ສະຖາບັນຄົ້ນຄວ້າວິໄຈການພັດທະນາ

ສະຖາບັນຄົ້ນຄວ້າວິໄຈການພັດທະນາ ສະຖາບັນຄົ້ນຄວ້າວິໄຈການພັດທະນາ ກະຊວງແຜນການ ແລະ ການລົງທຶນ

23/06/2025
ທ້າຍສຸດ ແຕ່ບໍ່ສຸດທ້າຍ 😄 ຜົນງານບົດຄົ້ນຄວ້າຂອງສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມກະຊວງແຜນການ ແລະ ການລົງທືນ ຫົວຂ...
17/06/2025

ທ້າຍສຸດ ແຕ່ບໍ່ສຸດທ້າຍ 😄 ຜົນງານບົດຄົ້ນຄວ້າຂອງສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມກະຊວງແຜນການ ແລະ ການລົງທືນ ຫົວຂໍ້ບົດຄົ້ນຄວ້າ "ສະພາບການດຸ່ນດ່ຽງແຮງງານໃນເຂດເສດຖະກິດພິເສດ ແລະ ເຂດອຸດສາຫະກຳ ຂອງ ສປປ ລາວ ກໍລະນີສຶກສາຢູ່ ນະຄອນຫຼວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ ແລະ ທັດສະນະຂອງໄວໜຸ່ມຕໍ່ກັບຄວາມພ້ອມເຂົ້າສູ່ຕະຫຼາດແຮງງານ ກໍລະນີສຶກສາຢູ່ອຸດົມໄຊ, ຫຼວງພະບາງ, ວຽງຈັນ, ສະຫັວນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ" (ລີ້ງດາວໂຫລດຢູ່ດ້ານລຸ່ມ)
Last but not least 😄, the productivity of DRI, Research paper Labor Balance in Special Economic Zones and Industrial Zones of the Lao PDR Case Studies in Vientiane Capital. Khammouane Savannakhet and Champasak Provines And Youth Perspective on Labor Market Readiness Case studies in Oudomxay, Luangprabang, Vientiane, Savannakhet, saravan and Champasak provinces

link download =>> https://drive.google.com/drive/folders/1TtdkPZkjqAypbPq2_BJj7G27V_swi9Dm?usp=sharing

22/05/2025
ໃນຕອນບ່າຍວັນທີ 14 ພຶດສະພາ 2025 ທີ່ກະຊວງແຜນການ ແລະ ການລົງທຶນ ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ, ກະຊວງແຜນການ ...
14/05/2025

ໃນຕອນບ່າຍວັນທີ 14 ພຶດສະພາ 2025 ທີ່ກະຊວງແຜນການ ແລະ ການລົງທຶນ ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ (ຮ່າງ) ເນື້ອໃນຂອງຍຸດທະສາດພັດທະນາເສດຖະກິດ-ສັງຄົມ (2026-2035) ແລະ ວິໄສທັດຮອດປີ 2045 ຂອງ ສປປ ລາວ ເພື່ອກະກຽມເຮັດວຽກຮ່ວມກັບຄະນະຊ່ຽວຊານຫວຽດນາມ ໂດຍການເປັນປະທານຂອງ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທືນ (ຫົວໜ້າຄະນະ 3104/ກຜທ) ແລະ ຜູ້ເຂົ້າຮ່ວມຈາກບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງຫຼາຍພາກສ່ວນ.

ໃນວັນທີ 24 ເມສາ 2025 ທີ່ຜ່ານມາ, ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ...
12/05/2025

