International Relations Office, NUOL

International Relations Office, NUOL

Share

International Relations Office is the NUOL's secretariat office to internationalize higher education.

Photos from International Relations Office, NUOL's post 15/01/2026

ວັນທີ 15 ມັງກອນ 2026, ປອ. ສຸບິນ ສີສະຫວັດ ຮອງຫົວໜ້າ ພະແນກແລກປ່ຽນກິດຈະກໍາຕ່າງປະເທດ ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫງຊາດ (ມຊ) ໄດ້ເຂົ້າຮ່ວມແລກປ່ຽນບົດຮຽນການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃນຂະແໜງການສຶກສາຊັ້ນສູງ ພາຍໃຕ້ການສະໜັບສະໜູນຂອງສະຫະພາບເອີຣົບ ຜ່ານໂຄງການ Erasmus+ Programme ທີ່ ງານເຜີຍແຜ່ຂໍ້ມູນຂ່າວສານທຶນການຊ່ວຍເຫຼືອ Erasmus+ Programme ຂອງສະຫະພາບເອີຣົບ, ເຊິ່ງຈັດຂືນຢູ່ຫ້ອງປະຊຸມໃຫຍ່ ມຊ.

Photos from International Relations Office, NUOL's post 14/01/2026

ສະບາຍດີ ທຸກທ່ານ,
ໃນວັນທີ 14 ມັງກອນ 2026, ນັກສຶກສາ ມຊ ຈໍານວນ 06 ນ້ອງ ຈາກ ຄະນະວິທະຍາສາດສັງຄົມ, ສະຖາປັດຕະຍະກໍາສາດ, ວິທະຍາສາດທໍາມະຊາດ, ນິຕິສາດ ແລະ ລັດຖະສາດ, ແລະ ເສດຖະສາດ ແລະ ບໍລິຫານທຸລະກິດ ໄດ້ອອກເດີນທາງໄປປະເທດຊູແອດ (Sweden) ເພື່ອເຂົ້າຮ່ວມໂຄງການແລກປ່ຽນນັກສຶກສາ ໄລຍະ 1 ພາກຮຽນ ທີ່ ມະຫາວິທະຍາໄລອຸບສະລາ (Uppsala University) ພາຍໃຕ້ສັນຍາການແລກປ່ຽນນັກສຶກສາ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລອຸບສະລາ ໂດຍການສະໜັບສະໜູນຂອງສະຫະພາບເອີຣົບ ຜ່ານຂອບການຮ່ວມມືໂຄງການ Erasmus+ AK171 - International Credit Mobility.

