06/07/2023
ຍິນດີຕ້ອນຮັບນ້ອງໆທຸກຄົນ 🎊💕
🎉ຂໍສະແດງຄວາມຍິນດີ🎉ກັບນ້ອງໆທີ່ໄດ້ຜ່ານການສຳພາດເຂົ້າມາເປັນຊະມາຊິກ ທີມNOUL MAKER ລຸ້ນທີ 11
ສໍາລັບນ້ອງນ້ອງໆທີ່ບໍ່ຜ່ານການສໍາພາດກໍບໍ່ຟ້າວເສຍໃຈໄປ ເພາະວ່າເຮົາຍັງມີກິດຈະກໍາອີກຫຼາກຫຼາຍລໍຖ້າໃຫ້ພວກນ້ອງໄດ້ເຂົ້າຮ່ວມນໍາພວກເຮົາຢູ່ເດີ້ 🥰
#ຄວທ #ນັກປະດິດມຊ
26/06/2023
📢📢 ປະກາດ📢📢
🎉 ລາຍຊື່ຜູ້ທີ່ຜ່ານເຂົ້າຮອບສຳພາດ ການເຂົ້າເປັນສະມາຊິກ ກຸ່ມນັກປະດິດ ມ.ຊ ຮຸ່ນທີ່ 11.
ວັນສຳພາດແມ່ນ: ວັນພຸດທີ 28/06/2022 ເວລາ 13:00 ເປັນຕົ້ນໄປ.
ສະຖານທີ່ ຕຶກ CS ຫ້ອງ CS003
ຂໍໃຫ້ທຸກຄົນໂຊກດີ 💕
#ຄວທ #ນັກປະດິດມຊ
01/06/2023
🎉Opportunity Alert ມາເປັນຄອບຄົວດຽວກັນກັບພວກເຮົາ 😍
ປະກາດ ປະກາດ 🥳
ທາງກຸ່ມ ນັກປະດິດ ມ.ຊ (NUOLMaker) 🤖🤖 ຂອງພວກເຮົາຈະໄດ້ມີການເປິດຮັບສະມາຊິກໃຫມ່. ເຊິ່ງມີເງື່ອນໄຂໃນການລົງສະໝັກດັ່ງນີ້:
1️ ຕ້ອງເປັນນັກສຶກສາຂອງ ຄະນະ ວິທະຍາສາດທຳມະຊາດ.
2️ ຕ້ອງເປັນນັກສຶກສາ (ປີ 1 ຫຼື 2) ເທົ່ານັ້ນ!
3️ ມີຄວາມມັກ ແລະ ຮັກໃນການຄົ້ນຄິດປະດິດສ້າງສິ່ງໃໝ່ໆ.
4️ ສາມາດເສຍສະຫຼະເວລາມາຮ່ວມກິດຈະກຳຕ່າງໆໄດ້.
5️ ມີຄວາມອົດທົນ, ພະຍາຍາມ, ຕັ້ງໃຈ ແລະ ຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນເອງ.
6️ ຕ້ອງມີຄວາມຮູ້ພື້ນຖານ ພາສາ C ຫຼື ພາສາອື່ນ ມາກ່ອນກໍໄດ້.
- ສາມາດສະໝັກໄດ້ຕາມລີ້ງລຸ່ມນີ້: 📌📌(ເປິດໃຫ້ລົງສະໝັກແຕ່ມື້ນີ້ ຈົນຮອດວັນທີ 16/06/2023)
https://forms.gle/pJmUATFcMmZC6GWQA
ປະກາດຜູ້ທີ່ຈະຜ່ານເຂົ້າສຳພາດວັນທີ 20/06/2023.
