DevCurve ຫ້ອງຮຽນເສີມທັກສະ

DevCurve ຫ້ອງຮຽນເສີມທັກສະ Contact information, map and directions, contact form, opening hours, services, ratings, photos, videos and announcements from DevCurve ຫ້ອງຮຽນເສີມທັກສະ, Education Website, Vientiane, Vientiane.

17/02/2025

ບັນຊີ 101: EP1 ເຂົ້າໃຈເອກະສານລາຍງານການເງິນແບບງ່າຍໆ

#ສອນບັນຊີ

ສົມຜົນການບັນຊີ ເປັນພື້ນຖານທີ່ຄວນເອົາໃຈໃສ່ ເພາະບໍ່ວ່າຈະຮຽນລົງເລີກໄປເທົ່າໃດຜົນສຸດທ້າຍຂອງການບັນທຶກບັນຊີທີ່ໄດ້ເຮັດກໍຈະຖືກສະແ...
13/11/2024

ສົມຜົນການບັນຊີ ເປັນພື້ນຖານທີ່ຄວນເອົາໃຈໃສ່ ເພາະບໍ່ວ່າຈະຮຽນລົງເລີກໄປເທົ່າໃດຜົນສຸດທ້າຍຂອງການບັນທຶກບັນຊີທີ່ໄດ້ເຮັດກໍຈະຖືກສະແດງອອກມາໃນບົດລາຍງານຜ່ານບັນດາລາຍການຂອງສົມຜົນດັ່ງກ່າວ

#ບັນຊີ #ບັນຊີວິສາຫະກິດ #ຮຽນບັນຊີ #ສອນບັນຊີ #ຄິດໄລ່ອາກອນ

ໃກ້ໝົດປີແລ້ວ ກະກຽມແຈ້ງເສຍອາກອນກຳໄລ່ ງວດທີ 2DevCurve ຫ້ອງຮຽນເສີມທັກສະ ເອົາໂຄງຮ່າງໃບລາຍງານສົມທຽບຜົນໄດ້ຮັບດ້ານບັນຊີ ແລະ ດ້າ...
12/11/2024

ໃກ້ໝົດປີແລ້ວ ກະກຽມແຈ້ງເສຍອາກອນກຳໄລ່ ງວດທີ 2
DevCurve ຫ້ອງຮຽນເສີມທັກສະ ເອົາໂຄງຮ່າງໃບລາຍງານສົມທຽບຜົນໄດ້ຮັບດ້ານບັນຊີ ແລະ ດ້ານອາກອນມາຝາກ ເພື່ອຜູ້ທີ່ສົນໃຈຢາກນຳໄປໃຊ້.

#ບັນຊີ #ບັນຊີວິສາຫະກິດ #ຮຽນບັນຊີ #ສອນບັນຊີ #ຄິດໄລ່ອາກອນ

ຮຽນ ແລະ ເຮັດວຽກບັນຊີມາດົນ ຮູ້ຫລືບໍ່ວ່າເປັນຫຍັງຈິ່ງຕ້ອງເຮັດບັນຊີ..???ຕິຕາມຄວາມຮູ້ດີໆໄດ້ທີ່ DevCurve #ບັນຊີ  #ບັນຊີວິສາຫະກ...
06/04/2024

ຮຽນ ແລະ ເຮັດວຽກບັນຊີມາດົນ ຮູ້ຫລືບໍ່ວ່າເປັນຫຍັງຈິ່ງຕ້ອງເຮັດບັນຊີ..???

ຕິຕາມຄວາມຮູ້ດີໆໄດ້ທີ່ DevCurve

#ບັນຊີ #ບັນຊີວິສາຫະກິດ #ຮຽນບັນຊີ #ສອນບັນຊີ

ໜື່ງໃນວຽກງານທີ່ເປັນພື້ນຖານອັນສຳຄັນຂອງການເຮັດບັນຊີກໍ່ຄືການຮັບປະກັນຄຸນະພາບຂອງການສະໜອງຂໍ້ມູນຂ່າວສານທາງການເງິນ.DevCurve ເຮົາ...
04/04/2024

ໜື່ງໃນວຽກງານທີ່ເປັນພື້ນຖານອັນສຳຄັນຂອງການເຮັດບັນຊີກໍ່ຄືການຮັບປະກັນຄຸນະພາບຂອງການສະໜອງຂໍ້ມູນຂ່າວສານທາງການເງິນ.

