ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ

ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ ກະບອກສຽງ ຂອງກະຊວງສຶກສາທິການ ແລະກິລ?

17/12/2025
14/11/2025

ສສກ ຊີ້ແຈ້ງການຈັດສັນງົບປະມານ-ການປັບປຸງລະບົບການສຶກສາ ມາເປັນ 6+3+3
++++++++++++++++++++++

ອ່ານຂ່າວຕໍ່ທີ່ລິ້ງ: https://educationnews.la/?p=10537

-----------------------
#ຂ່າວສານສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ
#ຂະແໜງວາລະສານ ແລະ ໜັງສືພິມ
#ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ
#ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ
#ກະຊວງສຶກສາທິການ ແລະ ກິລາ
#ສົນໃຈລົງໂຄສະນາ ແລະ ຕິດຕໍ່ພົວພັນນັກຂ່າວ: 021-212-338, 021-213-161 & 020-5991-4668
://educationnews.la/

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ຖ່າຍທຳເລື່ອງທີ່ສາມຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດ...
05/11/2025

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ຖ່າຍທຳເລື່ອງທີ່ສາມຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດ.

ໃນອາທິດຜ່ານມາ, ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ເລີ່ມຕົ້ນການຖ່າຍທຳເລື່ອງທີ່ສາມຂອງແຜນໂຄສະນາສົ່ງເສີມການສຶກສາແຫ່ງຊາດຄັ້ງໃໝ່. ນຳພາໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ສສກ, ແຜນໂຄສະນາດັ່ງກ່າວມີຈຸດປະສົງເພື່ອສ້າງແຮງບັນດານໃຈໃຫ້ຊຸມຊົນ ແລະ ປ່ຽນແປງທັດສະນະຄະຕິຕໍ່ການສຶກສາໃນທົ່ວປະເທດລາວ.

ທ່ານ ສຸກສາຄອນ ສີປະເສີດ, ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໄດ້ກ່າວເຖິງເປົ້າໝາຍຂອງແຜນໂຄສະນາດັ່ງກ່າວວ່າ: “ເປົ້າໝາຍຂອງພວກເຮົາແມ່ນເພື່ອສະແດງໃຫ້ເຫັນເຖິງຄຸນຄ່າອັນໃຫຍ່ຫຼວງຂອງການສຶກສາ ແລະ ບົດບາດສຳຄັນຂອງຄູໃນການສ້າງອະນາຄົດຂອງປະເທດລາວ. ໃນປັດຈຸບັນ, ລະບົບການສຶກສາຂອງພວກເຮົາປະເຊີນກັບສິ່ງທ້າທາຍຫຼາຍຢ່າງເຊັ່ນ: ນັກຮຽນອອກຈາກໂຮງຮຽນໄວ ເພາະວ່າພວກເຂົາບໍ່ເຫັນຜົນປະໂຫຍດຂອງການຮຽນ. ຄວາມເຊື່ອທົ່ວໄປທີ່ວ່າການສຶກສາບໍ່ໄດ້ຮັບປະກັນການມີວຽກເຮັດງານທຳ. ພໍ່ແມ່ຜູ້ທີ່ອາດມີການສຶກສາທີ່ຈຳກັດ, ກໍ່ຍັງສົງໄສຕໍ່ການສຶກສາ. ຖ້າບໍ່ໄດ້ຮັບການແກ້ໄຂ, ສິ່ງເຫຼົ່ານີ້ອາດຈະນຳໄປສູ່ຄົນລຸ້ນທີ່ມີທັກສະທີ່ຈຳກັດ, ໂອກາດໄດ້ວຽກເຮັດງານທຳໜ້ອຍລົງ ແລະ ການເຕີບໂຕທາງເສດຖະກິດຂອງປະເທດກໍ່ຈະຊ້າລົງ. ນີ້ແມ່ນເຫດຜົນທີ່ວ່າ, ດ້ວຍການສະໜັບສະໜູນອັນລ້ຳຄ່າຈາກລັດຖະບານອົດສະຕຣາລີ, ພວກເຮົາໄດ້ເປີດຕົວວິດີໂອໃນແຜນໂຄສະນານີ້ ເພື່ອສົ່ງເສີມການສຶກສາ. ວິດີໂອທີ 3 ນີ້ ແມ່ນເພື່ອຊຸກຍູ້ໃຫ້ນັກຮຽນສືບຕໍ່ການສຶກສາຂອງເຂົາເຈົ້າຫຼັງຈາກຈົບຊັ້ນປະຖົມ ແລະ ເນັ້ນໃສ່ສາຍຮຽນວິທະຍາສາດ.”

