05/12/2022
Eduten Finland Math - Laos
#1 Teaching and Learning Platform. From Finland. Eduten Playground, a gamified and AI-based exercis
05/12/2022
01/12/2022
Eduten in Laos!
ໂຮງຮຽນ ນາໆຊາດ ວັດທະນາກອນ ໄດ້ສຳເລັດການທົດລອງການນຳໃຊ້ ບົດຝຶກຫັດຄະນິດສາດ ແຟັງລັງ. ນ້ອງໆນັກຮຽນມີຄວາມຕື່ນເຕັ້ນ ແລະ ດີໃຈຫຼາຍທີ່ໄດ້ທົດລອງໃຊ້ບົດຝຶກຫັດຄະນິດສາດນີ້. ✨✨
Wattanakorn International School had finished a trail of Eduten Finland Math. Kids were excited and happy using this platform. 🍃🍃
06/10/2022
ໂຮງຮຽນ ນານາຊາດ ວັດທະນາກອນ ແມ່ນໜຶ່ງໃນໂຮງຮຽນທີ່ຢູ່ໃນລາວ ທົດລອງການນຳໃຊ້ບົດເຝິກຫັດຄະນິດສາດ ແຟັງລັງ (Eduten Finland Math). ເຊິ່ງການທົດລອງການນຳໃຊ້ 4 ອາທິດ. 😍
Wattanakone International School has lauched a free 4-week trail of Eduten Finland Math at the school. Students are are experiencing, and enjoy using this Eduten Platform.
31/08/2022
Eduten ນຳສະເໜີການສຳມະນາ ອອນລາຍ ທີ່ຈະຈັດຂຶ້ນ ໃນວັນທີ 13 ກັນຍາ 2022 ເວລາ 8.00 ໂມງ . ຫົວຂໍ້: 5 ວິທີ ທີ່ຈະຊ່ວຍໃຫ້ນັກຮຽນຂອງເຈົ້າເຂົ້າເຖິງຄວາມສາມາດຂອງເຂົາ. ເຊິ່ງບັນຍາຍໂດຍ ອາຈານ J-P Järvinen. ລົງທະບຽນໄດ້ທີ່ລິ້ງນີ້ເລີຍ: https://mailchi.mp/eduten/5-ways
We are launching a new exciting webinar on September 13th at 13:00 (EET) – “5 Easy Ways to Help Your Students Reach Their Potential”, hosted by Teacher of the Year J-P Järvinen.
After two years of remote learning, students are struggling with self-motivation at school. J-P will share his top tips to help students find their motivation and reach their potential in the classroom. Don’t miss this practical live webinar and live question time with a Finnish pedagogy master! Sign up here 🔐
https://mailchi.mp/eduten/5-ways
📌Eduten ອັນດັບ 1 ແພັດຟອມບົດຝຶກຫັດເລກຄະນິດສາດຈາກປະເທດຟິນແລນ 🇫🇮
💁♀️ ມື້ນີ້ເຮົາຈະມາແນະນຳໜ້າຕ່າງແພັດຟອມຂອງນັກຮຽນ ລວມທັງບົດຝຶກຫັດທີ່ເປັນທີ່ນິຍົມຂອງນ້ອງນັກຮຽນ ມາເບິ່ງນຳກັນເລີຍ!
19/08/2022
🤔 Gamification VS Teachers ການຮຽນຮູ້ດ້ວຍຮູບແບບການຫຼິ້ນເກມ ກັບ ຄູອາຈານ?
🤩 Gamification of learning ຫຼື ການຮຽນຮູ້ດ້ວຍຮູບແບບການຫຼິ້ນເກມ ເປັນເຄື່ອງມືເສີມທີ່ເຮັດວຽກຄຽງຄູ່ກັບການສອນແບບດັ້ງເດີມ.
👩🏫 ຄູຈະມີຄວາມຈຳເປັນສະເໝີ ເພື່ອໃຫ້ຄຳແນະນຳໃນເລື່ອງຂອງເທັກໂນໂລຢີ ແລະ ສືບຕໍ່ເຮັດວຽກຄຽງຄູ່ກັນກັບນັກຮຽນໃນຂອບເຂດການສຶກສາ.