DevCurve ເຮົາໃຫ້ຫລາຍກວ່າຄວາມຮູ້

#ການບັນຊີ #ບັນຊີລາວ #ຮຽນບັນຊີ #ສອນບັນຊີ

ວິສາຫະກິດທີ່ຕິດພັນກັບຜົນປະໂຫຍດສາທາລະນະນັ້ນ ຕາມລະບຽບກົດໜາຍວ່າດ້ວຍການບັນຊີຂອງ ສປປ ລາວ ແມ່ນຕ້ອງໄດ້ປະຕິບັດມາດຕະຖານສາກົນດ້ານກ...
02/04/2024

ວິສາຫະກິດທີ່ຕິດພັນກັບຜົນປະໂຫຍດສາທາລະນະນັ້ນ ຕາມລະບຽບກົດໜາຍວ່າດ້ວຍການບັນຊີຂອງ ສປປ ລາວ ແມ່ນຕ້ອງໄດ້ປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ ເພື່ອສ້າງສ້າງເອກະສານລາຍວານການເງິນ
ເຮົາຈະນຳເອົາຂໍ້ມູນດີໆ ແລະ ມີປະໂຫຍດມານຳສະເໜີຢູ່ເລື່ອຍໆ ສາມາດຕິດຕາມເຮົາໄດ້ທີ່ DevCurve ຫ້ອງຮຽນເສີມທັກສະ ເຮົາໃຫ້ຫຼາຍກວ່າຄວາມຮູ້
#ບັນຊີວິສາຫະກິດ #ວິສາຫະກິດທີ່ຕິດພັນກັບຜົນປະໂຫຍດສາທາລະນະ

ວິສາຫະກິດແຕ່ລະຂະໜາດແມ່ນມີຫຼັກການ ແລະ ມາດຕະຖານການລາຍງານການເງິນ ທີ່ກຳໜົດໄວ້ໂດຍກະຊວງການເງິນ ທ່ານສາມາດສຶກສາເພີ່ມຕື່ມໄດ້. ສິ່...
01/04/2024

ວິສາຫະກິດແຕ່ລະຂະໜາດແມ່ນມີຫຼັກການ ແລະ ມາດຕະຖານການລາຍງານການເງິນ ທີ່ກຳໜົດໄວ້ໂດຍກະຊວງການເງິນ ທ່ານສາມາດສຶກສາເພີ່ມຕື່ມໄດ້. ສິ່ງສຳຄັນແມ່ນເຮົາຕ້ອງຮຽນຮູ້, ສືກສາ ແລະ ເຂົ້າໃຈວ່າ ວິສາຫະກິດທີ່ເຮົາກຳລັງດຳເນີນຢູ່ ຫຼື ເຮັດວຽກຢູ່ນັ້ນ ຈັດຢູ່ໃນຂະໜາດໃດ? ແລະ ຖືເປັນວິສາຫະກິດທີ່ຕິດພັນກັບຜົນປະໂຫຍດສາທະລະນະ ຫຼື ບໍ່? ຈິ່ງຈະສາມາດຮູ້ໄດ້ວ່າເຮົາຕ້ອງນຳໃຊ້ຫຼັກການ ແລະ ມາດຕະຖານການລາຍງານການເງິນຕົວໃດ
DevCurve ໄດ້ຂຽນກ່ຽວກັບການກຳນົດຂະໜາດຂອງວິສາຫະກິດໄວ້ແລ້ວສາມາດເບີ່ງໄດ້ທີ່ 👉 https://www.facebook.com/permalink.php?story_fbid=pfbid02YKVYbd7YGrzGukGe6giGa7TUP5oeqsFJ78nbWccN3aJeniP5xSFR7gUDNyyXvW9gl&id=100093860344588
DevCurve ຫ້ອງຮຽນເສີມທັກສະ ເຮົາໃຫ້ຫລາຍກວ່າຄວາມຮູ້
#ບັນຊີວິສາຫະກິດ #ຫຼັກການບັນທຶກບັນຊີ #ຫຼັກການຄ້າງຮັບຄ້າງຈ່າຍ

