Learning for Development Association

Learning for Development Association Strong and capable Civil Society that effectively contributed to the inclusive and sustainable Lao social-economic development

ຝຶກອົບຮົມກ່ຽວກັບການຄຸ້ມຄອງສີ່ງເສດເຫຼືອ ແລະ ຂີ້ເຫຍື້ອໃຫ້ຄູອາຈານ ແລະ ຄພສບ ຈາກ 4 ໂຮງຮຽນເປົ້າໝາຍໃນວັນທີ 14-16 ຕຸລາ 2025 ເຊີ່...
20/10/2025

ຝຶກອົບຮົມກ່ຽວກັບການຄຸ້ມຄອງສີ່ງເສດເຫຼືອ ແລະ ຂີ້ເຫຍື້ອໃຫ້ຄູອາຈານ ແລະ ຄພສບ ຈາກ 4 ໂຮງຮຽນເປົ້າໝາຍໃນວັນທີ 14-16 ຕຸລາ 2025 ເຊີ່ງມີຜູ້ເຂົ້າຮ່ວມ ຈຳນວນ 36 ທ່ານ, ໃນນັ້ນ ຍິງ 22 ທ່ານ. ເພື່ອໃຫ້ກຸ່ມເປົ້າໝາຍໄດ້ຮຽນຮູ້ວິທີກໍາຈັດຂີ້ເຫຍື້ອທີ່ຖືກຕ້ອງໂດຍການເນັ້ນປະຕິບັດຕົວຈິງໃນການແຍກ, ການນໍາໃຊ້ຊໍ້າ ການຣີໄຊເຄລ ແລະ ຝຸ່ນບົ່ມຕ່າງໆ, ບໍ່ຖື້ຂີ້ເຫຍື້ຊະຊາຍ, ຫຼຸດຜ່ອນປະລິມານຂີ້ເຫຍື້ອຢູ່ໃນບ້ານ ແລະ ໂຮງຮຽນເພື່ອຄວາມສະອາດງາມຕາ ແລະ ສຸຂະພາບທີດີ.
ສະໜັບສະໜູນໂດຍ: ອົງການສາກົນເພື່ອການອະນຸລັກທໍາມະຊາດ IUCN ປະຈໍາ ສປປ ລາວ

ໃນວັນທີ 04-05 ກັນຍາ 2025 ທີຜ່ານມາໄດ້ມີການຈັດຝຶກອົບຮົມກ່ຽວກັບສືສັງຄົມທາງອອນລາຍ ແລະ ເຕັກນິກຖ່າຍທໍາວິດີໂອການປ່ຽນແປງທີ ພົ້ນເ...
15/10/2025

ໃນວັນທີ 04-05 ກັນຍາ 2025 ທີຜ່ານມາໄດ້ມີການຈັດຝຶກອົບຮົມກ່ຽວກັບສືສັງຄົມທາງອອນລາຍ ແລະ ເຕັກນິກຖ່າຍທໍາວິດີໂອການປ່ຽນແປງທີ ພົ້ນເດັ່ນທີ ສຸດ (social media and MSC VDO) ຢູ່ເມືອງໄຊ ແຂວງ ອຸດົມໄຊ ເພື່ອການປະເມີນຜົນ ແລະ ລາຍງານໃຫ້ແກ່ບັນດາຄູ່ຮ່ວມງານ ແລະ ຜູ້ໃຫ້ທືນ. ເຊິງມີຜູ້ເຂົ້າຮ່ວມທັງໝົດ 17 ທ່ານ ຍິງ 9 ທ່ານ
ສະໜັບສະໜູນໂດຍ: ອົງການສາກົນເພື່ອການອະນຸລັກທໍາມະຊາດ IUCN ປະຈໍາ ສປປ ລາວ

ເພື່ອໃຫ້ຄວາມຮູ້ປຸກຈິດສໍານືກ, ແນະນໍາວິທີການຄຸ້ມຄອງ ແລະ ກໍາຈັດສີ່ງເສດເຫຼືອ ແລະ ຂີ້ເຫຍື້ອທີຖືກຕ້ອງ (ການແຍກ, ການນໍາໃຊ້ຊໍ້າ, ...
15/10/2025