ຂໍຂອບໃຈ
#ນັກປະດິດມຊ #ຄວທ
14/04/2023
🎉 🎊 ສະບາຍດີປີໃໝ່ລາວ ພສ 2566 Happy Lao New year 2023
ທີມງານ SciDev ຂໍອວຍພອນໄຊໃຫ້ທ່ານຈົ່ງມີແຕ່ຄວາມສຸກກາຍສຸກໃຈ ສົມຫວັງທຸກປະການດ້ວຍເທີນ ❣️
🎉 🎊 ສະບາຍດີປີໃໝ່ລາວ ພສ 2566 Happy Lao New year 2023
ທີມງານ NUOL MAKER ຂໍອວຍພອນໄຊໃຫ້ທ່ານຈົ່ງມີແຕ່ຄວາມສຸກກາຍສຸກໃຈ ສົມຫວັງທຸກປະການດ້ວຍເທີນ ❣️
08/03/2023
Happy International Women's Day 💕
𝑯𝒂𝒑𝒑𝒚 𝑰𝒏𝒕𝒆𝒓𝒏𝒂𝒕𝒊𝒐𝒏𝒂𝒍 𝑾𝒐𝒎𝒆𝒏’𝒔 𝑫𝒂𝒚💐
ຊົມເຊີຍວັນແມ່ຍິງສາກົນຄົບຮອບ 113 ປີຢ່າງສຸດໃຈ
____________________________________________
03/03/2023
🔥ທຸກຄົນເຄີຍສົງໄສບໍ່ວ່າ Machine Learning ແມ່ນຫຍັງ? ພວກເຮົາຄວນຈະເລີ່ມສຶກສາກ່ຽວກັບເລື່ອງນີ້ເລີຍດີບໍ່?
ℹ️ ໃນຄວາມເປັນຈິງແລ້ວ ການຮຽນຮູ້ ຫຼື ໃນພາສາອັງກິດເອີ້ນວ່າ “learning” ແມ່ນທັກສະພື້ນຖານຂອງສິ່ງທີ່ມີຊີວິດທຸກຊະນິດຢູ່ເທິງໂລກຂອງເຮົາ
ℹ️ ການຮຽນຮູ້ແມ່ນຫຍັງ? ຖ້າຈະໃຫ້ອະທິບາຍໂດຍງ່າຍ ການຮຽນຮູ້ສາມາດອະທິບາຍໄດ້ວ່າ ເປັນຂະບວນການສຶກສາ-ຮຽນຮູ້, ການຝຶກຝົນທັກສະ ຫຼື ສະສົມປະສົບການ ຜ່ານການປະຕິບັດຕົວຈິງ, ການຮຽນຮູ້ ຫຼື ການຖືກອົບຮົມສັ່ງສອນ. ຕົວຢ່າງ: ການຝຶກແອບໃຫ້ພືດຕອບສະໜອງກັບແສງ ແລະ ອຸນຫະພູມໃດໜຶ່ງ.
❓ແລ້ວເຄື່ອງຈັກຈະຮຽນຮູ້ໄດ້ແນວໃດ ເມື່ອເວົ້າເຖິງ Machine Learning? ເຮົາອາດຈະຕ້ອງຕັ້ງຄຳຖາມວ່າ ລະຫວ່າງ ມະນຸດ ແລະ ເຄື່ອງຈັກມີການຮຽນຮູ້ແຕກຕ່າງ ຫຼື ຄືກັນແນວໃດ?
ℹ️ ເພື່ອໃຫ້ເຂົ້າໃຈໃຫ້ແຈ່ມແຈ້ງຂຶ້ນຕື່ມສຳລັບການຮຽນຮູ້ຂອງມະນຸດນັ້ນ ຈະອະທິບາຍໄດ້ຄື ມະນຸດເຮົາແມ່ນອາໄສຄວາມຈຳ ເພື່ອພັດທະນາຄວາມສາມາດຂອງໂຕເຮົາເອງ ຜ່ານການຝຶກຝົນ ແລະ ຈະຕ້ອງໄດ້ຝຶກເຮັດຊ້ຳໆເພື່ອໃຫ້ເກີດຄວາມຮູ້ຄວາມຊຳນານ. ຕົວຢ່າງ: ການຝຶກຂີ່ລົດຖີບ ພວກເຮົາອາດຈະຕ້ອງທົດລອງຂຶ້ນຂີ່ຫຼາຍໆຄັ້ງ ແລະ ມັກຈະມີຫຼາຍຄັ້ງໃນຊ່ວງເລີ່ມຕົ້ນທີ່ເຮົາອາດຈະລົ້ມ ຫຼື ຂີ່ບໍ່ຄ່ອງແຄ້ວ; ແຕ່ເມື່ອເຮົາຝຶກຂີ່ຊ້ຳໆ ເຮົາກໍ່ຈະສາມາດຮັກສາຄວາມສົມດຸນໄດ້ດີຂຶ້ນເລື້ອຍໆ ແລະ ໃນທ້າຍທີ່ສຸດເຮົາກໍ່ຈະສາມາດຂີ່ລົດຖີບໄດ້ຢ່າງຄ່ອງແຄ້ວຊຳນານ.