🎮 ການຮຽນຮູ້ດ້ວຍຮູບແບບການຫຼິ້ນເກມ ຍັງລວມເຖິງການຮັບຮູ້ ແລະ ການໃຫ້ລາງວັນຈາກຄູຜູ້ສອນ, ພໍ່ແມ່ ແລະ ນັກຮຽນຄົນອື່ນໆ. ສິ່ງນີ້ແມ່ນຕ້ອງໄດ້ໃຊ້ການປະຕິສໍາພັນຂອງມະນຸດ, ການສະເຫຼີມສະຫຼອງ, ການສົນທະນາ ແລະ ເຮົາຍັງສາມາດນຳເອົາຕາຕະລາງລາງວັນຂອງນັກຮຽນໃນຫ້ອງມາຕິດໄວ້ຢູ່ກໍາແພງໃນຫ້ອງຮຽນ ເພື່ອກະຕຸ້ນໃຫ້ນັກຮຽນຢາກສືບຕໍ່ເຮັດບົດຝຶກຫັດ ແລະ ສຳເລັດເປົ້າໝາຍການຮຽນຂອງພວກເຂົາເຊິ່ງ Eduten ກໍໄດ້ໃຊ້ວິທີດຽວກັນ.
18/08/2022
✍️ ຄຳວ່າ Gamification of Learning ແມ່ນຫຍັງ?
ຄຳວ່າ “ການຮຽນຮູ້ດ້ວຍຮູບແບບການຫຼິ້ນເກມ” ແມ່ນຫມາຍເຖິງການລວມເອົາກົນໄກລັກສະນະຕ່າງໆຂອງເກມມາອອກແບບການຮຽນ-ການສອນ. Eduten ເຮັດໃຫ້ເປົ້າຫມາຍ ແລະ ຄວາມກ້າວຫນ້າຂອງນັກຮຽນສາມາດເຫັນໄດ້ຕົວຈິງ. ຕົວຢ່າງ, ໃນບໍລິບົດຂອງຄະນິດສາດທີ່ເປັນເກມ, ສົມຜົນອາດຈະປາກົດຂຶ້ນເທິງໜ້າຈໍ ແລະນັກຮຽນຈະຫລິ້ນເກມ ໂດຍທີ່ຈະເລັ່ງລົດຂອງເຂົາເຈົ້າໄປຫາຄໍາຕອບທີ່ຖືກຕ້ອງ.
👉 ປະໂຫຍດຂອງ Gamification of Learning ມີຫຍັງແດ່?
Gamification of Learning ໄດ້ຜົນຕອບຮັບທີ່ດີ ເນື່ອງຈາກວ່າມັນເພີ່ມການພົວພັນ ແລະແຮງຈູງໃຈໃນການຫລິ້ນ. ອີງຕາມນັກຄົ້ນຄວ້າຂອງ Eduten, ການຮຽນຮູ້ດ້ວຍຮູບແບບການຫຼິ້ນເກມຈະສະແດງໃຫ້ເຫັນວ່າ:
1. ອະນຸຍາດໃຫ້ມີການທົດລອງຊ້ຳໆ ແລະ ໄດ້ຮັບຄຳຕິຊົມຢ່າງຕໍ່ເນື່ອງ
2. ສະແດງໃຫ້ເຫັນຄວາມຄືບຫນ້າ ແລະ ເປົ້າຫມາຍ
3. ຊ່ວຍໃຫ້ນັກຮຽນມີຄວາມຮັບຜິດຊອບຕໍ່ການຮຽນຂອງເຂົາເຈົ້າຢ່າງຈິງຈັງ.
4. ລາງວັນໃຫ້ນັກຮຽນສຳລັບການເຮັດວຽກບ້ານສຳເລັດ ແລະ ເປັນເຄື່ອງມືທີ່ເໝາະສົມສຳລັບຮູບແບບການປະເມີນ.
12/08/2022
🧐 ມື້ນີ້ສະໝອງຂອງທ່ານໄດ້ພັກຜ່ອນ ຫຼື ຍັງ? 🧠
🤓 ຢູ່ປະເທດຟິນແລນ, ແຕ່ລະບົດຮຽນຈະຖືກດຳເນີນການຮຽນການສອນພຽງແຕ່ 45 ນາທີເທົ່ານັ້ນ ແລະ ຈະມີເວລາໃຫ້ນ້ອງນັກຮຽນໄດ້ພັກສະໝອງ 15 ນາທີ ເຊິ່ງເປັນກົດທີ່ຕ້ອງປະຕິບັດຕາມ. ການທີ່ປ່ອຍໃຫ້ສະໝອງໄດ້ພັກຈະຊ່ວຍໃຫ້ເຮົາມີສະມາທິ ແລະ ເຮັດໃຫ້ການດຳລົງຊີວິດປະຈຳວັນຂອງເຮົາມີປະສິດທິພາບຫຼາຍຂຶ້ນ ບໍ່ວ່າຈະເປັນຜູ້ໃຫຍ່ ຫຼື ເດັກນ້ອຍ.
