ຄະນະ ສາທາລະນະສຸກສາດ ມວສ

ຄະນະ ສາທາລະນະສຸກສາດ ມວສ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ University of Health Sciences

01/09/2026
ໜ່ວຍຊາວໜຸ່ມ ຄະນະສາທາລະນະສຸກສາດ ຈັດສຳມະນາຝຶກອົບຮົມ "ການຂຽນ CV ແລະ ການກະກຽມກ່ອນສຳພາດ" ເພື່ອກຽມຄວາມພ້ອມໃຫ້ນັກສຶກສາກ້າວສູ່ຕະ...
31/08/2026

ໜ່ວຍຊາວໜຸ່ມ ຄະນະສາທາລະນະສຸກສາດ ຈັດສຳມະນາຝຶກອົບຮົມ "ການຂຽນ CV ແລະ ການກະກຽມກ່ອນສຳພາດ" ເພື່ອກຽມຄວາມພ້ອມໃຫ້ນັກສຶກສາກ້າວສູ່ຕະຫຼາດແຮງງານ
​ໃນວັນທີ 26 ແລະ​31ສິງຫາ 2026, ທີ່ ຄະນະສາທາລະນະສຸກສາດ (ຄສສ), ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ໄດ້ມີການຈັດກອງປະຊຸມສຳມະນາ ແລະ ຝຶກອົບຮົມໃນຫົວຂໍ້: "ການຂຽນຊີວະປະຫວັດ (CV) ແລະ ການກະກຽມສຳພາດວຽກ" ຂຶ້ນຢ່າງເປັນທາງການ ໂດຍການຈັດຕັ້ງຂອງໜ່ວຍຊາວໜຸ່ມ ຄະນະສາທາລະນະສຸກສາດ.
​ພິທີດັ່ງກ່າວໄດ້ຮັບກຽດຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ດຣ. ນ. ຄຳຕິມ ຊາມຸນຕຣີ, ຮອງຫົວໜ້າຄະນະວິຊາ ຄສສ ທັງເປັນຮອງຄະນະໜ່ວຍພັກ ຄສສ. ພ້ອມດຽວກັນນີ້, ກໍຍັງມີການເຂົ້າຮ່ວມເປັນປະທານຮ່ວມໂດຍ ທ່ານ ປອ. ດຣ. ວຽງນະຄອນ ວົງໄຊ, ຄະນະບໍລິຫານງານຊາວໜຸ່ມ ມວສ ແລະ ທ່ານ ນາງ ບົວວອນ ບົວລິວົງ, ຜູ້ປະສານງານຈາກໂຄງການເພື່ອນມິດ (Friends International), ພ້ອມດ້ວຍບັນດາຄູຝຶກ, ຄູອາຈານ ແລະ ນ້ອງໆນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
​ຈຸດປະສົງຫຼັກຂອງການຈັດສຳມະນາໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງ ແລະ ກຽມຄວາມພ້ອມໃຫ້ແກ່ນັກສຶກສາ ກ່ອນທີ່ຈະຮຽນຈົບ ແລະ ກ້າວເຂົ້າສູ່ການຊອກວຽກເຮັດງານທຳໃນຕະຫຼາດແຮງງານຕົວຈິງ. ອີງຕາມວາລະການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທິດສະດີ ແລະ ລົງມືປະຕິບັດໃນຫຼາຍຫົວຂໍ້ທີ່ສຳຄັນ ເຊັ່ນ:
​ການທຳຄວາມເຂົ້າໃຈເຖິງຄວາມສຳຄັນ ແລະ ອົງປະກອບຫຼັກໃນການຂຽນ CV ໃຫ້ຫນ້າສົນໃຈ ແລະ ໂດດເດັ່ນ.
​ການຄົ້ນຫາທັກສະ ແລະ ຄວາມສາມາດຂອງຕົນເອງ (ການແຍກແຍະ Hard skills ແລະ Soft skills).
​ຂໍ້ແນະນຳ 7 ປະການກ່ຽວກັບສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດໃນເວລາສຳພາດວຽກ.
​ການຈຳລອງສະຖານະການສຳພາດວຽກຕົວຈິງ ເພື່ອແລກປ່ຽນບົດຮຽນ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ນັກສຶກສາ.
​ພາບຍາກາດພາຍໃນງານແມ່ນເຕັມໄປດ້ວຍຄວາມຟົດຟື້ນ ແລະ ເປັນກັນເອງ. ນ້ອງໆນັກສຶກສາໄດ້ມີສ່ວນຮ່ວມຢ່າງຫ້າວຫັນໃນການເຮັດກິດຈະກຳກຸ່ມ, ລະດົມສະໝອງ ແລະ ຝຶກຊ້ອມການຂຽນ CV ໂດຍໄດ້ຮັບການຊີ້ແນະຢ່າງໃກ້ຊິດຈາກທີມງານຄູຝຶກ, ເຊິ່ງຖືເປັນບາດກ້າວອັນສຳຄັນໃນການພັດທະນາສັກກາຍະພາບຂອງຊາວໜຸ່ມນັກສຶກສາ ຄສສ ໃຫ້ມີຄຸນນະພາບ.

