12/04/2026
[English below]
Hii~ ສະບາຍດີ Healing Season ມີແນວມາບອກ 📍
ໄວໜຸ່ມນະຄອນຫຼວງພ້ອມແລ້ວຫຼືຍັງ!! ມາຮຽນຮູ້ແລະຮ່ວມສ້າງ ”ພື້ນທີ່ປອດໄພແລະຈິດໃຈທີ່ປອດໄພ” ໄປກັບ Soulcare 🤲🏻💚
ໄວໜຸ່ມທຸກຄົນ ເຄີຍຄິດບໍ່ວ່າບາງທີໄວໜຸ່ມເຮົາກໍຕ້ອງການພື້ນທີ່ໄວ້ຮິວໃຈແລະການທີ່ມີພື້ນທີ່ນ້ອຍໆໃນການເວົ້າສິ່ງທີ່ຮູ້ສືກໂດຍບໍ່ມີໃຜຕັດສິນ💚 Healing Season ມາພ້ອມຂ່າວດີສຸດພິເສດ ທີ່ຈະແນະນຳ ກິດຈະກຳທີ່ເສີມສ້າງຄວາມຮູ້ດ້ານສຸຂະພາບຈິດໃນຫົວຂໍ້“Safe Space and Safe Mind Workshop ”🧠 🫂
🪄ສິ່ງທີ່ຜູ້ເຂົ້າຮ່ວມຈະໄດ້ຮັບ:
🔶 ຄວາມຮູ້ພື້ນຖານກ່ຽວກັບສຸຂະພາບຈິດ🧠
🔶 ການເປັນອາສາໂຄສະນາໄວໜຸ່ມ💪🏻
🔶 ພື້ນທີ່ປອດໄພ ແລະ ການຮັບຟັງໂດຍບໍ່ຕັດສິນ🤲🏻🫂
🔶ຫມູ່ເພື່ອນແລະມິດຕະພາບທີ່ດີ ພ້ອມດ້ວຍອາຫານທ່ຽງແຊບໆ🍱
🔶 ໃບຢັ້ງຢືນການເຂົ້າຮ່ວມຈາກ SoulCare📃
ກິດຈະກຳຈະໄດ້ຈັດຂຶ້ນທັງຫມົດ 3ມື້:
🗓️ວັນທີ່: 25-26 ເມສາ ແລະ 02 ພຶດສະພາ 2026
📍ສະຖານທີ່: ໂຮງຮຽນ ມສ ມິດຕະພາບລາວ - ຫວຽດນາມ
⏰ເວລາ: 9:30 - 16:00
👉🏻ເງື່ອນໄຂຂອງຜູ້ສະຫມັກ:
🔷 ເປັນໄວຫນຸ່ມລາວ ອາຍຸລະຫວ່າງ 14-18 ປີ (ບໍ່ຈຳກັດເພດ)
🔷 ອາໄສຢູ່ນະຄອນຫຼວງວຽງຈັນແລະ ສາມາດເຂົ້າຮ່ວມງານໄດ້ທັງຫມົດ 3ມື້
🔷 ມີຄວາມສົນໃຈກ່ຽວກັບສຸຂະພາບຈິດ
ແອບກະຊິບວ່າຈະມີແຂກຮັບເຊີນສຸດພິເສດມາແບ່ງປັນຄວາມຮູ້ອີກດ້ວຍ 🫣🎊
📍ສະຫມັກຟຣີ ກົດເຂົ້າລິ້ງເພື່ອສະຫມັກ: https://forms.gle/1M4J9jy828joYw55A
ຫຼື ສະແກນ QR code ໃນພາບດ້ານລຸ່ມນີ້ໄດ້ເລີຍ💚🥰
⛔️ ປິດຮັບສະໝັກວັນທີ: 21 ເມສາ ເວລາ 23:59 ໂມງ
…………………………………………………………………………………
Vientiane youth, are you ready? Join us to learn and build a "Safe Space and Safe Mind" together with SoulCare! 🤲🏻💚
Have you ever felt like you just need a place to heal? A small space where you can express your feelings without being judged? 💚 Healing Season is here with a special announcement for our upcoming "Safe Space and Safe Mind Workshop"—an event designed to boost mental health awareness and support. 🧠🫂
🪄 What you will gain:
🔶 Basic knowledge of mental health and well-being🧠
🔶 Insights on becoming a youth mental health advocate.💪🏻
🔶 Experience in "Safe Space"with non-judgmentallistening🤲🏻🫂
🔶 New friendships and Complimentary lunch.🍱
🔶 A Certificate of Participation from SoulCare.📃
📅 Event Details:
This is a 3-day workshop held on:
🗓️Dates: 25–26 April and 02May , 2026
📍Location: Lao-Vietnam Friendship High School
⏰Time: 9:30 AM – 4:00 PM
👉 Applicant Requirements:
🔷 Lao youth aged 14–18 years old (Open to all genders)
🔷 Residing in Vientiane Capital and Able to attend all 3 days of the workshop.
