04/03/2025
ຫ້ອງການເລຂາຄະນະກໍາມາທິການແຫ່ງຊາດລາວ ເພື່ອອຸຍແນສໂກ ຂໍຖືເປັນກຽດແຈ້ງມາຍັງບັນດາອົງການຈັດຕັ້ງ ແລະ ສະຖາບັນການສຶກສາ ຊາບວ່າ: ອົງການອຸຍແນສໂກ ປະກາດຮັບສະໝັກໂຄງການ ແລະ ແຜນງານການຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບການສຶກສາ ເພື່ອການພັດທະນາແບບຍືນຍົງ ປະຈໍາປີ 2025 (2025 UNESCO-Japan Prize on Education for Sustainable Development) ໂດຍມີເງິນສະໜັບສະໜູນສູງສຸດເຖິງ 50.000$
ສໍາລັບຂໍ້ມູນ ແລະ ລາຍລະອຽດກ່ຽວກັບທຶນດັ່ງກ່າວ ທ່ານສາມາດເຂົ້າເວັບໄຊໄດ້ທີ່ https://www.unesco.org/en/prizes/education-sustainable-development
ກະລຸນາສົ່ງແຜນການສະໝັກໂຄງການຂອງທ່ານມາຍັງຫ້ອງການເລຂາຄະນະກໍາມາທິການແຫ່ງຊາດລາວ ເພື່ອອຸຍແນສໂກ ໄດ້ທີ່ [email protected] ຫຼື [email protected] ເພື່ອຈະສົ່ງໃຫ້ອົງການອຸຍແນສໂກ ກ່ອນວັນທີ 18 ເມສາ 2025
ສອບຖາມເພີ່ມເຕີມໄດ້ທີ່ເບີໂທ 021 212 108
UNESCO-Japan Prize on Education for Sustainable Development
UNESCO-Japan Prize on Education for Sustainable Development
26/05/2022
ຫ້ອງການ ຄລອ ໄດ້ຈັດກອງປະຊຸມຝຶກອົບຮົມການມີສ່ວນຮ່ວມຂອງຊາວໜຸ່ມໃນການປັກຮັກສາມໍລະດົກໃນ ສປປລາວ ໃນລະຫວ່າງວັນທີ 17-19 ພຶດສະພາ 2022 ທີ່ ແຂວງຫົວພັນ, ມີໂຮງຮຽນ ASPnet ແຂວງຫົວພັນ ແລະ ໂຮງຮຽນທີ່ບໍ່ແມ່ນສະມາຊິກ2 ໂຮງຮຽນເຂົ້າຮ່ວມ, ມີຜູ້ເຂົ້າຮ່ວມທັງໝົດ 40 ທ່ານ, ຍິງ 20 ທ່ານ, ຊາຍ 20 ທ່ານ. ຈຸດປະສົງເພື່ອ: ປູກຈິດສໍານຶກແລະໃຫ້ຄວາມຮູ້ກ່ຽວກັບມໍລະດົກໃຫ້ແກ່ຊາວໜຸ່ມ, ສົ່ງເສີມໃຫ້ຊາວໜຸ່ມມີບົດບາດຢ່າງຫ້າວຫັນໃນການປົກປັກຮັກສາແຫຼ່ງມໍລະດົກຊາດແລະໂລກ, ເພື່ອສ້າງເວທີໃຫ້ຊາວໜຸ່ມໄດ້ມີສ່ວນຮ່ວມໃນການສົນທະນາເພື່ອແກ້ໄຂບັນຫາແລະສິ່ງທ້າທາຍໃນການປົກປັກຮັກສາມໍລະດົກຂອງຊາດແລະໂລກ.
14/02/2022
ໃນໄລຍະບໍ່ດົນມານີ້ ຫ້ອງການເລຂາຄະນະກໍາມາທິການແຫ່ງຊາດລາວ ເພື່ອອຸຍແນສໂກ, ກົມຮ່ວມມືກັບຕ່າງປະເທດ ໄດ້ຈັດກອງປະຊຸມອອກແບບ ແລະ ພັດທະນາຊຸດເຄື່ອງມືການສຶກສາພົນລະເມືອງໂລກ ໂດຍມີຈຸດປະສົງເພື່ອຜັນຂະຫຍາຍວຽກງານການເຜີຍແຜ່, ສະໜອງຂໍ້ມູນພື້ນຖານດ້ານທິດສະດີ ແລະ ວິທີການການສອດແຊກເນື້ອໃນເຂົ້າໃນການຮຽນການສອນ, ການຝຶກອົບຮົມ ແລະ ຄຳແນະນຳໃນການພັດທະນາຫຼັກສູດການສຶກສາພົນລະເມືອງໂລກ ໂດຍເນັ້ນໃສ່ການພັດທະນາຕົນເອງ, ໝູ່ເພື່ອນ ແລະ ທຸກໆຄົນໃນສັງຄົມໃຫ້ກາຍເປັນພົນລະເມືອງດີຂອງໂລກ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ຢູ່ຮ່ວມກັນໂດຍສັນຕິ.
