Writing CV/Cover Letter

Writing CV/Cover Letter

Share

Providing tutoring on writing a CV/Cover Letter for fresh graduates or junior professionals preparin

17/03/2021

ຊີວີທີ່ດີແລະສາມາດປະທັບໃຈກຳມະການແມ່ນຊີວີທີ່ສັ້ນກະທັດຮັດ, ໃຊ້ຄຳກິລິຍາເພື່ອໃຫ້ເຫັນການລົງມືປະຕິບັດຕົວຈິງ ແລະ ເນັ້ນໃສ່ເປົ້າໝາຍທີ່ພວກເຮົາໄດ້ບັນລຸໃນວຽກທີ່ຜ່ານມາ. ສຳລັບສິ່ງທີ່ບໍ່ຄວນເຮັດໃນການຂຽນຊີວີແມ່ນ ບໍ່ຄວນໃສ່ຂໍ້ມູນຫຼາຍເກີນໄປ ຫຼື ໃສ່ລາຍລະອຽດທີ່ບໍ່ກ່ຽວ, ບໍ່ຄວນຕົ໋ວະ ຫຼື ປັບຂໍ້ມູນທີ່ບໍ່ເຂົ້າກັບຄວາມເປັນຈິງ, ແລະ ບໍ່ຄວນຫຼິ້ນລວດລາຍ ຫຼື ນຳໃຊ້ກຣາບຟິກຕ່າງໆ.

ເຮົາຮັບສອນວິທີການຂຽນ ແລະ ກວດແກ້ ຊີວີ ແລະ ໃຫ້ຄຳປຶກສາ ໂດຍ ອາຈານ ທີ່ມີປະສົບການສະໝັກວຽກຢູ່ອົງການຈັດຕັ້ງສາກົນ ແລະ ປະສົບການສະໝັກທຶນແລກປ່ຽນ/ທຶນປະລິນຍາໂທຢູ່ຕ່າງປະເທດ.
ວິທີທີ່ເຮົາສອນສາມາດນຳໄປປັບໃຊ້ດ້ວຍຕົນເອງ ເວລາສະໝັກວຽກໃນອະນາຄົດອີກ.
ສົນໃຈສອບຖາມຂໍ້ມູນເພີ່ມເຕີມ ອິນບ໋ອກສ ຫຼື ວັອດແອັບມາຫາເຮົາໄດ້ເລີຍ!

14/03/2021

ຊີວີມີຫຼາຍແບບ.
Chronological ແລະ Functional ແມ່ນສອງແບບທີ່ນິຍົມກັນຫຼາຍທີ່ສຸດ.
ສຳລັບ Chronological ແມ່ນແບບທີ່ນຳໃຊ້ກັນຫຼາຍທີ່ສຸດ ເຊິ່ງເປັນການຂຽນຊີວີທີ່ນຳສະເໜີປະສົບການ, ການສຶກສາ ແລະ ຄຸນະວຸດທິອື່ນໆທີ່ສຳຄັນ. ສ່ວນ Functional ແມ່ນມັກນຳໃຊ້ສຳລັບຜູ້ທີ່ມີປະສົບການເຊິ່ງເນັ້ນໃສ່ທັກສະຫຼາຍກວ່າ.

ເຮົາຮັບສອນວິທີການຂຽນ ຊີວີ ແລະ ກວດແກ້ ຊີວີ ໂດຍ ອາຈານ ທີ່ມີປະສົບການສະໝັກວຽກຢູ່ອົງການຈັດຕັ້ງສາກົນ ແລະ ປະສົບການສະໝັກທຶນແລກປ່ຽນ/ທຶນປະລິນຍາໂທຢູ່ຕ່າງປະເທດ.
ວິທີທີ່ເຮົາສອນສາມາດນຳໄປປັບໃຊ້ດ້ວຍຕົນເອງ ເວລາສະໝັກວຽກໃນອະນາຄົດອີກ.
ສົນໃຈສອບຖາມຂໍ້ມູນເພີ່ມເຕີມ ອິນບ໋ອກສ ຫຼື ວັອດແອັບມາຫາເຮົາໄດ້ເລີຍ!

