Lao Railway Technical and Vocational College

Lao Railway Technical and Vocational College

Share

ຍິນດີຕ້ອນຮັບ
ແຜ່ນທີ່ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ
ຄິກລີ້ງ https://goo.gl/maps/ZF6KPBTgkr3etxzK8

Photos from Lao Railway Technical and Vocational College's post 16/06/2026

ສາມອົງການຈັດຕັ້ງມະຫາຊົນ ສສກ ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025

ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025 ໂດຍໄດ້ຮັບການສະໜັບມະໜູນຈາກ ຄະນະຊີ້ນຳລະດັບຊາດເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂຶ້ນ ເມື່ອວັນທີ 12 ມິຖຸນາ 2026 ທີ່ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍາລິດ ຂັນທະຈັກ ເລຂາໜ່ວຍພັກຮາກຖານ, ຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ, ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສີພອນ ສີບຸນເຮືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ, ສະຫາຍ ພຸດທອງ ຄຳວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ, ທັງເປັນປະທານກວດກາ, ພ້ອມດ້ວຍຫົວໜ້າພະແນກອົບຮົມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ບັນດາຄະນະຮັບຜິດຊອບ, ຄູ-ອາຈານ, ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມດ້ວຍບັນຍາກາດຟົດຟື້ນ.
ການຈັດງານໃນຄັ້ງນີ້, ກໍເພື່ອເປັນການຈັດຕັ້ງສະເຫຼີມສະຫຼອງສາມວັນປະຫວັດສາດຂອງຊາດ ແລະ ຂອງພັກ ປີ 2025 ກໍຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 70 ປີ (22/3/1955-22/3/2025); ວັນສະຖາປະນາ ສປປ ລາວ 50 ປີ (2/12/1975-2/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ 105 ປີ (13/12/1920-13/12/2025) ແລະ ຂໍ່ານັບຮັບຕ້ອນ ແລະ ຊົມເຊີມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ.
ສຳລັບການແຂ່ງຂັນດັ່ງກ່າວ, ແມ່ນໄດ້ມີ 8 ທີມເຂົ້າຮ່ວມແຂ່ງຂັນ (ທີມ A - ທີມ H) ດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມ່ວນຊື່ນ ຜ່ານການແຂ່ງຂັນຜົນປະກົດວ່າ ອັນດັບທີ 1 ໄດ້ແກ່ ທີມ A ມີ ທ້າວ ຄັດທະນາມ ບົວມາລາ, ທ້າວ ນັດຊາກອນ ສີບັນຍາວົງໄຊ ແລະ ນາງ ຫຼ້ານີ ພັນທະວົງ ໄດ້ຮັບຫຼຽນລາງວັນ, ທຶນການສຶກສາ 1 ລ້ານກີບ ແລະ ໃບຍ້ອງຍໍ; ອັນດັບທີ 2 ທີມ D ມີນາງ ພູຄຳ ວິໄລທອງ, ນາງ ເພັດສະໝອນ ແລະ ນາງ ໂຊນີ ຢາງກົງຈີ ໄດ້ຮັບຫຼຽນລາງວັນ, ທຶນການສຶກສາ 7 ແສນກີບ ແລະ ໃບຍ້ອງຍໍ ແລະ ອັນດັບທີ 3 ໄດ້ແກ່ ທີມ G ມີ ທ້າວ ວອນ ອິນທະວົງ, ທ້າວ ວຸດທິໄຊ ໄກຍະສອນ ແລະ ນາງ ຈັນທິມາ ມະນີ ແລະ ອີກ 5 ທີມແມ່ນໄດ້ຮັບລາງວັນຊົມເຊີຍ ນອກຈາກນີ້, ຍັງມີການມອບລາງວັນກອງເຊຍດີເດັ່ນອີກດ້ວຍ.

