07/08/2025
ເຄີຍສັງເກດບໍ່ ວ່າ ໝໍດູທີ່ດັງໆ, ຜູ້ນຳທາງສາສະໜາທີ່ມີຊື່ສຽງ, ຫຼື ຫົວໜ້າຊົນເຜົ່າໃດໜຶ່ງ ບໍ່ເຄີຍໃຊ້ຊີວິດແບບລຳບາກເລີຍ, ແຖມມີຜູ້ຕິດຕາມ ແລະ ບໍລິວານ ທີ່ພ້ອມຈະຖວາຍທຸກຢ່າງໃຫ້ ເພື່ອໃຫ້ພວກເຂົາຢູ່ດີ ກິນດີ ແລະ ເປັນ “ທີ່ເພິ່ງ”.
ແລ້ວ ທ່ານ ເຄີຍຕັ້ງຄຳຖາມບໍ່ວ່າ ເປັນຫຍັງ ຫຼາຍຄົນຈຶ່ງນັບຖືໝໍດູ ຫຼື ຜູ້ນຳທາງສາສະໜາ ເຫຼົ່ານັ້ນ, ທັງໆທີ່ທຸກມື້ນີ້ ເຮົາກໍ່ເຫັນຂ່າວຈາກຫຼາຍໆບ່ອນກ່ຽວກັບ ໝໍດູ ຫຼື ແມ່ນແຕ່ຜູ້ນຳທາງສາສະໜາຫຼາຍຄົນ ສໍ້ໂກງເງິນບໍລິຈາກ ແລະເລື່ອງອື່ນໆທີ່ກ່ຽວກັບ ເງິນ, ເງິນ ແລະ ເງິນ 💸💰💵🤑
ສິ່ງທີ່ຮັບບໍ່ໄດ້ຕໍ່ບັນຫາເຫຼົ່ານີ້ ແມ່ນການທີ່ພວກຄົນເຫຼົ່ານັ້ນ ຫາກິນກັບຄວາມສັດທາ ແລະ ຄວາມເຊື່ອຂອງ ປະຊາຊົນຜູ້ບໍລິສຸດ, ທັງກຸ່ມຄົນທຸກຍາກ ແລະ ຮັ່ງມີ ລ້ວນແລ້ວແຕ່ຕົກເປັນເຫຍື່ອຂອງພວກເຂົາທັງນັ້ນ.
ແຕ່ເປັນຫຍັງຄົນຈຳນວນຫຼາຍກໍ່ຍັງເຊື່ອ ແລະ ສັດທາ? ເປັນຫຍັງຄົນຍັງຖືກຫຼອກ? ເປັນຫຍັງຄົນເຫຼົ່ານັ້ນ ຍັງມີຢູ່ໃນສັງຄົມທຸກແຫ່ງ?
ການເຊື່ອຖືງົມງວາຍ ບໍ່ແມ່ນແຕ່ເປັນ ຄວາມເຊື່ອສ່ວນບຸກຄົນ, ມັນກ່ຽວຂ້ອງກັບບັນຫາມະຫາພາກທີ່ລວມທັງດ້ານ ສັງຄົມ, ວັດທະນະທຳ ແລະ ເສດຖະກິດ ອີກດ້ວຍ.
ໃນບົດຄວາມນີ້, ຜູ້ຂຽນໄດ້ຍົກ 3 ປັດໄຈຫຼັກ ທີ່ພາໃຫ້ຄົນ, ບໍ່ວ່າຈະຊົນຊັ້ນໃດ, ເຊື້ອຊາດໃດ ຫຼື ສາສະໜາໃດ ກໍ່ມີຄວາມເຊື່ອຖືງົມງາຍ ແລະ ສາມາດຕົກເປັນເຫຍື່ອໃຫ້ແກ່ຄົນໂກງ ຫຼື ມິດສາຊີບ ໄດ້.