🔷 Passionate and interested in mental health.
Psst... we’ll also have a very special guest speaker joining us to share their insights! 🫣🎊
📍 Register for FREE here : https://forms.gle/1M4J9jy828joYw55A
Or simply scan the QR code in the image below! 💚
⛔️ Application Deadline: April 21, 2026, at 23:59 PM
28/03/2026
ສະບາຍດີທຸກຄົນ Healing Season ກັບມາອີກແລ້ວວວ, ສະບາຍດີຄ້ອຍຄໍ່າຍາມແລງທຸກຄົນ.🙏🏻💫
ພວກເຮົາທີມງານທຸກຄົນຕ້ອງຂໍສະແດງຄວາມຍິນດີກັບຜູ້ທີ່ໄດ້ຮັບລາງວັນຈາກ Healing Season ແລະ ເຄື່ອງທີ່ລະນຶກຈາກ UNICEF Laos ມູນຄ່າ 9 ແສນ ເຊິ່ງມີລາຍຊື່ດັ່ງລຸ່ມນີ້:
🏅 ທ. ແຟນຕ້າ ສີລະມາດ ໄດ້ຮັບລາງວັນ ”ບົດຄວາມດີເດັ່ນ”.✍️
🌷ລາງວັນແມ່ນ “Power bank ແລະ ປຶ້ມທີ່ລະນຶກຈາກ UNICEF Laos”.
🏅 ນ. ປູນາ ຈັນທະວົງສາ ໄດ້ຮັບລາງວັນ “ບົດຄວາມທີ່ໜ້າປະທັບໃຈທີ່ສຸດ”.✍️
🌷ລາງວັນແມ່ນ “Power bank ແລະ ປຶ້ມທີ່ລະນຶກຈາກ UNICEF Laos”.
🏅 ນ. ວິພະສະລີ ເມກທະນາວັນ ໄດ້ຮັບລາງວັນ “ບົດຄວາມທີ່ສ້າງແຮງບັນດານໃຈ”. ✍️
🌷ລາງວັນແມ່ນ “ຫູຟັງ ແລະ ປຶ້ມທີ່ລະນຶກຈາກ UNICEF Laos”.
ກ່ອນອື່ນໝົດ, ພວກເຮົາຕ້ອງຂໍຂອບໃຈຜູ້ສະໝັກຈໍານວນ 51 ຄົນ ທີ່ໄດ້ສົ່ງບົດຄວາມເຂົ້າມາ ເພື່ອເປັນສ່ວນໜຶ່ງໃນການສ້າງກະບອກສຽງທີ່ສໍາຄັນ ໂດຍສະເພາະແມ່ນ “ສຸຂະພາບຈິດຂອງໄວໜຸ່ມລາວ”. ນອກຈາກນີ້, ພວກເຮົາຕ້ອງຂໍຊົມເຊີຍໃນຄວາມກ້າຫານທີ່ຜູ້ສະໝັກທຸກຄົນໄດ້ຂຽນແບ່ງປັນເລື່ອງລາວຕ່າງໆຂອງຕົນ, ເຊິ່ງແຕ່ລະບົດຄວາມແມ່ນໄດ້ສະທ້ອນຄວາມເຂັ້ມແຂງ, ສິ່ງທີ່ຜູ້ສະໝັກໄດ້ຮຽນຮູ້ ແລະ ກຳລັງໃຈໃນການຍຶດໝັ້ນໃຫ້ຜ່ານພົ້ນອຸປະສັກອັນຍາກລໍາບາກ.🎉🙀✨
ຜູ້ທີ່ໄດ້ຮັບລາງວັນທາງທີມງານຫາໃນໄວໆນີ້ 🤩🤩🤩 ແລະ ສໍາລັບໃບຢັ້ງຢືນແມ່ນທາງທີມງານເຮົາຈະຕິດຕໍ່ຜູ້ສະໝັກທຸກຄົນ ເພື່ອຂໍລາຍຊື່ ແລະ ຈະສົ່ງກັບຫາຜູ້ເຂົ້າຮ່ວມໃນໄວໆນີ້ເຊັ່ນດຽວກັນ.😊
ຊ່ອງທາງການຕິດຕໍ່ ຂອງ Healing Season ມີດັ່ງນີ້:
ອີເມວ: [email protected]
Phone / WhatsApp +856 20 55 437 182
FB Page: Healing Season
IG: healingseason_official
Lao Youth Union ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
UNICEF Laos
27/03/2026
ຂໍອະໄພກັບຄວາມຫຼ້າຊ້າໃນການປະກາດຜູ້ໄດ້ລາງວັນ Campaign ຂອງທາງ Healing Season🙏🙏
ເນື່ອງຈາກຄົນສະຫມັກ ແລະ ສົ່ງບົດຄວາມມາຢ່າງຫລວງຫລາຍ.ທາງທີມງານຂອງພວກເຮົາຈຶ່ງກຳລັງຄັດເລືອກ ຟອມ ແລະ ຈະປະກາດຜູ້ໄດ້ລາງວັນໃນ ວັນທີ 28/03/2026 ກົງກັບວັນເສົາເດີ້✨️
14/03/2026
[English Below]
ສະບາຍດີຍາມແລງທຸກຄົນ ~ ມາແລ້ວ! ມາແລ້ວ! ມີຂ່າວດີມາບອກອີກແລ້ວ🙈
ພວກເຮົາ Healing Season ມາອີກແລ້ວວວ, ເຊິ່ງວ່າການມາໃນຮອບນີ້ກໍຄືການເປີດໂຕແຂກຮັບເຊີນສຸດພິເສດທີ່ຈະມາໃຫ້ຄວາມຮູ້ໃນເລື່ອງຂອງສຸຂະພາບຈິດໃຫ້ແກ່ໄວໜຸ່ມໃນຫົວຂໍ້: “Mental health of Lao youth” ເພື່ອສ້າງຄວາມເຂັ້ມແຂງທາງຈິດໃຈໃຫ້ແກ່ໄວໜຸ່ມໃນການພັດທະນາຕົວເອງໃຫ້ເຕີບໂຕໄປຢ່າງມີປະສິດທິພາບ.