Photos from International Relations Office, NUOL's post 29/12/2025

ວັນທີ 29 ທັນວາ 2025, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມເຜີຍແຜ່ຜົນກອງປະຊຸມໃຫຍ່ຄັ້ງທີ 3 (GM3) ຂອງໂຄງການ REAL ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານພາຍໃຕ້ໂຄງການໃນໄລຍະ 1 ປີຜ່ານມາ, ໂດຍການເປັນປະທານຂອງ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມຊ. ໃນກອງປະຊຸມດັ່ງກ່າວ, ຄະນະນໍາຄະນະວິຊາ, ພາກວິຊາ, ທີມງານໂຄງການ REAL ຝ່າຍ ມຊ ແລະ ພະນັກງານຄູ-ອາຈານ ຈາກຄະວິຊາຕ່າງໆກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ມີຈຸດປະສົ່ງເພື່ອເຜີຍແຜ່ຜົນກອງປະຊຸມໃຫຍ່ຄັ້ງທີ 3 ຂອງໂຄງການ REAL ທີ່ຈັດຢູ່ ມະຫາວິທະຍາໄລຈໍາປະສັກ, ໄລຍະວັນທີ 7-11 ທັນວາ 2025 ທີ່ຜ່ານມາ, ແລະ ແຜນວຽກຂອງໂຄງການໃນໄລຍະ ເດືອນມັງກອນ-ມີນາ 2026. ຄະນະຮັບຜິດຊອບໂຄງການໄດ້ລາຍງານຜົນການສຶກສາຄົ້ນຄວ້າເພື່ອກໍານົດຄວາມຮູ້ ແລະ ທັກສະ ທີ່ຈໍາເປັນທີ່ນັກສຶກສາຕ້ອງມີຫຼັງຈາກຮຽນຈົບໃນຫຼັກສູດປະລິນຍາຕີສາຂາ: ພາສາອັງກິດ, ບໍລິຫານທຸລະກິດ, ລ້ຽງສັດ, ວິສະວະກໍາການປຸງແຕ່ງອາຫານ, ແລະ ວິສະວະກໍາຂົນສົ່ງ ແລະ ໂລຈິດສ໌ຕິກ. ພ້ອມກັນນີ້, ກໍຍັງໄດ້ລາຍງານຜົນການທົບທວນ ແລະ ປັບປຸງບັນດາຜົນຮັບການຮຽນລະດັບຫຼັກສູດ (Program Learning Outcomes) ແລະ ລະດັບລາຍວິຊາ (Course Learning Outcomes) ຂອງບັນດາຫຼັກສູດທີ່ກ່າວມານັ້ນ ເພື່ອຮັບປະກັນຄວາມສອດຄ່ອງຂອງຫຼັກສູດກັບຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ສັງຄົມ, ແລະ ສາມາດປະຕິບັດໄດ້ຕາມຮູບແບບການສຶກສາທີ່ເນັ້ນຜົນຮັບການຮຽນ (Outcome-Based Education) ແລະ ການປະກັນຄຸນນະພາບການສຶກສາໂດຍພາຍໃນ (Internal Quality Assurance).
---
• Website: https://tuninglaopdr-real.com
• Facebook: https://www.facebook.com/brecil.nuol.5

Photos from International Relations Office, NUOL's post 30/11/2025

ໃນຕົ້ນເດືອນພະຈິກ 2025 ທີ່ຜ່ານມາ, ທ່ານ ພູວົງ ພີມມະກອງ, ຫົວໜ້າ ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫງຊາດ (ມຊ) ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມປິດໂຄງການ CIRCULAR, ທີ່ ມະຫາວິທະຍາໄລແຊນສ໌ມາເລເຊຍ (Universiti Sains Malaysia), ປະເທດມາເລເຊຍ. ໂຄງການ CIRCULAR (Circular Economy Living Laboratories Supporting Social Innovation in Southeast Asia), 2022-2025, ເຊິ່ງຮ່ວມມືກັບມະຫາວິທະຍາໄລໃນອາຊີ ແລະ ເອີຣົບ ພາຍໃຕ້ຂອບການຮ່ວມມື ERASMUS+ Capacity Building in Higher Education Action Program. ໂຄງການ CIRCULAR ມີຈຸດປະສົງສ້າງນະບົບນິເວດສໍາລັບສ້າງນະວັດຕະກໍາທາງສັງຄົມໃນປະເທດມາເລເຊຍ, ກໍາປູເຈຍ ແລະ ສປປ ລາວ ໂດຍການຮ່ວມມື ແລະ ສົ່ງເສີມການເຊື່ອມໂຍງລະຫວ່າງການສອນ, ການຄົ້ນຄວ້າ, ນະວັດຕະກໍາ ແລະ ສັງຄົມ ເຂົ້າດ້ວຍກັນເພື່ອອອກແບບ ແລະ ທົດສອບວິທີທາງຕ່າງໆເພື່ອຫຼຸດຜ່ອນບັນຫາການຈັດການສິ່ງເສດເຫຼືອ, ສົ່ງເສີມເສດຖະກິດໝູນວຽນ ແລະ ປັບປຸງຄຸນະພາບຊີວິດຂອງຊຸມຊົນທ້ອງຖີ່ນ ຢ່າງມີນະວັດຕະກໍາ.
ຜ່ານການຮ່ວມມືດັ່ງກ່າວ, ມຊ ໄດ້ສ້າງຫ້ອງປະຕິບັດການດ້ານເສດຖະກິດໝູນວຽນ (CIRCULAR Living Lab) ທີ່ ຄະນະວິທະຍາສາດສິ່ງແວດລ້ອມ ເພື່ອເປັນສູນການຮຽນຮູ້ດ້ານເສດຖະກິດໝູນວຽນ ແລະ ສອດແຊກເນື້ອໃນດັ່ງກ່າວເຂົ້າຫຼັກສູດການຮຽນ-ການສອນ. ຫ້ອງປະຕິບັດການດັ່ງກ່າວຍັງຈະໄດ້ຮ່ວມມືກັບຊຸມຊົນ, ຜູ້ປະກອບການ, ອົງການຈັດຕັ້ງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ເພື່ອປູກຈິດສໍານຶກກ່ຽວກັບເສດຖະກິດໝູນວຽນ, ການປະຕິບັດແບບຍືນຍົງ ແລະ ນະວັດຕະກໍາທາງສັງຄົມ ເພື່ອໃຫ້ສາມາດໝູນໃຊ້ໄດ້ໃນການດໍາລົງຊີວິດຕົວຈິງ.