1. ປັດໄຈທາງສັງຄົມ
Benedict de Spinoza ນັກປັດຊະຍາ ຕັ້ງແຕ່ປີ 1670 ໄດ້ກ່າວໄວ້ວ່າ “ມະນຸດ ບໍ່ມີທາງທີ່ຈະເຊື່ອຖືງົມງາຍ ຖ້າຫາກພວກເຂົາສາມາດຄວບຄຸມທຸກສະຖານະການໄດ້ ຜ່ານກົດລະບຽບ, ແຕ່ຍ້ອນພວກເຂົາມັກເຈິບັນຫາກັບ ກົດລະບຽບທີ່ບໍ່ມີປະສິດທິພາບ ຫຼື ນຳໃຊ້ບໍ່ໄດ້ ແລະ ພາໃຫ້ເກີດຄວາມຮູ້ສຶກສັບສົນລະຫວ່າງ ຄວາມຢ້ານກົວ ແລະ ຄວາມຫວັງ ເນື່ອງຈາກຄວາມໂຊກດີຂອງພວກເຂົາມີການປ່ຽນໄປປ່ຽນມາເປັນປະຈຳ”. ສະນັ້ນ, ການເຊື່ອສິ່ງທີ່ວິທະຍາສາດອະທິບາຍບໍ່ໄດ້ກໍ່ເລີຍກາຍເປັນໜຶ່ງໃນທາງເລືອກຂອງມະນຸດ. ຈາກການສຶກສາພົບວ່າ:
- ຄົນທີ່ມີການສຶກສາດີແດ່ ມີແນວໂນ້ມທີ່ຈະບໍ່ເຊື່ອຖືງົມງວາຍ, ແຕ່ວ່າ ພວກເຂົາກໍ່ມີແນວໂນ້ມທີ່ຈະເຊື່ອໝໍດູ, ດວງດາວ ແລະ ຄຳທຳນາຍຕ່າງໆ ເຊັ່ນກັນ.
- ແລ້ວອາຊີບ ແລະ ສະຖານະພາບເດ? ມີອິດທິພົນຕໍ່ຄວາມເຊື່ອບໍ່? - ເລື່ອງນີ້ຂຶ້ນກັບບຸກຄົນຜູ້ນັ້ນມີຄວາມສຳພັນທາງສັງຄົມແນວໃດເຊັ່ນ:
- ຄົນວ່າງງານ ເຊື່ອຖືງົມງວາຍຫຼາຍກວ່າຄົນທີ່ມີວຽກເຮັດ ຍ້ອນວ່າ ຄວາມເຊື່ອເຫຼົ່ານັ້ນຢ່າງໜ້ອຍກໍ່ເຮັດໃຫ້ພວກເຂົາມີຄວາມຫວັງ.
- ຄົນໂສດ ຫຼື ຢ່າຮ້າງ ກໍ່ເຊື່ອຖືງົມງວາຍຫຼາຍກວ່າຄົນມີຄູ່ ເນື່ອງຈາກພວກເຂົາເຊື່ອໃນສິ່ງສັກສິດທີ່ຈະຊ່ວຍເຫຼືອພວກເຂົາໃນການຫາຄູ່ຄອງ.
ສິ່ງທີ່ຄົນການສຶກສາບໍ່ສູງ, ຄົນວ່າງງານ ແລະ ຄົນໂສດ ມີຄືກັນແມ່ນຫຍັງ?
- ຄວາມຮູ້ສຶກບໍ່ໝັ້ນຄົງ ຫຼື Insecurity ຈາກ ຄວາມບໍ່ແນ່ນອນ ເຊັ່ນ ກັງວົນວ່າຈະບໍ່ມີວຽກເຮັດທີ່ດີ, ບໍ່ມີຄູ່ຄອງທີ່ດີ. ພວກເຂົາເຫຼົ່ານັ້ນເລີຍຫັນໄປເພິ່ງການດູດວງ ແລະ ຖ້າໂຊກຮ້າຍ, ກໍ່ອາດຈະເຈິໝໍດູ ທີ່ເປັນມິດສາຊີບ ຫຼອກເອົາເງິນຕື່ມ.
2. ປັດໄຈທາງດ້ານວັດທະນະທຳ
ຫຼາຍໆປະເທດ ປະຊາຊົນເກີດມາໂດຍມີສາສະໜາເປັນທີ່ເພິ່ງພາທາງຈິດໃຈ, ຖືກສອນແຕ່ນ້ອຍຈົນໃຫຍ່ ໃຫ້ ຄິດດີ, ເຮັດບຸນ ແລະ ຈະໄດ້ຂຶ້ນສະຫວັນ. ເຊື່ອຟັງຄູບາອາຈານ, ຮັກຊາດ, ຮັກສາສະໜາ ຈະເຮັດໃຫ້ຊີວິດຈະເລີນຮຸ່ງເຮືອງ. ອີງໃສ່ກັບສະພາບປັດຈຸບັນ, ມັນແມ່ນແທ້ບໍ?
