19/11/2021
*5 ນິໄສທ່ີທຳລາຍປະສິດທິພາບໃນການເຮັດວຽກຈາກບ້ານ
-ການເຮັດວຽກທີ່ບ້ານຕ້ອງໃຊ້ລະບຽບຢ່າງສູງ ມັນເບິ່ງຄືມີສິ່ງທີ່ກວນໃຈຢູ່ຕະຫຼອດເວລາຈາກ ໂທລະພາບ, ຈາກບ່ອນນອນນຸ້ມໆ. ຫາກທ່ານມີເພື່ອນຮ່ວມຫ້ອງບາງທີ່ອາດຖືກຂັດຈັງຫວະໂດຍບໍ່ຮູ້ໂຕ ແລະ ເປັນການຫຼຸດຜ່ອນປະສິດທິພາບໃນການເຮັດວຽກ, ຕໍ່ໄປຄື 5ນິໄສທີ່ຄວນຫຼີກລ້ຽງເພື່ອຈະໄດ້ປະສິດທິພາບໃນການເຮັດວຽກຫຼາຍຂື້ນ
1. ບໍ່ປັບເວລາໃຫ້ກົງກັບຜູ້ອຶ່ນ: ຄວາມທ້າທາຍທ່ີສຸດເມື່ອຕ້ອງເຮັດວຽກຈາກບ້ານກໍຄືຄົນອ້ອມຮອບຕົວເພື່ອຫຼີກລ້ຽງບັນຫາຄວນຈັດເວລາເຮັດວຽກໃຫ້ກົງກັບຄົນອຶ່ນໆ
2. ເລືອກຈຸດເຮັດວຽກຜິດ: ການເຮັດວຽກຈາກບ້ານໃຫ້ມີປະສິດທິພາບຄືຕ້ອງແນ່ໃຈວ່າສະຖານທີ່ທີ່ເໝາະສົມເຊັ່ນພື້ນທີ່ມີຄວາມເປັນສ່ວນຕົວຫາກທາ່ານຕ້ອງມີການສົນທະນາ ຫຼື ປະຊຸມອອນລາຍ
3. ບໍ່ໄດ້ວາງແຜນປະຈຳວັນ: ການວາງແຜນປະຈຳວັນກ່ອນທີ່ມັນຈະເລີ່ມບໍ່ໄດ້ມາຍຄວາມວ່າມັນຈະບໍ່ມີສິ່ງທີ່ເໜືອຄາດໝາຍ ແຕ່ມັນຊ່ວຍໃຫ້ເຈົ້າຈົດຈໍ່ກັບເປົ້າໝາຍໄດ້ດີຂື້ນ
4.ບໍ່ຈັດລຳດັບຄວາມສຳຄັນ: ການຈັດລຳດັບຄວາມສຳຄັນຈະຊ່ວຍໃຫ້ເຈົ້າຈັດການແຜນການໄດ້ງ່າຍຂື້ນເຊັ່ນ ເຮັດວຽກທີ່ໜັກໃນຕອນທີ່ມີພະລັງງານ ແລະ ເມື່ອຮູ້ສຶກເມື່ອຍກໍຍັງມີວຽກທີ່ງ່່າຍ
5. ການບໍ່ຢຸດພັກ: ຄວາມເມື່ອຍຄືສັດຕູແຫ່ງການເຮັດວຽກ ໜ້າເສຍດາຍທີ່ບໍ່ມີໃຜໃນໂລກນີ້ມີພູມຄຸ້ມກັນຄວາມເມື່ອຍ ຫາກທ່ານບໍ່ມີການພັກຜ່ອນແນ່ນອນວ່າມັນມີຜົນຕໍການເຮັດວຽກແນ່ນອນ
ຂໍ້ມູນ https://www.businessinsider (.) com/mistakes-ruining-your-productivity-and-efficiency-working-remotely-from-home-2021-9
#ກົດຕິດຕາມ
#ເພື່ອເປັນກຳລັງໃຈໃຫ້ທີມງານ
#ສ້າງສັນຜົນງານໃຫ້ຄວາມຮູ້