ສຳລັບພາກສ່ວນຕ່າງໆທີ່ໄດ້ເຂົ້າຮ່ວມພັດທະນາປຶ້ມແນະນຳການສຶກສາພົນລະເມືອງໂລກນີ້ ປະກອບມີ: ຜູ້ຕາງໜ້າພັດທະນາຫຼັກສູດຈາກກົມສ້າງຄູ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລສິລະປະສຶກສາ, ວິທະຍາໄລພະລະສຶກສາ, ວິທະຍາໄລຄູດົງຄໍາຊ້າງ, ວິທະຍາໄລຄູບ້ານເກິນ, ວິທະຍາໄລຄູຫຼວງພະບາງ, ວິທະຍາໄລຄູຄັງໄຂ, ວິທະຍາໄລຄູສົງອົງຕື້ ແລະ ພະນັກງານຫ້ອງການ ຄະນະກຳມາທິການ ແຫ່ງຊາດລາວ ເພື່ອອຸຍແນສໂກ, ລວມທັງໝົດ 25 ທ່ານ, ຍິງ 11 ທ່ານ ແລະ ງົບປະມານໃນການໃຊ້ຈ່າຍ ແມ່ນໄດ້ຮັບການສະໜັບສະໜູນຈາກອົງການອຸຍແນສໂກ ພາຍໃຕ້ໂຄງການປະກອບສ່ວນ ຫຼື Participation Programme ປະຈຳປີ 2020-2021.
ລາຍລະອຽດກ່ຽວກັບປຶ້ມແນະນຳການສຶກສາພົນລະເມືອງໂລກ, ສາມາດດາວໂຫຼດໄດ້ຈາກ: https://drive.google.com/file/d/11_x6w3eDKsxPagQ9_VLMzmASP6Z0mhuG/view?usp=sharing
ປຶ້ມແນະນຳການສຶກສາພົນລະເມືອງໂລກ.pdf
04/08/2021
ຫ້ອງການ ຄລອ ຂໍແຈ້ງການສະໝັກຝຶກອົບຮົມ ຫົວຂໍ້ Community Heritage for Sustainability UNESCO Youth Forum | Lao PDR.
ລາຍລະອຽດກ່ຽວກັບການຝຶກອົບຮົມ ສາມາດເຂົ້າເບິ່ງໄດ້ທີ່:
ເປີດຮັບສະໝັກ: Community Heritage for Sustainability UNESCO Youth Forum | Lao PDR
The United Nations Educational, Scientific and Cultural Organization (UNESCO) was founded on 16 November 1945 as the United Nation’s specialized agency.
03/11/2020
ໂຮງຮຽນເຄືອຂ່າຍ ເພື່ອຄວາມເຂົ້າໃຈລະຫວ່າງຊາດ ຫຼື ASPnet ຂອງອົງການອຸຍແນສໂກ ໄດ້ດຳເນີນກິດຈະກຳລະດົມສະໝອງ ກ່ຽວກັບ ອະນາຄົດຂອງການສຶກສາຄັ້ງທີ 10 ຫຼື X Future of Education ໃນບັນດາປະເທດສະມາຊິກ ເພື່ອທວນຄືນການສຶກສາ ແລະ ປັບປຸງການຮຽນ-ການສອນທີ່ສາມາດໃຊ້ເຂົ້າໃນການດຳລົງຊີວິດໄດ້ໃນອະນາຄົດ ຕາມ 4 ເສົາຫຼັກຂອງການຮຽນຮູ້ ເຊັ່ນ: ຮຽນເພື່ອຮູ້, ຮຽນເພື່ອເຮັດ, ຮຽນເພື່ອເປັນ ແລະ ຮຽນເພື່ອຢູ່ຮ່ວມກັນໂດຍສັນຕິ.