ການເຊື່ອຖືງົມງວາຍ ແລະ ສາສະໜາ ເປັນສອງສິ່ງທີ່ຄ້າຍຄືກັນຫຼາຍ. ແຕ່ສິ່ງທີ່ເຮັດໃຫ້ສາສະໜາແຕກຕ່າງ ກໍ່ຄື ສາສະໜາ ສ້າງຂຶ້ນບົນພື້ນຖານທິດສະດີ ແລະ ມີເຫດມີຜົນ. ສະນັ້ນ, ເມື່ອເຫັນການກະທຳໃດທີ່ບໍ່ມີເຫດຜົນ, ເຫຼືອເຊື່ອ, ໃຫ້ສົງໄສໄວ້ເລີຍວ່ານັ້ນບໍ່ແມ່ນສາສະໜາລະ.
ຜົນການສຶກສາຈາກມະຫາໄລ Harvard ໃນປີ 2006 ອະທິບາຍວ່າ ຜູ້ຕິດຕາມສາສະໜາ ຫຼື ຄົນທີ່ເຄັ່ງສາສະໜາ ຖືກເບິ່ງວ່າເປັນຄົນທີ່ “ໜ້າເຊື່ອຖື” ຈາກຄົນທີ່ນັບຖືສາສະໜາດຽວກັນ ຫຼື ແມ່ນແຕ່ຄົນທີ່ບໍ່ໄດ້ນັບຖືສາສະໜາເອງກໍ່ຍັງຄິດແນວນັ້ນ.
ນີ້ອາດເປັນອີກເຫດຜົນໜຶ່ງທີ່ວ່າ ເປັນຫຍັງຫຼາຍໆຄົນຈຶ່ງຖືກຫຼອກ ຈາກຜູ້ນຳທາງສາສະໜານັ້ນເອງ.
3. ປັດໄຈທາງດ້ານເສດຖະກິດ
ເສດຖະກິດ ຖືວ່າເປັນປັດໄຈຫຼັກໃນປັດຈຸບັນ ທີ່ພາໃຫ້ຄົນເຊື່ອຖືງົມງວາຍ ແລະ ຖືກຫຼອກໄດ້ງ່າຍຈາກບັນດາມິດສາຊີບ. ໝໍດູ ຫຼື ຜູ້ທີ່ອ່ານດວງດາວ ແລະ ອື່ນໆ ໃຫ້ແກ່ຄົນ ມັກຈະຫາຊ່ອງທາງສ້າງຄວາມຮັ່ງມີໃຫ້ໂຕເອງໂດຍຜ່ານການເຊື່ອຖືງົມງວາຍຂອງຄົນໃນສັງຄົມ.
ຕົວຢ່າງ: ການຂາຍເຄື່ອງລາງຄາຖາຕ່າງໆທີ່ເຊື່ອວ່າຈຳພາໃຫ້ເຮົາໂຊກດີ, ມີຄູ່ ແລະ ຮັ່ງມີ. ບໍ່ແມ່ນແຕ່ຢູ່ປະເທດລາວ, ຍີ່ປຸ່ນ, ໄຕ້ຫວັນ ແລະ ຫຼາຍໆປະເທດທີ່ພັດທະນາແລ້ວກໍ່ມີເຄື່ອງລາງແບບນີ້ຂາຍ.
ນອກຈາກນີ້, ໃນສອງສາມປີທີ່ຜ່ານມາ, ໄວໜຸ່ມ ຍັງມີແນວໂນ້ມທີ່ຈະເຊື່ອຖືເລື່ອງດວງຫຼາຍກວ່າຄົນໄວອື່ນໆ ເນື່ອງຈາກພວກເຂົາມີປະສົບການຊີວິດບໍ່ພຽງພໍ ແລະ ຍັງພົບກັບຄວາມບໍ່ແນ່ນອນໃນໂລກປັດຈຸບັນຫຼາຍກວ່າຄົນຮຸ່ນອື່ນໆ. ຕົວຢ່າງ ຄົນໜຸ່ມສາວຢູ່ ຈີນ ທີ່ມີຄວາມກັງວົນເລື່ອງເສດຖະກິດ ແລະ ອະນາຄົດ ກໍ່ເລີ່ມຫັນມາເບິ່ງດວງຜ່ານແອັບດູດວງ ຈົນກາຍເປັນກະແສ “ເສດຖະກິດທາງຄວາມເຊື່ອ” ໄປອີກ.