ເພື່ອໃຫ້ຄວາມຮູ້ປຸກຈິດສໍານືກ, ແນະນໍາວິທີການຄຸ້ມຄອງ ແລະ ກໍາຈັດສີ່ງເສດເຫຼືອ ແລະ ຂີ້ເຫຍື້ອທີຖືກຕ້ອງ (ການແຍກ, ການນໍາໃຊ້ຊໍ້າ, ການຣີໄຊເຄີລ ແລະ ການເຮັດນໍ້າຈຸລີນຊີຕ່າງໆ) ໃຫ້ແກ່ບັນດາຄູອາຈານຢູ່ 4 ໂຮງຮຽນເປົ້າໝາຍຂອງໂຄງການ ຢູ່ເມືອງໄຊ ແຂວງ ອຸດົມໄຊ. ໃນວັນທີ29-30 ກໍລະກົດ 2025 ທີຜ່ານມາ.
ສະໜັບສະໜູນໂດຍ: ອົງການສາກົນເພື່ອການອະນຸລັກທໍາມະຊາດ IUCN ປະຈໍາ ສປປ ລາວ

ສະມາຄົມສົ່ງເສີມການຮຽນຮູ້ເພື່ອການພັດທະນາLDA ພ້ອມທັງຜູ້ປະສານງານໂຄງການຈາກ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກຊັນ ແຂວງບໍລິຄຳໄຊ...
05/06/2025

ສະມາຄົມສົ່ງເສີມການຮຽນຮູ້ເພື່ອການພັດທະນາLDA ພ້ອມທັງຜູ້ປະສານງານໂຄງການຈາກ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບລາຍງານ ແລະ ປິດໂຄງການຮ່ວມກັບບັນດາຄູ່ຮ່ວມງານຂອງໂຄງການເພື່ອນໍາສະເໜີຜົນໄດ້ຮັບໃນການປະຕິບັດກິດຈະກຳຕ່າງໆຂອງໂຄງການ ຜົນໄດ້ຮັບຂອງກິດຈະກຳຈາກ 4 ບ້ານເປົ້າໝາຍທີ່ຜ່ານມາ ໃນວັນທີ 30 ພຶດສະພາ 2025. ນອກນີ້ຍັງໄດ້ມີການມອບ-ຮັບໃບຍ້ອງຍໍໃຫ້ແກ່ຄອບຄົວດີເດັ່ນທີລ້ຽງກົບໄດ້ດີອີກດ້ວຍ. ໂຄງການນີ້ໄດ້ຮັບການສະໜັບສະໜູນໂດຍ “ແຜນງານກອງທືນຂະໜາດນ້ອຍ ຂອງສະຖານທູດອົດສະຕາລີ ປະຈຳ ສປປ ລາວ/ Small Grant Programme of Australian Embassy in Laos”

ລົງຕິດຕາມກິດຈະກຳການລ້ຽງກົບຂອງຊຸມຊົນກຸ່ມເປົ້າໝາຍຂອງໂຄງການຢູ່ໃນ4 ບ້ານເປົ້າໝາຍຂອງເມືອງປາກຊັນ. ເມື່ອວັນທີ່ 12-13 ພຶດສະພາ 202...
05/06/2025

ລົງຕິດຕາມກິດຈະກຳການລ້ຽງກົບຂອງຊຸມຊົນກຸ່ມເປົ້າໝາຍຂອງໂຄງການຢູ່ໃນ4 ບ້ານເປົ້າໝາຍຂອງເມືອງປາກຊັນ. ເມື່ອວັນທີ່ 12-13 ພຶດສະພາ 2025 ທາງສະມາຄົມສົ່ງເສີມການຂຽນຮູ້ ເພື່ອການພັດທະນາ LDA ພ້ອມທັງຜູ້ປະສານງານໂຄງການຈາກ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກຊັນ ແຂວງບໍລິຄຳໄຊ
ຈຸດປະສົງ: ຕິດຕາມເບີ່ງຜົນຄວາມຄື້ນໜ້າຂອງການປະຕິບັດກິດຈະກຳລ້ຽງກົບໄດ້ມີຜົນປະໂຫຍດຄືແນວໃດຕໍ່ກັບກຸ່ມເປົ້າຫມາຍ, ມີບັນຫາ ແລະ ສີ່ງທ້າທາຍຫຍັງແດ່ເພື່ອມາຖອດຖອນບົດຮຽນ ແລະ ລາຍງານສະພາບຂອງການລ້ຽງທີຜ່ານມາ.
ໂຄງການນີ້ໄດ້ຮັບການສະໜັບສະໜູນໂດຍ “ແຜນງານກອງທືນຂະໜາດນ້ອຍ ຂອງສະຖານທູດອົດສະຕາລີ ປະຈຳ ສປປ ລາວ/ Small Grant Programme of Australian Embassy in Laos”