20/08/2026

◉ POLLUTION: ลุ่มน้ำกกจะยังเป็นแหล่งผลิตอาหาร ‘ที่ปลอดภัย' ให้กับผู้คนได้หรือไม่? เมื่อมีการตรวจพบสารโลหะหนักในพืชผล หากปัญหาสารพิษจากเหมืองแร่ยังไม่แก้เช่นนี้ สารปนเปื้อนเหล่านี้อาจคุกคามมายังจานอาหารบนหน้าเรา
ก่อนหน้านี้ เมื่อ 9 สิงหาคม ได้มีการเผยแพร่ผลตรวจสารโลหะหนักเกินค่ามาตรฐานทั้งแคดเมี่ยม ตะกั่ว สารหนู ในพืชผลการเกษตรที่ลุ่มน้ำกก อ.แม่อาย อาทิ แตงกวา มะเขือยาว พริก มะม่วง กะหล่ำดอก
จากการเผยแพร่ของสำนักข่าวชายขอบ ระบุว่า ผลการตรวจมาจากสำนักงานเกษตรอำเภอแม่อาย ร่วมกับ ศูนย์วิจัยและพัฒนาการเกษตรเชียงใหม่ ได้ดำเนินการตรวจวิเคราะห์หาสารปนเปื้อนจากพืชบริเวณริมแม่น้ำกก ในพื้นที่ อ.แม่อาย จ.เชียงใหม่ และอ้างอิงค่ามาตรฐานตามประกาศกระทรวงสาธารณสุข เก็บตัวอย่างตั้งแต่ธันวาคม 2568 - พฤษภาคม 2569 รวม 6 ครั้ง แต่พึ่งเผยแพร่ครั้งนี้เป็นครั้งแรก
ครั้งแรก (เก็บตัวอย่าง 18 ธ.ค. 2568) พบสารโลหะหนักเกินค่าในพืช 7 จาก 11 ชนิด เช่น ดอกหอม, กะหล่ำดอก, พริกขี้หนูผลใหญ่, แตงร้าน, เสาวรส
ครั้งที่สอง (เก็บตัวอย่าง 23 ม.ค. 2569) พบสารโลหะหนักเกินค่าในพืช 5 จาก 11 ชนิด เช่น พริกขี้หนู ผักกาดเขียวปลี ถั่วพุ่ม และมะเขือม่วง
ครั้งที่สาม (20 ก.พ. 2569) พบสารโลหะหนักเกินค่าในพืช 10 จาก 12 ชนิด เช่น กระเทียม สับปะรด มะเขือม่วง พริกขี้หนู มะเขือยาว ข่า และข้าวโพดหวาน
ครั้งที่สี่ (30 มี.ค. 2569) สารโลหะหนักเกินค่าทั้ง 11 ชนิดที่ตรวจสอบ เช่น แตงกวา ฝรั่ง มะม่วง มันเทศญี่ปุ่น
ครั้งที่ห้า (20 เม.ย. 2569) สารโลหะหนักเกินค่าทั้ง 4 ชนิดที่ตรวจสอบ เช่น กระเทียม ถั่วฝักยาว
ครั้งที่หก (25 พ.ค. 2569) เสารโลหะหนักเกินค่าทั้ง 4 ชนิด เช่น มะเขือเปราะ และบวบ
