ວິທະຍາໄລຄູປາກເຊ

ວິທະຍາໄລຄູປາກເຊ

Share

ສູນກາງການສຶກສາຄູ ກ້າວສູ່ຄວາມເປັນເລ

03/10/2024

ແຈ້ງເຖິງຄູອາຈານ, ນັກສຶກສາ ແລະ ຜູ້ຕິດຕາມ Page ວິທະຍາໄລຄູປາກເຊ ທຸກທ່ານໃຫ້ຊາບທົ່ວເຖິງກັນວ່າ: ນັບຕັ້ງແຕ່ວັນທີ 03 ຕຸລາ 2024 ເປັນຕົ້ນໄປ ທາງວິທະຍາໄລຄູປາກເຊຈະໄດ້ປ່ຽນໄປນຳໃຊ້ Page ໃໝ່ຕໍ່ໄປນີ້ເປັນຫຼັກ: Pakse Teacher Training College
Facebook link: https://www.facebook.com/profile.php?id=61566791128411
ຂໍໃຫ້ທຸກໆທ່ານຕິດຕາມຂ່າວສານ ແລະ ຕິດຕໍ່ວຽກງານຕ່າງໆຜ່ານເພຈ໌ໃໝ່ເທົ່ານັ້ນ.
ຂໍຂອບໃຈ
©©©©©©©©©
Announcement to all teachers, students, and followers of ວິທະຍາໄລຄູປາກເຊ.
Starting from October 3, 2024, Pakse Teacher Training College will officially switch to using a new page as the main platform:
Pakse Teacher Training College.
Facebook link: https://www.facebook.com/profile.php?id=61566791128411

We kindly request everyone to follow the news and contact us for any work through the new page only.
Thank you.

©©©©©©©©©
Annonce à tous les enseignants, étudiants et abonnés de la page de l'École Normale Supérieure de Paksé : ວິທະຍາໄລຄູປາກເຊ.
À partir du 3 octobre 2024, l'École Normale Supérieure de Paksé passera officiellement à une nouvelle page principale : Pakse Teacher Training College.
Facebook link: https://www.facebook.com/profile.php?id=61566791128411

Nous vous prions de bien vouloir suivre les actualités et de nous contacter uniquement via la nouvelle page pour toute demande.
Merci.

Photos from ວິທະຍາໄລຄູປາກເຊ's post 30/09/2024

ວິທະຍາໄລຄູປາກເຊໄດ້ເປີດກອງປະຊຸມປະກອບເອກະສານເພື່ອຂໍເບີກຈ່າຍໃນພາກ 61 ປະຈຳງວດ 1-2/2024 ແລະເພື່ອຄົ້ນຄວ້າອະນຸມັດປຶ້ມແປ, ຮຽບຮຽງ ແລະ ວິໄຈງວດ 3-4/2024.
©©©©©©©©©
ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນຕອນບ່າຍວັນທີ 30 ກັນຍາ 2024, ເວລາ 1:30 ທີ່ຫ້ອງປະຊຸມ P01, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສົມໄຊ ເທບສົມບັດ ຜູ້ອຳນວຍການວິທະຍາໄລຄູປາກເຊ ພ້ອມດ້ວຍຄະນະອະນວຍການທັງ3ທ່ານ,ນອກຈາກນັ້ນຍັງມີຫົວໜ້າພະແນກ, ຫົວໜ້າພາກວິຊາ, ຫົວໜ້າຈຸງານ ແລະ ຄູອາຈານຜູ້ຮັບຜິດຊອບໃນວຽກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

