Phakhaolao ທຸກມື້ ຄົນລາວເຮົາກິນ ມໍລະດົກທາງກະສ?

ພາເຂົ້າລາວ ເວທີແລກປ່ຽນຄວາມຮູ້ ແລະ ຂໍ້ມູນຂ່າວສານກ່ຽວກັບຊີວະນາໆພັນກະສິກຳແຫ່ງທຳອິດຂອງປະເທດລາວ ທີເວົ້າເຖິງຊະນິດພັນທ້ອງຖິ່ນ, ການສົ່ງເສີມຜະລິດຕະພັນເພື່ອພັດທະນາຊີວິດການເປັນຢູ່, ຍົກຍ້ອງຄວາມເປັນເອກະລັກຂອງອາຫານ ແລະ ອະນຸລັກຮັກສາວັດທະນະທຳຂອງຊາດລາວ "ເຮົາຈະນຳໃຊ້-ຢ່າເຮັດໃຫ້ມັນສູນເສຍໄປ"

ຄົ້ນຫາຄວາມຮູ້ໃໝ່ |  #ຊີວະນາໆພັນກະສິກຳ ຫອຍກີ້ / Hoy Kee [𝙉𝙖𝙢𝙠𝙤𝙣𝙜𝙣𝙖𝙞𝙖 𝙡𝙚𝙢𝙚𝙨𝙡𝙚𝙞 (Morelet, 1875) ]ຫອຍຊະນິດນີ້ອາດມີຂະໜາດນ້ອຍ ...
25/09/2026

ຄົ້ນຫາຄວາມຮູ້ໃໝ່ | #ຊີວະນາໆພັນກະສິກຳ

ຫອຍກີ້ / Hoy Kee [𝙉𝙖𝙢𝙠𝙤𝙣𝙜𝙣𝙖𝙞𝙖 𝙡𝙚𝙢𝙚𝙨𝙡𝙚𝙞 (Morelet, 1875) ]

ຫອຍຊະນິດນີ້ອາດມີຂະໜາດນ້ອຍ ແຕ່ມີຈຸດເດັ່ນຢູ່ທີ່ ເສັ້ນການເຕີບໂຕຢູ່ເທິງເປືອກ. ເສັ້ນນ້ອຍໆ ທີ່ປາກົດຢູ່ເທິງເປືອກມີລັກສະນະຄ້າຍ ວົງປີຂອງຕົ້ນໄມ້ ແລະ ສາມາດສະທ້ອນເຖິງການເຕີບໂຕຂອງຫອຍຕາມເວລາ. ຄົນນິຍົມນໍາມາບໍລິໂພກ ເພາະມີລົດຊາດທີ່ແຊບ.

ອ່ານເພີ່ມເຕີມ: https://species.phakhaolao.la/search/specie_details/4910
_ _ _
PhaKhaoLao: first online agrobiodiversity platform in Lao PDR
Web: www.phakhaolao.la
Twitter: https://twitter.com/PhakhaoL
App: https://bit.ly/348xNje
YouTube: https://bit.ly/3fl4PB5
_ _ _

CDE in Laos
CDE - Centre for Development and Environment, University of Bern

ຄົ້ນຫາຄວາມຮູ້ໃໝ່ |  #ຊີວະນາໆພັນກະສິກຳ  #ໝາກຖົ່ວແຮ / Pigeon Pea [𝘾𝙖𝙟𝙖𝙣𝙪𝙨 𝙘𝙖𝙟𝙖𝙣 (L.) Huth ]ຖົ່ວແຮເປັນພືດທີ່ນຳໃຊ້ໄດ້ຫຼາຍສ່ວ...
23/09/2026

ຄົ້ນຫາຄວາມຮູ້ໃໝ່ | #ຊີວະນາໆພັນກະສິກຳ

#ໝາກຖົ່ວແຮ / Pigeon Pea [𝘾𝙖𝙟𝙖𝙣𝙪𝙨 𝙘𝙖𝙟𝙖𝙣 (L.) Huth ]

ຖົ່ວແຮເປັນພືດທີ່ນຳໃຊ້ໄດ້ຫຼາຍສ່ວນ ທັງ ດອກ, ຝັກອ່ອນ ແລະ ແກ່ນ ສາມາດນຳມາປະກອບອາຫານໄດ້ຫຼາກຫຼາຍ ເຊັ່ນ ລວກກິນກັບແຈ່ວ, ໃສ່ແກງ ຫຼື ນຳແກ່ນມາຮັບປະທານ. ນອກຈາກຈະເປັນອາຫານແລ້ວ ຖົ່ວແຮຍັງຖືກນຳໃຊ້ໃນພູມປັນຍາສະໝຸນໄພພື້ນບ້ານ ແລະ ແກ່ນແຫ້ງຍັງສາມາດນຳໄປຈຳໜ່າຍເປັນສິນຄ້າໄດ້.