ໃນວັນທີ 24 ເມສາ 2025 ທີ່ຜ່ານມາ, ສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ ສົນທະນາແລກປ່ຽນບົດຮຽນ ດ້ານວິຊາການ ພາຍໃຕ້ ຫົວຂໍ້ “ການປະຕິຮູບລັດວິສາຫະກິດ ຂອງ ສປປ ລາວ ໃຫ້ມີຄວາມຍືນຍົງ ໂດຍບົດຮຽນຈາກ ສສ ຫວຽດນາມ (Dialogue on Driving Sustainable SOE Reform on Lao PDR Lesson Learned for Vietnam)” ຮ່ວມກັບ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ (UNDP). ການຈັດກອງປະຊຸມຄັ້ງນີ້ ຖືເປັນ ຄັ້ງທີ່ 2 ແລະ ໃຫ້ກຽດເປັນຄະນະປະທານໂດຍ ທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນ. Martine Therer, ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປລາວ. ພ້ອມນັ້ນ ໄດ້ຮັບກຽດການບັນຍາຍຈາກທ່ານ Mr.Nguyen Dinh Cung, ອະດີດປະທານສະຖາບັນການຄຸ້ມຄອງເສດຖະກິດສູນກາງ (CIEM) ຈາກ ສສ ຫວຽດນາມ ເຊິ່ງເພິ່ນມີປະສົບການຫຼາຍ.
ກອງປະຊຸມໄດ້ຮັບຟັງການສະເໜີຂອງທ່ານຊ່ຽວຊານ ແລະ ມີການຕັ້ງບັນຫາສົນທະນາທີ່ແທດເມາະກັບສະພາບການປະຕິຮູບລັດວິສາຫະກິດຂອງ ສປປ ລາວ ໂດຍແຂກເຂົ້້າຮ່ວມແມ່ນມາຈາກຫຼາຍພາກສ່ວນທີ່ເຮັດວຽກຕົວຈິງ ທີ່ສາມາດແລກປ່ຽນບົດຮຽນເພື່ອນໍາມາປັບປຸງສະພາບການປະຕິຮູບລັດວິສາຫະກິດໃນ ສປປ ລາວ.

📌ພົບກັບຊ່ວງຖາມ-ຕອບ ກ່ຽວກັບການເຂົ້າຮ່ວມຊິງທຶນໃນການເຮັດບົດຄົ້ນຄວ້າ ມູນຄ່າຫຼາຍກວ່າ 180ລ້ານກີບ! 🏆▶ກຽມພົບກັບທີມງານຂອງພວກເຮົາທ...
12/05/2025

📌ພົບກັບຊ່ວງຖາມ-ຕອບ ກ່ຽວກັບການເຂົ້າຮ່ວມຊິງທຶນໃນການເຮັດບົດຄົ້ນຄວ້າ ມູນຄ່າຫຼາຍກວ່າ 180ລ້ານກີບ! 🏆

▶ກຽມພົບກັບທີມງານຂອງພວກເຮົາທີ່ຈະມາໃຫ້ຂໍ້ມູນ ແລະ ຕອບຄຳຖາມກ່ຽວກັບໂຄງການຜ່ານໄລ້ສົດທາງ Facebook ຂອງ UNDP Lao PDR ໃນວັນທີ 13 ພຶດສະພາ 2025, ເວລາ 14:00 - 15:00⏰

🔎 ເບິ່ງຂໍ້ມູນເພີ່ມຕື່ມກ່ຽວກັບໂຄງການໄດ້ທີ່: https://drive.google.com/.../1qdjIivCVJ6oiWObX... ຫຼື https://www.facebook.com/share/p/18sWvZHntp/

ແລ້ວພົບກັນ 💙
---
📌Join our live Q&A session for the Research Grant Competition! 🏆

▶ Come meet our team to learn more about the competition and get your questions answered in our Facebook Livestream through UNDP Lao PDR on 13 May 2025, from 14:00 - 15:00 ⏰

🔎 More information about the competition: https://drive.google.com/.../1qdjIivCVJ6oiWObX... or https://www.facebook.com/share/p/18sWvZHntp/

See you soon 💙

[English below]📌 ໂອກາດສຳລັບນັກຄົ້ນຄວ້າມາຮອດແລ້ວ! ▶️ ຂໍເຊີນທຸກທ່ານສະໝັກເຂົ້າຮ່ວມຊິງທຶນໃນການເຮັດບົດຄົ້ນຄວ້າໃນຫົວຂໍ້ທີ່ກ່ຽວ...
30/04/2025

[English below]
📌 ໂອກາດສຳລັບນັກຄົ້ນຄວ້າມາຮອດແລ້ວ!