Photos from ວິທະຍາໄລຄູປາກເຊ's post 27/09/2024

ພາກວິຊາພາສາອັງກິດ, ຝຣັ່ງ ແລະ ໄອຊີທີ ວິທະຍາໄລຄູປາກເຊ ໄດ້ສຳເລັດການຝຶກອົບຮົມຫົວຂໍ້''ສົ່ງເສີມການເຂົ້າເຖິງວຽກເຮັດງານທຳທີ່ນຳໃຊ້ພາສາຝຣັ່ງໃນເຂດພາກໃຕ້ຂອງລາວ."
©©©©©©©©©
ການຝຶກອົບຮົມດັ່ງກ່າວໄດ້ດຳເນີນເປັນເວລາ 2 ວັນ ລະຫວ່າງວັນທີ 24-25 ກັນຍາ 2024 ທີ່ຫ້ອງປະຊຸມຕຶກ ຜູ້ອຳນວຍການວິທະຍາໄລຄູປາກເຊ.
ໃຫ້ກຽດເປັນປະທານ ໂດຍ ທ່ານ ສຸຂາສະຫວາດ ວົງຫາຈັກ ຮອງຜູ້ອຳນວຍການວິທະຍາໄລຄູປາກເຊ, ທ່ານ ສີມອນ ອ່ອນມະນີ ຫົວໜ້າພາກວິຊາພາສາອັງກິດ, ຝຣັ່ງ ແລະ ໄອຊີທີ, ທ່ານ ບຸນເຮືອງວົງແກ້ວມະນີຄູນ ຮອງອຳນວຍການສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລິເວນ, ທ່ານ ສອນນາຣາຍ ໄຊປະສົງ ຈາກບໍລິສັດLaos keywords travel, ທ່ານ ສັນຕິ ແກ້ວພາດີ ຈາກໂຮງແຮມປາກເຊ, ນອກຈາກນັ້ນຍັງມີ ບັນດາທ່ານຄູອາຈານ, ນັກສຶກສາຈາກວິທະຍາໄລຄູປາກເຊ, ນັກສຶກສາຈາກມະຫາວິທະຍາໄລຈຳປາສັກ ແລະ ນ້ອງໆນັກຮຽນຈາກໂຮງຮຽນມັດທະຍມສົມບູນໂພນໄຊ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ພິເສດ, ທາງກອງປະຊຸມໄດ້ຮັບກຽດຂຶ້ນບັນລະຍາຍ, ຝຶກອົບຮົມຈາກວິທະຍາກອນຈາກ ບໍລິສັດ Katalyst ແລະ 108 JOBS ນອກນັ້ນຍັງມີບັນດາຫົວໜ່ວຍທຸລະກິດທີ່ນຳໃຊ້ພາສາຝຣັ່ງຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມເສວະນາ ແລກປ່ຽນຄວາມຮູ້ໃຫ້ແກ່ສຳມະນາກອນ ເຊັ່ນ: ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລິເວນ, ບໍລິສັດລາວຄີເວີດການທ່ອງທ່ຽວ, ໂຮງແຮມປາກເຊ ...
ການຝຶກອົບຮົມດັ່ງກ່າວແມ່ນໄດ້ຈັດຂຶ້ນພາຍໃຕ້ການຮ່ວມມື ລະຫວ່າງວິທະຍາໄລຄູປາກເຊ ແລະ ອົງການ AUF.
©©©©©©©©

Le département d'anglais, de français et de TICE de l'École Normale Supérieure de Paksé a brillamment organisé une formation sur le thème: Favoriser l'accès à l'emploi francophone au sud-Laos.

Cette formation s'est déroulée sur deux jours, du 24 au 25 septembre 2024, dans la salle de conférence de l'École Normale Supérieure de Paksé. Elle a eu l'honneur d'accueillir Monsieur Soukhasavath Vonghachak, Directeur adjoint de l'École, Monsieur Simone Onemany directeur du département d'anglais, de français et de TICE,
Monsieur Bounheuang Vongkeomanikhoune directeur adjoint du CPC, Monsieur Sonenaraiy Xaipasong de Laos Keywords travel, Monsieur Santi Keophady, de l'hôtel Paksé, ainsi que de nombreux enseignants, étudiants de l'École Normale Supérieure de Paksé, étudiants de l'Université de Champasak et élèves de l'école secondaire de Phonxay, qui ont tous contribué activement à cet événement.

De plus, cette session a bénéficié de la collaboration de formatrices issus de Katalyst Partners et 108 JOBS, ainsi que de diverses entreprises locales qui ont participé à l'échange de connaissances, notamment la Coopérative des producteurs de café du plateau des Bolovens (CPC), LAOS KEYWORDS TRAVEL CO., LTD, et l'hôtel Paksé.

Cette initiative a été rendue possible grâce à un partenariat entre l'École Normale Supérieure de Paksé et l'AUF, témoignant ainsi de l'engagement mutuel envers la promotion de la langue française et l'amélioration des perspectives professionnelles dans le sud du Laos.

Photos from ວິທະຍາໄລຄູປາກເຊ's post 26/09/2024

ໜ່ວຍພັກ ສັງຄົມ ຄະນະພັກຮາກຖານ​ວິທະຍາໄລຄູປາກເຊ​ ສໍາເລັດກອງປະຊຸມໃຫຍ່​ ຄັ້ງທີ III
©©©©©©©©©
ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນວັນທີ 25 ກັນຍາ​ 2024,​ ທີ່ສະໂມສອນວິທະຍາໄລຄູປາກເຊ, ໂດຍການເປັນປະທານ​ຮ່ວມ​ ຂອງ ສະຫາຍ​ ພອນໄຊ​ ເກດ​ມາລາ​ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ​ ປອ.​ສີສຸກ ພົງພິຈິດ ຮອງປະທານກວດກາພັກແຂວງ,​ ສະຫາຍ​ ປອ.​ສົມໄຊ​ ເທບສົມບັດ ເລຂາຄະນະພັກຮາກຖານ​ ຜູ້ອໍານວຍການວິທະຍາໄລຄູປາກເຊ,​ ສະຫາຍ​ ປອ.​ລົບພະລັກ ອຸທິດປັນຍາ ເລຂາໜ່ວຍພັກ​ ສັງຄົມ ຊຸດທີ​ II​. ນອກຈາກນັ້ນຍັງມີຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງ, ເລຂາໜ່ວຍພັກ​ - ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ​,​ ສະມາຊິກສົມບູນ ແລະ​ ສໍາຮອງພາຍໃນໜ່ວຍພັກ​ ສັງຄົມ ເຂົ້າຮ່ວມ.