ສຳລັບ 33 ໂຮງຮຽນ ASPnet ໃນ ສປປ ລາວ, ມີ 11 ໂຮງຮຽນຢູ່ນະຄອນຫຼວງວຽງຈັນ ທີ່ໄດ້ເຂົ້າຮ່ວມກິດຈະກຳ ລະດົມສະໝອງ ກ່ຽວກັບອະນາຄົດຂອງການສຶກສາ ໃນຫົວຂໍ້ “ຮຽນເພື່ອເປັນ” ຫຼື “Learning to Become” ທີ່ໄດ້ຈັດຂຶ້ນທີ່ ມສ ວຽງຈັນ ໃນຕອນບ່າຍຂອງວັນທີ 14 ຕຸລາ 2020 ໂດຍການເປັນປະທານຂອງທ່ານ ນ. ທອງແດງ ສົມຈັນມະວົງ, ຮອງເລຂາທິການ ຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນສໂກ ພ້ອມດ້ວຍຜູ້ອຳນວຍການ, ຄູ, ພໍ່ແມ່ ແລະ ນັກຮຽນ ເຂົ້າຮ່ວມ ລວມທັງໝົດ 72 ຄົນ, ຍິງ 45 ຄົນ.
ຈຸດປະສົງຂອງການຈັດກິດຈະກຳໃນຄັ້ງນີ້ແມ່ນເພື່ອລະດົມແນວຄວາມຄິດຂອງຜູ້ບໍລິຫານ, ຄູ, ພໍ່ແມ່ນັກຮຽນ ແລະ ນັກຮຽນມັດທະຍົມສຶກສາຕອນປາຍ ຕໍ່ກັບອະນາຄົດຂອງການສຶກສາ ໂດຍສະເພາະແມ່ນການສຶກສາ ເພື່ອການພັດທະນາແບບຍືນຍົງ (ESD) ແລະ ການສຶກສາພົນລະເມືອງໂລກ (GCED).
ການຈັດກິດຈະກຳໃນຄັ້ງນີ້ ມີການນຳສະເໜີເນື້ອໃນອະນາຄົດຂອງການສຶກສາ, ຈັດກຸ່ມຄົ້ນຄ້ວາກ່ຽວກັບວິໄສທັດຂອງຕົນເອງຕໍ່ ESD ແລະ GCED, ປະກອບຄຳເຫັນ ແລະ ມີການແຈກຢາຍອຸປະກອນປ້ອງກັນພະຍາດອັກເສບປອດໂຄວິດ-19. ກິດຈະກຳຄັ້ງນີ້ ໄດ້ດຳເນີນເປັນເວລາເຄິ່ງວັນ ຈິ່ງໄດ້ຈົບລົງດ້ວຍຜົນສຳເລັດ.
ວິດີໂອກ່ຽວກັບອະນາຄົດຂອງການສຶກສາ: https://www.youtube.com/watch?v=7865y7hbehY
06/10/2020
ເຊີນເຂົ້າຮ່ວມສະໝັກຊິງລາງວັນຂອງ UNESCO King Hamad Bin Isa Al-Khalifa ກ່ຽວກັບການນຳໃຊ້ ICT ເຂົ້າໃນການສຶກສາ: ການນຳໃຊ້ປັນຍາປະດິດເພື່ອເພີ່ມຄວາມຕໍ່ເນື່ອງ ແລະ ຄຸນນະພາບຂອງການຮຽນຮູ້ ໃນມູນຄ່າ 25,000 ໂດລາສະຫະລັດ.
ສຳລັບຂໍ້ມູນເພີ່ມເຕີມ: www.unesco.org/ict-ed-prize
www.unesco.org
06/10/2020
ຫ້ອງການຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນດສະໂກ ຂໍແຈ້ງມາຍັງໂຮງຮຽນ ASPnet ຊາບວ່າ ອົງການອຸຍແນສໂກຮ່ວມມືກັບ , ມູນນິທິ Antoine de Saint-Exupery Youth Foundation (FASEJ) ແລະ Stories Labo ຈັດແຂ່ງຂັນການຂຽນນິທານໃນຫົວຂໍ້ “ການສົນທະນາລະຫວ່າງເຈົ້າຊາຍນ້ອຍ ແລະ ເດັກຍິງໜຸ່ມໃນລະຫວ່າງການກັກຕົວເອງເນື່ອງຈາກການລະບາດຂອງພະຍາດອັກເສບປອດໂຄວິດ-19 ເພື່ອເປັນການສະເຫຼີມສະຫຼອງວັນສາກົນແຫ່ງການສຶກສາໃນວັນທີ 24 ມັງກອນ 2021 ແລະ ຄົບຮອບ 120 ປີ ເຈົ້າຊາຍ Antoine de Saint-Exupery ເພື່ອເປັນການກະກຽມໃສ່ງານນິທັດສະການໂລກ ທີ່ຈະຈັດຂຶ້ນທີ່ປະເທດດູໄບ ໃນເດືອນ ຕຸລາ 2021 ຫາ ເມສາ 2022.
