຂອງສະໂມສອນເຂົ້າຮ່ວມແຂ່ງຂັນ ຄອມມານໂດ ລາວລີກ 2 ປະຈຳປີ 2020. ແຕ່ສາມາດສົ່ງເຂົ້າຮ່ວມການແຂ່ງຂັນເຍົາວະຊົນຊີງຂັນ ສຕລ ລຸ້ນ ອາຍຸບໍ່ເກີນ 15 & 18 ປີໄດ້. ພ້ອມກັນກໍເພື່ອເປັນການສ້າງໃຫ້ ຄອມມານໂດ ລາວລີກ 2 ມີຄວາມຫຼາກຫຼາຍດ້ານສະໂມສອນ ແລະ ມີການເຂົ້າຮ່ວມຂອງສະໂມສອນໃໝ່ຫຼາຍຂື້ນ ລວມທັງນັກກິລາໜ້າໃໝ່ໃນການແຂ່ງຂັນ ເພື່ອເປັນການຫຼຸດພາລະດ້ານງົບປະມານຂອງສະໂມສອນໃນການແຂ່ງຂັນ.
ທີມທີ່ໄດ້ຮັບລາງວັນຊະນະເລີດ ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປີ 2020 ແມ່ນຈະໄດ້ສິດເລື່ອນຊັ້ນເຂົ້າຮ່ວມການແຂ່ງຂັນ ເປບຊີ ລາວລີກ 1 ປະຈຳປີ 2021.
ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ປະຈຳປີ 2020 ໄດ້ເລື່ອນມື້ເປີດການແຂ່ງຂັນ ອອກໄປຈົນກວ່າສະພາບການລະບາດຂອງພະຍາດ COVID-19 ຈະຢຸດຕິ, ສະພາບການກັບສູ່ພາວະປົກກະຕິ ແລະ ອີງຕາມແຈ້ງການຂອງຫ້ອງວ່າການສຳນັງານນາຍົກລັດຖະມົນຕີ ເລກທີ 524 / ຫສນຍ ລົງວັນທີ 1 ພຶດສະພາ 2020 ກ່ຽວກັບ ມາດຕະການຜ່ອນຜັນ ແລະ 5 ມາດຕະການສືບຕໍ່ຫ້າມ.
31/03/2020
ຄະນະນໍາປະທານແລະນັກກິລາຂອງ ສະໂມສອນ LAO-TOP FC ຂໍເປັນກໍາລັງໃຈໃຫ້ກັບທຸກໆພາກສວ່ນໃນການປະຕິບັດຫນ້າທີ່ຮັບມືສະຖານະການ ແຜ່ລະບາດຂອງVirus Covid-19 ທັງພາກລັດ ແລະ ເອກະຊົນ ຂໍໃຫ້ທຸກຄົນທີ່ຈະຜ່ານຊວ່ງວິກິດນີ້ໄປນໍາກັນ..
-TOP FC
24/03/2020
#ຂອບໃຈມາຍັງຮ້ານຂາຍເຄື່ອງກິລາ Ai-Sport ທີ່ສະໜັບສະໜຸນຊຸດກິລາງາມໆໃຫ້ແກ່ສະໂມສອນພວກເຮົາ