ℹ️ ສຳລັບເຄື່ອງຈັກນັ້ນ (machine) ແຕກຕ່າງຈາກສິ່ງທີ່ມີຊີວິດຢ່າງຊັດເຈນ ເພາະວ່າເຄື່ອງຈັກບໍ່ໄດ້ເກີດມາຈາກທຳມະຊາດ ແລະ ບໍ່ແມ່ນຜົນໄດ້ຮັບຈາກວິວັດທະນາການຄືກັບສິ່ງທີ່ມີຊີວິດ ແຕ່ຊ້ຳພັດແມ່ນສິ່ງທີ່ໄດ້ຈາກການປະດິດສ້າງຂອງມະນຸດ.
ℹ️ ກັບມາເລື່ອງ Machine Learning (ML) ຂອງເຮົາ. ML ແມ່ນສາຂາຍ່ອຍຂອງປັນຍາປະດິດ (Artificial Intelligence) ແລະ ສາມາດຮຽນຮູ້ໂດຍອາໄສຄວາມຮູ້ ຫຼື ເຫດການຈາກອະດີດ; ເມື່ອມີຂໍ້ມູນຈາກອະດີດໃຫ້ຮຽນຮູ້ຫຼາຍເທົ່າໃດ ປະສິດທິພາບຂອງ ML ກໍ່ຍິ່ງດີຂຶ້ນເທົ່ານັ້ນ. ນອກຈາກນີ້, ການເຮັດວຽກຂອງ ML ຈະເຮັດວຽກໂດຍພິຈາລະນາ ຄົ້ນຫາຄຳຕອບ ຫຼື ທາງແກ້ບັນຫາທີ່ດີທີ່ສຸດ ແລະ ໃຫ້ປະສິດທິຜົນສູງສຸດ.
❓ຄຳວ່າ ‘Machine Learning’ ມີມາດົນປານໃດແລ້ວ?
ℹ️ ສິ່ງໜຶ່ງທີ່ຫຼາຍຄົນອາດຈະຍັງບໍ່ຮູ້ ແລະ ອາດຄິດວ່າ ML ແມ່ນສິ່ງໃໝ່. ແຕ່ໃນຄວາມເປັນຈິງແລ້ວ ML ໄດ້ເກີດຂຶ້ນໃນປີ 1943 ເຊິ່ງເປັນຜົນງານການຄົ້ນຄວ້າຂອງ Walter Pitts ແລະ Warren McCulloch; ພວກເຂົາໄດ້ສ້າງແບບຈຳລອງ ທາງຄະນິດສາດ (Mathemetical model) ໃນຮູບແບບເຄືອຄ່າຍປະສາດ (neural network) ເຊິ່ງໄດ້ອະທິບາຍຜ່ານການຕິພິມບົດຄວາມທາງຄະນິດສາດທີ່ມີຊື່ວ່າ “A Logical Calculus of the Ideas Immanent in Nervous Activity”.