ພາບ-ຂ່າວ ຈາກ Facebook: TVED.gov.la

Photos from Lao Railway Technical and Vocational College's post 13/06/2026

ໃນຕອນບ່າຍຂອງວັນທີ 11 ມິຖຸນາ 2026 ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ໄດ້ຕ້ອນຮັບຂະບວນທັດສະນະສຶກສາ ຂອງ ຄູ_ອາຈານ ແລະ ນ້ອງນັກສຶກສາປີ 3 ປະລິນຍາຕີ ພາກວິຊາບໍລິຫານທຸລະກິດ ແລະ ການທ່ອງທ່ຽວ ສະຖາບັນຣັຕນະບໍລິຫານທຸລະກິດ ຈຳນວນ 50 ຄົນ , ເພື່ອເປັນການສົ່ງເສີມກິດຈະກຳຂອງຊາວຫນຸ່ມນັກສຶກສາໃຫ້ສອດຄ່ອງຕາມ 03 ລັກສະນະ 05 ຫຼັກມູນການສຶກສາຂອງກະຊວງສຶກສາທິການ ແລະ ກິລາ ໄດ້ວາງອອກ, ພ້ອມດຽວກັນນັ້ນ ທາງຄະນະພະແນກ, ຄະນະພາກວິຊາ ຄູອາຈານ ແລະ ນັກສຶກສາຂອງວິທະຍາໄລ ໄດ້ນໍາພາຂະບວນທັດສະນະສຶກສາຢ້ຽມຊົມສະຖານທີ່ສອນພາກປະຕິບັດໃນ 6 ພາກວິຊາ ເປັນຕົ້ນແມ່ນໃຫ້ນັກສຶກສາໄດ້ສໍາຜັດປະສົບການຕົວຈິງໃນຫ້ອງປະຕິບັດຈໍາລອງການຂັບຂີ່, ອຸປະກອນລະບົບເຕັກນິກຕູ້ລົດໄຟ, ແບບຈໍາລອງຂົນສົ່ງສິນຄ້າ-ໂດຍສານ, ລະບົບສັນຍານ-ສື່ສານທາງລົດໄຟ, ການສະໜອງໄຟຟ້າໃຫ້ແກ່ລົດໄຟ, ລະບົບລາງລົດໄຟ ແລະ ອື່ນໆ. ນອກຈາກຢ້ຽມຊົມດ້ານໂຄງລ່າງພື້ນຖານ ແລະ ອຸປກອນເຕັກນິກແລ້ວ, ສິ່ງສໍາຄັນນ້ອງໆນັກສຶກສາແມ່ນມີຄວາມສົນໃຈ ແລະ ໄດ້ສອບຖາມແລກປ່ຽນຄໍາຄິດເຫັນ ກັບ ຄູອາຈານ ກ່ຽວກັບລະບົບເຕັກນິກລົດໄຟລາວໃນແຕ່ລະສາຂາວິຊາຢ່າງເປັນຂະບວນຟົດຟື້ນ ແລະ ເຕັມໄປດ້ວຍບັນຍາກາດອັນມ່ວນຊື່ນ ແລະ ຫວັງວ່າ ພາຍຫລັງສໍາເລັດການໄປທັດສະນະສຶກສາໃນຄັ້ງນີ້ຈະມີຜົນປະໂຫຍດ ແລະ ປະສົບການທີດີ ຕໍ່ທີມນ້ອງນັກສຶກສາອີກດ້ວຍ