ອ່ານເພີ່ມເຕີມ: https://species.phakhaolao.la/search/specie_details/756
_ _ _
PhaKhaoLao: first online agrobiodiversity platform in Lao PDR
Web: www.phakhaolao.la
Twitter: https://twitter.com/PhakhaoL
App: https://bit.ly/348xNje
YouTube: https://bit.ly/3fl4PB5
_ _ _

CDE in Laos
CDE - Centre for Development and Environment, University of Bern

ຄົ້ນຫາຄວາມຮູ້ໃໝ່ |  #ຊີວະນາໆພັນກະສິກຳ  #ກະປອມຄໍແດງ / Indian Garden Lizard [𝘾𝙖𝙡𝙤𝙩𝙚𝙨 𝙫𝙚𝙧𝙨𝙞𝙘𝙤𝙡𝙤𝙧 (Daudin, 1802) ]ກະປອມເປັນສ...
21/09/2026

ຄົ້ນຫາຄວາມຮູ້ໃໝ່ | #ຊີວະນາໆພັນກະສິກຳ

#ກະປອມຄໍແດງ / Indian Garden Lizard [𝘾𝙖𝙡𝙤𝙩𝙚𝙨 𝙫𝙚𝙧𝙨𝙞𝙘𝙤𝙡𝙤𝙧 (Daudin, 1802) ]

ກະປອມເປັນສັດເລືອຄານຂະໜາດນ້ອຍ ມີລຳຕົວຍາວປະມານ 8–12 ຊັງຕີແມັດ ແລະ ຫາງຍາວເຖິງ 17–20 ຊັງຕີແມັດ. ຈຸດເດັ່ນຄື ສາມາດພົບເຫັນໄດ້ຫຼາຍສີ ແຕ່ສີນ້ຳຕານ, ເທົາ ແລະ ເຫຼືອງ. ກະປອມເປັນອີກໜຶ່ງສັດທີ່ຊຸມຊົນທ້ອງຖິ່ນໃນລາວນຳມາໃຊ້ເປັນອາຫານ ກ້ອຍກະປອມ ເປັນເມນູທີ່ນິຍົມ ແລະ ຍັງພົບເຫັນກະປອມວາງຂາຍຕາມຕະຫຼາດ ແລະ ແຄມທາງໃນຫຼາຍພື້ນທີ່.

ອ່ານເພີ່ມເຕີມ: https://species.phakhaolao.la/search/specie_details/2891
_ _ _
PhaKhaoLao: first online agrobiodiversity platform in Lao PDR
Web: www.phakhaolao.la
Twitter: https://twitter.com/PhakhaoL
App: https://bit.ly/348xNje
YouTube: https://bit.ly/3fl4PB5
_ _ _

CDE in Laos
CDE - Centre for Development and Environment, University of Bern

18/09/2026

PhaKhaoLao AI! 🤖✨
ຜູ້ຊ່ວຍອັດສະລິຍະສຳລັບຄົ້ນຫາຄວາມຮູ້ດ້ານພືດ, ອາຫານ, ຊີວະນາໆພັນ ແລະ ພູມປັນຍາທ້ອງຖິ່ນລາວ. 🌿📚

📷 ຖ່າຍຮູບພືດເພື່ອຄົ້ນຫາຂໍ້ມູນ
🎤 ຖາມດ້ວຍສຽງ ຫຼື 💬 ພິມຄຳຖາມເປັນພາສາລາວ/ອັງກິດ

🚀 ພົບກັບ PhaKhaoLao AI ໄດ້ທີ່ Lao Digital Award 2026
📅 18–20 ກັນຍາ 2026

ຄົ້ນຫາຄວາມຮູ້ໃໝ່ |  #ຊີວະນາໆພັນກະສິກຳ  #ຖົ່ວພູ / Winged Bean [𝙋𝙨𝙤𝙥𝙝𝙤𝙘𝙖𝙧𝙥𝙪𝙨 𝙩𝙚𝙩𝙧𝙖𝙜𝙤𝙣𝙤𝙡𝙤𝙗𝙪𝙨 (L.) DC.]ຖົ່ວພູເປັນພືດເລືອທີ່ປ...
18/09/2026

ຄົ້ນຫາຄວາມຮູ້ໃໝ່ | #ຊີວະນາໆພັນກະສິກຳ

#ຖົ່ວພູ / Winged Bean [𝙋𝙨𝙤𝙥𝙝𝙤𝙘𝙖𝙧𝙥𝙪𝙨 𝙩𝙚𝙩𝙧𝙖𝙜𝙤𝙣𝙤𝙡𝙤𝙗𝙪𝙨 (L.) DC.]