🎉 ແຂກຮັບເຊີນສຸດພິເສດຂອງພວກເຮົາມີທັງໝົດ 2 ທ່ານຄື:
1. ທ່ານ ຕູ່ນູ່ ຈັນທະວົງສາ (Tounou Chanthavongsa) - Member of Global Sharper Vientiane Hub
2. ທ່ານ ໄວໂອລີນ ວົງນ້ອຍ (Violin Vongnoi) - Member of ResiLeads Laos
ເຊິ່ງກິດຈະກຳຈະໄດ້ຈັດຂຶ້ນທັງໝົດ 2ມື້ :
🗓️ວັນທີ 21 – 22 ມີນາ 2026.
📍ສະຖານທີ່: The Forest Cafe (ບ້ານສາຍນໍ້າເງິນ, ເມືອງໄຊທານີ)
⏱️ເວລາ: 9:00-16:00
👉🏻ເງື່ອນໄຂຜູ້ສະໝັກ:
• ໄວໜຸ່ມລາວ (ນັກຮຽນ, ນັກສຶກສາ, ໄວໜຸ່ມທົ່ວໄປ)
• ອາຍຸ 15-18 ປີ
• ອາໄສຢູ່ໃນນະຄອນຫຼວງ
• ສາມາດເຂົ້າຮ່ວມກິດຈະກໍາໄດ້ທັງ 2 ມື້: ວັນທີ 21-22 ມີນາ 2026
🪄ສິ່ງທີ່ຈະໄດ້ຮັບ:
• ການຮັບຟັງໂດຍທີ່ບໍ່ມີການຕັດສິນ
• ຄວາມຮູ້ພື້ນຖານກ່ຽວກັບ Mental Health
• ແລກປ່ຽນຄວາມຄິດກັບໝູ່ເພື່ອນໃໝ່ໆ
• ໄດ້ຮັບຄວາມຮູ້ຈາກແຂກຮັບເຊີນ
• ພື້ນທີ່ປອດໄພ ແລະ ສົນທະນາເພື່ອທີ່ຈະແກ້ໄຂບັນຫາທີ່ເກີດຂຶ້ນໃນລາວ
• ອາຫານທ່ຽງ
• ໃບຢັ້ງຢືນຈາກ Healing Season
📌 ສະຫມັກຟຣີບ່ອນນັ່ງມີຈຳນວນຈຳກັດ
📋 ຮີບສະໝັກເລີຍເດີທຸກຄົນ: https://forms.gle/ZC814Ue7ubpuxxrC8
⛔️ປິດຮັບສະໝັກວັນທີ່ 16 ເດືອນມີນາ ເວລາ 19:59 ໂມງ.
ຢ່າພາດໂອກາດດີໆແບບນີ້ທີ່ຈະໄດ້ແລກປ່ຽນຄວາມຮູ້ກັບແຂກຮັບເຊີນສຸດພິເສດໃນວາລະກິດຈະກຳຂອງພວກເຮົາ, ແລ້ວພົບກັນເດີທຸກຄົນ 🤩🤩🤩
…………………………………………………………………………………
Good evening everyone! We’re back with some exciting news! 🌟
Healing Season is back! This time, we’re hosting a special event titled "Mental Health of Lao Youth." We’ve invited two amazing guest speakers to help us explore ways to build mental resilience and grow into our best selves.
🎉 Meet our Special Guests:
1. Tounou Chanthavongsa – Member of Global Shapers Vientiane Hub
2. Violin Vongnoi – Member of ResiLeads Laos
This program will take place over 2 days:
🗓️ March 21 – 22, 2026.