ℹ️ນັບແຕ່ປີ 1943 ເປັນຕົ້ນມາ ມີເຫດການຫຍັງແດ່ທີ່ເປັນໜ້າຈົດຈຳກ່ຽວກັບເລື່ອງ machine learning? ຜູ້ຂຽນຈະຍົກບາງເຫດການທີ່ພົ້ນເດັ່ນອອກມາດັ່ງນີ້:
🔹 IBM’s Deep Blue ສາມາດເອົາຊະນະຜູ້ຫຼິ້ນໝາກເສິກ (chess) ລະດັບແຊັ້ມໂລກໄດ້
🔹 Facebook (Meta Platforms, inc. ໃນປະຈຸບັນ) ໄດ້ພັດທະນາ DeepFace ເຊິ່ງ ເປັນອານກໍລິທຶມສາມາດລະບຸຜູ້ຄົນໃນຮູບວ່າບຸກຄົນດັ່ງກ່າວແມ່ນໃຜໄດ້ໃນລະດັບດຽວກັນກັບທີ່ມະນຸດສາມາດເຮັດໄດ້
🔹 Google DeepMind (ພາຍໃຕ້ບໍລິສັດ Google) ໄດ້ພັດທະນາອານກໍລິເທິມທີ່ມີຊື່ວ່າ AlphaGo ເຊິ່ງສາມາດເອົາຊະນະເກມໝາກລ້ອມກັບຜູ້ຫຼິ້ນລະດັບໂລກ
🔹 ບໍລິສັດ OpenAI ໄດ້ເປີດໂຕ ອານກໍລິທຶມທີ່ກ່ຽວກັບ natural language processing ທີ່ມີຊື່ວ່າ GPT-3. GPT-3 ແມ່ນຖືກພິຈາລະນາໃຫ້ເປັນແບບຈຳລອງພາສາທີ່ທັນສະໄໝ ແລະ ດີທີ່ສຸດໃນໂລກ ດ້ວຍເຫດຜົນທີ່ວ່າ (1) ມັນສາມາດສ້າງຂໍ້ຄວາມໄດ້ໃນລະດັບພາສາມະນຸດ, (2) ນຳໃຊ້ 175 ພັນລ້ານພາຣາມິເຕີ ແລະ (3) ແບບຈຳລອງນີ້ຖືກສ້າງໂດຍໃຊ້ Microsoft Azure’s AI Supercomputer.
⭐️ ມາຮອດຈຸດນີ້ ຜູ້ຂຽນຫວັງວ່າ ບັນດາຜູ້ອ່ານຄົງຈະພໍມະໂນພາບໄດ້ວ່າ Machine Learning ແມ່ນອີ່ຫຍັງກັນແທ້ ແລະ ຈະສາມາດສ້າງແຮງຈູງໃຈໃຫ້ນັກຮຽນ ນັກສຶກສາ ນັກພັດທະນາໂປຣແກຣມ ຕະຫຼອດຮອດເຖິງຜູ້ຊ່ຽວຊານດ້ານຕ່າງໆ ໃນບ້ານເຮົາ ໃຫ້ເກີດຄວາມສົນໃຈ ແລະ ຫັນມາສຶກສາກ່ຽວກັບ Machine Learning ໃຫ້ຫຼາຍຂຶ້ນ ບໍ່ຫຼາຍກໍ່ໜ້ອຍ.
📌 ສຳລັບຕອນຕໍ່ໄປ ພວກເຮົາຈະມາເນັ້ນໜັກ ແລະ ອະທິບາຍກ່ຽວກັບປະເພດຂອງ machine learning. ສະນັ້ນ ລໍຖ້າຕິດຕາມນຳກັນເລີຍ!!!
