Department of Civil Engineering, NUOL

Department of Civil Engineering, NUOL Contact information, map and directions, contact form, opening hours, services, ratings, photos, videos and announcements from Department of Civil Engineering, NUOL, College & University, Sokpaluang village, Sisatanak district, Sisatanak District.

05/03/2026

ສະຫຼຸບບັນຍາກາດພາຍໃນ ງານບັນຍາຍພິເສດສຳລັບວິຊາ 225SN-Seminar ໃນວັນທີ 26/2/2026 ທີ່ຜ່ານມາ. (Atmosphere at the event of the Special Lecture for the 225SN-Seminar Course on the last 26/2/2026).

-ເພື່ອກວດກາຄວາມເພິ່ງພໍໃຈຂອງຜົນການຈັດງານ, ກະລຸນາຊ່ວຍຕອບແບບສອບຖາມກ່ຽວກັບລະດັບຄວາມເພິ່ງພໍໃຈຂອງທຸກຄົນທີ່ເຂົ້າຮ່ວມງານ ແລະ ຮັບຊົມຜ່ານທາງອອນລາຍ ຕາມລິ້ງຂ້າງລຸ່ມດ້ວຍ. ຂໍຂອບໃຈ. (For evaluating the satisfaction level of event, we would like to ask all onsite and online participants kindly answer questionnaire as below link. Thank you).

https://docs.google.com/forms/d/e/1FAIpQLSeC5i6TO506zSqKC1H88hxV0S7uO5vpDyXBXEo5QYuYtsaL5A/viewform?usp=dialog

20/02/2026
ສະຫຼຸບຜົນກອງປະຊຸມຄະນະກຸ່ມຮ່ວມມື CAMPUS Asia Final Consortium Meeting ທີ່ ມະຫາວິທະຍາໄລ Nagasaki ປະເທດຍີ່ປຸ່ນ 🇯🇵ເມື່ອວັນທີ...
13/02/2026

ສະຫຼຸບຜົນກອງປະຊຸມຄະນະກຸ່ມຮ່ວມມື CAMPUS Asia Final Consortium Meeting ທີ່ ມະຫາວິທະຍາໄລ Nagasaki ປະເທດຍີ່ປຸ່ນ 🇯🇵
ເມື່ອວັນທີ 5-6 ກຸມພາ 2026 ທີ່ຜ່ານມາ, ຕົວແທນຈາກ 5 ມະຫາວິທະຍາໄລຊັ້ນນຳໃນອາຊີ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງສຳຄັນຂອງໂຄງການ CAMPUS Asia - Asia Intercollegiate Cooperative Project for Nurturing Global Leaders in Sustainable Infrastructure Development ຈັດຂຶ້ນທີ່ ມະຫາວິທະຍາໄລ Nagasaki (Nagasaki University).

ມະຫາວິທະຍາໄລທີ່ເຂົ້າຮ່ວມ: Nagasaki University, Shandong University, Sungkyunkwan University, Nanyang Technological University, ແລະ ມະຫາວິທະຍາໄລແຫ່ງຊາດລາວ (National University of Laos)

ວັນທີ 2 ກຸມພາ 2026 ນີ້, ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດພິທີມອບ-ຮັບ "ຫ້ອງທົດລອງຊົນລະສາດທີ່ໄດ້ຮັບການປັບປຸງໃໝ່ (R...
02/02/2026

ວັນທີ 2 ກຸມພາ 2026 ນີ້, ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ
ໄດ້ຈັດພິທີມອບ-ຮັບ "ຫ້ອງທົດລອງຊົນລະສາດທີ່ໄດ້ຮັບການປັບປຸງໃໝ່ (Rehabilitated Hydraulic Laboratory)" ຢ່າງເປັນທາງການ.

ຜົນສຳເລັດໃນຄັ້ງນີ້ເກີດຈາກການຮ່ວມມືພາຍໃຕ້ໂຄງການ "Dam Safety Technical and Institutional Assistance in Lao PDR (DSTIA)" ເຊິ່ງໄດ້ຮັບການສະໜັບສະໜູນຈາກ SDC ແລະ ສະຖາບັນເຕັກໂນໂລຊີແຫ່ງສະຫະພັນສະວິດ ທີ່ໂລຊານ (EPFL) ປະເທດສະວິດ, ໂດຍມີ ດຣ. Giovanni De Cesare ຈາກ EPFL ເປັນຕົວແທນໃນການ ດຳເນີນພາລະກິດໃນຄັ້ງນີ້.