📍 Location: The Forest Cafe (Sainamnguen Village, Xaythany District)
⏱️ Time: 9:00-16:00
👉🏻 Applicant Qualifications:
• Lao youth (Students, university students).
• Age 15-18 years old.
• Residing in Vientiane Capital.
• Able to attend the activity for 2 days: March 21-22, 2026.
🪄 What you will receive:
• Listening without judgment.
• Basic knowledge about Mental health.
• Exchange ideas with new friends.
• Gain knowledge from guest speakers.
• A safe space to discuss and address issues happening in Laos.
• Lunch.
• A certificate from Healing season.
📌Seats are limited!
📋 Register here: https://forms.gle/ZC814Ue7ubpuxxrC8
⛔️ Deadline: March 16 at 7:59 PM.
Don’t miss out on this chance to learn, grow, and vibe with our special guests! See you there! 🤩🤩🤩
08/03/2026
[English below]
ສະບາຍດີທຸກຄົນ~ ມາແລ້ວມາແລ້ວມີຂ່າວດີມາບອກ🙈
📣 ໂຄງການ Healing Season ຂໍເຊີນຊວນໄວໜຸ່ມລາວທຸກຄົນທີ່ມີຄວາມສົນໃຈໃນເລື່ອງ “ສຸຂະພາບຈິດ“ ມາຮ່ວມໃນກິດຈະກໍາທີ່ມີຊື່ວ່າ “Magical place” ຫຼື “ພື້ນທີ່ມະຫັດສະຈັນແຫ່ງການຮັກສາ”✨
🫂ເຊິ່ງພວກເຮົາໄດ້ຮວບຮວມເອົາກິດຈະກໍາທີ່ມ່ວນ, ດີຕໍ່ໃຈ ແລະ ນ່າຮຽນຮູ້ ພາຍໃຕ້ຫົວຂໍ້: Mental Health of Lao Youth.
ເຊິ່ງກິດຈະກຳຈະໄດ້ຈັດຂຶ້ນທັງໝົດ 2ມື້ :
🗓️ວັນທີ່21 – 22 ມີນາ 2026.
📍ສະຖານທີ່: The Forest Cafe (ບ້ານສາຍນໍ້າເງິນ, ເມືອງໄຊທານີ)
⏱️ເວລາ: 9:00-16:00
👉🏻ເງື່ອນໄຂຜູ້ສະໝັກ:
• ໄວໜຸ່ມລາວ (ນັກຮຽນ, ນັກສຶກສາ, ໄວໜຸ່ມທົ່ວໄປ)
• ອາຍຸ 15-18 ປີ
• ອາໄສຢູ່ໃນນະຄອນຫຼວງ
• ສາມາດເຂົ້າຮ່ວມກິດຈະກໍາໄດ້ທັງ 2 ມື້: ວັນທີ 21-22 ມີນາ 2026
🪄ສິ່ງທີ່ຈະໄດ້ຮັບ:
• ການຮັບຟັງໂດຍທີ່ບໍ່ມີການຕັດສິນ
• ຄວາມຮູ້ພື້ນຖານກ່ຽວກັບ Mental Health
• ແລກປ່ຽນຄວາມຄິດກັບໝູ່ເພື່ອນໃໝ່ໆ
• ໄດ້ຮັບຄວາມຮູ້ຈາກແຂກຮັບເຊີນ
• ພື້ນທີ່ປອດໄພ ແລະ ສົນທະນາເພື່ອທີ່ຈະແກ້ໄຂບັນຫາທີ່ເກີດຂຶ້ນໃນລາວ
• ອາຫານທ່ຽງ
• ໃບຢັ້ງຢືນຈາກ Healing Season
ແອບກະຊິບອີກແລ້ວວ ແອັດຮູ້ມາວ່າຈະມີແຂກຮັບເຊີນສຸດພິເສດອີກດ້ວຍ.
📌 ສະຫມັກຟຣີບ່ອນນັ່ງມີຈຳນວນຈຳກັດ
📋ຮີບສະໝັກເລີຍ: https://forms.gle/ZC814Ue7ubpuxxrC8
⛔️ປິດຮັບສະໝັກວັນທີ່ 16 ເດືອນມີນາ ເວລາ 19:59 ໂມງ.
…………………………………………………………………………………
Sabaidee everyone~
We are here again! We’ve got good news to tell you 🙈
We are now opening applications for participants interested in "Mental Health" organized by Healing Season. We invite all Lao youth to join our activity titled “Magical place” ✨ under the main theme: Mental health of Lao youth.
This program will take place over 2 days: 🗓️ March 21 – 22, 2026.
📍 Location: The Forest Cafe (Sainamnguen Village, Xaythany District)
⏱️ Time: 9:00-16:00
Applicant Qualifications:
• Lao youth (Students, university students).
• Age 15-18 years old.
• Residing in Vientiane Capital.