ຖ້າທຸລະກິດຂອງທ່ານຈັດຢູ່ໃນຂັ້ນຂອງ "ຈຸນລະວິສາຫະກິດ", ວິສາຫະກິດຂອງທ່ານສາມາດຖືບັນຊີ ໂດຍນຳໃຊ້ ຫຼັກການເງິນສົດໄດ້, ແຕ່ກໍ່ຕ້ອງເປ...
31/03/2024

ຖ້າທຸລະກິດຂອງທ່ານຈັດຢູ່ໃນຂັ້ນຂອງ "ຈຸນລະວິສາຫະກິດ", ວິສາຫະກິດຂອງທ່ານສາມາດຖືບັນຊີ ໂດຍນຳໃຊ້ ຫຼັກການເງິນສົດໄດ້, ແຕ່ກໍ່ຕ້ອງເປັນໄປຕາມຮູບແບບທີ່ກະຊວງການເງິນວ່າງອອກເຊັ່ນກັນ.
DevCurve ຫ້ອງຮຽນເສີມທັກສະ
#ບັນຊີ #ຫຼັກການບັນທຶກບັນຊີ #ຫຼັກການເງິນສົດ

ຫຼັກການບັນທຶກບັນຊີມີຫຍັງແນ່? ແຕກຕ່າງກັນແນວໃດ? DevCurve ຫ້ອງຮຽນເສີມທັກສະ ໄດ້ເອົາມາປຽບທຽບໃຫ້ເບີ່ງເຂົ້າໃຈງ່າຍໆ, ຕິດຕາມພວກເຮ...
31/03/2024

ຫຼັກການບັນທຶກບັນຊີມີຫຍັງແນ່? ແຕກຕ່າງກັນແນວໃດ? DevCurve ຫ້ອງຮຽນເສີມທັກສະ ໄດ້ເອົາມາປຽບທຽບໃຫ້ເບີ່ງເຂົ້າໃຈງ່າຍໆ, ຕິດຕາມພວກເຮົາໄດ້ເພາະຢູ່ DevCurve ເຮົາໃຫ້ຫລາຍກວ່າຄວາມຮູ້
#ບັນຊີ #ຫຼັກການບັນທຶກບັນຊີ #ຫຼັກການພື້ນຖານເງິນສົດ #ຫຼັກການຄ້າງຮັບຄ້າງຈ່າຍ

ວົງຈອນບັນຊີ ຫຼື Accounting Cycle ເປັນອີກຄວາມຮູ້ໜື່ງທີ່ຜູ້ສົນໃຈບັນຊີຄວນສຶກສາ ເພາະເມື່ອເຮົາສາມາດເຂົ້າໃຈມັນໄດ້ດີແລ້ວ ກໍຈະຊ່...
31/03/2024

ວົງຈອນບັນຊີ ຫຼື Accounting Cycle ເປັນອີກຄວາມຮູ້ໜື່ງທີ່ຜູ້ສົນໃຈບັນຊີຄວນສຶກສາ ເພາະເມື່ອເຮົາສາມາດເຂົ້າໃຈມັນໄດ້ດີແລ້ວ ກໍຈະຊ່ວຍໃຫ້ເຫັນພາບໃຫ່ຍຂອງຂັ້ນຕອນວຽກງານບັນຊີ ຕັ້ງແຕ່ກ່ອນບັນທຶກໄປຈົນຮອດການສ້າງເອກະສານລາຍງານການເງິນ.
#ບັນຊີ #ຂັ້ນຕອນການເຮັດບັນຊີ #ວົງຈອນບັນຊີ

ນອກຈາກການຮູ້ສູດ ຫຼື formula ຂອງ Excel ແລ້ວ, ອີກສິ່ງໜື່ງທີ່ເຮົາຄວນເອົາໃຈໃສ່ບໍ່ແພ້ກັນກໍ່ຄື ເຄື່ອງໝາຍທີ່ຈະໃຊ້ໃນການອອກຄຳສັ່ງ...
20/03/2024