#ความเอ๊ะกับการเผยแพร่ผลตรวจ จะพบว่ามีการปนเปื้อนของสารโลหะหนักในพืชผลเกษตรในทั้ง 6 ครั้ง อีกทั้งยังเป็นที่น่ากังวลในแง่ความชัดเจนของผลตรวจ แม้การเก็บตัวอย่างจะเริ่มตั้งแต่เดือนธันวาคม 2568 แต่ข้อมูลผลตรวจชุดนี้เพิ่งปรากฏสู่สาธารณะภายหลัง จึงเกิดคำถามถึงความรวดเร็วและความโปร่งใสในการสื่อสารข้อมูลที่เสี่ยงเช่นนี้ อีกทั้งยังไม่มีการเปิดเผยวิธีการเก็บตัวอย่าง ชนิดพื้นที่แบบใด ตรงบริเวณไหน และยังไม่มีการช่วยเหลือแก้ปัญหาอย่างจริงจัง ซึ่งทำให้ประชาชนขาดสิทธิในการรับรู้ข้อมูลความเสี่ยงต่อสุขภาพและอาหารที่ตนควรรู้
ย้อนกลับไปก่อนหน้านี้ มีการเปิดเผยผลการตรวจสารปนเปื้อนที่ตรวจพืชผักในพื้นที่ลุ่มน้ำกกด้วยอย่างน้อย ๆ 2 ชุด ชุดแรก คือผลการตรวจครั้งที่ 10 ที่จังหวัดเชียงใหม่ เมื่อ กันยายน 2568 ระบุว่าไม่พบสารหนู แคดเมียม และตะกั่ว ในตัวอย่างน้ำ พืชผัก สัตว์น้ำ แต่อีกชุดหนึ่งการตรวจพืชผัก จ.เชียงใหม่-เชียงราย ของกรมวิชาการเกษตรในปี 2568 พบว่าการสุ่มตรวจใน อ.แม่อาย จาก 10 ตัวอย่าง พบว่า 8 ตัวอย่างอยู่ในระดับปลอดภัย ขณะที่อีก 2 ไม่พบการปนเปื้อน ส่วนตัวอย่างใน จ.เชียงราย (อ.เมือง อ.เวียงชัย อ.เชียงแสน) พบแคดเมียมและตะกั่วเกินค่ามาตรฐานในผัก เช่น เบบี้คอส ปวยเล้ง และผักกาดฮ่องเต้
เช่นนี้ แม่น้ำที่หล่อเลี้ยงผู้คนแห่งนี้จะยังเป็น 'แหล่งผลิตอาหารที่ปลอดภัย' อยู่อีกหรือไม่? เพราะความน่ากังวลนี้ไม่ได้หยุดอยู่เพียงพืชผลที่ถูกนำมาตรวจในครั้งนี้ ‘ลุ่มน้ำกก’ เองเป็นระบบที่เชื่อมโยงทั้งน้ำ ตะกอนดิน พื้นที่เกษตร สัตว์น้ำ และอาหาร เมื่อมีการตรวจพบสารปนเปื้อนในระบบแล้ว ก็น่าคิดต่อว่า แล้วการปนเปื้อนกระจายไปถึงส่วนใดบ้าง? อาหารชนิดใดหรือพื้นที่ใดมีความเสี่ยง? ซึ่งจำเป็นต้องตรวจสอบอย่างต่อเนื่องและเปิดเผยข้อมูลต่อสาธารณะให้ประชาชนได้
ที่มา
https://transbordernews.in.th/home/?p=47314

https://www.facebook.com/share/p/1Dc7F8auiW/

https://www.prd.go.th/th/content/category/detail/id/39/iid/424290

https://www.thaipbs.or.th/news/content/505117
ภาพแม่น้ำ : รักษ์แม่กก
#ความมั่นคงทางอาหาร #แม่น้ำกก #สารโลหะหนัก #เหมืองแร่