• Able to attend the activity for 2 days: March 21-22, 2026.
🙌🏻 What you will receive:
• Listening without judgment.
• Basic knowledge about Mental health.
• Exchange ideas with new friends.
• Gain knowledge from guest speakers.
• A safe space to discuss and address issues happening in Laos.
• Lunch.
• A certificate from Healing season.
Let me whisper a secret... we heard there will be a very special guest speaker as well! 🤫
Apply now 👉🏻: https://forms.gle/ZC814Ue7ubpuxxrC8
⛔️ Applications close on March 16 at 19:59.
Lao Youth Union ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
UNICEF Laos
04/03/2026
🙌🏻
ການແຂ່ງຂັນການຂຽນບົດຄວາມພາຍໃຕ້ຫົວຂໍ້: “ເຫດການທີ່ຄິດວ່າມັນຍາກສໍາລັບເຈົ້າໃນອະດີດ ແຕ່ເຈົ້າກະສາມາດຜ່ານມັນມາໄດ້”
ພາຍໃຕ້ໂຄງການ Healing Season ເຊິ່ງມີຈຸດປະສົງເພື່ອສ້າງຄວາມຕະໜັກຮູ້ໃນການຍອມຮັບອາລົມຂອງຕົນເອງໃນເຫດການຄັ້ງນັ້ນທີ່ໄດ້ຜ່ານພົ້ນມາ ແລະ ສ້າງຄວາມເຂັ້ມແຂງທາງຈິດໃຈເພື່ອໃຫ້ຜູ້ຂຽນເບິ່ງເຫັນວ່າຕົນເອງເຄີຍຜ່ານອຸປະສັກທີ່ຍາກມາແລ້ວໃນຄັ້ງໜຶ່ງ ແລະ ກໍຈະຜ່ານໄປອີກໃນອະນາຄົດ.
🏆ລາງວັນຈະປະກອບມີ3ລາງວັນດັ່ງນີ້:
* ລາງວັນ”ບົດຄວາມດີເດັ່ນ”🏅
* ລາງວັນ”ບົດຄວາມທີ່ໜ້າປະທັບໃຈທີ່ສຸດ”🏅
* ລາງວັນ”ບົດຄວາມທີ່ສ້າງແຮງບັນດານໃຈ”🏅
⭐️ເຊິ່ງລາງວັນແມ່ນຈະໄດ້ຮັບເຄື່ອງທີ່ລະນຶກຈາກ UNICEF Laos ແລະ ເຄື່ອງທີ່ລະນຶກຈາກ Healing Season ມູນຄ່າລວມ (900,000ກີບ)😱
🫣ພິເສດ:ສຳລັບຜູ້ທີ່ເຂົ້າຮ່ວມການຂຽນບົດຄວາມທຸກຄົນຈະໄດ້ຮັບໃບຢັ້ງຢືນຈາກ Healing Season.👀
ທ່ານສາມາດເບິ່ງລາຍລະອຽດ ແລະ ເງື່ອນໄຂການຮ່ວມແຄມເປນໄດ້ທີ່ກ້ອງ Comment.👇🏻😍
📍ປິດຮັບສະໝັກ ແມ່ນວັນທີ 22/03/2026
📍ປະກາດຜົນແມ່ນວັນທີ 25/03/2026
ລິ້ງສະໝັກ ແລະ ສົ່ງບົດຄວາມ: https://forms.gle/7Bz7rs8mFBxT54cx8
🌷ເປີດຟອມຜ່ານການ Login Google ຫລື ເປີດຈາກ Chrome ໄດ້ເດີ້🌷
🫣ແອບກະຊິບອີກຄັ້ງລິ້ງລົງທະບຽນມາຮ່ວມ Workshop ຂອງພວກເຮົາກໍາລັງຈະເປີດໃນໄວໆນີ້. ແລ້ວພົບກັນ
ຊ່ອງທາງການຕິດຕໍ່
ອີເມວ: [email protected]
Phone / WhatsApp +856 20 55 437 182
FB Page: Healing Season
IG: healingseason_official
Lao Youth Union ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
UNICEF Laos
03/03/2026
ໂຄງການດີບອກຕໍ່~~
ສຳຫລັບໄວຫນຸ່ມຍິງທີ່ສົນໃຈກ່ຽວກັບ Women Empowerment ບໍ່ຄວນພາດດ!!!💖✨️🫶🏻
ສະບາຍດີທຸກຄົນ, ພວກເຮົາເປີດຮັບສະໝັກແລ້ວເດີ້!!!😍👧🏻
ໂຄງການ Project For Her: Her Future, Her Choice🌸 ເປີດຮັບສະໝັກຜູ້ເຂົ້າຮ່ວມແລ້ວ, ໃນກິດຈະກຳທີ່ມີຊື່ວ່າ "Women Empowerment Champion Program" ຫຼື "ໄວໜຸ່ມໄຟເເຮງດ້ານການສ້າງຄວາມເຂັ້ມເເຂງໃຫ້ກັບເເມ່ຍິງ"
✨ໃນໂປຣເເກມນີ້ພວກເຮົາຈະຖືກຝຶກອົບຮົມໃນຫົວຂໍ້ດັ່ງລຸ່ມນີ້:
- Leadership & Communication skills (ທັກສະສັງຄົມທີ່ທຸກບ່ອນຕ້ອງການ)
- Cyber security & Media literacy + AI
(ທັກສະດິຈິຕອລທີ່ກຳລັງມາເເຮງ)
- Ikigai & Social emotional learning (SEL)
(ການເຕີບໂຕໃນສະບັບໂຕເອງ)
- CV writing & Goal Setting
(ການພັດທະນາຕົນເອງໃນວຽກງານ ເເລະ ອະນາຄົດ).