📌ເຄັດລັບ: ທ່ານຈະສາມາດຈື່ຈຳສິ່ງຕ່າງໆໄດ້ດີຂຶ້ນຖ້າທ່ານມີຄວາມຕື່ນຕົວຫຼາຍຂຶ້ນທັນທີ (ເຊັ່ນດຽວກັບ ລະດັບອະດີນາລີນ ແລະ ຄໍຕິໂຊ) ຫຼັງຈາກຮຽນຮູ້ບາງສິ່ງບາງຢ່າງ. ສະນັ້ນ, ຫຼັງຈາກຮຽນໜັງສືເປັນເວລາດົນ, ໄປແລ່ນ, ຍ່າງໄວໆ ຫຼື ໂດດຂຶ້ນລົງ ກໍຊ່ວຍເຊັ່ນກັນ.
🥰 ຢ່າລືມພັກສະໝອງຫຼັງຈາກຮຽນ ຫຼື ເຮັດວຽກເປັນເວລາດົນໆເດີ້ທຸກຄົນ!
07/07/2022
🤔 ທ່ານຮູ້ບໍ່ວ່າ Eduten ໄດ້ເປີດໃຫ້ມີການດາວໂຫຼດຄູ່ມືວິຊາຄະນິດສາດຂອງຟິນແລນ Free! ທີ່ຂຽນໂດຍຜູ້ຊ່ຽວຊານຈາກແຕ່ລະດ້ານສະເພາະກ່ຽວກັບຫົວຂໍ້ຕ່າງໆເຊັ່ນ: ເຄັດລັບວິຊາຄະນິດສາດຂອງຟິນແລນ, ການສອນແບບດິຈິຕອລ, ການວິເຄາະປະສິດທິພາບການຮຽນ ແລະ ແນວຄວາມຄິດແບບພັດທະນາ?
ດາວໂຫຼດເລີຍ:
http://www.finlandmath.com/download
30/06/2022
🎉 ພາບສ່ວນໜຶ່ງຈາກງານສຳມະນາໃນວັນທີ 28 ມິຖຸນາ ທີ່ຜ່ານມາ, ໃນຫົວຂໍ້ “ການຫັນປ່ຽນການສຶກສາຂອງບັນດາໂຮງຮຽນໃນປະເທດລາວເຂົ້າສູ່ລະບົບດິຈິຕອລ” ເຊິ່ງໄດ້ຮັບກຽດຈາກທ່ານ Keijo Norvanto ເອກອັກຄະລັດຖະທູດຟິນແລນ, ທ່ານ ນາງ ຄຳປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ມາເຂົ້າຮ່ວມໃນງານສຳມະນາອອນລາຍທາງໄກ ເພື່ອແລກປ່ຽນກ່ຽວກັບການຮຽນ-ການສອນແບບດິຈິຕອລ. ນອກຈາກນັ້ນ, ຍັງມີທ່ານ Henri Muurima ປະທານຂອງ Eduten Finland Math, ທ່ານ ນາງ Sonia Arora ຫົວໜ້າ PGT IT ແລະ ຜູ້ປະສານງານຂອງໂປຣແກຣມລະດັບສາກົນ ແລະ ທ່ານ ແກ້ວວິສຸກ ດາລາສານ ກົງສູນກິດຕິມະສັກຂອງຟິນແລນປະຈຳລາວ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມກ່ຽວກັບການສຶກສາໃນລາວ ພ້ອມທັງມີການນຳສະເໜີແພັດຟອມການຮຽນ-ການສອນແບບດິຈິຕອລ “Eduten” ອີກດ້ວຍ.
👉🏻 ທ່ານໃດທີ່ມີຄວາມສົນໃຈຢາກທົດລອງໃຊ້ແພັດຟອມ Eduten ຟຣີ!
ສາມາດຕິດຕໍ່ໄດ້ທາງເພຈຂອງພວກເຮົາໄດ້ເລີຍ.
Eduten Finland Math - Laos
Click here to claim your Sponsored Listing.
Location
Category
Contact the school
Telephone
Website
Address
Vientiane
01000
Opening Hours
| Monday | 08:00 - 17:00 |
| Tuesday | 08:00 - 17:00 |
| Wednesday | 08:00 - 17:00 |
| Thursday | 08:00 - 17:00 |
| Friday | 08:00 - 17:00 |