Photos from International Relations Office, NUOL's post 10/11/2025

ອາຈານ ແລະ ນັກສຶກສາ ມຊ ເຂົ້າຮ່ວມກອງປະຊຸມຝຶກອົບຮົມການສົ່ງເສີມຄວາມກ້າວໜ້າແມ່ຍິງຜ່ານການຍົກລະດັບທັກສະດິຈິຕ໋ອນ ແລະ ຄວາມເປັນຜູ້ນໍາ ຢູ່ ສ. ເກົາຫຼີ

ໄລຍະວັນທີ 9-14 ພະຈິກ 2025, ທ່ານ ປອ. ນາງ ໃບສີ ວາເນັ່ງຈື ຄະນະສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ມຊ ໄດ້ນໍາພານ້ອງນັກສຶກສາຍິງ ຈໍານວນ 07 ຄົນ ຈາກຄະນະວິຊາຕ່າງໆພາຍໃນ ມຊ ເຂົ້າຮ່ວມກອງປະຊຸມຝຶກອົບຮົມໃນຫົວຂໍ້: ການສົ່ງເສີມຄວາມກ້າວໜ້າແມ່ຍິງຜ່ານການຍົກລະດັບທັກສະດິຈິຕ໋ອນ ແລະ ຄວາມເປັນຜູ້ນໍາ (Women’s Empowerment through Digital Skills and Leadership Education) ທີ່ ມະຫາວິທະຍາໄລສະຕຼີສຸກມຽງ (Sookmyung Women’s University), ສ. ເກົາຫຼີ. ໃນກອງປະຊຸມດັ່ງກ່າວ, ນັກສຶກສາໄດ້ເຂົ້າຮຽນ, ເຮັດກິດຈະກໍາ ແລະ ແລກປ່ຽນດ້ານວິຊາການກັບນັກສຶກສາທີ່ມາຈາກມະຫາວິທະຍາໄລຕ່າງໆໃນຂົງເຂດອາຊີ, ໂດຍສະເພາະ ສ. ເກົາຫຼີ; ສປປ ລາວ; ສສ ຫວຽດນາມ; ກໍາປູເຈຍ; ແລະ ອີນໂດເນເຊຍ, ໃນຫຼາຍຫົວຂໍ້ເຊັ່ນ: Python program, AI & Autonomous Vehide, Deep Learning Model, Data Visualization, Autonomous Driving, Entrepreneurship, Start-Up Basic. ນອກຈາກນີ້, ພວກກ່ຽວຍັງໄດ້ແລກປ່ຽນຮຽນຮູ້ດ້ານວັດທະນະທໍາ ແລະ ການສຶກສາ ເພື່ອສົ່ງເສີມ ແລະ ຍົກສູງຖານະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງເພດຍິງໃນຂົງເຂດວຽກງານຕ່າງໆ.