ກິດຈະກໍາການຝຶກອົບຮົມປະສົມພັນກົບ, ພ້ອມແຈກຢາຍພໍ່ແມ່ພັນກົບ ແລະ ປຸງແຕ່ງອາຫານກົບແບບທໍາມະຊາດເພື່ອ ຫຼຼຸດຜ່ອນການຊື້ຫົວອາຫານ ໃຫ້ແ...
29/04/2025

ກິດຈະກໍາການຝຶກອົບຮົມປະສົມພັນກົບ, ພ້ອມແຈກຢາຍພໍ່ແມ່ພັນກົບ ແລະ ປຸງແຕ່ງອາຫານກົບແບບທໍາມະຊາດເພື່ອ ຫຼຼຸດຜ່ອນການຊື້ຫົວອາຫານ ໃຫ້ແກ່ກຸ່ມເປົ້າໝາຍ ຢູ່ 4ບ້ານ, ເມືອງປາກຊັນ, ແຂວງ ບໍລິຄໍາໄຊ ໃນວັນທິ 18-19 ມີນາ 2025ທີຜ່ານມານີ. ຈຸດປະສົງຂອງກິດຈະກໍາ: ເພື່ອແຈກຢາຍພໍ່ແມ່ພັນກົບໃຫ້ຄອບຄົວເປົ້າໝາຍ ແລະ ຝຶກສອນວິທີປະສົມພັນກົບແບບທຽມ ແລະ ແບບທໍາມະຊາດໃຫ້ເຂົາເຈົ້າ, ເພື່ອໃຫ້ມີລູກກົບໄວ້ສືບຕໍ່ລ້ຽງເປັນອາຫານ ແລະ ຂາຍ ໃຫ້ມີລາຍຮັບເພີີ່ມໃຫູ້ແກ່ຄອບຄົວເປົ້າໝາຍ
ໂຄງການນີ້ໄດ້ຮັບການສະໜັບສະໜູນໂດຍ “ແຜນງານກອງທືນຂະໜາດນ້ອຍ ຂອງສະຖານທູດອົດສະຕາລີ ປະຈຳ ສປປ ລາວ/ Small Grant Programme of Australian Embassy in Laos”

ສະມາຄົມສົ່ງເສີມການຮຽນຮູ້ເພື່ອການພັດທະນາLDA ພ້ອມດວ້ຍສະມາຄົມຄົນພິການແຂວງອຸດົມໄຊ LDPA_ODX ໄດ້ຈັດກອງປະຊຸມສະຫຼຸບລາຍງານ ແລະ ປິ...
07/04/2025

ສະມາຄົມສົ່ງເສີມການຮຽນຮູ້ເພື່ອການພັດທະນາLDA ພ້ອມດວ້ຍສະມາຄົມຄົນພິການແຂວງອຸດົມໄຊ LDPA_ODX ໄດ້ຈັດກອງປະຊຸມສະຫຼຸບລາຍງານ ແລະ ປິດໂຄງການຮ່ວມກັບບັນດາຄູ່ຮ່ວມງານຂອງໂຄງການເພື່ອນໍາສະເໜີຜົນໄດ້ຮັບໃນການປະຕິບັດກິດຈະກຳຕ່າງໆຂອງໂຄງ ຜົນໄດ້ຮັບຂອງກິດຈະກຳຈາກ 5 ໂຮງຮຽນເປົ້າໝາຍທີ່ຜ່ານມາ ໃນວັນທີ 27 ມີນາ 2025 ມີຜູ້ເຂົ້າຮ່ວມທັງໝົດ 36 ທ່ານ ຍິງ 19 ທ່ານ
ສະໜັບສະໜູນໂດຍ: ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGAA Programme – Phase II) ໂດຍຜ່ານອົງການ Cord, ປະຕິບັດໂດຍ:ສະມາຄົມ ສົ່ງເສີມການຮຽນຮູ້ເພື່ອການພັດທະນາ (LDA) ແລະ ສະມາຄົມຄົນພິການ ສາຂາ ແຂວງ ອຸດົມໄຊ