ຈຸດປະສົງຂອງການຂຽນບົດນິທານນີ້ ແມ່ນເພື່ອເຮັດໃຫ້ນັກຮຽນໃນໂຮງຮຽນ ASPnet ສາມາດພັດທະນາ ຈິນຕະນາການຂອງພວກເຂົາ ຈາກການພັນລະນາປະສົບການປະຈົນໄພຂອງເຈົ້າຊາຍນ້ອຍທີ່ມີຢູ່ໃນໂລກ ຫຼື ເລື່ອງລາວ ທີ່ສາມາດສື່ສານໃຫ້ຄົນໃນປະຈຸບັນນີ້ຮູ້ກ່ຽວກັບຄວາມຮູ້ສຶກ, ຄວາມຫວັງ ຫຼື ຄຸນຄ່າຂອງຄວາມເປັນມະນຸດໃນໄລຍະເວລາ ຂອງການປິດປະເທດ ແລະ ການກັກຕົວເອງ ເພື່ອເຮັດໃຫ້ນັກຮຽນມີຄວາມສຸກກັບການດຳລົງຊີວິດຢູ່ໃນປະຈຸບັນ ແລະ ເພື່ອສ້າງໂລກໃຫ້ມີຄວາມຍືນຍົງ.
ສຳລັບເນື້ອໃນການຂຽນບົດນິທານແມ່ນບໍ່ເກີນ 5,000 ຄຳເປັນພາສາອັງກິດ ແລະ ສາມາດສົ່ງນິທານຜ່ານ ລະບົບອອນລາຍໄດ້ທີ່ເວັບໄຊທ໌ https://www.learning-planet.org/en/prince ກົດປຸ່ມ “ADD YOUR CONVERSATION”. ປິດຮັບສະໝັກແຂ່ງຂັນໃນວັນທີ 30 ພະຈິກ 2020.
The Little Prince
Learning planet - Inspire and empower learners and citizens wanting to contribute to a positive future!
21/09/2020
ເຊີນທ່ານທີ່ສົນໃຈສະໝັກຊິງລາງວັນ Wenhui ມູນຄ່າ 20,000 ໂດລາສະຫະລັດ ສຳລັບນະວັດທະກຳອັນໃຫມ່ດ້ານການສຶກສາ ເພື່ອຕອບໂຕ້ກັບວິກິດການ ແລະ ການລະບາດຂອງເຊື້ອພະຍາດ.
ກຳນົດລົງທະບຽນຜ່ານລະບົບອອນລາຍ ວັນທີ 27/9/2020
ແບບຟອມສະໝັກ: https://rb.gy/piejwu
ລາຍລະອຽດເພີ່ມເຕີມ: https://bangkok.unesco.org/theme/wenhui-award.
Wenhui Award | UNESCO Bangkok
Wenhui Award: Emphasizing the capacity of education and the human innovative spirit to address and resolve pressing issues and problems, the UNESCO Asia-Pacific Programme of Educational Innovation for Development (APEID) and the National Commission of the People’s Republic of China for UNESCO esta...
25/06/2020
ເຊີນຊາວໜຸ່ມ, ເຍົາວະຊົນ ແລະ ຜູ້ສົນໃຈສົ່ງບົດເລື່ອງ ຫຼື ວິດີໂອສັ້ນ ກ່ຽວກັບປະສົບການດ້ານໂຄວິດ-19 (COVID-19): ທ່ານໄດ້ເຮັດຫຍັງແດ່ໃນຊ່ວງການແຜ່ລະບາດ, ທ່ານມີວິທີປ້ອງກັນແນວໃດ ແລະ ມີສິ່ງທ້າທາຍໃດແດ່..?
ລາຍລະອຽດ ສາມາດເຂົ້າເບິ່ງໄດ້ທີ່ເວັບໄຊທ໌: https://en.unesco.org/youth/my-covid19-story