ຄະນະສາທາລະນະສຸກສາດ ເປີດການຮຽນການສອນປະລິນຍາເອກສົກປີ2026-2027ນີ້
20/08/2026

ຄະນະສາທາລະນະສຸກສາດ ເປີດການຮຽນການສອນປະລິນຍາເອກສົກປີ2026-2027ນີ້

ປິດຊຸດອົບຮົມຫຼັກສູດໄລຍະສັ້ນ ການບໍລິຫານຄຸ້ມຄອງໂຮງໝໍເມືອງ ຢູ່ແຂວງອຸດົມໄຊ​ໃນວັນທີ 15 ສິງຫາ 2026, ຢູ່ທີ່ ແຂວງອຸດົມໄຊ ໄດ້ມີພິ...
14/08/2026

ປິດຊຸດອົບຮົມຫຼັກສູດໄລຍະສັ້ນ ການບໍລິຫານຄຸ້ມຄອງໂຮງໝໍເມືອງ ຢູ່ແຂວງອຸດົມໄຊ
​ໃນວັນທີ 15 ສິງຫາ 2026, ຢູ່ທີ່ ແຂວງອຸດົມໄຊ ໄດ້ມີພິທີປິດຊຸດອົບຮົມຫຼັກສູດໄລຍະສັ້ນ "ການບໍລິຫານຄຸ້ມຄອງໂຮງໝໍເມືອງ" ຂຶ້ນຢ່າງເປັນທາງການ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ​ທ່ານ​ດຣ.​ ຄໍາໃສ ເດດລືໄຊ​ຮອງຜູ້ອຳນວຍການໃຫຍ່ ມວສ ແລະ​​ດຣ.​ ນ. ຄໍາຕິມ ຊາມຸນຕຣີ ຮອງຫົວຫນ້າຄະນະວິຊາຄະນະສາທາລະນະສຸກສາດພ້ອມດ້ວຍ ປທ.​ ນ.​ຈັນມະລີ ອິນພູວຽງ ຮອງພະແນກສາທາແຂວງອຸດົມໄຊ,​ຄະນະຈັດຊຸດອົບຮົມ, ວິທະຍາກອນ, ຄູ-ອາຈານ ແລະ ນັກສຳມະນາກອນອົບຮົມຈາກ 7 ໂຮງໝໍເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
​ຊຸດອົບຮົມດັ່ງກ່າວໄດ້ເລີ່ມຈັດຂຶ້ນມາແຕ່ວັນທີ 6 ກໍລະກົດ ຫາ 15 ສິງຫາ 2026, ເຊິ່ງໃຊ້ເວລາໃນການສຶກສາອົບຮົມ ແລະ ເຝິກປະຕິບັດຕົວຈິງ. ການຈັດອົບຮົມຄັ້ງນີ້ ມີຈຸດປະສົງເພື່ອຍົກລະດັບຄວາມຮູ້-ຄວາມສາມາດ, ທັກສະດ້ານການບໍລິຫານ, ການຄຸ້ມຄອງຈັດການດ້ານສາທາລະນະສຸກ, ການບໍລິຫານຊັບພະຍາກອນມະນຸດ, ການເງິນ, ພ້ອມທັງການປັບປຸງຄຸນນະພາບການບໍລິການປີນປົວ ແລະ ເບິ່ງແຍງຮັກສາສຸຂະພາບຂອງປະຊາຊົນໃຫ້ມີປະສິດທິພາບ ແລະ ຮອບດ້ານຍິ່ງຂຶ້ນ​ໂດຍທືນການສະຫນັບສະຫນູນຈາກADB.​
​ໃນພິທີ, ໄດ້ມີການສະຫຼຸບຕີລາຄາຜົນໄດ້ຮັບຂອງການຮຽນ-ການສອນຕະຫຼອດໄລຍະ 1 ເດືອນກວ່າທີ່ຜ່ານມາ ເຊິ່ງເຫັນວ່າ ນັກອົບຮົມທຸກທ່ານຈາກ 7 ໂຮງໝໍເມືອງ ແມ່ນມີຄວາມເອົາໃຈໃສ່, ຄົ້ນຄວ້າ, ແລກປ່ຽນບົດຮຽນ ແລະ ສາມາດບັນລຸຕາມຄາດໝາຍທີ່ວາງໄວ້. ໃນໂອກາດດັ່ງກ່າວ, ປະທານພິທີ ກໍໄດ້ໃຫ້ກຽດມອບໃບຢັ້ງຢືນ ໃຫ້ແກ່ນັກສຳມະນາກອນ ທີ່ສຳເລັດການອົບຮົມ.
​ໃນຕອນທ້າຍ, ປະທານພິທີ ໄດ້ໃຫ້ທິດຊີ້ນຳ ແລະ ໂອ້ລົມຕໍ່ນັກອົບຮົມທຸກທ່ານ ໃຫ້ນຳເອົາຄວາມຮູ້, ບົດຮຽນ ແລະ ທັກສະການບໍລິຫານຄຸ້ມຄອງທີ່ໄດ້ຮຽນຮູ້ຈາກຊຸດອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າໃນການປະຕິບັດງານຕົວຈິງຢູ່ໂຮງໝໍເມືອງຂອງຕົນໃຫ້ເກີດຜົນປະໂຫຍດສູງສຸດ​ໂດຍແນໃສ່ ເພື່ອພັດທະນາລະບົບສາທາລະນະສຸກຢູ່ຂັ້ນເມືອງໃຫ້ມີຄວາມເຂັ້ມແຂງ ແລະ ຕອບສະໜອງຄວາມຕ້ອງການຂອງປະຊາຊົນໃຫ້ດີຂຶ້ນເລື້ອຍໆ.