▶️ ຂໍເຊີນທຸກທ່ານສະໝັກເຂົ້າຮ່ວມຊິງທຶນໃນການເຮັດບົດຄົ້ນຄວ້າໃນຫົວຂໍ້ທີ່ກ່ຽວຂ້ອງກັບ “ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວໃນຍຸກໃໝ່” 💡

ຜູ້ຊະນະ ຈະໄດ້ຮັບເງິນທຶນມູນຄ່າຫຼາຍກວ່າ 180 ລ້ານກີບ ເພື່ອໄປນຳໃຊ້ໃນການເຮັດບົດຄົ້ນຄວ້າຕົວຈິງ ແລະ ໂອກາດທີ່ຈະໄດ້ນຳໃຊ້ບົດຄົ້ນຄວ້າປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10 🎉🏆

🗒 ສະໝັກໄດ້ທີ່: https://forms.gle/nzR4s55eA9LLgJTi8
⏳ ປິດຮັບສະໝັກວັນທີ: 15 ພຶດສະພາ 2025, ເວລາ 23:59
🔎 ເບິ່ງຂໍ້ມູນເພີ່ມຕື່ມໄດ້ທີ່: https://drive.google.com/drive/folders/1qdjIivCVJ6oiWObX_evtRHPNTPhqtyJ-?usp=sharing
-----
📌 Research Grant Competition Now Open!

▶️ You are invited to submit your application to compete for a research grant under the theme: “Socio-Economic Development in Lao PDR in the New Era” 💡

The winner will receive over 180 million LAK to carry out the research, along with the opportunity to contribute to the 10th National Socio-Economic Development Plan 🎉🏆

🗒 Apply online: https://forms.gle/nzR4s55eA9LLgJTi8
⏳ Application open until: 15 May 2025, 23:59
🔎 More information: https://drive.google.com/drive/folders/1qdjIivCVJ6oiWObX_evtRHPNTPhqtyJ-?usp=sharing

ໃນລະຫວ່າງວັນທີ 10-14 ມີນາ 2025 ສະຖາບັນຄົນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ ກະຊວງແຜນການ ແລະ ການລົງທຶນ ໄດ້ລົງເຄື່ອນໄ...
13/03/2025

ໃນລະຫວ່າງວັນທີ 10-14 ມີນາ 2025
ສະຖາບັນຄົນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ ກະຊວງແຜນການ ແລະ ການລົງທຶນ ໄດ້ລົງເຄື່ອນໄຫວວຽກງານຈັດກອງປະຊຸມເຜີຍແຜ່ຜົນຂອງບົດລາຍງານຈາກການນ້ຳໃຊ້ຂໍມູນບໍລິຫານ DHIS2 ລະຫວ່າງວຽກງານ NIPN-NIS ໂຄງການສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ ຢູ່ ສປປ ລາວ ທີ່ແຂວງ ອຸດົມໄຊ.

ໃນລະຫວ່າງວັນທີ 05-06 ມີນາ 2025 ທີ່ຜ່ານມາສະຖາບັນຄົນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ ກະຊວງແຜນການ ແລະ ການລົງທຶນ ໄດ້ລ...
07/03/2025

ໃນລະຫວ່າງວັນທີ 05-06 ມີນາ 2025 ທີ່ຜ່ານມາ
ສະຖາບັນຄົນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ ກະຊວງແຜນການ ແລະ ການລົງທຶນ ໄດ້ລົງເຄື່ອນໄຫວເຂົ້າຮ່ວມເປັນນັກວິທະຍາກອນເພື່ອບັນຍາຍໃນກອງປະຊຸມປຶກສາຫາລືກ່ຽວກັບ ວິທີສ້າງ, ຕິດຕາມ, ວິເຄາະ ແລະ ຄຸ້ມຄອງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ວາງທິດທາງແຜນການສ້າງແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ທີ່ເມືອງນາກາຍ ແຂວງຄຳມ່ວນ

Address

Souphanouvong Avenue, Sithan Nuea Village Sikhoattabong Disrrict
Vientiane Lao Pdr

Alerts

Be the first to know and let us send you an email when ສະຖາບັນຄົ້ນຄວ້າວິໄຈການພັດທະນາ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category