Photos from Lao Railway Technical and Vocational College's post 11/06/2026

ໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2026, ທ່ານ ວິໄລພອນ ພົມມະຫາໄຊ, ຄະນະປະຈໍາພັກ, ຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະອຳນວຍການ, ຄະນະພະແນກ ແລະ ຄະນະຊ່ຽວຊານຈີນ ຂອງ ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ລົງເຄື່ອນໄຫວພົບປະຢ້ຽມຢາມ ແລະ ປຶກສາຫາລືວຽກງານການຮ່ວມມືກັບ ບໍລິສັດ ທາງລົດໄຟ ລາວ-ຈີນ.
ຈຸດປະສົງຫຼັກຂອງການຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອປຶກສາຫາລືການຮ່ວມມືລະຫວ່າງ ວິທະຍາໄລ ກັບ ບໍລິສັດທາງລົດໄຟ ລາວ-ຈີນ ໃຫ້ມີຄວາມແໜ້ນແຟ້ນ ເພື່ອແນ່ໃສ່ການພັດທະນາດ້ານ ການຮຽນ-ການສອນໃຫ້ ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງຂະແໜງການທາງລົດໄຟໃນປັດຈຸບັນ ແລະ ເພື່ອເປີດໂອກາດໃຫ້ນັກສຶກສາໄດ້ຮຽນຮູ້ ແລະ ຝຶກງານຕົວຈິງ ພ້ອມທັງຍົກລະດັບທັກສະວິຊາຊີບດ້ານລົດໄຟ ໃຫ້ໄດ້ມາດຕະຖານ ແລະ ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານໃນປັດຈຸບັນ ແລະ ຮອງຮັບການຂະຫຍາຍຕົວຂອງລະບົບຂົນສົ່ງທາງລົດໄຟໃນອະນາຄົດ.

Photos from Lao Railway Technical and Vocational College's post 01/06/2026

ໃນຕອນເຊົ້າ ຂອງວັນທີ 31 ພຶດສະພາ ຄຊປປລ ກະຊວງສຶກສາທິການ ແລະ ກິລາ ໄດ້ສ້າງຂະບວນການປູກຕົ້ນເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46ປີ (1 ມິຖຸນາ 1980-1ມິຖຸນາ 2026) ຢ່າງຟົດຟື້ນ ພາຍໃຕ້ຄຳຂວັນ “ໜຶ່ງຄົນໜຶ່ງຕົ້ນ” ເພື່ອເພີ່ມເນື້ອທີ່ສີຂຽວ ແລະ ປຸກຈິດສຳນຶກຮັກສາສິ່ງແວດລ້ອມໃຫ້ແກ່ໄວໜຸ່ມ ແລະ ບຸກຄະລາກອນທາງການສຶກສາ, ທີ່ໂຮງຮຽນເຕັກນິກ-ວິຊາຊີບ ການລົດໄຟ, ໂດຍໃຫ້ກຽດເຂົ້າຮ່ວມ ສະຫາຍ ປອ ຈັນທະວົງ ປັນຍາສິລິ ຄະນະພັກກະຊວງ, ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມ, ສະມາຊິກຊາວໜຸ່ມ, ພະນັກງານ ລັດຖະກອນ, ຄູ ອາຈານ ແລະ ນ້ອງໆນັກສຶກສາ ກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດກິດຈະກຳໃນຄັ້ງນີ້ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງວັນສຳຄັນຂອງຊາດເທົ່ານັ້ນ, ແຕ່ຍັງເປັນການຈັດຕັ້ງປະຕິບັດຕາມແນວທາງຂອງພັກ ແລະ ລັດຖະບານ ໃນການເພີ່ມເນື້ອທີ່ປົກຄຸມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ.
ຄຊປປລ ກະຊວງສຶກສາທິການ ແລະ ກິລາ ໄດ້ເລັງເຫັນເຖິງຄວາມສຳຄັນຂອງຊາວໜຸ່ມ, ຄູ ອາຈານ ແລະ ນັກຮຽນ, ນັັກສຶກສາ ທີ່ຈະເປັນກຳລັງຫຼັກໃນການຂັບເຄື່ອນວຽກງານນີ້ໂດຍເລີ່ມຕົ້ນຈາກການປູກຕົ້ນໄມ້ຄົນລະໜຶ່ງຕົ້ນເພື່ອສ້າງຄວາມຮັບຜິດຊອບຮ່ວມກັັນຕໍ່ທຳມະຊາດ, ບໍ່ພຽງແຕ່ປູກຕົ້ນໄມ້ໃນມື້ນີ້ເທົ່ານັ້ນ, ແຕ່ຕ້ອງພ້ອມໃຈກັນເອົາໃຈໃສ່ບົວລະບັດຮັກສາ, ຫົດນ້ຳ ແລະ ປົກປັກຮັກສາໃຫ້ຕົ້ນໄມ້ເຫຼົ່ານີ້ໃຫ້ເຕີບໃຫຍ່ແຂງແຮງເພື່ອເປັນຮົ່ມເງົາ ແລະ ເປັນຄັງອາຫານ, ຄັງຢາພື້ນເມືອງໃຫ້ແກ່ຄົນຮຸ່ນຫຼັງ.
ການຈັດກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້ໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ສະແດງໃຫ້ເຫັນເຖິງຄວາມສາມັກຄີ ແລະ ຄວາມຮັບຜິດຊອບສູງຂອງຊາວໜຸ່ມຂະແໜງສຶກສາ ແລະ ກິລາ ໃນການຮ່ວມມືກັນປູກຕົ້ນໄມ້ໃນມື້ນີ້.