ການເຂົ້າຮ່ວມກອງປະຊຸມຝຶກອົບຮົມຂອງ ອາຈານ ແລະ ນັກສຶກສາ ຄັ້ງນີ້ ແມ່ນໝາກຜົນຂອງການຮ່ວມມືຕ່າງປະເທດເພື່ອສ້າງຄວາມເຂັ້ມແຂງດ້ານວິຊາການ ແລະ ຮັບປະກັນຄຸນະພາບການສຶກສາໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງໃນຕະຫຼາດແຮງງານ. ພ້ອມກັນນີ້, ມຊ ກໍຍັງໃຫ້ຄວາມສໍາຄັນໃນການສົ່ງເສີມຄວາມກ້າວໜ້າແມ່ຍິງ ເພື່ອໃຫ້ສາມາດບັນລຸໄດ້ເປົ້າໝາຍການພັດທະນາແບບຍືນຍົງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.... ພວກເຮົາດີໃຈ ແລະ ພູມໃຈຫຼາຍ ທີ່ພະນັກງານ-ອາຈານ ແລະ ນັກສຶກສາ ມຊ ທຸກທ່ານ ມີຄວາມຫາວຫັນ ແລະ ຊອກໂອກາດໃນການແລກປ່ຽນຮຽນຮູ້ ແລະ ເກັບກ່ຽວປະສົບການໃໝ່ໆຢູ່ຕ່າງປະເທດ...

Photos from International Relations Office, NUOL's post 30/10/2025

ໄລຍະວັນທີ 16-17 ຕຸລາ 2025, ທ່ານ ພູວົງ ພີມມະກອງ, ຫົວໜ້າ ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫງຊາດ (ມຊ) ໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານໂຄງການ Tourism-Zero ຄັ້ງທີ່ 2 ທີ່ ມະຫາວິທະຍາໄລຮາໂຣໂກປິໂອ (Harokopio University), ປະເທດເກຣັກ. ໂຄງການ Tourism-Zero (Curriculum Development for Zero-Waste Management in the Hospitality and Tourism Sector) ເປັນໂຄງການຮ່ວມທຶນ (co-funded project) ພາຍໃຕ້ຂອບການຮ່ວມມື Erasmus+ CBHE, ທີ່ກໍາລັງຈັດຕັ້ງປະຕິບັດຢູ່ ມຊ ໃນໄລຍະເດືອນຕຸລາ 2024 - ກັນຍາ 2027. ໂຄງການດັ່ງກ່າວມີຈຸດປະສົງສ້າງຄວາມເຂັ້ມແຂງດ້ານການຮຽນ-ການສອນໃນສາຂາວິຊາການທ່ອງທ່ຽວ ແລະ ການບໍລິການ, ແລະ ຮັບປະກັນຄວາມສອດຄ່ອງກັບຄວາມຕ້ອງການໃນຕະຫຼາດແຮງງານໃນດ້ານຄວາມຮູ້ ແລະ ທັກສະ ທີ່ຈໍາເປັນສໍາລັບການປະຕິບັດການທ່ອງທ່ຽວແບບຍືນຍົງ ແລະ ປະສະຈາກສິ່ງເສດເຫຼືອ ໃນອຸສະຫະກໍາການທ່ອງທ່ຽວ ແລະ ການບໍລິການ.