ໃນກອງປະຊຸມ,​ ສະຫາຍ​ ປອ.​ສົມໄຊ​ ເທບສົມບັດ ເລຂາຄະນະພັກຮາກຖານ​ ຜູ້ອໍານວຍການວິທະຍາໄລຄູປາກເຊ ໄດ້ຜານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກ ສັງຄົມ.​ ຕໍ່ມາ,​ ສະຫາຍ​ ປອ.ລົບພະລັກ ອຸທິດປັນຍາ ເລຂາໜ່ວຍພັກ​ ສັງຄົມ ກໍໄດ້ກາວເປີດກອງປະຊຸມ.​ ພ້ອມນີ້,​ ສະຫາຍ​ ວົງປະເສີດ ໂພທິສາລາດ ຮອງເລຂາ​ໜ່ວຍພັກ​ ສັງຄົມ ຊຸດທີ II​ ກໍຜ່ານບົດລາຍງານການເມືອງ ທັງ 2 ພາກ​ ໂດຍສະຫຼຸບຕີລາຄາຜົນການຈັດຕັ້ງ​ປະຕິບັດ​ການນໍາພາ​ -​ ຊີ້ນໍາຂອງຄະນະໜ່ວຍພັກໃນ 5 ປີຜ່ານມາ​ (2020​ -​ 2024) ເຊິ່ງຍົກໃຫ້ເຫັນສະພາບລວມ,​ ທີ່ຕັ້ງ,​ ພາລະ​ບົດບາດ​ ແລະ​ ໂຄງປະກອບຂອງຄະນະໜ່ວຍພັກ,​ ສະພາບການນໍາພາຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ​ ນັບແຕ່ດ້ານການເມືອງ​ -​ ແນວຄິດ,​ ດ້ານການຈັດຕັ້ງ,​ ແບບແຜນວິທີເຮັດວຽກ.​
ພະນັກງານ,​ ດ້ານວັດທະນາທໍາ -​ ສັງຄົມ​, ການພົວພັນ - ຮ່ວມມືກັບຕ່າງປະເທ

ພ້ອມນີ້​ ຍັງໄດ້ຜ່ານທິດທາງແຜນການ 5 ປີຕໍ່ໜ້າ.​ ຕໍ່ມາ,​ ຄະນະໜ່ວຍພັກຊຸດເກົ່າ​ ກໍໄດ້ຜ່ານບົດສຳຫຼວດການຍໍາພາລວມ ແລະ ກ່າວລາໜ້າທີ່.​

ຕໍ່ມາ,​ ສະຫາຍ​ ປອ.ສີສຸກ ພົງພິຈິດ ຮອງປະທານກວດກາພັກແຂວງ​ ກໍໄດ້ຜານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່​ ພ້ອມທັງຜ່ານລາຍຊື່ຜູ້ສະໝັກ​ຈໍານວນ​ 5 ສະຫາຍ,​ ຍິງ​ 1 ສະຫາຍ, ໃນນັ້ນ​ ເລືອກເອົາ​ 3 ສະຫາຍ.​ ຜ່ານຈາກການປ່ອນບັດເລືອກຕັ້ງ ແລະ​ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ​ ເຫັນດີເປັນເອກະພາບ ເລືອກເອົາ​ສະຫາຍ​ຄະໜ່ວຍພັກດັ່ງນີ້:
1.ປອ.​ລົບພະລັກ ອຸທິດປັນຍາ ເປັນເລຂາໜ່ວຍພັກ ສັງຄົມ ຊຸດທີ III.
2.ສະຫາຍ​ ວົງປະເສີດ ໂພທິສາລາດ​ ເປັນຮອງເລຂາ.
3.ສະຫາຍ​ ນາງ​ ພັກດີ ຄໍາມຸງຄຸນ​ ເປັນ​ປະທານກວດກາ​ໜ່ວຍພັກ.

ໃນຕອນທ້າຍກອງປະຊຸມ,​ ສະຫາຍ​ ພອນໄຊ​ ເກດມາລາ ກໍມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ​ ເພື່ອໃຫ້ແກ່ຄະນະໜ່ວຍພັກຊຸດໃໝ່ ໃຊ້ເປັນບ່ອນອີງໃນການນໍາພາຊີ້ນໍາ​ ວຽກງານງນຕໍ່ໜ້າໃຫ້ມີຜົນສໍາເລັດດີຂຶ້ນກວ່າເກົ່າ.

