19/06/2026
ສຳເລັດໄປດ້ວຍດີສຳລັບການສອບເສັງຈົບຊັ້ນ ມ.7 ຄັ້ງວັນທີ 17-19 ມິຖຸນາ 2026 ປະຈຳສົກຮຽນ 2025-2026 ທີ່ຜ່ານມາ. ເຊິ່ງນະຄອນຫຼວງວຽງຈັນໄດ້ຈັດສູນສອບເສັງຈົບຊັ້ນ ມ.7 ທັງໝົດ 24 ສູນໃນ 09 ຕົວເມືອງ ແລະ ໄດ້ຕອນຮັບທ່ານ ໄຊຍະເດດ ຊົງມີໄຊ ຮອງຫົວໜ້າກົມສາມັນສຶກສາ,ກະຊວງສຶກສາທິການ ແລະ ກິລາ ລົງຊຸກຍູ້ຕິດຕາມການສອບເສັງຈົບຊັ້ນ ມ.7 ໃນຄັ້ງນີ້ດ້ວຍ. ພ້ອມກັນນີ້ກໍ່ຍັງມີທ່ານ ຫົວໜ້າ ພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຄະນະ, ຜູ້ຕ່າງຫນ້າຈາກພະແນກສຶກສາ ນວ ລົງປະຈຳແຕ່ລະສູນ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະສະເພາະກິດ ລົງຕິດຕາມຢ່າງໃກ້ຊິດ. ເຮັດໃຫ້ການສອບເສັງຈົບຊັ້ນໃນຄັ້ງນີ້ສຳເລັດໄປດ້ວຍດີ ແລະ ປອດໄພ.