ນອກຈາກການຮູ້ສູດ ຫຼື formula ຂອງ Excel ແລ້ວ, ອີກສິ່ງໜື່ງທີ່ເຮົາຄວນເອົາໃຈໃສ່ບໍ່ແພ້ກັນກໍ່ຄື ເຄື່ອງໝາຍທີ່ຈະໃຊ້ໃນການອອກຄຳສັ່ງເພື່ອຂຽນສູດ, ນີ້ແມ່ນບາງເຄື່ອງໝາຍທີ່ເປັນພື້ນຖານໃນການຂຽນສູດເພື່ອອອກຄຳສັ່ງໃນ Excel ທີ່ຖືກນຳໃຊ້ຢູ່ເລື່ອຍໆ

DevCurve ຫ້ອງຮຽນເສີມທັກສະ ຢູ່ DevCurve ເຮົາໃຫ້ຫລາຍກວ່າຄວາມຮູ້

#ສູດເອກເຊວ #ສູດexcel

🎯ມາພົບກັນກັບຫົວຂໍ້ ອມພ ແມ່ນຫຍັງ? ໃຜເກັບ ໃຜມອບ ໃຜຈ່າຍ?☝ເຄີຍສັງເກດບໍ່ວ່າ ໃນໃບຮຽກເກັບເວລາທີ່ເຮົາໄປຊື້ເຄື່ອງ ຫຼື ໄປກີນອາຫານ ...
04/07/2023