ທ່ານຍັງກ່າວຕື່ມອີກວ່າ: “ພາບສາກວິທະຍາສາດໄດ້ຖ່າຍທຳທີ່ຄະນະວິສະວະກຳສາດ, ເຊິ່ງມີສິ່ງອຳນວຍຄວາມສະດວກທີ່ໜ້າປະທັບໃຈ ແລະ ຫ້ອງທົດລອງທີ່ມີອຸປະກອນຄົບຖ້ວນ. ຂ້າພະເຈົ້າຫວັງວ່າ ການເຫັນພາບສາກເຫຼົ່ານີ້ ຈະເປັນແຮງບັນດານໃຈໃຫ້ນັກຮຽນສືບຕໍ່ການຮຽນຂອງເຂົາເຈົ້າ, ໂດຍຫວັງວ່າເຂົາເຈົ້າຈະສືບຕໍ່ດ້ານການສຶກສາລະດັບທີ່ສູງຂຶ້ນ ໃນຫຼາຍສາຍຮຽນທີ່ໜ້າສົນໃຈ.”

ຂະນະທີ່ທ່ານ ນາງ ວາແນັດຊາ ເຮກາທີ, ເລຂາເອກ ສະຖານທູດອົດສະຕຣາລີ, ໄດ້ອະທິບາຍເຖິງຈຸດປະສົງຫຼັກຂອງແຜນໂຄສະນານີ້ວ່າ: “ພວກເຮົາກຳລັງແກ້ໄຂບັນຫາສຳຄັນທີ່ອັດຕາການເຂົ້າຮຽນຫຼຸດລົງ ແລະ ຄວາມສົງໄສຂອງພໍ່ແມ່ກ່ຽວກັບຄຸນຄ່າຂອງການສຶກສາ. ຜ່ານການເລົ່າເລື່ອງສົມຈິງ ແລະ ການມີສ່ວນຮ່ວມຂອງຊຸມຊົນຢ່າງຕັ້ງໜ້າ, ພວກເຮົາຕ້ອງການກະຕຸ້ນໃຫ້ໄວໜຸ່ມສືບຕໍ່ຮຽນ ແລະ ຊ່ວຍໃຫ້ພໍ່ແມ່ຮັບຮູ້ເຖິງຜົນປະໂຫຍດຕະຫຼອດຊີວິດທີ່ການສຶກສາຈະນຳມາ. ລັດຖະບານອົດສະຕຣາລີ ຮູ້ສຶກເປັນກຽດທີ່ຈະໃຫ້ການສະໜັບສະໜູນດ້ານງົບປະມານ ແລະ ດ້ານວິຊາການ ແກ່ ສສກ ເພື່ອຜະລິດບົດເລື່ອງທີ່ໜ້າສົນໃຈ 4 ເລື່ອງ ເຊິ່ງຈະສ້າງຂຶ້ນເພື່ອປ່ຽນແນວຄິດກ່ຽວກັບການສຶກສາ.”
ສອງບົດເລື່ອງທຳອິດຂອງແຜນໂຄສະນາການສຶກສາກໍ່ຄື ເລື່ອງ “ສອງເສັ້ນທາງ” ແລະ ເລື່ອງ“ຄຸນຄ່າຂອງຄູ” ໄດ້ຮັບການຕ້ອນຮັບເປັນຢ່າງດີຫຼັງຈາກອອກອາກາດໃນເດືອນທີ່ຜ່ານມາ. ເລື່ອງ “ສອງເສັ້ນທາງ” ນຳສະເໜີອະນາຄົດທີ່ແຕກຕ່າງກັນ ຂຶ້ນກັບການຕັດສິນໃຈດ້ານການສຶກສາ, ໂດຍເນັ້ນໜັກເຖິງວິທີທີ່ການສຶກສາຊ່ວຍສ້າງທັກສະທີ່ຈຳເປັນໃຫ້ແກ່ເຍົາວະຊົນ ເຊັ່ນ: ການຄົ້ນຄິດແບບວິເຄາະ ແລະ ໂອກາດໃນການສ້າງຊີວິດທີ່ດີ. ບົດເລື່ອງທີສອງ, “ຄຸນຄ່າຂອງຄູ”, ສະແດງຄວາມເຄົາລົບຕໍ່ການອຸທິດຕົນຂອງຄູ ແລະ ໝາກຜົນອັນເລິກເຊິ່ງທີ່ເຂົາເຈົ້າມີຕໍ່ອະນາຄົດຂອງເດັກ.

ທ່ານ ນາງ ວາແນັດຊາ ໄດ້ກ່າວຕື່ມວ່າ: “ຄວາມຮູ້ສຶກສະເທືອນອາລົມຂອງບົດເລື່ອງນີ້ ເປັນສື່ທີ່ຊົງພະລັງທີ່ຈະຊຸກຍູ້ໃຫ້ເດັກຍິງມີສ່ວນຮ່ວມໃນວິທະຍາສາດ. ຂ້າພະເຈົ້າຂໍສະແດງຄວາມຍິນດີກັບທີມງານຖ່າຍທຳ ແລະ ທີມຜະລິດວິດີໂອ ຕໍ່ວິໄສທັດທີ່ສ້າງສັນຂອງທ່ານເພື່ອເຮັດໃຫ້ເລື່ອງນີ້ສົມຈິງ.”