Photos from ວິທະຍາໄລຄູປາກເຊ's post 26/09/2024

ໜ່ວຍພັກ ພາສາຕ່າງປະເທດ ຄະນະພັກຮາກຖານ​ວິທະຍາໄລຄູປາກເຊ​ ໄດ້ສໍາເລັດກອງປະຊຸມໃຫຍ່​ ຄັ້ງທີ III
©©©©©©©©©
ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນຕອນບ່າຍວັນທີ 24​ ກັນຍາ​ 2024,​ ເວລາ 1:30 ທີສະໂມສອນວິທະຍາໄລຄູປາກເຊ, ໂດຍການເປັນປະທານ​ຮ່ວມ​ ຂອງ ສະຫາຍ​ ພອນໄຊ​ ເກດ​ມາລາ​ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ​ ປອ.​ສົມໄຊ​ ເທບສົມບັດ ເລຂາຄະນະພັກຮາກຖານ​ ຜູ້ອໍານວຍການວິທະຍາໄລຄູປາກເຊ, ສະຫາຍ​ ປອ.​ສີສຸກ ພົງພິຈິດ ຮອງປະທານກວດກາພັກແຂວງ,​ ສະຫາຍ​ ສີມອນ ອ່ອນມະນີ ເລຂາໜ່ວຍພັກ​ ພາສາຕ່າງປະເທດ ຊຸດທີ​ II​. ນອກຈາກນັ້ນຍັງມີຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງ, ເລຂາໜ່ວຍພັກ​ - ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ​ວິທະຍາໄລຄູປາກເຊ,​ ສະມາຊິກສົມບູນ ແລະ​ ສໍາຮອງພາຍໃນໜ່ວຍພັກ​ ພາສາຕ່າງປະເທດ ເຂົ້າຮ່ວມ.
ໃນກອງປະຊຸມ,​ ສະຫາຍ​ ປອ.​ສົມໄຊ​ ເທບສົມບັດ ເລຂາຄະນະພັກຮາກຖານ​ ຜູ້ອໍານວຍການວິທະຍາໄລຄູປາກເຊ ໄດ້ຜານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກ ພາສາຕ່າງປະເທດ.​ ຕໍ່ມາ,​ ສະຫາຍ​ ສີມອນ​ ອ່ອນມະນີ ເລຂາໜ່ວຍພັກ​ ພາສາຕ່າງປະເທດ ກໍໄດ້ກາວເປີດກອງປະຊຸມ.​ ພ້ອມນີ້,​ ສະຫາຍ​ ຄໍາ​ເພັດ​ ພົມມະສອນ ຮອງເລຂາ​ໜ່ວຍພັກ​ ພາສາຕ່າງປະເທດ ຊຸດທີ II​ ກໍ່ໄດ້ຜ່ານບົດລາຍງານການເມືອງ ທັງ 2 ພາກ​ ໂດຍສະຫຼຸບຕີລາຄາຜົນການຈັດຕັ້ງ​ປະຕິບັດ​ການນໍາພາ​ -​ ຊີ້ນໍາຂອງຄະນະໜ່ວຍພັກໃນ 5 ປີຜ່ານມາ​ (2020​ -​2024) ເຊິ່ງຍົກໃຫ້ເຫັນສະພາບລວມ,​ ທີ່ຕັ້ງ,​ ພາລະ​ບົດບາດ​ ແລະ​ ໂຄງປະກອບຂອງຄະນະໜ່ວຍພັກ,​ ສະພາບການນໍາພາຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ​ ນັບແຕ່ດ້ານການເມືອງ​ -​ ແນວຄິດ,​ ດ້ານການຈັດຕັ້ງ,​ ແບບແຜນວິທີເຮັດວຽກ.​ ພ້ອມນີ້​ ຍັງໄດ້ຜ່ານທິດທາງແຜນການ 5 ປີຕໍ່ໜ້າ.​ ຕໍ່ມາ,​ ຄະນະໜ່ວຍພັກຊຸດເກົ່າ​ ກໍໄດ້ຜ່ານບົດສຳຫຼວດການນຳພາລວມ ແລະ ກ່າວລາໜ້າທີ່.​
ຈາກນັ້ນ,​ ສະຫາຍ​ ປອ.ສີສຸກ ພົງພິຈິດ ຮອງປະທານກວດກາພັກແຂວງ​ ກໍໄດ້ຜານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່​ ພ້ອມທັງຜ່ານລາຍຊື່ຜູ້ສະໝັກ​ຈໍານວນ​ 5 ສະຫາຍ,​ ຍິງ​ 2 ສະຫາຍ, ໃນນັ້ນ​ ເລືອກເອົາ​ 3 ສະຫາຍ.​ ຜ່ານຈາກການປ່ອນບັດເລືອກຕັ້ງ ແລະ​ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ​ ເຫັນດີເປັນເອກະພາບ ເລືອກເອົາ​ສະຫາຍ​ຄະນະໜ່ວຍພັກຊຸດໃໝ່ດັ່ງນີ້:
1. ສະຫາຍ ສີມອນ ອ່ອນມະນີ ເປັນເລຂາໜ່ວຍພັກ ພາສາຕ່າງປະເທດ ຊຸດທີ III,.
2. ສະຫາຍ​ ນາງ​ ສີວິໄລ​ ພົມມະຈັນ ເປັນຮອງເລຂາ,.
3. ສະຫາຍ​ ນາງ​ ລິດໃສ ໄຊສົງຄາມ ເປັນ​ປະທານກວດກາ​ໜ່ວຍພັກ.​
ຕອນທ້າຍກອງປະຊຸມ,​ ສະຫາຍ​ ພອນໄຊ​ ເກດມາລາ ກໍມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ​ ເພື່ອໃຫ້ແກ່ຄະນະໜ່ວຍພັກຊຸດໃໝ່ ໃຊ້ເປັນບ່ອນອີງໃນການນໍາພາຊີ້ນໍາ​ ວຽກງານງນໃນຕໍ່ໜ້າໃຫ້ມີຜົນສໍາເລັດດີກວ່າເກົ່າ.