🎓 ການປັບປຸງຄັ້ງນີ້ ບໍ່ພຽງແຕ່ເປັນເລື່ອງຂອງເຄື່ອງມືເທົ່ານັ້ນ ແຕ່ຍັງເປັນການວາງພື້ນຖານອັນສຳຄັນ ໃນການສ້າງວິສະວະກອນທີ່ມີຄວາມຊ່ຽວຊານດ້ານຄວາມປອດໄພຂອງເຂື່ອນ ໃຫ້ກັບປະເທດລາວໃນອະນາຄົດ.

ການເຂົ້າຮ່ວມ ກອງປະຊຸມປະຈຳປີ 2025 ແລະ ກອງປະຊຸມເຕັກນິກ ຄັ້ງທີ 9 ສຂລຂອງ ຄູ ອາຈານ ແລະ ນັກສຶກສາ ພາກວິຊາໂຍທາ ໃນວັນທີ 26/12/202...
30/12/2025

ການເຂົ້າຮ່ວມ ກອງປະຊຸມປະຈຳປີ 2025 ແລະ ກອງປະຊຸມເຕັກນິກ ຄັ້ງທີ 9 ສຂລ
ຂອງ ຄູ ອາຈານ ແລະ ນັກສຶກສາ ພາກວິຊາໂຍທາ ໃນວັນທີ 26/12/2025

ການສົ່ງອາຈານໄປເຝິກອົບຮົມ ຢູ່ທີ່ ປະເທດ ສະວິດເຊີແລນ ເພື່ອພັດທະນາລັກສູດ ແລະ ຍົກລະດັບເອກກະສານໃນການຮຽນການສອນ ໃນດ້ານ ວິຊາ ຊົນລ...
09/12/2025

ການສົ່ງອາຈານໄປເຝິກອົບຮົມ ຢູ່ທີ່ ປະເທດ ສະວິດເຊີແລນ ເພື່ອພັດທະນາລັກສູດ ແລະ ຍົກລະດັບເອກກະສານໃນການຮຽນການສອນ ໃນດ້ານ ວິຊາ ຊົນລະສາດ ,ວິຊາ ທົດລອງດິນ ແລະ ວິຊາ ການຈັດການຄວາມປອດໄພເຂື່ອນ

ການເຂົ້າຮ່ວມ ກອງປະຊຸມທາງວິຊາການລະດັບສາກົນ ຂອງຄູ ອາຈານ ແລະ ນັກສຶກສາ ໃນພາກວິຊາ 28.11.2025
01/12/2025

ການເຂົ້າຮ່ວມ ກອງປະຊຸມທາງວິຊາການລະດັບສາກົນ ຂອງຄູ ອາຈານ ແລະ ນັກສຶກສາ ໃນພາກວິຊາ 28.11.2025

ແຈ້ງການ (ດ່ວນ): ພາກວິຊາ ວິສະວະກຳໂຍທາ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ ຂໍເຊີນມາຍັງ ບັນດາ ຄູ-ອາຈານ, ນັກສຶກສາ ແລະ ວິສະ...
25/11/2025

ແຈ້ງການ (ດ່ວນ):

ພາກວິຊາ ວິສະວະກຳໂຍທາ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ ຂໍເຊີນມາຍັງ ບັນດາ ຄູ-ອາຈານ, ນັກສຶກສາ ແລະ ວິສະວະກອນໂຍທາ ຫຼື ຜູ້ທີ່ສົນໃຈທົ່ວໄປ ທຸກທ່ານ ເຂົ້າຮ່ວມ "The Campus Asia Symposium 2025" ທາງອອນລາຍ (Zoom Plateform) ໄດ້ໃນວັນທີ 26-27/11/2025.

ວາລະງານເລີ້ມ:
-ເວລາ: 7:30-14:50 (Lao Time) ສຳລັບ ວັນທີ 26/11/2025.
-ເວລາ: 7:00-15:00 (Lao Time) ສຳລັບ ວັນທີ 27/11/2025.