ຖົ່ວພູເປັນພືດເລືອທີ່ປູກງ່າຍ ແລະ ນິຍົມປູກຕາມສວນຫຼັງບ້ານ. ທັງຍອດອ່ອນ, ໃບ, ດອກ ແລະ ຝັກອ່ອນ ສາມາດນຳມາປຸງເປັນອາຫານໄດ້. ຖົ່ວພູອຸດົມສົມບູນໄປດ້ວຍວິຕາມີນ ແລະ ແຮ່ທາດຫຼາຍຊະນິດເຊັ່ນ: ວິຕາມີນເອ, ຊີ, ອີ ແລະ ຍັງເປັນຜັກທີ່ມີໂປຣຕີນສູງ ຊື່ງເປັນຕົວຊ່ວຍເສີມສ້າງພູມຄຸ້ມກັນໃນຮ່າງກາຍ ແລະ ເຮັດໃຫ້ຮ່າງກາຍແຂງແຮງ.

ອ່ານເພີ່ມເຕີມ: https://species.phakhaolao.la/search/specie_details/746
_ _ _
PhaKhaoLao: first online agrobiodiversity platform in Lao PDR
Web: www.phakhaolao.la
Twitter: https://twitter.com/PhakhaoL
App: https://bit.ly/348xNje
YouTube: https://bit.ly/3fl4PB5
_ _ _

CDE in Laos
CDE - Centre for Development and Environment, University of Bern

 #ຂັ້ນຕອນແລະວິທີໂຫວດໃຫ້ທີມ Phakhaloa AI ທຸກໆຄະແນນຈາກທ່ານ ມີຄວາມໝາຍຕໍ່ທີມພວກເຮົາຫຼາຍ! 💚1 ທ່ານສາມາດໂຫວດ 1 ຄັ້ງ
18/09/2026

#ຂັ້ນຕອນແລະວິທີໂຫວດໃຫ້ທີມ Phakhaloa AI
ທຸກໆຄະແນນຈາກທ່ານ ມີຄວາມໝາຍຕໍ່ທີມພວກເຮົາຫຼາຍ! 💚
1 ທ່ານສາມາດໂຫວດ 1 ຄັ້ງ

📣 ຮ່ວມໂຫວດໃຫ້ທີມທີ່ທ່ານມັກ! 🎉ຂໍຄະແນນໃຫ້ Phakhaolao AI 🤖🌿ທຸກໆຄະແນນຈາກທ່ານ ມີຄວາມໝາຍຕໍ່ທີມພວກເຮົາຫຼາຍ! 💚🙏 ກົດໂຫວດໃຫ້ Phakh...
18/09/2026

📣 ຮ່ວມໂຫວດໃຫ້ທີມທີ່ທ່ານມັກ! 🎉

ຂໍຄະແນນໃຫ້ Phakhaolao AI 🤖🌿
ທຸກໆຄະແນນຈາກທ່ານ ມີຄວາມໝາຍຕໍ່ທີມພວກເຮົາຫຼາຍ! 💚

🙏 ກົດໂຫວດໃຫ້ Phakhaolao AI ແດ່ເດີ!
ຮ່ວມເປັນກຳລັງໃຈ ແລະ ລຸ້ນຮັບຂອງລາງວັນສຸດພິເສດໄປນຳກັນ! 🎁✨

🔥 ຮ່ວມໂຫວດທີມທີ່ທ່ານມັກເພື່ອລຸ້ນຮັບຂອງລາງວັນສຸດພິເສດ! 🎉

ຂໍເຊີນຊວນທຸກທ່ານຮ່ວມເປັນສ່ວນໜຶ່ງໃນງານປະກາດລາງວັນ LAO DIGITAL AWARDS 2026 ໂດຍການຮ່ວມໂຫວດໃຫ້ກັບທີມແຂ່ງຂັນທີ່ທ່ານມັກ ເພື່ອລຸ້ນຮັບຂອງລາງວັນຈາກງານ! 🎁✨

📲 ວິທີການຮ່ວມໂຫວດ:
📑 ສະແກນ QR Code ເທິງຮູບພາບເພື່ອເຂົ້າສູ່ລະບົບໂຫວດ ຫຼື ກົດລິ້ງ
✅ https://award.laoexpos.com/join/lda2026voting
ແລະ ເລືອກທີມທີ່ທ່ານມັກແລ້ວກົດໂຫວດເລີຍ!