🎯ມາພົບກັນກັບຫົວຂໍ້ ອມພ ແມ່ນຫຍັງ? ໃຜເກັບ ໃຜມອບ ໃຜຈ່າຍ?
☝ເຄີຍສັງເກດບໍ່ວ່າ ໃນໃບຮຽກເກັບເວລາທີ່ເຮົາໄປຊື້ເຄື່ອງ ຫຼື ໄປກີນອາຫານ ມັກຈະມີໜື່ງແຖວທີ່ຂຽນວ່າ ອມພ 7% ຫຼື ອາກອນມູນຄ່າເພີ່ມ 7% ມັນຄືອີ່ຫຍັງ? 🤔
ອມພ ຫຼື ອາກອນມູນຄ່າເພີ່ມ (ພາສາອັງກິດແມ່ນ VAT ຫຼື Value Added Tax) ເປັນຫນື່ງໝວດອາກອນ ເຊີ່ງຈັດຢູ່ໃນປະເພດຂອງອາກອນທາງອ້ອມ ທີ່ມີອັດຕາການເກັບຢູ່ທີ່ 7%
️👉ຖ້າຖາມວ່າ ອມພ ນີ້ເກັບຈາກໃຜ ແມ່ນເກັບຈາກຜູ້ຊົມໃຊ້ສຸດທ້າຍ ແລ້ວຜູ້ຊົມໃຊ້ສຸດທ້າຍແມ່ນໃຜ? 🤔ສົມມຸດວ່າເຮົາຢາກກີນນ້ຳໝາກກ້ຽງ ເລີຍໄປຊື້ນ້ຳໝາກກ້ຽງຢູ່ຮ້ານມິນິມາກ ເຮົາຈ່າຍເງິນຊື້ນ້ຳຫມາກກ້ຽງ ແລະ ໄດ້ກີນມັນໄປແລ້ວ ເຮົາກະຄືຜູ້ສົມຊົມໃຊ້ສຸດທ້າຍໃນວົງຈອນຂອງນ້ຳໝາກ້ຽງກະປອງນັ້ນ
🫤ເຮີຍ! ເຮົາຈ່າຍເງີນຄ່ານ້ຳໝາກກ້ຽງໃຫ້ຮ້ານມິນິມາກ ບໍ່ໄດ້ຈ່າຍໃຫ້ລັດ ແລ້ວ ອມພ ຈະຖືກມອບໃຫ້ລັດຕອນໃດ? ຄຳຕອບກະຄື ໃນຄວາມເປັນຈິງແລ້ວ ອມພ ແມ່ນຖືກຄິດໄລ່ ແລະ ລວມເຂົ້າໃນນ້ຳໝາກກ້ຽງກະປອງນັ້ນໄປເປັນທີ່ຮຽບຮ້ອຍແລ້ວ ຕັ້ງແຕ່ທີ່ບໍລິສັດຜະລິດ ແລະ ສົ່ງອອກມາຂາຍໃຫ້ຮ້ານມິນິມາກ (ເອີ້ນວ່າ ອມພ ສົ້ນເຂົ້າ ຫຼື ອມພ ຈາກການຊື້ສີນຄ້າ ເພາະຮ້ານຊື້ນ້ຳໜາກກ້ຽງມາເພື່ອຂາຍຕໍ່) ແລະ ເມື່ອເຮົາຊື້ນ້ຳໝາກກ້ຽງຕໍ່ຈາກຮ້ານ ຮ້ານມິນິມາກກໍ່ຈະສົ່ງຕໍ່ ອມພ ນັ້ນລວມມາໃນຄ່ານ້ຳໝາກກ້ຽງກະປ້ອງນັ້ນ (ເອີ້ນວ່າ ອມພ ສົນອອກ ຫຼື້ ອມພ ຈາກການຂາຍສີນຄ້າ ເພາະຮ້ານໄດ້ຂາຍນ້ຳໝາກກ້ຽງອອກ) ເຫັນບໍ່ວ່າ ອມພ ຈະຖືກສົ່ງຕໍ່ໄປເລື່ອຍໆ ຈົນກວ່າຈະຮອດມືຜູ້ຊົມໃຊ້ສຸດທ້າຍ 😅
☝ຖາມວ່າບໍລິສັດທີ່ຜະລິດນ້ຳໝາກກ້ຽງ ແລະ ຮ້ານມິນິມາກໄດ້ມອບ ອມພ ບໍ່? ທັງສອງເຮັດຫນ້າທີ່ເປັນຜູ້ມອບ ແຕ່ບໍ່ແມ່ນຜູ້ຈ່າຍທີ່ແທ້ຈິ່ງ ທັງສອງພຽງແຕ່ເຮັດຫນ້າທີ່ຄິດໄລ່ແລະມອບກ່ອນ ແລ້ວຈິ່ງມາເກັບຕໍ່ຈາກຜູ້ຊື້ >>> ບໍລິສັດ ເກັບຈາກ ຮ້ານມິນິມາກ >>> ຮ້ານມິນິມາກ ເກັບຈາກ ຜູ້ຊື້ >>> ຜູ້ຊື້ເຮັດຫນ້າທີ່ຈ່າຍ ເພາະເປັນຜູ້ຊົມໃຊ້ສຸດທ້າຍທີ່ແທ້ຈິງ

📍ໃຜສົນໃຈຢາກສືກສາເພີ່ມເອງກໍສາມາດສືກສາໄດ້ຈາກກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມ ເລກທີ48/ສພຊ ຫຼື ຄຳແນະນຳວ່າດ້ວຍການຈັດຕັ້ງປະຕິບັດ ກົດໝາຍອາກອນມູນຄ່າເພີ່ມ ເລກທີ 1939/ກງ

✔ຫຼື ຖ້າຢາກໄດ້ຂໍ້ມູນທີ່ຖືກຍ່ອຍມາແລ້ວ ກໍ່ສາມາດຕິດຕາມໄດ້ທີ່ DevCruve ຫ້ອງຮຽນເສີມທັກສະ
ມື້ນີ້ເອົາພາບລວມຂອງການເກັບ ອມພ ໄປກ່ອນ ໄວ້ມີເວລາຈະມາອະທິບາຍການຄິດໄລ່ ແລະ ການແຈ້ງ ອມພ ຕື່ມ

#ອາກອນ #ອາກອນມູນຄ່າເພີ່ມ #ອມພ

Address

Vientiane
Vientiane

Website

Alerts

Be the first to know and let us send you an email when DevCurve ຫ້ອງຮຽນເສີມທັກສະ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to DevCurve ຫ້ອງຮຽນເສີມທັກສະ:

Shortcuts

Share