#ຄສສ
#ມວສ
#ແຂວງອຸດົມໄຊ

 # ແຈ້ງການສອບເສັງ ລະດັບປະລີນຍາໂທສາທາລະນະສຸກສາດ ມວສຄະນະສາທາລະນະສຸກສາດ ມະຫາວິທະຍາໄລ ວິທະຍາສາສຸຂະພາບຈະຈັດການສອບເສັງຄັດເລືອກ...
14/08/2026

# ແຈ້ງການສອບເສັງ ລະດັບປະລີນຍາໂທສາທາລະນະສຸກສາດ ມວສ
ຄະນະສາທາລະນະສຸກສາດ ມະຫາວິທະຍາໄລ ວິທະຍາສາສຸຂະພາບຈະຈັດການສອບເສັງຄັດເລືອກພະນັກງານເຂົ້າຮຽນຕໍ່ໃນລະດັບປະລີນຍາໂທສາທາລະນະສຸກສາດ ໃນສົກສຶກສາ 2026-2027. ດັ່ງລາຍລະອຽດ
# # # #ລິ່ງສະໝັກຢູ່ກ້ອງຄອມເມັນ

 #6/7/2026ຄະນະສາທາລະນະສຸກສາດ ໄດ້ຈັດການສອບເສັງຄັດເລືອກພະນັກງານເຂົ້າຮຽນໃນຫລັກສູດປະລີນຍາເອກສາທາລະນະສຸກສາດ ຮຸ່ນທີ1...ມີຜູ້ສະ...
07/08/2026

#6/7/2026
ຄະນະສາທາລະນະສຸກສາດ ໄດ້ຈັດການສອບເສັງຄັດເລືອກພະນັກງານເຂົ້າຮຽນໃນຫລັກສູດປະລີນຍາເອກສາທາລະນະສຸກສາດ ຮຸ່ນທີ1...ມີຜູ້ສະໝັກທັງໝົດ11ມີໜ້າມາເສັງຕົວຈີງ10
ຂໍສະແດງຄວາມຂອບໃຈມາຍັງນັກສອບເສັງທຸກທ່ານທີ່ສົນໃຈຮຽນຕໍ່...