ເພື່ອໃຫ້ໄວໜຸ່ມພວກເຮົາມີຄວາມພ້ອມໃນການເປັນຕົວເເທນຜູ້ນຳໄວໜຸ່ມຍິງລາວໃນອະນາຄົດ.
⚡ງານນີ້ຈັດທັງໝົດ 4ມື້ ແບບຈຸກໆຈັດເຕັມໄປເລີຍ❗
🗓️ ວັນທີ 7, 14, 21 ແລະ 28 ມີນາ 2026
📍ໂຮງຮຽນ ວິຣະຖາວອນຈອມເພັດ
🕒 8:30-16:00
🌟ເງື່ອນໄຂຜູ້ສະໝັກ:
• ໄວໜຸ່ມຍິງ (ໄວໜຸ່ມຊົນເຜົ່າຈະພິຈາລະນາເປັນພິເສດ)
• ອາຍຸ 15 ຫາ 25 ປິ
• ອາໄສຢູ່ນະຄອນຫຼວງວຽງຈັນ
• ສາມາດເຂົ້າຮ່ວມກິດຈະກຳພາຍໃນ 4ມື້:
ວັນທີ 7, 14, 21, 28 ມີນາ 2026
💬ສິ່ງທີ່ຈະໄດ້ຮັບ:
• ໄດ້ເປັນຕົວເເທນໄວໜຸ່ມຍິງໃນຊຸມຊົນຂອງຕົນເອງ
•ໄດ້ຮຽນຮູ້ທັກສະຕ່າງໆບໍ່ວ່າຈະເປັນພາວະຜູ້ນຳ,ການສື່ສານ, ການຂຽນ CV ເເລະອື່ນໆ
• ໄດ້ສ້າງເຄື່ອຄ່າຍ ເເລະ ໝູ່ເພື່ອນໃໝ່ໆທີ່ສົນໃຈດ້ານດຽວກັນ.
❗ໄວໜຸ່ມຜູ້ໃດສົນໃຈ, ສະໝັກເຂົ້າຮ່ວມງານຢູ່ກ້ອງຄອມເມັ້ນ❗
(ແອບກະຊິບວ່າຮັບຈຳນວນຈຳກັດເດີ້🤫)
ປິດຮັບສະໝັກວັນທີ 5 ເດືອນ 3 ເວລາ 23:59 ໂມງ
ຢ່າພາດໂອກາດດີໆນີ້ເເບບນີ້ເດີ້ທຸກຄົນ, ເເລ້ວພົບກັນ! 👋🏻
📞ສອບຖາມຂໍ້ມູນເພີ່ມເຕີມ: Email: [email protected]
Inbox: NOVA 101 Club
Tel: +856 20 59 303 824 (ນ້ຳເຜິ້ງ)
Supported by: UNICEF Laos Lao Youth Union ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
Implemented by: NOVA 101 Club
Co-supported by: Virathavone School
Media Partner: Dāna Education Laos YouthShaperz ກ້າເບ້ຍ Kaabia
03/03/2026
ມາແລ້ວວວວວ ສໍາລັບແຄມເປນຂະໜາດນ້ອຍຂອງHealing Season.😊
ສໍາລັບແຄມເປນຂຽນບົດຄວາມພາຍໃຕ້ຫົວຂໍ້: “ ເຫດການທີ່ຄິດວ່າມັນຍາກສໍາລັບເຈົ້າໃນອະດີດ ແຕ່ເຈົ້າກະສາມາດຜ່ານມັນມາໄດ້”
Healing Season ມີຈຸດປະສົງເພື່ອສ້າງຄວາມຕະໜັກຮູ້ໃນການຍອມຮັບອາລົມຂອງຕົນເອງໃນເຫດການຄັ້ງນັ້ນທີ່ໄດ້ຜ່ານພົ້ນມາ ແລະ ສ້າງຄວາມເຂັ້ມແຂງທາງຈິດໃຈເພື່ອໃຫ້ຜູ້ຂຽນເບິ່ງເຫັນວ່າຕົນເອງເຄີຍຜ່ານອຸປະສັກທີ່ຍາກມາແລ້ວໃນຄັ້ງໜຶ່ງ ແລະ ກໍຈະຜ່ານໄປອີກໃນອະນາຄົດ.