ກອງປະຊຸມຄັ້ງນີ້, ມະຫາວິທະຍາໄລຕ່າງໆທີ່ເປັນຄູ່ຮ່ວມມືໃນໂຄງການໄດ້ລາຍງານ ແລະ ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການໃນໄລຍະ 1 ປີຜ່ານມາ. ພ້ອມກັນນີ້, ກໍໄດ້ວາງແຜນວຽກສໍາລັບປີ 2026, ເຊິ່ງຈະເນັ້ນໃສ່ການພັດທະນາເນື້ອໃນບົດຮຽນຂອງ 4 ລາຍວິຊາ ທີ່ສອນກ່ຽວກັບ: ການບໍລິໂພກທີ່ມີຄວາມຮັບຜິດຊອບ ແລະ ຜົນກະທົບຂອງສິ່ງເສດເຫຼືອຕໍ່ພາວະໂລກຮ້ອນ, ກິດຈະກໍາການທ່ອງທ່ຽວ ແລະ ການບໍລິການທີ່ຫຼຸດຜ່ອນສິ່ງເສດເຫຼືອ, ການຈັດການສິ່ງເສດເຫຼືອໃນເຂດເທດສະບານ, ແລະ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ.

ໃນກອງປະຊຸມດັ່ງກ່າວ, ຄະນະຮັບຜິດຊອບຝ່າຍ ມຊ ກໍໄດ້ລາຍງານການຈັດຕັ້ງປະຕິບັດໂຄງການ Tourism-Zero ຢູ່ ມຊ, ໂດຍສະເພາະ ກຸ່ມວຽກໂຄສະນາຂ່າວສານ ແລະ ປູກຈິດສໍານຶກກ່ຽວກັບການທ່ອງທ່ຽວທີ່ປະສະຈາກສິ່ງເສດເຫຼືອ (Dissemination and awareness raising) ທີ່ ມຊ ຮັບຜິດຊອບ.



Photos from International Relations Office, NUOL's post 24/10/2025

ໃນວັນທີ 22 ຕຸລາ 2025, ທີ່ຫ້ອງປະຊຸມ 213, ຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ), ຫ້ອງການພົວພັນຕ່າງປະເທດ ມຊ ຮ່ວມກັບຄະນະຜູ້ປະສານງານ ຈາກ ມະຫາວິທະຍາໄລລຸກຊໍາບວກ (University of Luxembourg) ໄດ້ຈັດກອງປະຊຸມອອນລາຍເຜີຍແຜ່ທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ສໍາລັບນັກສຶກສາ ແລະ ອາຈານ ທີ່ສົນໃຈໄປສຶກສາຄົ້ນຄວ້າໃນສາຂາວິສະວະກໍາຄອມພີວເຕີ, ເຊິ່ງຈະໄດ້ລົງເລີກກ່ຽວກັບ High Performance Computing (HPC). ນອກຈາກນີ້, ມຊ ແລະ ມະຫາວິທະຍາໄລລຸກຊໍາບວກ ຍັງມີການຮ່ວມມືແລກປ່ຽນນັກສຶກສາ ແລະ ອາຈານ ພາຍໃຕ້ການຮ່ວມມືສອງຝ່າຍ ແລະ ຂອບການຮ່ວມມືພາຍໃຕ Erasmus+ Programme ອີກດວຍ.