ຄະນະສາທາລະນະສຸກສາດເປັນ1ຄະນະໃນມະຫາວິທະຍາໄລ ວິທະຍາສາດສຸຂະພາບ ທີ່ສ້າງບຸກຄະລາກອນດ້ານການບໍລິຫານຄຸ້ມຄອງສາທາລະນະສຸກ,​ໂພຊະນາການ,...
13/07/2026

ຄະນະສາທາລະນະສຸກສາດເປັນ1ຄະນະໃນມະຫາວິທະຍາໄລ ວິທະຍາສາດສຸຂະພາບ ທີ່ສ້າງບຸກຄະລາກອນດ້ານການບໍລິຫານຄຸ້ມຄອງສາທາລະນະສຸກ,​ໂພຊະນາການ,​ລະບາດວິທະຍາ,​ອະນາໄມສິ່ງແວດລ້ອມ ແລະອາ​ຊີວະ​ອະນາໄ​ມ ມີບົດບາດສຳຄັນຫຼາຍໃນການປົກປ້ອງ, ສົ່ງເສີມ ແລະ ປັບປຸງສຸຂະພາບຂອງປະຊາກອນໃນຊຸມຊົນ ແລະ ສັງຄົມໂດຍລວມ.
​ອີງຕາມໂຄງສ້າງ 4 ພາກວິຊາຂອງຄະນະສາທາລະນະສຸກສາດ, ຫນ້າທີ່ຫຼັກໆຂອງນັກວິທະຍາສາດສາທາລະນະສຸກ ສາມາດແບ່ງອອກເປັນຂົງເຂດວຽກງານດັ່ງນີ້:
​1. ດ້ານການລະບາດວິທະຍາ ແລະ ການຄວບຄຸມພະຍາດ (Epidemiology)
​ການເຝົ້າລະວັງ ແລະ ສືບສວນພະຍາດ: ຕິດຕາມ, ກວດກາ ແລະ ວິເຄາະການລະບາດຂອງພະຍາດຕິດຕໍ່ (ເຊັ່ນ: ໄຂ້ຍຸງລາຍ, ໂຄວິດ-19) ແລະ ພະຍາດບໍ່ຕິດຕໍ່ (ເຊັ່ນ: ເບົາຫວານ, ຄວາມດັນເລືອດສູງ) ໃນຊຸມຊົນ.
​ການວິເຄາະຂໍ້ມູນ (Biostatistics): ເກັບກຳ ແລະ ນຳໃຊ້ສະຖິຕິດ້ານສຸຂະພາບ ເພື່ອຊອກຫາສາເຫດ, ປັດໄຈສ່ຽງ ແລະ ແນວໂນ້ມການເກີດພະຍາດ ເພື່ອວາງແຜນຮັບມືຢ່າງທັນການ.
​2. ດ້ານການສົ່ງເສີມສຸຂະພາບ ແລະ ໂພຊະນາການ (Health Promotion & Nutrition)
​ການສ້າງຄວາມຕື່ນຕົວໃນຊຸມຊົນ: ອອກແບບ ແລະ ຈັດຕັ້ງປະຕິບັດໂຄງການສຶກສາອົບຮົມດ້ານສຸຂະພາບ ເພື່ອໃຫ້ປະຊາຊົນມີຄວາມຮູ້ໃນການດູແລຕົນເອງ ແລະ ປ່ຽນແປງພຶດຕິກຳໃຫ້ຖືກຕ້ອງຕາມຫຼັກອະນາໄມ.
​ການພັດທະນາດ້ານໂພຊະນາການ: ປະເມີນສະພາວະໂພຊະນາການຂອງກຸ່ມຄົນຕ່າງໆ (ໂດຍສະເພາະແມ່ ແລະ ເດັກ) ແລະ ສົ່ງເສີມການບໍລິໂພກອາຫານທີ່ປອດໄພ ແລະ ມີຄຸນຄ່າທາງໂພຊະນາການ ເພື່ອຫຼຸດຜ່ອນບັນຫາການຂາດສານອາຫານ.
​3. ດ້ານສິ່ງແວດລ້ອມ ແລະ ອາຊີວະອະນາໄມ (Environmental & Occupational Health)
​ການຄຸ້ມຄອງອະນາໄມສິ່ງແວດລ້ອມ: ກວດກາ ແລະ ປະເມີນຜົນກະທົບຂອງສິ່ງແວດລ້ອມທີ່ມີຕໍ່ສຸຂະພາບ ເຊັ່ນ: ຄຸນນະພາບນ້ຳດື່ມ-ນ້ຳໃຊ້, ມົນລະພິດທາງອາກາດ, ແລະ ການຄຸ້ມຄອງຂີ້ເຫຍື້ອ/ສິ່ງປະຕິກູນ.
​ອາຊີວະອະນາໄມ ແລະ ຄວາມປອດໄພ: ເບິ່ງແຍງຄວາມປອດໄພ ແລະ ສະພາບແວດລ້ອມໃນການເຮັດວຽກຂອງກຳມະກອນ ຫຼື ພະນັກງານໃນໂຮງງານ/ອົງກອນ ເພື່ອປ້ອງກັນອຸບັດຕິເຫດ ແລະ ພະຍາດທີ່ເກີດຈາກການເຮັດວຽກ.
​4. ດ້ານການບໍລິຫານ ແລະ ຄຸ້ມຄອງສາທາລະນະສຸກ (Public Health Management)
​ການວາງແຜນ ແລະ ປະເມີນນະໂຍບາຍ: ເຂົ້າຮ່ວມໃນການຮ່າງນະໂຍບາຍ, ຍຸດທະສາດ ແລະ ແຜນງານດ້ານສາທາລະນະສຸກຂອງຊາດ ຫຼື ທ້ອງຖິ່ນ.
​ການຄຸ້ມຄອງລະບົບສຸຂະພາບ: ບໍລິຫານຈັດການຊັບພະຍາກອນ, ງົບປະມານ ແລະ ກຳລັງຄົນໃນສະຖານບໍລິການສາທາລະນະສຸກ ເພື່ອໃຫ້ການບໍລິການມີຄຸນນະພາບ, ທົ່ວເຖິງ ແລະ ມີຄວາມສະເໝີພາບ.