ລົງຕິດຕາມ-ຊຸກຍູ້ ການປະຕິບັດກິດຈະກຳຕ່າງໆ ແລະ ເກັບກຳຂໍ້ມູນຄວາມຄືບໜ້າຕ່າງໆເພື່ອການປັບປຸງແກ້ໄຂ ລະຫ່ວາງ ຄູ-ອາຈານ, ສະມາຊິກ ຄພສ...
07/04/2025

ລົງຕິດຕາມ-ຊຸກຍູ້ ການປະຕິບັດກິດຈະກຳຕ່າງໆ ແລະ ເກັບກຳຂໍ້ມູນຄວາມຄືບໜ້າຕ່າງໆເພື່ອການປັບປຸງແກ້ໄຂ ລະຫ່ວາງ ຄູ-ອາຈານ, ສະມາຊິກ ຄພສບ ແລະ ຄະນະບ້ານ ກ່ຽວກັບການຄຸ້ມຄອງສີ່ງເສດເຫຼືອ ແລະ ຂີ້ເຫຍື້ອ. ນອກນີ້ຍັງມີການມອບຄູ່ມື ແລະ ໂພຣເຕີ້ໄວ້ໃຫ້ສຶກສາ ແລະ ສືບຕໍ່ໃຫ້ແກ່ນ້ອງນັກຮຽນລຸ້ນຕໍ່ໄປອີກດ້ວຍ. ລົງຈັດຕັ້ງປະຕິບັດກິດຈະກໍາໃນວັນທີ 25-27 ກຸມພາ 205
ສະໜັບສະໜູນໂດຍ: ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGAA Programme – Phase II) ໂດຍຜ່ານອົງການ Cord, ປະຕິບັດໂດຍ:ສະມາຄົມ ສົ່ງເສີມການຮຽນຮູ້ເພື່ອການພັດທະນາ (LDA) ແລະ ສະມາຄົມຄົນພິການ ສາຂາ ແຂວງ ອຸດົມໄຊ

ລົງຊຸກຍູ້ ແລະ ທົບທວນການປະຕິບັດຕົວຈີງໃນການຄຸ້ມຄອງສິ່ງເສດເຫຼືອ ແລະ ຂີ້ເຫຍື້ອໃຫ້ແກ່ຄູອາຈານ, ຄພສບ ແລະ ນັກຮຽນ ຢູ່ 5ໂຮງຮຽນເປົ້...
07/04/2025

ລົງຊຸກຍູ້ ແລະ ທົບທວນການປະຕິບັດຕົວຈີງໃນການຄຸ້ມຄອງສິ່ງເສດເຫຼືອ ແລະ ຂີ້ເຫຍື້ອໃຫ້ແກ່ຄູອາຈານ, ຄພສບ ແລະ ນັກຮຽນ ຢູ່ 5ໂຮງຮຽນເປົ້າໝາຍ ເມືອງໄຊ ແຂວງອຸດົມໄຊ ເຫັນໄດ້ວ່າຄູ ແລະ ນັກຮຽໜ ມີກິດຈະກໍາຮ່ວມກັນຫຼາຍຂື້ນ ເຮັດໃຫ້ມີສາຍສຳພັນທີ່ດີ ນັກຮຽນມີຄວາມກະຕືລືລົ້ນໃນການເກັບເອົາສີ່ງເສດເຫຼືອມາປະດິດເປັນເຄື່ອງໃຊ້, ປະດັບປະດາຫ້ອງຮຽນໃຫ້ງາມຕາ ແລະ ມີຄວາມເຂົ້າໃຈເລິກເຊີ່ງກ່ວາເກົ່າໃນການປະຕິບັດ ແລະ ເຄົາລົບຕາມຫຼັກການ 3R1A ແລະ ນຳໃຊ້ຂີ້ເຫຍື້ອອີນຊີບາງຊະນິດມາເຮັດຝຸ່ນບົ່ມໃສ່ພືດສວນ ເພື່ອຫຼຸດຜ່ອນປະລິມານຂອງຂີ້ເຫຍື້ອ ຢູ່ບ້ານ ແລະ ໂຮງຮຽນ ເຊີ່ງຈັດຂື້ນໃນວັນທີ 11-13 ທັນວາ 2024ນີ້.
ສະໜັບສະໜູນໂດຍ: ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGAA Programme – Phase II) ໂດຍຜ່ານອົງການ Cord, ປະຕິບັດໂດຍ:ສະມາຄົມ ສົ່ງເສີມການຮຽນຮູ້ເພື່ອການພັດທະນາ (LDA) ແລະ ສະມາຄົມຄົນພິການ ສາຂາ ແຂວງ ອຸດົມໄຊ