ທ່ານສາມາດເຂົ້າເບີ່ງຂໍ້ມູນກ່ຽວກັບມະຫາວິທະຍາໄລໄດ້ທີ່: https://www.uni.lu/en/

Photos from International Relations Office, NUOL's post 20/10/2025

ໃນວັນທີ 9 ຕຸລາ 2025, ທີ່ ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ຄະນະຮັບຜິດຊອງໂຄງການ Tourism-Zero, Erasmus+ Programme in CBHE, ໄດ້ເຂົ້າຮ່ວມຈັດວາງສະແດງ ແລະ ໃຫ້ຂໍ້ມູນກ່ຽວກັບການຮ່ວມມືລະຫວ່າງມະຫາວິທະຍາໄລຈາກສະຫະພາບເອີຣົບ ແລະ ອາຊີ ເພື່ອພັດທະນາລາຍວິຊາສອນກ່ຽວກັບການທ່ອງທ່ຽວທີ່ມິດຕໍ່ສິ່ງແວດລ້ອມ. ພາຍໃຕ້ໂຄງການຮ່ວມມືດັ່ງກ່າວ, ພວກເຮົາຈະພັດທະນາ 04 ວິຊາ ແລະ ຈະເປີດໃຫ້ນັກສຶກສາ ແລະ ຜູ້ທີ່ເຮັດວຽກໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ, ຂະແໜງສິ່ງແວດລ້ອມໄດ້ເຂົ້າຮຽນຜ່ານທາງອອລາຍ ເພື່ອຍົກລະດັບຄວາມຮູ້ ແລະ ທັກສະ ທີ່ກ່ຽວຂ້ອງ ແລະ ສາມາດໝູນໃຊ້ໃນວຽກງານຕົວຈິງ. ລາຍວິຊາທີ່ກໍາລັງພັດທະນາພາຍໃຕ້ໂຄງການ Tourism-Zero ປະກອບມີ:
1. ວິຊາທີ 1: ການບໍລິໂພກທີ່ມີຄວາມຮັບຜິດຊອບ ແລະ ຜົນກະທົບຂອງສິ່ງເສດເຫຼືອຕໍ່ພາວະໂລກຮ້ອນ
2. ວິຊາທີ 2: ກິດຈະກໍາການທ່ອງທ່ຽວ ແລະ ການບໍລິການທີ່ຫຼຸດຜ່ອນສິ່ງເສດເຫຼືອ
3. ວິຊາທີ 3: ການຈັດການສິ່ງເສດເຫຼືອໃນເຂດເທດສະບານ
4. ວິຊາທີ 4: ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ


Photos from International Relations Office, NUOL's post 20/10/2025

ຊົມເຊີຍຢ່າງສຸດໃຈ !!!

ນັກສຶກສາ ມຊ ຈໍານວນ 01 ນ້ອງ: ທ້າວ ຄໍາເງິນ ຢ່າງວາຈາ ຈາກ ຄະນະອັກສອນສາດ, ໄດ້ຮັບຄັດເລືອກເຂົ້າຮ່ວມໂຄງການແລກປ່ຽນນັກສຶກສາໄລຍະ 01 ພາກຮຽນ (10 ກັນຍາ 2025 – 07 ກຸມພາ 2026) ທີ່ Polytechnic University of Cávado and Ave, ປະເທດ ປ໋ອກຕຸຍການ (Portugal) ພາຍໃຕ້ໂຄງການ Erasmus+ International Credit Mobility (ICM).
… ພວກເຮົາພູມໃຈ ແລະ ດີໃຈຫຼາຍທີ່ເຫັນນ້ອງໆນັກສຶກສາ ມຊ ມີຄວາມຫາຫັນ ແລະ ຊອກໂອກາດໃນການ ແລກປ່ຽນຮຽນຮູ້ ແລະ ເກັບກ່ຽວປະສົບການໃໝ່ໆຢູ່ຕ່າງປະເທດ...