ຄວາມເຊື່ອ ເປັນສິ່ງທີ່ສ້າງຄວາມກັງວົນໃຫ້ແກ່ນິເວດວິທະຍາທາງດ້ານພຶດຕິກຳ, ເນື່ອງຈາກຄວາມເຊື່ອບາງຢ່າງສາມາດສ້າງຄວາມເສຍຫາຍ ຫຼາຍກວ່າຜົນດີໃຫ້ແກ່ມະນຸດ.
ສະຫຼຸບ ເຮົາໄດ້ຫຍັງຈາກການອ່ານມາຮອດນີ້?
1. ສາສະໜາ ແລະ ການເຊື່ອຖືງົມງວາຍ ບໍ່ຄືກັນ, ເຖິງວ່າຈະຄ້າຍຍຍຄືກັນ, ແຕ່ ສາສະໜາ ອາດຈະຖືກນຳໄປເປັນເຄື່ອງມືຈາກພວກຜູ້ນຳ ທີ່ບໍ່ດີ ກໍ່ເປັນໄດ້.
2. ການເຊື່ອຖືງົມງວາຍ ບໍ່ແມ່ນ “ຄວາມເຊື່ອສ່ວນບຸກຄົນ” ແຕ່ມັນແມ່ນປັດໄຈທາງສັງຄົມ, ວັດທະນະທຳ ແລະ ເສດຖະກິດ ທີ່ມີສ່ວນເຮັດໃຫ້ຄົນເຊື່ອຖືໃນສິ່ງທີ່ວິທະຍາສາດຕອບບໍ່ໄດ້
3. ຫຼາຍຄົນຕົກເປັນເຫຍື່ອຂອງ ມິດສາຊີບ ຍ້ອນຄວາມຄິດທີ່ວ່າ ເຮັດດີຕ້ອງໄດ້ດີ ແລະ ໄວ້ໃຈຄົນທີ່ຕັ້ງຊື່ໃຫ້ຕົນເອງວ່າເປັນ “ຜູ້ຮູ້ໃນທຳ ແລະ ສາສະໜາ”
ຄິດວ່າບົດຄວາມນີ້ອາດຈະໄປຕຳໃຜຫຼາຍໆຄົນ ຫຼາຍໆອາຊີບເນາະ, ແຕ່ບໍ່ຕ້ອງຫ່ວງ, ຖ້າ ທ່ານ ບໍ່ໄດ້ຄິດຢາກໄດ້ເງິນ ປະຊາຊົນ ຜູ້ບໍລິສຸດ ຫຼື ບໍ່ມີເຈດຕະນາຫຼອກລວງ ສໍ້ໂກງ, ກໍ່ຂໍໃຫ້ ທ່ານ ເຮັດດີ ເພື່ອສັງຄົມ ຕໍ່ໄປ.
ຂອບໃຈແຫຼ່ງຂໍ້ມູນຈາກ
Benno Torgler (2007). Determinants of superstition. https://pdf.sciencedirectassets.com/272092/1-s2.0-S1053535707X00830/1-s2.0-
Amy Hawkins (2025). https://www.theguardian.com/world/2025/jul/01/china-fortune-tellers-young-people-mysticism
Jaime Martin del Campo Rios. (2009). RELIGION AND SUPERSTITION THROUGH A COGNITIVE PERSPECTIVE: EXAMINING THE RELATIONSHIP OF RELIGIOUS AND SUPERSTITIOUS BELIEFS TO COGNITIVE PROCESSES. https://d1wqtxts1xzle7.cloudfront.net/63865307/
Nicole Neroulias. (2010). Do religious people make easy targets for scams?. https://www.christiancentury.org/article/2010-11/do-religious-people-make-easy-targets-scams