08/05/2026
ເວລາເຮົາເວົ້າຄຳວ່າ "ກວາງ", "ຄວາມ" ຫຼື "ແຂວນ" ສັງເກດວ່າປາກຂອງເຮົາຕ້ອງໄດ້ເຮັດວຽກໜັກກວ່າປົກກະຕິ. ນັ້ນເປັນເພາະເຮົາຕ້ອງໄດ້ອອກສຽງພະຍັນຊະນະເຖິງ 2 ຕົວໄປພ້ອມໆກັນກ່ອນຈະປ່ອຍສຽງສະຫຼະອອກມາ. ປາກົດການນີ້ ມີຊື່ເອີ້ນຢ່າງເປັນທາງການວ່າ "ພະຍັນຊະນະຄວບ" (Cluster consonant).
"ພະຍັນຊະນະ" ໝາຍເຖິງ ຕົວໜັງສື ຫຼື ຮູບເຄື່ອງໝາຍທີ່ໃຊ້ແທນສຽງປາກເວົ້າ.
"ຄວບ" ໝາຍເຖິງ ການເອົາເຂົ້າກັນ, ການກະທຳຮ່ວມກັນ ຫຼື ການເຮັດໄປພ້ອມໆກັນເປັນຄູ່. ເມື່ອນຳມາລວມກັນ "ພະຍັນຊະນະຄວບ" ຈຶ່ງໝາຍເຖິງ ຕົວອັກສອນຕັ້ງແຕ່ສອງຕົວຂຶ້ນໄປທີ່ນຳມາຂຽນລຽງຕິດກັນ ແລະ ຕ້ອງອ່ານອອກສຽງພ້ອມກັນເປັນຈັງຫວະດຽວ.
"ພະຍັນຊະນະຄວບ" ແມ່ນພະຍັນຊະນະຕົ້ນພະຍາງ 2 ຕົວ ທີ່ອາໄສສະຫຼະດຽວກັນ ແລະ ຕ້ອງອ່ານອອກສຽງພະຍັນຊະນະທັງ 2 ຕົວນັ້ນພ້ອມກັນ (ອ່ານໄວໃຫ້ເປັນສຽງດຽວກັນ). ມັນຄືລຳດັບຂອງພະຍັນຊະນະທີ່ຢູ່ຕິດກັນທີ່ປາກົດຂຶ້ນຢູ່ຕົ້ນພະຍາງ ຫຼື ທ້າຍພະຍາງ ໂດຍບໍ່ມີສຽງສະຫຼະມາກັ້ນກາງ.
ໃນລະບົບພາສາລາວ ພະຍັນຊະນະຕົວທີສອງ ທີ່ສາມາດນຳມາເຮັດໜ້າທີ່ເປັນ "ຕົວຄວບ" ໄດ້ນັ້ນ ມີພຽງແຕ່ 3 ຕົວເທົ່ານັ້ນ ຄື: ວ, ລ, ຣ.
ການໃຊ້ຕົວ "ວ" ຄວບ: ເປັນການຄວບສຽງທີ່ເປັນພື້ນຖານທີ່ສຸດຂອງຄຳລາວເດີມ. ຕົວ "ວ" ສາມາດນຳໄປຄວບກັບພະຍັນຊະນະເຄົ້າໄດ້ເກືອບທຸກຕົວ ເຊັ່ນ: ກວ (ກວາງ), ຂວ (ຂວາ), ຄວ (ຄວາມ), ຊວ (ຊວາດ), ຕວ (ຊັ້ນຕວ໋າ) ແລະ ອື່ນໆ.
ການໃຊ້ຕົວ "ລ" ແລະ "ຣ" ຄວບ: ຄຳທີ່ມີ ລ ແລະ ຣ ຄວບ ສ່ວນຫຼາຍແມ່ນມີເຄົ້າມາຈາກພາສາຕ່າງປະເທດ ຫຼຶ ຄຳທັບສັບ. ເຊັ່ນ: ຄລ (ຄລີນິກ), ປລ (ປລາສະຕິກ), ກຣ (ກຣາມ), ຕຣ (ເອເລັກໂຕຣນິກ), ຝຣ (ຝຣັ່ງ).
ໃນແງ່ຂອງສັດທະສາດ, ການເປັ່ງສຽງພະຍັນຊະນະຄວບ ຮຽກຮ້ອງໃຫ້ອະໄວຍະວະອອກສຽງ (ຖານ-ກອນ) ເຮັດວຽກປະສານກັນຢ່າງວ່ອງໄວ. ຕົວຢ່າງສຽງ /kw/ ໃນຄຳວ່າ "ກວາງ", ໂຄນລີ້ນຕ້ອງຍົກຂຶ້ນແຕະເພດານອ່ອນ (ເພື່ອອອກສຽງ ກ) ແລະ ໃນຂະນະດຽວກັນ ຮິມສົບກໍຕ້ອງຫໍ່ມົນເຂົ້າຫາກັນ (ເພື່ອອອກສຽງ ວ) ແລ້ວປ່ອຍກະແສລົມອອກມາພ້ອມກັນກ່ອນຈະລາກເຂົ້າສູ່ສຽງສະຫຼະ.
ທ່ານຮູ້ຫຼືບໍ່ວ່າ ຕົວ "ຫວ" ໃນພາສາລາວ ເປັນຕົວອັກສອນທີ່ພິເສດຫຼາຍ ເພາະມັນສາມາດເຮັດໜ້າທີ່ໄດ້ທັງເປັນ "ພະຍັນຊະນະປະສົມ" ແລະ "ພະຍັນຊະນະຄວບ"
ເປັນພະຍັນຊະນະປະສົມ: ເມື່ອມັນອອກສຽງພຽງແຕ່ຕົວຫຼັງ (ຕົວ ວ) ໃນລະດັບສຽງສູງ ເຊັ່ນຄຳວ່າ "ຫວີ" (ເຮົາອອກສຽງ /wi/ ສຽງສູງ, ບໍ່ໄດ້ອອກສຽງ ຫະ-ວີ).
ພະຍັນຊະນະຄວບ: ເມື່ອມັນຖືກນຳມາອອກສຽງຄວບກັນແທ້ໆໃນບາງຄຳສັບ ເຊັ່ນຄຳວ່າ "ຫົນຫວາຍ" ຫຼື "ເມືອງເຫວ້" ເຊິ່ງຕົວ ຫ ແລະ ວ ໄດ້ຖືກນຳມາຄວບສຽງເຂົ້າກັນ.
ນອກຈາກນີ້, ໃນຂະນະທີ່ພາສາອັງກິດອະນຸຍາດໃຫ້ມີພະຍັນຊະນະຄວບ 3 ຕົວຢູ່ຕົ້ນພະຍາງ (ເຊັ່ນ: string, split) ແລະ ຄວບຢູ່ທ້າຍພະຍາງໄດ້ (ເຊັ່ນ: desk, act); ພາສາລາວເຮົາມີກົດເກນທີ່ເຄັ່ງຄັດກວ່າ ຄືອະນຸຍາດໃຫ້ຄວບໄດ້ສູງສຸດພຽງ 2 ຕົວ ແລະ ຕ້ອງຄວບຢູ່ສະເພາະຕົ້ນພະຍາງເທົ່ານັ້ນ.
#ປະມວນສັບພາສາສາດ #ພະຍັນຊະນະຄວບ #ອັກສອນຄວບ #ໄວຍາກອນລາວ #ພາສາສາດ
07/05/2026
06/05/2026
05/05/2026
04/05/2026
03/05/2026
02/05/2026
02/05/2026
02/05/2026