ເອກະສານ Symposium Proceeding ສາມາດດາວໂຫລດໄດ້ຟຣີຕາມ Google Link ຂ້າງລຸ່ມ.

Google Link:

https://drive.google.com/drive/folders/1RXO29acOTd02SbGsU6kpTCwAOwoQRVO4?usp=sharing

ສ່ວນ Zoom Link ແມ່ນຕາມລາຍລະອຽດຂ້າງລຸ່ມ.

Zoom Link:

https://us06web.zoom.us/j/86810975000?pwd=8wZqFmhPoFMY7zwNHMb7ZLbf1NU1qa.1

Meeting ID : 868 1097 5000
Passcode : 368311

ຂໍແຈ້ງການແບ່ງຫ້ອງຮຽນ ແລະ ຕາຕະລາງຮຽນ ສຳລັບນັກສຶກສາ ປີ 1 ຂອງພາກວິຊາ ວິສະວະກຳໂຍທາ ປະຈຳສົກສຶກສາ 2025-2026
05/10/2025

ຂໍແຈ້ງການແບ່ງຫ້ອງຮຽນ ແລະ ຕາຕະລາງຮຽນ ສຳລັບນັກສຶກສາ ປີ 1 ຂອງພາກວິຊາ ວິສະວະກຳໂຍທາ ປະຈຳສົກສຶກສາ 2025-2026

ສຳເລັດການຕ້ອນຮັບນັກສຶກສາ ແລະ ອາຈານຈາກ Nagasaki University (NU), Sungkyunkwan University (SKKU) and Korean Institute of C...
03/10/2025

ສຳເລັດການຕ້ອນຮັບນັກສຶກສາ ແລະ ອາຈານຈາກ Nagasaki University (NU), Sungkyunkwan University (SKKU) and Korean Institute of Civil Engineering & Building Technology (KICT) ມາແລກປ່ຽນລາຍການ Short-term Hybrid Exchange Program in Department of Civil Engineering, Faculty of Engineering, NUOL under Campus Asia Project 2025

ແຈ້ງການການເປິດການຮຽນ-ການສອນ ພາກຮຽນທີ 1 ສົກສຶກສາ 2025-2026 ຂອງຄະນະວິສະວະກຳສາດ ມະຫາໄລແຫ່ງຊາດ
01/10/2025

ແຈ້ງການ
ການເປິດການຮຽນ-ການສອນ ພາກຮຽນທີ 1 ສົກສຶກສາ 2025-2026 ຂອງຄະນະວິສະວະກຳສາດ ມະຫາໄລແຫ່ງຊາດ

ພາກວິຊາ ວິສະວະກຳໂຍທາ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ສົ່ງ ອາຈານ ສີອຳພອນ ມະນີວົງ ແລະ ອາຈານຜູ້ຊ່ວຍ  ອານູສອນ ພຸດສະຫວ...
30/09/2025

ພາກວິຊາ ວິສະວະກຳໂຍທາ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ສົ່ງ ອາຈານ ສີອຳພອນ ມະນີວົງ ແລະ ອາຈານຜູ້ຊ່ວຍ ອານູສອນ ພຸດສະຫວັດ (ໜ່ວຍວິຊາ ວິສະວະກຳກໍ່ສ້າງ ແລະ ການຄຸ້ມຄອງ) ແລະ ທ້າວ ວັນປານາດ ເລື່ອນວິໄລ ແລະ ທ້າວ ຄຳເຜີຍ ຂັນທະຈັກ (ນັກສຶກສາປະລິນຍາໂທ) ໄປແລກປ່ຽນວຽກງານການຄົ້ນຄວ້າໄລຍະສັ້ນ ໃນລາຍການ ASEAN Expaned Exchange Program in Nagasaki ຂອງໂຄງການ CAMPUS Asia ລະຫວ່າງວັນທີ 19 /8/2025 ຫາວັນທີ 21/9/2025 ເປັນໄລຍະເວລາ 1ເດືອນ ທີ່ ມະຫາວິທະຍາໄລ ນາງາຊະກິ (Nagasaki University), ເມືອງ ນາງາຊະກິ, ປະເທດຍີ່ປຸ່ນ.

Address

Sokpaluang Village, Sisatanak District
Sisatanak District

Website

Alerts

Be the first to know and let us send you an email when Department of Civil Engineering, NUOL posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share