Photos from ວິທະຍາໄລຄູປາກເຊ's post 26/09/2024

ໜ່ວຍພັກ ບໍລິຫານ ຄະນະພັກຮາກຖານ​ວິທະຍາໄລຄູປາກເຊ​ ສໍາເລັດກອງປະຊຸມໃຫຍ່​ ຄັ້ງທີ III
©©©©©©©©©
ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 24​ ກັນຍາ​ 2024 ເວລາ 8ໂມງ00ນາທີ,​ທີ່່ສະໂມສອນວິທະຍາໄລຄູປາກເຊ ໂດຍການໃຫ້ກຽດເປັນປະທານ​ຮ່ວມ​ ຂອງ ສະຫາຍ​ ພອນໄຊ​ ເກດ​ມາລາ​ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ​ ສຸລິຈັນ ທໍາມະວົງແສງ ຮອງເລຂາຄະນະພັກຮາກຖານ​ ຮອງຜູ້ອໍານວຍການວິທະຍາໄລຄູປາກເຊ,​ ສະຫາຍ​ ນາງ​ ສຸດຊາດາ​ ວົງບັນດິດ ເລຂາໜ່ວຍພັກ​ ບໍລິຫານ​ ຊຸດທີ​ II​. ມີຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງ, ເລຂາໜ່ວຍພັກ​ - ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ​,​ ສະມາຊິກສົມບູນ ແລະ​ ສໍາຮອງພາຍໃນໜ່ວຍພັກ​ ບໍລິຫານ​ ເຂົ້າຮ່ວມ.
ໃນກອງປະຊຸມ,​ ສະຫາຍ​ ສຸລິຈັນ​ ທໍາມະວົງແສງ ຮອງເລຂາຄະນະພັກຮາກຖານ​ ຮອງຜູ້ອໍານວຍການວິທະຍາໄລຄູປາກເຊ ໄດ້ຜານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກ ບໍລິຫານ​.​ ຕໍ່ມາ,​ ສະຫາຍ​ ນາງ​ ສຸດຊາດາ​ ວົງບັນດິດ ​ເລຂາໜ່ວຍພັກ​ ບໍລິຫານ​ ກໍໄດ້ກາວເປີດກອງປະຊຸມ.​ ພ້ອມນີ້,​ ສະຫາຍ​ ຄໍາ​ຢາດ​ ເກື່ອງຄໍາສີ ຮອງເລຂາ​ໜ່ວຍພັກ​ ບໍລິຫານ​ ຊຸດທີ II​ ກໍຜ່ານບົດລາຍງານການເມືອງ ທັງ 2 ພາກ​ ໂດຍສະຫຼຸບຕີລາຄາຜົນການຈັດຕັ້ງ​ປະຕິບັດ​ການນໍາພາ​ -​ ຊີ້ນໍາຂອງຄະນະໜ່ວຍພັກໃນ 5 ປີຜ່ານມາ​ (2020​ -​2024) ເຊິ່ງຍົກໃຫ້ເຫັນສະພາບລວມ,​ ທີ່ຕັ້ງ,​ ພາລະ​ບົດບາດ​ ແລະ​ ໂຄງປະກອບຂອງຄະນະໜ່ວຍພັກ,​ ສະພາບການນໍາພາຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ​ ນັບແຕ່ດ້ານການເມືອງ​ -​ ແນວຄິດ,​ ດ້ານການຈັດຕັ້ງ,​ ແບບແຜນວິທີເຮັດວຽກ.​

ພ້ອມນີ້​ ຍັງໄດ້ຜ່ານທິດທາງແຜນການ 5 ປີຕໍ່ໜ້າ.​ ຕໍ່ມາ,​ ຄະນະໜ່ວຍພັກຊຸດເກົ່າ​ ກໍໄດ້ຜ່ານບົດສຳຫຼວດການຍໍາພາລວມ ແລະ ກ່າວລາໜ້າທີ່.​
ຕໍ່ມາ,​ ຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງ​ ກໍໄດ້ຜານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່​ ພ້ອມທັງຜ່ານລາຍຊື່ຜູ້ສະໝັກ​ຈໍານວນ​ 5 ສະຫາຍ,​ ຍິງ​ 1 ສະຫາຍ, ໃນນັ້ນ​ ເລືອກເອົາ​ 3 ສະຫາຍ.​ ຜ່ານຈາກການປ່ອນບັດເລືອກຕັ້ງ ແລະ​ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ​ ເຫັນດີເປັນເອກະພາບ ເລືອກເອົາຄະນະໜ່ວຍພັກຊຸດໃໝ່ດັ່ງນີ້:
1. ​ສະຫາຍ​ ຄໍາ​ຢາດ​ ເຄື່ອງຄໍາສີ ເປັນເລຂາໜ່ວຍພັກ ບໍລິຫານ​ ຊຸດທີ III,.
2. ສະຫາຍ​ ອັກຄະພົງ ມະນີບົດ​ ເປັນຮອງເລຂາ,.
3. ສະຫາຍ​ ນາງ​ ມະໂນໝາຍ ສາຍໂສພາ​ ເປັນຄະນະ​ ທັງເປັນ​ປະທານກວດກາ​ໜ່ວຍພັກ.​

ຕອນທ້າຍກອງປະຊຸມ,​ ສະຫາຍ​ ພອນໄຊ​ ເກດມາລາ ກໍ່ໄດ້ມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ​ ເພື່ອໃຫ້ແກ່ຄະນະໜ່ວຍພັກຊຸດໃໝ່ ໃຊ້ເປັນບ່ອນອີງໃນການນໍາພາຊີ້ນໍາ​ ວຽກງານງນຕໍ່ໜ້າໃຫ້ມີຜົນສໍາເລັດດີກວ່າເກົ່າ.