Photos from International Relations Office, NUOL's post 06/10/2025

ໃນວັນທີ 6 ຕຸລາ 2025, ທີ່ຫ້ອງປະຊຸມ 205 ມະຫາວິທະຍາໄລແຫ່ງຊາດ, ຄະນະຮັບຜິດຊອງໂຄງການ Tourism-Zero, Erasmus+ Programme in CBHE, ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັັບການພັດທະນາ 04 ລາຍວິຊາສອນກ່ຽວກັບການຈັດການສິ່ເສດເຫຼືອເປັນສູນໃນຂະແໜງທ່ອງທ່ຽວ ແລະ ການບໍລິການ. ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ, ຮອງອະທິການບໍດີ ມຊ ແລະ ປະທານຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການ Tourism-Zero ຢູ່ ມຊ ໄດ້ເຂົ້າຮ່ວມເປັນປະທານ ແລະ ເນັ້ນໜັກວ່າ “ການແລກປ່ຽນຄໍາຄິດຄໍາເຫັນ ແລະ ຮ່ວມມືກັບຜູ້ປະກອບການ ເປັນກຸນແຈສໍາຄັນໃນການຍົກລະດັບຄຸນນະພາບຂອງຫຼັກສູດ ແລະ ຮັບປະກັນຄວາມສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານງານ, ໂດຍສະເພາະຂະແໜງການທ່ອງທ່ຽວ ແລະ ການບໍລິການ ເຊິ່ງກໍາລັງຂະຫຍາຍຕົວຢ່າງຕໍ່ເນື່ອງໃນ ສປປ ລາວ ແລະ ໃນໂລກ.”

ໃນກອງປະຊຸມດັ່ງກ່າວ, ມີຜູ້ຕາງໜ້າຈາກຫົວໜ່ວຍທຸລະກິດຕ່າງໆ (ເຊັ່ນ: ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມ, ໂຮງແຮມ) ແລະ ພະນັກງານ-ອາຈານ ຈາກ ຄະນະວິທະຍາສາດສິ່ງແວດລ້ອມ, ຄະນະວິທະຍາສາດສັງຄົມ, ແລະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ເຂົ້າຮ່ວມ. ກອງປະຊຸມໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບໂຄງຮ່າງລາຍວິຊາ, ໂດຍສະເພາະເນື້ອໃນບົດຮຽນ, ວິທີການສອນ, ຜົນການຮຽນ, ການປະເມີນ, ແລະ ການຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ລາຍວິຊາດັ່ງກ່າວມີຄຸນນະພາບ ແລະ ສອດຄ່ອງກັບຄວາມຕ້ອງການຕົວຈິງໃນຕະຫຼາດແຮງງານ. ນອກຈາກນີ້, ຍັງໄດ້ປຶກສາຫາລືເຖິງຄວາມເປັນໄປໄດ້ໃນການເປີດຫຼັກສູດໄລຍະສັ້ນສໍາລັບຜູ້ປະກອບ ແລະ ອົງການຈັດຕັ້ງຕ່າງໆ ທີ່ສົນໃຈຍົກລະດັບຄວາມຮູ້ ແລະ ທັກສະກ່ຽວກັບການປະເມີນຜົນກະທົບດ້ານສິ່ງແວດລ້ອມໃນຂະແໜງການຂອງຕົນ, ການທ່ອງທ່ຽວເຊິງນິເວດ, ແລະ ຕິດຕາມປະເມີນຜົນການຈັດຕັ້ງປະຕິບັດຕົວຈິງ. ລາຍວິຊາທີ່ກໍາລັງພັດທະນາພາຍໃຕ້ໂຄງການ Tourism-Zero ປະກອບມີ:

1. ວິຊາທີ 1: ການບໍລິໂພກທີ່ມີຄວາມຮັບຜິດຊອບ ແລະ ຜົນກະທົບຂອງສິ່ງເສດເຫຼືອຕໍ່ພາວະໂລກຮ້ອນ
2. ວິຊາທີ 2: ກິດຈະກໍາການທ່ອງທ່ຽວ ແລະ ການບໍລິການທີ່ຫຼຸດຜ່ອນສິ່ງເສດເຫຼືອ
3. ວິຊາທີ 3: ການຈັດການສິ່ງເສດເຫຼືອໃນເຂດເທດສະບານ
4. ວິຊາທີ 4: ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ

ທ່ານສາມາດຕິດຕາມກິດຈະກໍາພວກເຮົາໄດ້ທີ່: www.tourismzero.com

Photos from International Relations Office, NUOL's post 05/10/2025

🌿 Join Us for the 2nd Co-Design Workshop on Course Development! 🌍

NUOL is proud to host a collaborative workshop on Zero-Waste Tourism, bringing together academics, employers, and public sector representatives in tourism and hospitality.