Photos from Lao Railway Technical and Vocational College's post 29/05/2026

ໃນວັນທີ 29 ພຶດສະພາ 2026 , ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ໄດ້ຈັດກິດຈະກຳ ແຂ່ງຂັນທັກພາສາຈີນ ປະຈຳປີ 2026 *“ພາຍໃຕ້ຫົວຂໍ້: ກ້າວສູ່ໂລກລົດໄຟດ້ວຍພາສາຈີນ ແລະ ສ້າງຄວາມຊົງຈຳທີ່ງົດງາມ* ” ຂອງນັກສຶກສາຂຶ້ນຢາງເປັນທາງການ. ການຈັດກິດຈະກຳໃນຄັ້ງນີ້ມີຈຸດປະສົງຫຼັກເພື່ອວັດແທກລະດັບຄວາມຮູ້ພາສາຈີນພື້ນຖານ, ເພື່ອຝຶກທັກສະການປາກເວົ້າ ແລະ ການນຳສະເໜີໃຫ້ແກ່ນັກສຶກສາ, ເພື່ອສ້າງບັນຍາກາດການຮຽນຮູ້ທີ່ສ້າງສັນ ແລະ ການກຽມຄວາມພ້ອມໃຫ້ນັກສຶກສາກ່ອນລົງຝຶກງານຕົວຈິງ, ພ້ອມທັງເປັນການກະຕຸ້ນຄວາມສົນໃຈໃນການຮຽນພາສາຈີນໃຫ້ແກ່ນັກສຶກສາໃຫ້ສອດຄ່ອງກັບ 3 ລັກສະນະ 5 ຫຼັກມູນການສຶກສາ ທີ່ ກະຊວງສຶກສາທິການ ແລະ ກິລາ ວາງອອກ.
ບັນຍາກາດພາຍໃນງານ ແມ່ນເຕັມໄປດ້ວຍຄວາມຟົດຟື້ນ, ມ່ວນຊື່ນ ໂດຍມີຄະນະອຳນວຍການ, ພະນັກງານ-ຄູອາຈານ ແລະ ນ້ອງໆນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ. ການຈັດກິດຈະກຳໃນຄັ້ງນີ້ບໍ່ພຽງແຕ່ເປັນເວທີໃຫ້ນັກສຶກສາໄດ້ສະແດງຄວາມຮູ້ຄວາມສາມາດເທົ່ານັ້ນ ແຕ່ຍັງເປັນໂອກາດອັນດີໃນການແລກປ່ຽນປະສົບການທີ່ຫຼາກຫຼາຍ, ເພື່ອໃຫ້ນ້ອງໆນັກສຶກສານຳປະສົບການທີ່ໄດ້ຮັບໃນຄັ້ງນີ້ໄປພັດທະນາທັກສະຂອງຕົນເອງໃນອະນາຄົດ.

Photos from Lao Railway Technical and Vocational College's post 27/05/2026

ໃນວັນທີ 26 ພຶດສະພາ 2026 ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ໄດ້ສົ່ງຕົວແທນ ນ້ອງໆນັກສຶກສາ ສະມາຊິກຊາວໜຸ່ມ ເຂົ້າຮ່ວມກິດຈະກຳ ຖາມ-ຕອບ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ-ສປ ຈີນ ຄົບຮອບ 65ປີ ການຈັດກິດຈະກຳໃນຄັ້ງນີ້ຖືເປັນຂະບວນການໜຶ່ງທີ່ສຳຄັນໃນການສົ່ງເສີມຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບສາຍພົວພັນມິດຕະພາບ ໃຫ້ແກ່ຊາວຫນຸ່ມເຍົາວະຊົນ ຜູ້ທີ່ເປັນກຳລັງແຮງໃຫ້ແກ່ການພັດທະນາປະເທດຊາດໃນອະນາຄົດ. #ຊາວຫນຸ່ມ ໂຮງຮຽນເຕັກນິກ-ວິຊາຊີບ ການລົດໄຟ