Photos from ວິທະຍາໄລຄູປາກເຊ's post 26/09/2024

ໜ່ວຍພັກຄູອະນຸບານ -​ ປະຖົມ ຄະນະພັກຮາກຖານ​ວິທະຍາໄລຄູປາກເຊ​ ໄດ້ສໍາເລັດກອງປະຊຸມໃຫຍ່​ ຄັ້ງທີ III
©©©©©©©©©
ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 23​ ກັນຍາ​ 2024,​ ເວລາ 1ໂມງ30ນາທີ ທີ່ສະໂມສອນວິທະຍາໄລຄູປາກເຊ ໂດຍການໃຫ້ກຽດເປັນປະທານ​ຮ່ວມ​ ຂອງ ສະຫາຍ​ ພອນໄຊ​ ເກດ​ມາລາ​ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ​ ປອ.​ສົມໄຊ​ ເທບສົມບັດ ເລຂາຄະນະພັກຮາກຖານ​ ຜູ້ອໍານວຍການວິທະຍາໄລຄູປາກເຊ, ສະຫາຍ​ ປອ.​ສີສຸກ ພົງພິຈິດ ຮອງປະທານກວດກາພັກແຂວງ,​ ສະຫາຍ​ ນາງ​ ວຽງ​ເພັດ​ ພົມມະຫາໄຊ ເລຂາໜ່ວຍພັກ​ ຄູອະນຸບານ​ -​ ປະຖົມ ຊຸດທີ​ II​. ນອກຈາກນັ້ນ ຍັງມີຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງ, ເລຂາໜ່ວຍພັກ​ - ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານວິທະຍາໄລຄູປາກເຊ,​ ບັນດາສະຫາຍສະມາຊິກພັກສົມບູນ ແລະ​ ສໍາຮອງພາຍໃນໜ່ວຍພັກ​ ຄູອະນຸບານ​ -​ ປະຖົມ ເຂົ້າຮ່ວມ.
ໃນກອງປະຊຸມ,​ ສະຫາຍ​ ປອ.​ສົມໄຊ​ ເທບສົມບັດ ເລຂາຄະນະພັກຮາກຖານ​ ຜູ້ອໍານວຍການວິທະຍາໄລຄູປາກເຊ ໄດ້ຜານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກ ຄູອະນຸບານ​ -​ ປະຖົມ.​ ຕໍ່ມາ,​ ສະຫາຍ​ ນາງ​ ວຽງ​ເພັດ​ ພົມມະຫາໄຊ ​ ​ເລຂາໜ່ວຍພັກ​ ຄູອະນຸບານ​ -​ ປະຖົມ ກໍໄດ້ກາວເປີດກອງປະຊຸມ.​ ພ້ອມນີ້,​ ສະຫາຍ​ ນາງ​ ຂຽວສົມພອນ ສີຫາວົງ ຮອງເລຂາ​ໜ່ວຍພັກ​ ຄູອະນຸບານ​ -​ ປະຖົມ ຊຸດທີ II​ ກໍຜ່ານບົດລາຍງານການເມືອງ ທັງ 2 ພາກ​ ໂດຍສະຫຼຸບຕີລາຄາຜົນການຈັດຕັ້ງ​ປະຕິບັດ​ການນໍາພາ​ -​ ຊີ້ນໍາຂອງຄະນະໜ່ວຍພັກໃນ 5 ປີຜ່ານມາ​ ເຊິ່ງຍົກໃຫ້ເຫັນສະພາບລວມ,​ ທີ່ຕັ້ງ,​ ພາລະ​ບົດບາດ​ ແລະ​ ໂຄງປະກອບຂອງຄະນະໜ່ວຍພັກ,​ ສະພາບການນໍາພາຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ​, ພ້ອມນີ້​ ຍັງໄດ້ຜ່ານທິດທາງແຜນການ 5 ປີຕໍ່ໜ້າ.​ ຕໍ່ມາ,​ ຄະນະໜ່ວຍພັກຊຸດເກົ່າ​ ກໍໄດ້ຜ່ານບົດສຳຫຼວດການນຳພາລວມ ແລະ ກ່າວລາໜ້າທີ່.​
ຕໍ່ມາ,​ ສະຫາຍ​ ປອ.ສີສຸກ ພົງພິຈິດ ຮອງປະທານກວດກາພັກແຂວງ​ ກໍ່ໄດ້ຜານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່​ ພ້ອມທັງຜ່ານລາຍຊື່ຜູ້ສະໝັກ​ຈໍານວນ​ 5 ສະຫາຍ,​ ຍິງ​ 3 ສະຫາຍ, ໃນນັ້ນ​ ເລືອກເອົາ​ 3 ສະຫາຍ.​ ຜ່ານຈາກການປ່ອນບັດເລືອກຕັ້ງ ແລະ​ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ​ ເຫັນດີເປັນເອກະພາບດັ່ງນີ້:
1. ສະຫາຍ​ ນາງ​ ຂຽວສົມພອນ ສີຫາວົງ ເປັນເລຂາໜ່ວຍພັກ ຄູອະນຸບານ -​ ປະຖົມ ຊຸດທີ III.
2. ສະຫາຍ​ ນາງ​ ປະກາຍເພັດ ເມກຈອນ​ ເປັນຮອງເລຂາ.
3. ສະຫາຍ​ ແກ້ວອຸດອນ ມະຫາທອງ​ ເປັນ​ປະທານກວດກາ​ໜ່ວຍພັກ.​
ໃນຕອນທ້າຍກອງປະຊຸມ,​ ສະຫາຍ​ ພອນໄຊ​ ເກດມາລາ ກໍໄດ້ມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ​ ໃຫ້ແກ່ຄະນະໜ່ວຍພັກຊຸດໃໝ່ ເພື່ອໃຊ້ເປັນບ່ອນອີງໃນການຊີ້ນໍານໍາພາ​ ວຽກງານໃນຕໍ່ໜ້າໃຫ້ມີຜົນສໍາເລັດໄດ້ດີກວ່າເກົ່າ.

