26/05/2023
ວັນປະຈຳເດືອນສາກົນ (MH Day) ວັນທີ 28 ພຶດສະພາ ເນັ້ນໜັກເຖິງຄວາມສຳຄັນຂອງການຈັດການສຸຂະອະນາໄມທີດີ (MHM) ໃນລະດັບໂລກ ເຊິ່ງໄດ້ລິເລີ່ມໂດຍ NGO WASH United, ທີ່ຕັ້ງຢູ່ປະເທດເຢຍລະມັນ ໃນປີ 2014. ການຄຸ້ມຄອງສຸຂະອະນາໄມປະຈຳເດືອນ ອາດເປັນເລື່ອງທີທ້າທາຍສໍາລັບແມ່ຍິງ ຢູ່ໃນປະເທດທີ່ກໍາລັງພັດທະນາ ຍ້ອນຂາດນໍ້າສະອາດ ແລະ ວິດຖ່າຍບໍ່ພຽງພໍ. ນອກຈາກນີ້ ວັດທະນະທຳດັ້ງເດີມ ຍັງເຮັດໃຫ້ເປັນການຍາກທີຈະສົນທະນາກ່ຽວກັບການເປັນປະຈຳເດືອນຢ່າງເປີດເຜີຍ, ສິ່ງນີ້ມັນຈຳກັດການເຂົ້າເຖິງຂໍ້ມູນທີກ້ຽວຂ້ອງ ແລະ ສຳຄັນໃນການເຮັດວຽກປົກະຕິຂອງຮ່າງກາຍຜູ້ຍິງນີ້ມີຜົນໂດຍຕົງຕໍ່ສຸຂະພາບ, ການສຶກສາ, ກຽດສັກສີໃນການເຂົ້າເຖິງຂໍ້ມູນທີໄດ້ຮັບການພິຈາລະນາຖືວ່າເປັນສິດທິມະນຸດຂອງເຂົາເຈົ້າ. ໃນປີ 2012, ມີຫລາຍອົງກອນ ທີ່ເຮັດວຽກກ່ຽວຂ້ອງກັບສາທາລະນະສຸກໄດ້ເລີ່ມຕົ້ນທໍາລາຍຄວາມງຽບຂອງສຸຂະອະນາໄມ (MHM ) ແລະ ເຫັນຄວາມສຳຄັນຕໍ່ກັບບັນຫານີ້ໃນທົ່ວໂລກ ເຊິ່ງລວມເຖິງຜູ້ຈັດຕັ້ງຮາກຖານ, ຜູ້ປະກອບການທາງສັງຄົມ ແລະ ອົງການຂອງສະຫະປະຊາຊາດ. ໃນເດືອນພຶດສະພາ 2013 WASH United, ໄດ້ດໍາເນີນການໂຄສະນາ ຜ່ານສື່ອອນລາຍ 28ມື້ ຜ່ານທາງ Twitter ທີ່ມີຊື່ວ່າ "May " ເພື່ອສ້າງຈິດສໍານຶກ ກ່ຽວກັບການປະຈໍາເດືອນ (MHM) ເປັນຂໍ້ພິຈາລະນາທີ່ສໍາຄັນໃນໂຄງການພັດທະນາກ່ຽວກັບນ້ໍາ, ສຸຂາພິບານ ແລະ ສຸຂະອະນາໄມ(WASH) ຜູ້ທີ່ກ້ຽວຂ້ອງກັບແຄມເປນໂຊໂຊ້ມີເດຍລວມທັງ WASH Advocates, Girls' Globe ແລະ Ruby Cup, ໄດ້ຮັບການສະໜັບສະໜູນໂດຍ ໄດ້ຮັບຄໍາຕິຊົມໃນທາງບວກສໍາລັບ "ເດືອນພຶດສະພາ " ແລະ ພວກເຂົາໄດ້ຕັດສິນໃຈທີ່ຈະສ້າງວັນປະຈໍາເດືອນເພື່ອເປັນວັນປູກຈິດສໍານຶກໃນທົ່ວໂລກ.
ສະນັ້ນ, ອົງການຮ່ວມມືລາວ-ເຢຍລະມັນ (GIZ) ປະຈຳລາວ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ, ໂດຍຜ່ານການຈັດຕັ້ງປະຕິບັດໂຄງການສົ່ງເສີມສຸຂະພາບ ແລະ ການຮັກສາອະນາໄມປະຈຳເດືອນເດັກຍິງໃນໂຮງຮຽນ (Study and Expert Fund Individual Measure (SFF EZM)) Advancing Girls' Rights through Improved Menstrual Hygiene ເຫັນໄດ້ຄວາມສຳຂອງການຮັກສາສຸຂະພາບ, ສຸຂະອະນາໄມປະຈຳເດືອນຂອງເດັກຍິງໃນໂຮງຮຽນ ຈື່ງໄດ້ຈັດງານສະເຫຼີມສະຫຼອງວັນປະຈຳເດືອນສາກົນຂື້ນເປັນຄັ້ງທຳອິດໃນ ສປປ ລາວ, ທີ່ສະໂມສອນ ໂຮງຮຽນຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຄັ້ງວັນທີ 26 ພຶດສະພາ 2023. ຈຸດປະສົ່ງເພຶ່ອປູກຈິດສຳນຶກໃຫ້ແກ່ນັກຮຽນ ແລະ ຄູອາຈານເຫັນເຖິງຄວາມສຳຄັນ, ມີຄວາມຮູ້ພື້ນຖານກ່ຽວກັບການດູແລຕົວເອງ ແລະ ແລກປ່ຽນປະສົບການການດູແລຕົວເອງໃນເວລາເປັນປະຈຳເດືອນ. ໂດຍການເປັນປະທານຂອງທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງ ແລະ ທ່ານ ນາງ ຄຣິດສະຕີນາ ຫົວໜ້າພະແນກຮ່ວມມືສາກົນ ສະຖານທູດເຢຍລະມັນ ປະຈຳລາວ. ມີຜູ້ເຂົ້າຮ່ວມງານຕາງໜ້າຈາກຫ້ອງການກະຊວງສຶກສາທິການ ແລະ ກິລາ, ກົມສາມັນສຶກສາ, ພະແນກສຶກສາທິການ ແລະ ກິລານະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄູອາຈານ ແລະ ນ້ອງນັກຮຽນ ຈາກໂຮງຮຽນ ມສ ດົງບັງ, ດອນໜູນ, ຕານມີໄຊ, ອົງການ GIZ, UNICEF, UNFPA, Plan International, Care, ສະມາຄົມ PFHA ແລະ ສູນຊາວໜູ່ມ. ເຊິ່ງກິດຈະກຳພາຍໃນງານກໍ່ໄດ້ມີລາຍການຫຼາກຫຼາຍໃຫ້ຜູ້ເຂົ້າຮ່ວມໄດ້ມີສ່ວນຮ່ວມເຊັ່ນ: ການນຳສະເໜີເລື່ອງການເປັນປະຈຳເດືອນ, ມີອາການແນວໃດ ແລະ ວິທີການຮັກສາເວລາເປັນປະຈຳເດືອນການຢ້ຽມຢາມບູດຈາກຫຼາຍອົງກອນທີ່ເຂົ້າຮ່ວມ, ການສະແດງເທິງເວທີຂອງບັນດານ້ອງໆຈາກ 3 ໂຮງຮຽນ ແລະ ການຫຼີ້ນເກມຕອບຄຳຖາມຜ່ານເກມ Kahoot.