Photos from Lao Railway Technical and Vocational College's post 11/05/2026

ໃນວັນທີ 08 ພຶດສະພາ 2026 ຮາກຖານຊາວໜຸ່ມວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງ ຄຊປປລ ຄົບຮອບ 71 ປີ (14 ເມສາ 1995-14 ເມສາ 2026) ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພຸດທອງ ຄຳວິໄລ ຮອງເລຂາຊາວໜຸ່ມ, ປະທານກວດກາຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຮາກຖານ ແລະ ສະມາຊິກຊາວໜຸ່ມວິທະຍາໄລເຂົ້າຮ່ວມ 283 ກວ່າສະຫາຍ. ໃນພິທີດັ່ງກ່າວ ຄະນະຮາກຖານຊາວໜຸ່ມວິທະຍາໄລໄດ້ຂຶ້ນຜ່ານບົດສະຫຼຸບລາຍງານຜົນສໍາເລັດທີ່ຍາດມາໄດ້ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າ. ໃນໂອກາດນີ້ ທ່ານປະທານ ໄດ້ກ່າວມີຄໍາເຫັນ, ປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງ ຄຊປປລ ຄົບຮອບ 71 ປີ ທີ່ສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ປູກຈິດສໍານຶກໃຫ້ແກ່ຊາວໜຸ່ມລາວຮຸ້ນໃໝ່ ຮູ້ເຖິງຄຸນງາມຄວາມດີສືບທອດມູນເຊື້ອອັນດີງາມຈາກບັນພະບູລຸດ ແລະ ວິລາຊົນຂອງຊາດ ດັ່ງສົມກັບຄໍາຂວັນຂອງພັກໄດ້ຂະໜານນາມວ່າ: ຊາວໜຸ່ມ “ເປັນແຂນຂາຂອງພັກ ແລະ ເປັນກະດູກສັນຫຼັງຂອງປະເທດຊາດ”. ນອກຈາກນັ້ນ ທ່ານ ປະທານ ຍັງໃຫ້ກຽດມອບໃບຢັ້ງຢືນ 4 ບຸກ, ໃບຍ້ອງຍໍໃຫ້ແກ່ຄະນະ ແລະ ສະມາຊິກຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນຂອງຮາກຖານຊາວໜຸ່ມວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ປະຈໍາປີ 2025.