Photos from ວິທະຍາໄລຄູປາກເຊ's post 26/09/2024

ໜ່ວຍພັກ ທໍາມະຊາດ ຄະນະພັກຮາກຖານ​ວິທະຍາໄລຄູປາກເຊ​ ສໍາເລັດກອງປະຊຸມໃຫຍ່​ ຄັ້ງທີ III
©©©©©©©©©
ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 23​ ກັນຍາ​ 2024,​ ເວລາ 8ໂມງ00ນາທີ ທີ່ສະໂມສອນວິທະຍາໄລຄູປາກເຊ ໂດຍການໃຫ້ກຽດເປັນປະທານ​ຮ່ວມ​ ຂອງ ສະຫາຍ​ ບົວ​ທອງ​ ສຸ​ວັນນະ​ສານ​ ຄະນະປະຈໍາພັກແຂວງ​ ຫົວໜ້າ​ພະແນກສຶກສາທິການ ແລະ​ ກິລາ​ແຂວງຈໍາປາສັກ​.​ ສະຫາຍ​ ພອນໄຊ​ ເກດ​ມາລາ​ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ສະຫາຍ​ ປອ.​ສົມໄຊ​ ເທບສົມບັດ ເລຂາຄະນະພັກຮາກຖານ​ ຜູ້ອໍານວຍການວິທະຍາໄລຄູປາກເຊ, ສະຫາຍ​ ສຸກຂະສະຫວາດ ວົງຫາຈັກ ຄະນະພັກຮາກຖານ ເລຂາໜ່ວຍພັກ​ ທໍາມະຊາດ​ ຊຸດທີ​ II​. ນອກຈາກນັ້ນ ຍັງມີຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງ, ເລຂາໜ່ວຍພັກ​ - ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານວິທະຍາໄລຄູປາກເຊ​,​ ບັນດາສະຫາຍສະມາຊິກສົມບູນ ແລະ​ ສໍາຮອງພາຍໃນໜ່ວຍພັກ​ ທໍາມະຊາດ ເຂົ້າຮ່ວມ.
ໃນກອງປະຊຸມ,​ ສະຫາຍ​ ປອ.​ສົມໄຊ​ ເທບສົມບັດ ເລຂາຄະນະພັກຮາກຖານ​ ຜູ້ອໍານວຍການວິທະຍາໄລຄູປາກເຊ ໄດ້ຜານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກ ທໍາມະຊາດ.​ ຕໍ່ມາ,​ ສະຫາຍ​ ສຸກຂະສະຫວາດ ວົງຫາຈັກ​ ຄະນະພັກຮາກຖານ​ ​ເລຂາໜ່ວຍພັກ​ ທໍາມະຊາດ ກໍໄດ້ກາວເປີດກອງປະຊຸມ.​ ພ້ອມນີ້,​ ສະຫາຍ​ ຄໍາຫຼ້າ​ ຄໍາເມືອງຄຸນ ຮອງເລຂາ​ໜ່ວຍພັກ​ ທໍາມະຊາດ ຊຸດທີ II​ ກໍຜ່ານບົດລາຍງານການເມືອງ ທັງ 2 ພາກ​ ໂດຍສະຫຼຸບຕີລາຄາຜົນການຈັດຕັ້ງ​ປະຕິບັດ​ການນໍາພາ​ -​ ຊີ້ນໍາຂອງຄະນະໜ່ວຍພັກໃນ 5 ປີຜ່ານມາ​ ເຊິ່ງຍົກໃຫ້ເຫັນທີ່ຕັ້ງ,​ ພາລະ​ບົດບາດ​ ແລະ​ ໂຄງປະກອບຂອງຄະນະໜ່ວຍພັກ,​ ສະພາບການນໍາພາຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ.​
ພ້ອມນີ້​ ຍັງໄດ້ຜ່ານທິດທາງແຜນການ 5 ປີຕໍ່ໜ້າ.​ ຕໍ່ມາ,​ ຄະນະໜ່ວຍພັກຊຸດເກົ່າ​ ກໍໄດ້ຜ່ານບົດສຳຫຼວດການຍໍາພາລວມ ແລະ ກ່າວລາໜ້າທີ່.​
ຈາກນັ້ນ, ສະຫາຍ​ ພອນໄຊ​ ເກດມາລາ ຮອງຫົວໜ້າ​ຄະນະຈັດຕັ້ງແຂວງ​ ກໍໄດ້ຜານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່​ ພ້ອມທັງຜ່ານລາຍຊື່ຜູ້ສະໝັກ​ຈໍານວນ​ 5 ສະຫາຍ,​ ຍິງ​ 2 ສະຫາຍ, ໃນນັ້ນ​ ເລືອກເອົາ​ 3 ສະຫາຍ.​ ຜ່ານຈາກການປ່ອນບັດເລືອກຕັ້ງ ແລະ​ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ​ ເຫັນດີເປັນເອກະພາບເລືອກເອົາຄະນະໜ່ວຍພັກຊຸດໃໝ່ດັ່ງນີ້:
1.​ ສະຫາຍ​ ຄໍາຫຼ້າ​ ຄໍາເມືອງຄຸນ ເປັນເລຂາໜ່ວຍພັກ ທໍາມະຊາດ​ ຊຸດທີ III,.
2. ສະຫາຍ​ ນາງ​ ສອນນາລີ ພິລາວົງ​ ເປັນຮອງເລຂາ,.
3. ສະຫາຍ​ ສົມພົງ ບຸນເພັງ​ ເປັນ​ປະທານກວດກາ​ໜ່ວຍພັກ.​
ຕອນທ້າຍກອງປະຊຸມ,​ ສະຫາຍ​ ບົວ​ທອງ​ ສຸວັນນະສານ ກໍ່ໄດ້ມີຄໍາເຫັນໂອ້ລົມຊີ້ທິດເຍືອງທາງ​ ເພື່ອໃຫ້ແກ່ຄະນະໜ່ວຍພັກຊຸດໃໝ່ ໃຊ້ເປັນບ່ອນອີງໃນການຊີ້ນໍາ ນໍາພາ​ ວຽກງານໃນຕໍ່ໜ້າໃຫ້ມີຜົນສໍາເລັດໃໝ່ໃຫ້ດີກວ່າເກົ່າ.