🗓 Date: 6 October 2025
🕣 Time: 08:30 – 16:30
📍 Venue: National University of Laos

This workshop is part of the Tourism-Zero Project (Erasmus+ CBHE) and will focus on co-developing four innovative courses:
1️⃣ Responsible Consumers & Global Warming Impacts of Waste
2️⃣ Zero Waste in Hospitality & Tourism Activities
3️⃣ Waste Management in Municipal Contexts
4️⃣ Environmental Impact Assessment

💬 Your voice matters! Help shape future curricula by sharing your insights on course themes, teaching methods, learning outcomes, assessments, and resources.

🔗 Learn more: https://tourismzero.com
📧 Contact: Tourism-Zero Coordination Team – [email protected]

Let’s build a sustainable future—together!

Photos from International Relations Office, NUOL's post 29/09/2025

ໃນວັນທີ 29 ກັນຍາ 2025, ທີ່ຫ້ອງປະຊຸມ 205, ສໍານັກງານອະທິການບໍດີ, ມະຫາວິທະຍາໄລແຫ່ງຊາດ, ຄະນະຮັບຜິດຊອງໂຄງການ Tourism-Zero, Erasmus+ Programme in CBHE, ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັັບການພັດທະນາ 04 ລາຍວິຊາສອນກ່ຽວກັບການຈັດການສິ່ເສດເຫຼືອເປັນສູນໃນຂະແໜງທ່ອງທ່ຽວ ແລະ ການບໍລິການ. ໃນກອງປະຊຸມດັ່ງກ່າວ, ມີຕາງໜ້ານັກສຶກສາ ແລະ ສິດເກົ່າ ທີ່ຮຽນ ແລະ ເຮັດວຽກໃນຂະແໜງການສິ່ງແວດລ້ອມ, ບໍລິຫານທຸລະກິດ, ການທ່ອງທ່ຽວ ແລະ ການບໍລິການ ເຂົ້າຮ່ວມທັງໝົດ 15 ທ່ານ. ກອງປະຊຸມໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບໂຄງຮ່າງລາຍວິຊາ, ໂດຍສະເພາະເນື້ອໃນບົດຮຽນ, ວິທີການສອນ, ຜົນການຮຽນ, ການປະເມີນ, ແລະ ການຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ລາຍວິຊາດັ່ງກ່າວມີຄຸນນະພາບ ແລະ ສອດຄ່ອງກັບຄວາມຕ້ອງການຕົວຈິງໃນຕະຫຼາດແຮງງານ. ລາຍວິຊາທີ່ກໍາລັງພັດທະນາພາຍໃຕ້ໂຄງການ Tourism-Zero ປະກອບມີ:

1. ວິຊາທີ 1: ການບໍລິໂພກທີ່ມີຄວາມຮັບຜິດຊອບ ແລະ ຜົນກະທົບຂອງສິ່ງເສດເຫຼືອຕໍ່ພາວະໂລກຮ້ອນ
2. ວິຊາທີ 2: ກິດຈະກໍາການທ່ອງທ່ຽວ ແລະ ການບໍລິການທີ່ຫຼຸດຜ່ອນສິ່ງເສດເຫຼືອ
3. ວິຊາທີ 3: ການຈັດການສິ່ງເສດເຫຼືອໃນເຂດເທດສະບານ
4. ວິຊາທີ 4: ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ

ທ່ານສາມາດຕິດຕາມກິດຈະກໍາພວກເຮົາໄດ້ທີ່: www.tourismzero.com

Want your school to be the top-listed School/college in Vientiane?

Click here to claim your Sponsored Listing.

Location

Telephone

Address

D**g Dok, Xaythany District
Vientiane
01170

Opening Hours

08:00 - 16:00