References:
[1] https://bit.ly/3J70voI
[2] https://bit.ly/3IBvojK
[3] https://bit.ly/3IMBIVs
[4] https://bit.ly/3mdAbjH
14/12/2022
ປຸ່ມລັດໃນຄຼີບຼອດ
Ctrl + S : ບັນທຶກເອກະສານຕ່າງໆ
Ctrl + W : ປິດໜ້າຕ່າງທີ່ກຳລັງໃຊ້ງານຢູ່
Ctrl + N : ສ້າງເອກະສານໃໝ່
Ctrl + O : ເປີດໜ້າຕ່າງ ເພື່ອເປີດ File
Ctrl + Z : ຍົກເລີກການເຮັດວຽກກ່ອນຫນ້ານີ້ ( Undo )
Ctrl + F : ຫາຂໍ້ມູນໃນຄອມພິວເຕີ
Ctrl + X : ຕັດຂໍ້ຄວາມ ຫຼື object ທີ່ເລືອກໄວ້
Ctrl + C : ສຳເນົາຂໍ້ຄວາມ ຫຼື object ທີ່ເລືອກໄວ້
Ctrl + V : ວາງຂໍ້ຄວາມ ຫຼື object ທີ່ສຳເນົາໄວ້
Ctrl + A : ເລືອກຂໍ້ຄວາມທັງໝົດ
Ctrl + [ : ຫຼຸດຂະໜາດຕົວອັກສອນທີ່ເລືອກໄວ້
Ctrl + ] : ເພີ່ມຂະໜາດຕົວອັກສອນທີ່ເລືອກໄວ້
Ctrl + B : ເຮັດໂຕອັກສອນເປັນແບບໜາ
Ctrl + I : ເຮັດໂຕອັກສອນແບບອຽງ
Ctrl + U : ຂີດເສັ້ນກ້ອງຂໍ້ຄວາມ
Ctrl + Shift : ເມື່ອເລືອກ File ແລ້ວກົດສອງປຸ່ມນີ້ ພ້ອມເລືອກເມົ້າຈະ
ເປັນການສ້າງທາງລັດໄປລາຍການທີ່ເລືອກໄດ້
Ctrl + Home : ກັບໄປຈຸດເລີ່ມຕົ້ນຂອງເອກະສານ
Ctrl + End : ໄປສ່ວນທ້າຍຂອງເອກະສານ
Ctrl + Esc : ໄປສ່ວນທີ່ເປັນລາຍການໜ້າຫຼັກ
Ctrl + Shift + < : ຫຼຸດຂະໜາດຕົວອັກສອນທີ່ເລືອກໄວ້
Ctrl + Shift + > : ເພີ່ມຂະໜາດຕົວອັກສອນທີ່ເລືອກໄວ້
Alt + Space + C : ປິດໜ້າຕ່າງໂປຼແກຼມທີ່ເປີດຢູ່
Alt + Space + N : ຫຼຸດຂະໜາດໜ້າຕ່າງໂປຼແກຼມ
Alt + Space + R : ຫຼຸດຂະໜາດຫນ້າຕ່າງໂປຼແກຼມໃຫ້ນ້ອຍລົງ
Windows + Prt sc : ແຄບໜ້າຈໍ
#
07/12/2022
ປະກາດດດດດ❗️❗️
ເຊີນຊວນນັກສຶກສາ ພາກວິຊາວິທະຍາສາດຄອມພິວເຕີ ຄະນະວິທະຍາສາດທໍາມະຊາດທຸກຄົນ🥰 ເຂົ້າຮ່ວມງານປະຖົມນິເທດ ໃນວັນເສົາ (10/12/2022)
25/11/2022
📣ມາໆເພສ Scidev ເຮົາມີຂອງດີມາບອກຕໍ່ ແຈກຟຣີສຳລັບຄຣອສຮຽນອອນລາຍ “ ແຖມຟຣີ Certificates “ ອີກ😱
1) UK Open University Free Online Courses with Free Certificates
Link: https://scholarshipscorner.website/open-university-online-courses-with-free-certificates/
2) Asian Development Bank Institute Courses with Free Certificates