📌 ໝາຍເຫດ:
- ກິດຈະກຳໂຫວດນີ້ຈັດຂຶ້ນເພື່ອແຈກຂອງລາງວັນເທົ່ານັ້ນ (ບໍ່ມີຜົນຕໍ່ຄະແນນການແຂ່ງຂັນຕົວຈິງ)
1 ທ່ານ ມີສິດໂຫວດພຽງ 1 ຄັ້ງເທົ່ານັ້ນ
ພາຍຫຼັງໂຫວດແລ້ວ ຈະໄດ້ຮັບສິດເຂົ້າຮ່ວມການຈັບສະຫຼາກລາງວັນທັນທີ!

✅ ຢ່າລໍຊ້າ! ຮັກທີມໃດ, ເຊຍທີມໃດ ມາຍົກມືໂຫວດໃຫ້ກຳລັງໃຈກັນໄດ້ເລີຍຕັ້ງແຕ່ວັນນີ້! 🚀🇱🇦

#ນະວັດຕະກຳດີຈີຕອນ #ການຫັນເປັນດີຈີຕອນ #ສປປລາວ

🎉 ຂໍເຊີນຊວນເຂົ້າຮ່ວມງານ ການແຂ່ງຂັນ Lao Digital Award 2026! 🚀ງານດີໆ ທຸກຄົນບໍ່ຄວນພາດ! ສາມາດຮ່ວມໃຫ້ກຳລັງໃຈພວກເຮົາແດ່ເດີ  #ທ...
17/09/2026

🎉 ຂໍເຊີນຊວນເຂົ້າຮ່ວມງານ ການແຂ່ງຂັນ Lao Digital Award 2026! 🚀
ງານດີໆ ທຸກຄົນບໍ່ຄວນພາດ! ສາມາດຮ່ວມໃຫ້ກຳລັງໃຈພວກເຮົາແດ່ເດີ #ທີມPhakhaolao Ai ໃນລະຫວ່າງວັນທີ 18-20 ກັນຍານີ້

ຄົ້ນຫາຄວາມຮູ້ໃໝ່ |  #ຕົວແບບຊີວະນາໆພັນກະສິກຳ  #ນຸທິກອນ ສີປະເສີດ (ອ້າຍທັອບ) ອີກໜຶ່ງບຸກຄົນຕົວແບບໃນປີ 2018, ນຸທິກອນ ສີປະເສີດ...
16/09/2026

ຄົ້ນຫາຄວາມຮູ້ໃໝ່ | #ຕົວແບບຊີວະນາໆພັນກະສິກຳ

#ນຸທິກອນ ສີປະເສີດ (ອ້າຍທັອບ) ອີກໜຶ່ງບຸກຄົນຕົວແບບ

ໃນປີ 2018, ນຸທິກອນ ສີປະເສີດ (ທັອບ) ໄດ້ຕັດສິນໃຈລາອອກຈາກວຽກປະຈຳ ເພື່ອຫັນມາເຮັດກະສິກຳຢ່າງເຕັມເວລາ. ຈາກການເລີ່ມຕົ້ນປູກຕົ້ນອ່ອນດອກຕາເວັນ ປັດຈຸບັນ ສວນອາຍອຸ່ນ ປູກຜັກຫຼາຍກວ່າ 100 ຊະນິດ ແລະ ໃຫ້ຄວາມສຳຄັນກັບການຫຼຸດການນຳໃຊ້ສານເຄມີ ພ້ອມທັງຜະລິດປຸ໋ຍອິນຊີໃຊ້ເອງ. ສຳລັບທັອບ, ການເຮັດກະສິກຳທີ່ດີ ບໍ່ແມ່ນພຽງຜະລິດໃຫ້ໄດ້ຫຼາຍ ແຕ່ແມ່ນການຜະລິດຜັກທີ່ ປອດໄພ, ມີຄຸນນະພາບ ແລະ ຕອບສະໜອງຕະຫຼາດ. ຈາກປະສົບການຂອງຕົນ ລາວຍັງໄດ້ນຳຄວາມຮູ້ໄປແບ່ງປັນ ແລະ ຊ່ວຍເຫຼືອຊາວກະສິກອນໃນຊຸມຊົນອື່ນໆ.

ອ່ານເພີ່ມເຕີມ: https://shorturl.at/NXwPT
_ _ _
PhaKhaoLao: first online agrobiodiversity platform in Lao PDR
Web: www.phakhaolao.la
Twitter: https://twitter.com/PhakhaoL
App: https://bit.ly/348xNje
YouTube: https://bit.ly/3fl4PB5
_ _ _

CDE in Laos
CDE - Centre for Development and Environment, University of Bern

Address

Vientiane

Alerts

Be the first to know and let us send you an email when Phakhaolao posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to Phakhaolao:

Shortcuts

Share