Photos from Lao Railway Technical and Vocational College's post 08/05/2026

ໃນຕອນບ່າຍຂອງວັນທີ 7 ພຶດສະພາ 2026 ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ໄດ້ຕ້ອນຮັບຂະບວນທັດສະນະສຶກສາ ຂອງພະນັກງານ ຄູ-ອາຈານ ແລະ ນ້ອງໆນັກຮຽນຈາກໂຮງຮຽນມັດທະຍົມສົມບູນສາຍຝົນ. ໃນໂອກາດນີ້, ທາງຄະນະຮັບຜິດຊອບຂອງວິທະຍາໄລໄດ້ເລົ່າປະຫວັດຄວາມເປັນມາຂອງວິທະຍາໄລ ພ້ອມດຽວກັນນັ້ນ ທາງຄະນະພະແນກ, ຄະນະພາກວິຊາ, ຄູອາຈານ ແລະ ນັກສຶກສາຂອງວິທະຍາໄລໄດ້ ນຳພາຂະບວນທັດສະນະສຶກສາລົງຢ້ຽມຊົມສະຖານທີ່ສຳຄັນຕ່າງໆພາຍໃນ 6 ພາກວິຊາ ເປັນຕົ້ນແມ່ນນັກຮຽນໄດ້ສໍາຜັດປະສົບການຕົວຈິງໃນຫ້ອງປະຕິບັດຈໍາລອງການຂັບຂີ່, ອຸປະກອນລະບົບຕູ້ລົດໄຟ, ແບບຈໍາລອງຂົນສົ່ງສິນຄ້າ-ໂດຍສານ, ລະບົບສັນຍານ-ສື່ສານທາງລົດໄຟ, ການສະໜອງໄຟຟ້າໃຫ້ແກ່ລົດໄຟ, ລະບົບລາງລົດໄຟ ແລະ ອື່ນໆ. ນອກຈາກຢ້ຽມຊົມດ້ານໂຄງລ່າງພື້ນຖານ ແລະ ອຸປະກອນເຕັກນິກແລ້ວ, ສິ່ງສໍາຄັນນ້ອງໆນັກຮຽນແມ່ນໃຫ້ຄວາມສໍາຄັນ ແລະ ມີຄວາມສົນໃຈສູງໃນແຕ່ລະສາຂາອາຊີບ ໂດຍສະແດງອອກນັກຮຽນຜັດປ່ຽນກັນສອບຖາມແລກປ່ຽນຄໍາຄິດເຫັນ ກັບ ຄູອາຈານຢ່າງເປັນຂະບວນຟົດຟື້ນມ່ວນຊື່ນ. ພິເສດນັກຮຽນຈໍານວນຫລາຍ ສົນໃຈອາຊີບທາງລົດໄຟ. ພາຍຫລັງສິ້ນສຸດການຢ້ຽມຊົມ ຄະນະຮັບຜິດຊອບຂອງວິທະຍາໄລໄດ້ກ່າວອວຍພອນ ແລະ ຂໍໃຫ້ການໄປທັດສະນະສຶກສາໃນຄັ້ງນີ້ຈະເປັນປະໂຫຍດຕໍ່ນ້ອງນັກຮຽນ ແລະ ຫວັງຢ່າງຍີ່ງວ່າຈະໄດ້ເຫັນນ້ອງໆທີ່ມາທັດສະນະສຶກສາມື້ນີ້ ເຂົ້າມາເປັນນັກສຶກສາວິທະຍາໄລ ເຕັກນິກ-ວິຊາຊີບ ໃນສົກຮຽນ 2026-2027 ຈະເຖິງນີ້.

Photos from Lao Railway Technical and Vocational College's post 07/05/2026

ໃນຕອນບ່າຍຂອງວັນທີ 06 ພຶດສະພາ 2026 ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ
ໄດ້ສ້າງຂະບວນການອອກແຮງງານລວມ ເພື່ອຕ້ອນຮັບວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 71ປີ, ໂດຍສະເພາະຄະນະໝ່ວຍພັກ ວິທະຍາໄລ ໄດ້ນໍາພາ-ຊີ້ນໍາໜ່ວຍຊາວໜຸ່ມຮາກຖານວິທະຍາໄລ ເຕົ້າໂຮມສະມາຊິກຊາວໜຸ່ມ, ພະນັກງານ ຄູອາຈານ ແລະ ນ້ອງໆນັກສຶກສາ ເປັນເອກພາບກັນອອກແຮງງານລວມ, ອະນາໄມ, ປັດກວາດ ພາຍໃນອາຄານຮຽນ, ອາຄານປະຕິບັດ, ຫໍພັກ ແລະ ບໍລິເວນອ້ອມຂ້າງວິທະຍາໄລເພື່ອປັບປຸງສະພາບແວດລ້ອມໃຫ້ສະອາດສວຍງາມ ຢ່າງເປັນຂະບວນການຟົດພື້ນ.

Photos from Lao Railway Technical and Vocational College's post 30/04/2026

ໃນວັນທີ 30/4/2026 ຄູອາຈານ ພ້ອມດ້ວຍນັກສຶກສາວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ໄດ້ອອກແຮງງານລວມ ເນື່ອງໃນໂອກາດສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 140 ປີ.

Want your school to be the top-listed School/college?

Telephone