Link: https://scholarshipscorner.website/adbi-courses-with-free-certificates/
3) UNICEF Free Online Courses with Free Certificates
Link: https://scholarshipscorner.website/unicef-online-courses-with-free-certificates/
4) Google Digital Marketing Course with Free Certificate
Link: https://scholarshipscorner.website/google-free-digital-marketing-course/
5) HP Free Online Courses with Free Certificates
Link: https://scholarshipscorner.website/hp-free-online-courses-with-free-certificates/
6) Google Analytics Academy Free Courses with Free Certificates
Link: https://scholarshipscorner.website/google-analytics-academy-courses/
7) World Health Organization Free Online Courses with Free Certificates
Link: https://scholarshipscorner.website/who-free-online-courses-with-free-certificates/
ທີ່ມາ ເພສ : Scholarships Corner
15/11/2022
Skill ຖ້າເເປລຈາກພາສາອັງກິດໝາຍຄວາມເຖິງ " ທັກສະ " ເຊິ່ງທັກສະທີ່ສຳຄັນໃນການເປັນໂປຣເເກຣມເພື່ອໃຊ້ໃນການເຮັດວຽກຈະມີ 2 ຮູບເເບບໄດ້ເເກ່:
☑️1) Technical Skill ເປັນທັກສະດ້ານຄວາມຮູ້ ຄວາມສຳນານໃນດ້ານເທັກນິກ
☑️2) Soft Skill ເປັນທັກສະ ຄວາມຮູ້ຄວາມສຳນານທີ່ບໍ່ກ່ຽວຂ້ອງໂດຍຕົງກັບທາງເທັກນິກ ເເຕ່ມັນຈະຊ່ວຍໝຸນໃຫ້ວຽກງານເຮົາດີຂຶ້ນ
⭕️ທັກສະເເລກເລີຍ Technical skill ເຮົາສາມາດຫາໄດ້ຈາກຄອສຮຽນ ຮຽນອອນລາຍ ເສັງເອົາໃບຮັບຮອງຕ່າງໆ (Certiflcate) ຫລືຈາກປະສົບການຈາກການເຮັດວຽກຕົວຈິງ
ຕົວຢ່າງທັກສະດ້ານນີ້ສຳຫລັບໂປຣເເກຣມເມີ ເຊັ່ນ ການຂຽນພາສາໂປຣເເກຣມ , ມີຄວາມສາມາດໃຊ້ Framework/librery , ມີຄວາມຮູ້ຈັກ Docker/kubernetes , ສາມາດໃຊ້ Cloud Platform ຕ່າງໆ , ເຂົ້າໃຈ Data structure & algorithm, GitHub ,ສາມາດໃຊ້ Database & SQL ເເລະອື່ນໆ ເປັນຕົ້ນ.
⭕️ ເເຕ່ທັກສະຂໍ້ສອງຄື Soft skill ມັນເປັນທັກສະທີ່ໄດ້ມາຈາກການປະຕິບັດ ເຖິງຈະໃຫ້ເຮົາໄປຮຽນຫລືໄປເສັງໄດ້ໃບຮັບຮອງຕ່າງໆ ເເຕ່ມັນກໍ່ເປັນໄດ້ພຽງເຈ້ຍໃບໜຶ່ງ ເພາະມັນຕ້ອງອາໃສປະສົບການ ການເຮັດວຽກໄປເລື່ອຍໆ ຍິ່ງຜ່ານຮ້ອນຜ່ານໜາວ ຜ່ານການເຮັດວຽກມາຫລາຍເທົ່າໃດ ກໍ່ຕ້ອງໄດ້ປຽບກວ່າເດັກຈົບໃຫມ່