11/03/2021

ເວລາກຽມຂຽນຊີວີ ກ່ອນອື່ນ ແມ່ນໄປສຶກສາອົງການຫຼືບໍລິສັດທີ່ເຈົ້າຈະສະໝັກ,ທຳຄວາມເຂົ້າໃຈກ່ຽວກັບໜ້າວຽກ ແລະ ເງື່ອນໄຂທີ່ເຂົາເຈົ້າຕ້ອງການ ແລ້ວທົບທວນຄວາມຮູ້, ທັກສະ ແລະ ປະສົບການຂອງເຈົ້າ. ຢ່າລືມຂັ້ນຕອນທີ່ສຳຄັນດັ່ງກ່າວກ່ອນລົງມືຂຽນຊີວີເດີ້!

ເຮົາຮັບສອນວິທີການຂຽນ ຊີວີ ໂດຍ ອາຈານ ທີ່ມີປະສົບການສະໝັກວຽກຢູ່ອົງການຈັດຕັ້ງສາກົນ ແລະ ປະສົບການສະໝັກທຶນແລກປ່ຽນ/ທຶນປະລິນຍາໂທຢູ່ຕ່າງປະເທດ.
ວິທີທີ່ເຮົາສອນສາມາດນຳໄປປັບໃຊ້ດ້ວຍຕົນເອງເພື່ອສະໝັກວຽກໃນອະນາຄົດໄດ້ອີກ.
ສົນໃຈສອບຖາມຂໍ້ມູນເພີ່ມເຕີມ ອິນບ໋ອກສ ຫຼື ວັອດແອັບມາຫາເຮົາໄດ້ເລີຍ!

08/03/2021

ຫຼາຍຄົນອາດບໍ່ຮູ້ຄວາມສຳຄັນຂອງ ຊີວີ ຫຼື ຊີວະປະຫວັດ ແລະ ອາດຈະບໍ່ໃສ່ໃຈກັບການກະກຽມ. ຄົນສ່ວນຫຼາຍມັກຂຽນທຸກຢ່າງລົງ ຫຼື ໃຊ້ແຕ່ຊີວີດຽວໃນການສະໝັກທຸກຄັ້ງ ໂດຍບໍ່ມີການປັບປ່ຽນໃຫ້ເຂົ້າກັບໜ້າວຽກ ແລະ ເງື່ອນໄຂ. ການຂຽນ ຊີວີ ເປັນຂັ້ນຕອນທຳອິດ ແລະ ສຳຄັນທີ່ສຸດ ໃນການນຳສະເໜີຕົນເອງໃຫ້ຜູ້ຈ້າງງານໄດ້ເຫັນຄວາມສາມາດ, ທັກສະ ແລະ ປະສົບການຂອງເຮົາ. ຊີວີ ທີ່ດີ ບໍ່ພຽງແຕ່ເຮັດໃຫ້ເຮົາໂດດເດັ່ນ ແຕ່ຍັງຈະຊ່ວຍໃຫ້ໄດ້ເຂົ້າຮອບຕໍ່ໄປ ກໍ່ຄື ຮອບສຳພາດ. ສະນັ້ນ, ມັນຈຶ່ງມີຄວາມສຳຄັນຫຼາຍທີ່ຕ້ອງໄດ້ໃສ່ໃຈກັບການຂຽນຊີວີ.

ເຮົາຮັບສອນວິທີການຂຽນ ຊີວີ ໂດຍ ອາຈານ ທີ່ມີປະສົບການສະໝັກວຽກຢູ່ອົງການຈັດຕັ້ງສາກົນ ແລະ ປະສົບການສະໝັກທຶນແລກປ່ຽນ/ທຶນປະລິນຍາໂທຢູ່ຕ່າງປະເທດ.
ວິທີທີ່ເຮົາສອນສາມາດນຳໄປປັບໃຊ້ດ້ວຍຕົນເອງ ເວລາສະໝັກວຽກໃນອະນາຄົດອີກ.

ສົນໃຈສອບຖາມຂໍ້ມູນເພີ່ມເຕີມ ອິນບ໋ອກສ ຫຼື ວັອດແອັບມາຫາເຮົາໄດ້ເລີຍ!

Want your school to be the top-listed School/college in Vientiane?

Click here to claim your Sponsored Listing.

Location

Website

Address

Vientiane

Opening Hours

Saturday 09:00 - 17:00
Sunday 09:00 - 17:00