🏆ລາງວັນຈະປະກອບມີ3ລາງວັນດັ່ງນີ້:
• ລາງວັນ”ບົດຄວາມດີເດັ່ນ”🏅
• ລາງວັນ”ບົດຄວາມທີ່ໜ້າປະທັບໃຈທີ່ສຸດ”🏅
• ລາງວັນ”ບົດຄວາມທີ່ສ້າງແຮງ
ບັນດານໃຈ”🏅
⭐️ເຊິ່ງລາງວັນແມ່ນຈະໄດ້ຮັບເຄື່ອງທີ່ລະນຶກຈາກUNICEF Laos ແລະ ເຄື່ອງທີ່ລະນຶກຈາກHealing season ມູນຄ່າລວມ( 900,000ກີບ )😱
🫣ພິເສດ:ສຳລັບຜູ້ທີ່ເຂົ້າຮ່ວມການຂຽນບົດຄວາມທຸກຄົນຈະໄດ້ຮັບໃບຢັ້ງຢືນຈາກHealing Season.👀
ທ່ານສາມາດເບິ່ງລາຍລະອຽດ ແລະ ເງື່ອນໄຂການຮ່ວມແຄມເປນໄດ້ທີ່ກ້ອງComment.👇🏻😍
📍ປິດຮັບສະໝັກ ແມ່ນວັນທີ 22/03/2026
📍ປະກາດຜົນແມ່ນວັນທີ 25/03/2026
ລິ້ງສະໝັກ ແລະ ສົ່ງບົດຄວາມ: https://forms.gle/7Bz7rs8mFBxT54cx8
🌷ເປີດຟອມຜ່ານການ login Google ຫລື ເປີດຈາກ Chrome ໄດ້ເດີ້🌷
🫣ແອບກະຊິບອີກຄັ້ງລິ້ງລົງທະບຽນມາຮ່ວມWorkshopຂອງພວກເຮົາກໍາລັງຈະເປີດໃນໄວໆນີ້. ແລ້ວພົບກັນ
ຊ່ອງທາງການຕິດຕໍ່
ອີເມວ: [email protected]
Phone / WhatsApp +856 20 55 437 182
FB Page: Healing Season
IG: healingseason_official
Lao Youth Union ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
UNICEF Laos
25/02/2026
[English below]
ເຮໂລ ຮາໂລ Healing Season ມາອີກແລ້ວວວວວ 🥳
ມື້ນີ້ພວກເຮົາຈະມາແນະນໍາສະມາຊິກໃນທີມ, ຊື່ສຽງຮຽງນາມຂອງແຕ່ລະຄົນ, ຄໍາເວົ້າ ຫຼື ປະໂຫຍກທີ່ແຕ່ລະຄົນໄດ້ຮັບ inspiration, role ທີ່ແຕ່ລະຄົນໄດ້ຮັບມອບໝາຍໜ້າທີ່.
ແຕ່ລະຄົນຖືວ່າມີບົດບາດທີ່ເປັນເອກະລັກຂອງໃຜມັນ 🌈⚡️🌦️❄️
Healing Season ໃຫ້ຄວາມສໍາຄັນໃນການແບ່ງໜ້າທີ່ ແລະ ມີອຸດົມການໃນການເຮັດວຽກຮ່ວມກັນເພື່ອຜົນງານທີ່ມີປະສິດທິພາບ 🤩
ແອັດວ່າມີແຕ່ຜູ້ສວຍໆເລິ່ດໆເທ່ໆເລີຍລ່ະ 🙀👀
ຂໍໃຫ້ທຸກຄົນຖ້າຕິດຕາມຕອນຕໍ່ໄປວ່າຈະມີຂ່າວດີຫຍັງເພີ່ມເຕີມອີກ.
Hello, halo! Healing Season is here again.
Today, we would love to introduce our team members! We share our names, the quotes that inspire us, and the roles we take on in our team.
Everyone has their own unique role and style! 🌈⚡️🌦️❄️
we believe in the power of teamwork. We divide our tasks clearly and work together with the same goal to make sure everything we do is effective and high-quality.
And let me tell you... our team is full of talented, cool, and cutie people! 🙀👀
Stay tuned for more updates and some "good news" coming your way soon!