Photos from ວິທະຍາໄລຄູປາກເຊ's post 18/09/2024

ໜັງສືແຈ້ງການ ເລື່ອງ: ຜົນການຄັດເລືອກນັກສຶກສາເຂົ້າຮຽນ ວິທະຍາໄລຄູປາກເຊ ປະຈຳສົກຮຽນ 2024-2025

Photos from ວິທະຍາໄລຄູປາກເຊ's post 16/09/2024

ພິທີເປີດການຮຽນການສອນພາກປົກກະຕິ ປະຈຳປີ 2024-2025 ຂອງວິທະຍາໄລຄູປາກເຊ ແລະ ພິທີປະຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ ຄົບຮອບ 22 ປີ ແລະ ວັນຊາດ ສສ ຫວຽດນາມ ທີ່ວິທະຍາໄລຄູປາກເຊ ຄັ້ງວັນທີ 16 ກັນຍາ 2024

13/09/2024

ໜັງສືແຈ້ງການ ການເປີດການຮຽນ-ການສອນສໍາລັບນັກສຶກສາພາກປົກກະຕິ ປະຈໍາສົກຮຽນ 2024-2025.

Photos from ວິທະຍາໄລຄູປາກເຊ's post 12/09/2024

ກອງປະຊຸມປະຈຳປີ ສົກຮຽນ 2024-2025 ຂອງວິທະຍາໄລຄູປາກເຊ
.........................................
ກອງປະຊຸມປະຈຳປີ ສົກຮຽນ 2024-2025 ຂອງວິທະຍາໄລຄູປາກເຊ ໄດ້ເປີດຂຶ້ນ ແລະ ດຳເນີນໃນລະຫວ່າງວັນທີ 09-11 ກັນຍາ 2024 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ປ.ອ ສົມໄຊ ເທບສົມບັດ ຜູ້ອຳນວຍການວິທະຍາໄລຄູປາກເຊ ພ້ອມດ້ວຍທ່ານຄະນະອຳນວຍການທັງ 3 ທ່ານ ພ້ອມດ້ວຍບັນດາທ່ານຫົວໜ້າພະແນກ, ຫົວໜ້າພາກວິຊາ ຄູອາຈານ ແລະ ພະນັກງານທັງໝົດເຂົ້າຮ່ວມ ໂດຍກອງປະຊຸມໄດ້ດຳເນີນເປັນເວລາສາມວັນ ຄູອາຈານຈະໄດ້ຮັບຟັງບົດສະຫຼຸບປະຈຳສົກຮຽນ 2023-2024, ພ້ອມທັງຖອດຖອນບົດຮຽນໃນສົກປີຜ່ານມາ ແລະ ແຜນການເຄື່ອນໄຫວຂອງພະແນກ ພາກວິຊາ ໃນຕໍ່ໜ້າ.

Want your school to be the top-listed School/college in Vientiane?

Click here to claim your Sponsored Listing.

Location

Category

Telephone

Address

Vientiane
856