ເພື່ອໃຫ້ບັນດາຄູ່ຮ່ວມງານຈາກາພາກລັດ, ໂຄງການ ແລະ ກຸ່ມເປົ້າໝາຍຂອງໂຄງການໄດ້ມີຄວາມເຂົ້າໃຈກ່ຽວກັບຜົນໄດ້ຮັບຕ່າງໆຂອງໂຄງການ, ສິ່ງທ...
07/04/2025

ເພື່ອໃຫ້ບັນດາຄູ່ຮ່ວມງານຈາກາພາກລັດ, ໂຄງການ ແລະ ກຸ່ມເປົ້າໝາຍຂອງໂຄງການໄດ້ມີຄວາມເຂົ້າໃຈກ່ຽວກັບຜົນໄດ້ຮັບຕ່າງໆຂອງໂຄງການ, ສິ່ງທ້າທາຍ ແລະ ອຸປະສັກທີເກີດຂື້ນໃນການປະຕິບັດກິດຈະກໍາທີຜ່ານມາ, ສະນັ້ນ ສະມາຄົມ LDA ໄດ້ມີການຈັດກອງປະຊຸມສະຫຼຸບ-ລາຍງານຜົນໄດ້ຮັບໂຄງການຂື້ນ ໃນວັນທີ 30 ຕຸລາ 2024. ຜູ້ເຂົ້າຮ່ວມທັງໝົດ: 36 ທ່ານ, ຍີງ 23 ທ່ານ
ສະໜັບສະໜູນໂດຍ: ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGAA Programme – Phase II) ໂດຍຜ່ານອົງການ Cord, ປະຕິບັດໂດຍ:ສະມາຄົມ ສົ່ງເສີມການຮຽນຮູ້ເພື່ອການພັດທະນາ (LDA) ແລະ ສະມາຄົມຄົນພິການ ສາຂາ ແຂວງ ອຸດົມໄຊ

ການຝຶກອົບຮົມຫົວຂໍ້ ສ້າງຄວາມເຂັ້ມແຂງກ່ຽວກັບການຮ່ວມມືກັບບັນດາຄູ່ຮ່ວມງານພາກລັດ ໃຫ້ແກ່ພະນັກງານອົງການຈັດຕັ້ງສັງຄົມ ແລະ ສະມາຊິ...
07/04/2025

ການຝຶກອົບຮົມຫົວຂໍ້ ສ້າງຄວາມເຂັ້ມແຂງກ່ຽວກັບການຮ່ວມມືກັບບັນດາຄູ່ຮ່ວມງານພາກລັດ ໃຫ້ແກ່ພະນັກງານອົງການຈັດຕັ້ງສັງຄົມ ແລະ ສະມາຊິກກຸ່ມເປົ້າໝາຍໃຫ້ມີຄວາມເຂົ້າໃຈຫຼາຍຂຶ້ນໃນການຮ່ວມມືກັບຄູ່ຮ່ວມງານຂອງລັດ ເພື່ອເຮັດໃຫ້ວຽກງານ ແລະ ການສະໜັບສະໜູນຂອງເຂົາເຈົ້າມີປະສິດທິຜົນ. ນອກນີ້ຍັງເປັນເຄື່ອງມືການນໍາໃຊ້ໃນການປະສານງານໄດ້ງ່າຍຂື້ນ ແລະ ເຮັດໃຫ້ມີເຄືອຄ່າຍການພົວພັນລະຫ່ວາງອົງກອນ ເຊີ່ງຈັດຂື້ນໃນວັນທີ 24 ມັງກອນ 2024 ມີຜູ້ເຂົ້າຮ່ວມທັງໝົດ 16 ທ່ານ ຍິງ 7 ທ່ານ
ສະໜັບສະໜູນໂດຍ: ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGAA Programme – Phase II) ໂດຍຜ່ານອົງການ Cord, ປະຕິບັດໂດຍ:ສະມາຄົມ ສົ່ງເສີມການຮຽນຮູ້ເພື່ອການພັດທະນາ (LDA) ແລະ ສະມາຄົມຄົນພິການ ສາຂາ ແຂວງ ອຸດົມໄຊ

Address

Phonphanao Village, Xaysettha District
Vientiane Capital

Alerts

Be the first to know and let us send you an email when Learning for Development Association posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to Learning for Development Association:

Shortcuts

Share