ວິດີໂອໃໝ່ຫຼ້າສຸດທີ່ກຳລັງຖ່າຍທຳໃນອາທິດນີ້, ບົດເລື່ອງ “ຄວາມຝັນ” ບອກເລົ່າເຖິງເສັ້ນທາງການຮຽນທີ່ປະທັບໃຈຂອງເດັກຍິງຄົນໜຶ່ງ ລາວໄດ້ຂຽນຈົດໝາຍຫາພໍ່ແມ່ທີ່ທຸກຍາກ, ລາວອ້ອນວອນຂໍໃຫ້ພໍ່ແມ່ສະໜັບສະໜູນໃຫ້ລາວສືບຕໍ່ການຮຽນ. ດ້ວຍຄວາມຝັນທີ່ຍິ່ງໃຫຍ່ຂອງລາວ, ລາວມີວິໄສທັດທີ່ຢາກກາຍເປັນ ນັກວິທະຍາສາດ, ນັກວິສະວະກອນ ຫຼື ນັກປະດິດ, ຜູ້ທີ່ຈະພັດທະນານະວັດຕະກຳໃໝ່ໆ ເພື່ອຜົນປະໂຫຍດຂອງຊຸມຊົນທີ່ລາວຢູ່ ແລະ ປະກອບສ່ວນເຂົ້າໃນຄວາມກ້າວໜ້າຂອງປະເທດຊາດ ຊຶ່ງວິດີໂອທັງໝົດຈະອອກອາກາດທົ່ວປະເທດທາງໂທລະພາບ, ສື່ສັງຄົມອອນລາຍ ແລະ ຈະນຳໃຊ້ໂດຍສະມາຊິກສະພາແຫ່ງຊາດເພື່ອເຜີຍແຜ່ຂໍ້ມູນໃນຊຸມຊົນ. ນອກຈາກນັ້ນ, ວິດີໂອຍັງຈະເຜີຍແຜ່ໃຫ້ແກ່ຄູອາຈານ, ຜູ້ເຮັດວຽກສຶກສານິເທດ ແລະ ຜູ້ເຮັດວຽກສຶກສານິເທດພາຍໃນ ເພື່ອຊ່ວຍໂຄສະນາໃນຂັ້ນທ້ອງຖິ່ນພາຍໃນໂຮງຮຽນ ແລະ ບ້ານຕ່າງໆ.

"ເລື່ອງ 2 ເສັ້ນທາງ" 🎬ເປັນເລື່ອງສັ້ນທີ່ສະເທືອນຄວາມຮູ້ສຶກ ແລະ ເປັນເລື່ອງສອດຄ່ອງກບສະພາບຕົວຈີງທີ່ສະແດງໃຫ້ເຫັນການສົນທະນາຂອງພໍ...
08/10/2025

"ເລື່ອງ 2 ເສັ້ນທາງ" 🎬
ເປັນເລື່ອງສັ້ນທີ່ສະເທືອນຄວາມຮູ້ສຶກ ແລະ ເປັນເລື່ອງສອດຄ່ອງກບສະພາບຕົວຈີງທີ່ສະແດງໃຫ້ເຫັນການສົນທະນາຂອງພໍ່ ແລະລູກ ກ່ຽວກັບຄຸນຄ່າຂອງການສຶກສາ. ເປັນເລື່ອງທີ່ປຽບທຽບຊີວິດຂອງນັກຮຽນ ທີ່ກົງກັນຂ້າມລະຫວ່າງຜູ້ທີ່ຢຸດການຮຽນເພື່ອຫາເງິນໄດ້ໄວ ແລະ ຜູ້ສືບຕໍ່ການຮຽນແລ້ວພົບໂອກາດທີ່ສຳຄັນໃນຊີວິດ. ເລື່ອງໄດ້ຍົກໃຫ້ເຫັນວ່າ ການສຶກສາອາດຈະບໍ່ຮັບປະກັນຄວາມສໍາເລັດ, ແຕ່ຖ້າບໍ່ມີການສຶກສາ, ໂອກາດຈະຫາຍໄປ. ທາງເລືອກທີ່ເດັກຕັດສິນໃຈໃນມື້ນີ້ ຈະເປັນຮູບປະທຳໃນວັນໜ້າ.
ຮັບຊົມວິດີໂອໄດ້ທີ່ລິ້ງນີ້:

Enjoy the videos and music you love, upload original content, and share it all with friends, family, and the world on YouTube.

Address

3rd Fl, ICT Building, Ministry Of Education And Sports
Vientane

Opening Hours

Monday 08:00 - 16:30
Friday 08:00 - 16:30

Telephone

+85621254277

Website

Alerts

Be the first to know and let us send you an email when ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ:

Shortcuts

Share

Category