24/02/2026
[English below]
Healing season ສະບາຍດີ🙏🏻
ໂຄງການ “Healing Season” ຫຼື ໃນພາສາລາວແມ່ນ “ລະດູແຫ່ງການຮັກສາ”, ພວກເຮົາເປັນກຸ່ມໄວໜຸ່ມທີ່ໄດ້ລວມຕົວກັນເພື່ອສ້າງລະດູການທີ່ປອດໄພໃຫ້ແກ່ໄວໜຸ່ມ. ຍິ່ງໄປກວ່ານີ້, ພວກເຮົາສັງເກດເຫັນວ່າທຸກໆລະດູແມ່ນມີຄວາມສໍາຄັນທີ່ໄວໜຸ່ມຈະຕ້ອງ ທົບທວນ -> ປ່ອຍວາງ -> ກາຍເປັນສິ່ງໃໝ່ທີ່ສວຍງາມ. ນອກຈາກນີ້, ພວກເຮົາຍັງຄໍານຶງເຖິງຄວາມສໍາຄັນໃນການຕະໜັກຮູ້ເລື່ອງ ການຮັກຕົນເອງ, ການໃຫ້ຄຸນຄ່າໃນຕົນເອງ, ການບໍ່ຍຶດຕິດ (Detachment) ແລະ ການສ້າງເປົ້າໝາຍໃຫ້ແກ່ໄວໜຸ່ມ (Goals for youths). ສຸດທ້າຍນີ້, ບໍ່ວ່າຈະເປັນລະດູໃດ Healing Season ກໍຕ້ອງການໃຫ້ໄວໜຸ່ມໄດ້ມີພື້ນທີ່ປອດໄພ ແລະ ຮັກທີ່ດີກໍຄືການໃສ່ໃຈຕົນເອງ ດັ່ງທີ່ພວກເຮົາໃຫ້ຄວາມສໍາຄັນສະເໝີມາ.
ເປົ້າໝາຍທີ່ໂຄງການ Healing Season ໃຫ້ຄວາມສໍາຄັນແມ່ນການເສີມສ້າງພູມຄຸ້ມກັນທາງໃຈເພື່ອຮັບມືກັບຄວາມທ້າທາຍໃນຊີວິດ, ການສົ່ງເສີມຄວາມເຂົ້າໃຈທາງດ້ານອາລົມ ແລະ ຄວາມຮູ້ສຶກຂອງໄວໜຸ່ມ, ການຮຽນຮູ້ ແລະ ຍອມຮັບຄວາມແຕກຕ່າງ, ການສ້າງພື້ນທີ່ທີ່ເລື່ອງຂອງຄວາມຮູ້ສຶກເປັນເລື່ອງປົກກະຕິ, ເລື່ອງຂອງຄວາມອ່ອນໄຫວບໍ່ແມ່ນຄວາມອ່ອນແອ ແລະ ເລື່ອງຂອງຄວາມບໍ່ສົມບູນແບບຄືຄວາມສວຍງາມ.
ເປັນຫຍັງ 3 ຄຳນີ້ຈຶ່ງເໝາະກັບ Healing Season?
• Reflect (ທົບທວນ): ກົງກັບການ "ສົ່ງເສີມຄວາມເຂົ້າໃຈທາງດ້ານອາລົມ".
• Release (ປົດປ່ອຍ): ກົງກັບການ "ສ້າງພື້ນທີ່ປອດໄພໃຫ້ຄວາມອ່ອນໄຫວ".
• Renew (ເລີ່ມຕົ້ນໃໝ່): ກົງກັບການ "ສ້າງສິ່ງທີ່ສວຍງາມທາງໃຈ" ເພື່ອກາຍເປັນສິ່ງໃໝ່ທີ່ງົດງາມກວ່າເກົ່າ.
🤫ແອັດຮູ້ຂ່າວມາວ່າກໍາລັງຈະມີ Workshop ກ່ຽວກັບສຸຂະພາບຈິດໃນໄວໆນີ້🫨
ຊ່ອງທາງການຕິດຕໍ່:
✉️ອີເມວ:[email protected]
ເບີໂທ📞/ວັອດແອັບ📱:02055437182
Hello from Healing season
The project “Healing Season,” or in Lao “Season of Healing,” is a group of young people who have come together to create a safe season for youth. Furthermore, we have observed that every season is important for young people to reflect → release→ renew.
In addition, we recognize the importance of awareness in self-love, self-worth, detachment, and setting goals for youth. Lastly, no matter which season it is, Healing Season wants young people to have a safe space. We believe that a good kind of love is caring for yourself, which is something we have always valued.
The objectives that Healing Season focuses on are strengthening mental resilience to cope with life’s challenges, promoting emotional understanding and awareness among youth, learning and accepting differences, creating a space where talking about feelings is normal, understanding that sensitivity is not weakness, and recognizing that imperfection is beauty.
Why are these three words suitable for Healing Season?
• Reflect : It relates to promoting emotional understanding.
• Release : it relates to creating a safe space for vulnerability.
• Renew : It relates to building inner beauty in order to become something new and more beautiful than before.
🤫 We heard that there will be a mental health workshop coming soon🫨
Contact channels:
✉️ Email: [[email protected]](mailto:[email protected])
📞 Phone / WhatsApp: 02055437182
Lao Youth Union ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
UNICEF Laos
Healing Season