​ໂດຍສະຫຼຸບແລ້ວ, ຖ້າທ່ານໝໍຮັກສາພະຍາດເປັນ "ລາຍບຸກຄົນ" ຢູ່ໂຮງໝໍ, ນັກວິທະຍາສາດສາທາລະນະສຸກ ແມ່ນຜູ້ທີ່ຮັກສາ ແລະ ປ້ອງກັນພະຍາດໃຫ້ແກ່ "ຄົນທັງຊຸມຊົນ ແລະ ສັງຄົມ" ເພື່ອບໍ່ໃຫ້ເຂົາເຈົ້າເຈັບປ່ວຍ ແລະ ມີຄຸນນະພາບຊີວິດທີ່ດີຂຶ້ນ.

ຄະນະສາທາລະນະສຸກສາດ,​ມວສ ໄດ້ນໍາສົ່ງນັກສືກສາປະລິນຍາຕີວິທະຍາສາດສາທາລະນະສຸກ ລຸ້ນທີ2 ລົງພາກສະຫນາມຊຸມຊົນຢູ່ເມືອງນາຊາຍທອງ ນະຄອນ...
10/07/2026

ຄະນະສາທາລະນະສຸກສາດ,​ມວສ ໄດ້ນໍາສົ່ງນັກສືກສາປະລິນຍາຕີວິທະຍາສາດສາທາລະນະສຸກ ລຸ້ນທີ2 ລົງພາກສະຫນາມຊຸມຊົນຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໃນຄັ້ງວັນທີ 29/6-10/7/2026

Address

ບ້ານເກົ້າຍອດ Kaoyod Village
Vientiane
7444

Opening Hours

Monday 08:30 - 16:45
Tuesday 08:30 - 16:45
Wednesday 08:30 - 16:45
Thursday 08:30 - 16:45
Friday 08:30 - 16:45
Saturday 09:00 - 12:00

Telephone

+85621219424

Website

Alerts

Be the first to know and let us send you an email when ຄະນະ ສາທາລະນະສຸກສາດ ມວສ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to ຄະນະ ສາທາລະນະສຸກສາດ ມວສ:

Shortcuts

Share