Soft Skill ທີ່ຄວນມີ ອັນນີ້ຂໍເວົ້າລວມໆ ກ່ຽວກັບຄົນເປັນໂປຮເເກຮມເຊິ່ງເຮົາຄວນມີດັງນີ້ (ຖ້າເຮັດໄດ້)
✅️ 1) ທັກສະໃນການເຮັດວຽກເປັນທີມ ເພາະການພັດທະນາ software ສ່ວນຫລາຍ ບໍ່ໄດ້ເຮັດວຽກຄົນດຽວ ຕ້ອງຈັບມືເຮັດວຽກກັບໝູ່ຮ່ວມທີມໃຫ້ໄດ້ນຳ
✅️ 2)ທັກສະໃນການຕິດຕໍ່ສື່ສານ ການສື່ສານກັນພາຍໃນທີມ ບໍ່ວ່າຈະເປັນການໃຊ້ໂອ້ລົມກັນ ພິມຂໍ້ຄວາມຫາກັນ ບໍ່ວ່າຈະສື່ສານໃນຮູບເເບບໃດຈຳເປັນຕ້ອງມີ ບໍ່ເເມ່ນຈະເຮັດເເຕ່ຄົນດຽວ ບໍ່ສື່ສານກັບຄົນອື່ນເລີຍ ເຮັດຫຍັງບໍ່ບອກກ່າວ ອັນນນີ້ກໍ່ບໍ່ໄດ້
✅ 3) ທັກສະການນຳສະເໜີ ແລະເລົ່າເລື່ອງຕ່າງໆ ຕ້ອງຍອມຮັບວ່າບັນຫາຂອງນັກຂຽນໂປລແກລມ ເວລາທີ່ຈະໄປນຳສະເໜີໜ້າກອງປະຊຸມ ມັກຈະເຮັດໄດ້ບໍ່ດີ ຈົນຮອດຈຸດທີ່ເວົ້າກັບຄົນອື່ນທີ່ບໍ່ຮູ້ຫຍັງເລີຍ ດັ່ງນັ້ນເຮົາຈໍາເປັນຕ້ອງຮູ້ວິທີການປ່ຽນຄໍາເວົ້າມນດ້ານ ໄອທີ ເຂົ້າໄປໃນຄໍາອະທິບາຍທີ່ຄົນບໍ່ໄດ້ຈົບດ້ານໄອທີ່ ສາມາດເຂົ້າໃຈໄດ້
✅ 4) ທັກສະຮັບມືກັບຄວາມຄຽດ ເນື່ອງຈາກວ່າວຽກງານພັດທະນາຊອບແວແມ່ນຫຍຸ້ງ ຮີບດ່ວນ ເເລະ ປະສົມກັບບັນຫາຢູ່ຕະຫລອດ ສໍາລັບເຫດຜົນນີ້ຈຶງຄວນຮັບມືກັບຄວາມຄຽດໃຫ້ໄດ້ນຳ
✅ 5) ທັກສະການບໍລິຫານເວລາ ເນື່ອງຈາກວ່າວຽກງານການພັດທະນາຊອບແວແມ່ນ ຕ້ອງໄວ ຖ້າການຈັດການເວລາບໍ່ເປັນ ຈະເຮັດໃຫ້ກັບບ້ານຊ້າ ບໍ່ມີເວລາສ່ວນຕົວສຳລັບຄົນທີ່ເຮົາຮັກ.
✅ 6) ທັກສະການຄິດວິເຄາະ ເນື່ອງຈາກວ່າການຂຽນໂປລແກລມ ເຮົາບໍ່ພຽງແຕ່ຂຽນຢ່າງດຽວ ຕ້ອງສາມາດຄິດແລະວິເຄາະ ເພື່ອໃຫ້ສາມາດອອກແບບຊອບແວຕາມຄວາມຕ້ອງການຂອງລູກຄ້າດ້ວຍຕົນເອງ
✅ 7) ການປັບຕົວ ຍ້ອນນັກພະທະນາຈະໄດ້ມີການປ່ຽນບ່ອນເຮັດວຽກຢູ່ຕະຫລອດ ຕ້ອງປະເຊີນກັບສັງຄົມທີ່ແປກໃຫມ່ທີ່ບໍ່ເຄີຍພົບເຈີ ເຮົາຈຶ່ງຈຳເປັນຕ້ອງປັບຕົວ ເພື່ອໃຫ້ເຮົາສາມາດເຮັດວຽກກັບທີມງານທຸກຄົນໄດ້ດີ
.
.
ແຫຼ່ງ
https://www.mebmarket.com/web/index.php?action=BookDetails&data=YToyOntzOjc6InVzZXJfaWQiO3M6NzoiMTcyNTQ4MyI7czo3OiJib29rX2lkIjtzOjY6IjEzMTQxMiI7fQ
.
.
.
✍ ຂຽນໂດຍນັກຂຽນSciDev
13/11/2022
ປັນຫາທີ່ສາຍ Dev ຕ້ອງພົບເຈີ🥲