ຄະນະເສດຖະສາດ ແລະ ການຄຸ້ມຄອງ - femcu

ຄະນະເສດຖະສາດ ແລະ ການຄຸ້ມຄອງ - femcu ສ້າງການສຶກສາທີ່ດີໃນວັນນີ້ ເພື່ອອະນາຄົດທີ່ດີໃນວັນໜ້າ

25/09/2026

🎓✨ ບັນຍາກາດຄວາມຕັ້ງໃຈ ແລະ ຄວາມຫວັງ! ການສອບເສັງຄັດເລືອກນັກສຶກສາ ລະດັບປະລິນຍາໂທ ປະຈຳປີ 2026 📚✍️
ມື້ນີ້, ວັນທີ 25 ກັນຍາ 2026, ຄະນະເສດຖະສາດ ແລະ ການຄຸ້ມຄອງ, ມະຫາວິທະຍາໄລຈຳປາສັກ (ມຈ) ໄດ້ຈັດການສອບເສັງຄັດເລືອກເອົານັກສຶກສາ ເພື່ອເຂົ້າສຶກສາຕໍ່ໃນລະດັບປະລິນຍາໂທ 2 ສາຂາວິຊາ:
1️⃣ ສາຂາ ການພັດທະນາຊຸມຊົນແບບຍືນຍົງ (Master of Sustainable Community Development)
2️⃣ ສາຂາ ບໍລິຫານທຸລະກິດ (Master of Business Administration - MBA)
ບັນຍາກາດການສອບເສັງໃນມື້ນີ້ເຕັມไปด้วยຄວາມຄຶກຄື້ນ, ຄວາມຕັ້ງໃຈ ແລະ ສະມາທິຂອງບັນດາຜູ້ເຂົ້າຮ່ວມເສັງທຸກໆທ່ານ ທີ່ມຸ່ງຫວັງຈະເຂົ້າມາເພີ່ມພູນຄວາມຮູ້, ທັກສະດ້ານວິຊາການ ແລະ ກະຕຽມຄວາມຮຽບຮ້ອຍເພື່ອເປັນກຳລັງ ສຳຄັນໃນການພັດທະນາເສດຖະກິດ-ສົຄົມ ແລະ ຊຸມຊົນໃນອະນາຄົດ.
ຄະນະເສດຖະສາດ ແລະ ການຄຸ້ມຄອງ ຂໍສະແດງຄວາມຊົມເຊີຍ ແລະ ເປັນກຳລັງໃຈໃຫ້ຜູ້ເຂົ້າເສັງທຸກທ່ານ ປະສົບຜົນສໍາເລັດ, ໄດ້ຮັບຜົນເສັງຕາມທີ່ມຸ່ງຫວັງ ແລະ ພ້ອມທີ່ຈະກ້າວເຂົ້າມາເປັນສ່ວນໜຶ່ງຂອງຄອບຄົວ ມຈ.
#ມະຫາວິທະຍາໄລຈຳປາສັກ #ຄະນະເສດຖະສາດແລະການຄຸ້ມຄອງ #ປະລິນຍາໂທ #ການພັດທະນາຊຸມຊົນແບບຍືນຍົງ #ບໍລິຫານທຸລະກິດ

22/09/2026
22/09/2026
17/09/2026

📢 ປະກາດຮັບສະໝັກທຶນການສຶກສາລັດຖະບານເກົາຫຼີ ລະດັບປະລິນຍາຕີ (2027 GKS-U)

🎓 ກະຊວງສຶກສາທິການເກົາຫຼີ (ສະຖາບັນການສຶກສານານາຊາດແຫ່ງຊາດ- NIIED) ປະກາດຮັບສະໝັກນັກສຶກສາເພື່ອຮັບທຶນ 2027 Global Korea Scholarship for Undergraduate Degrees (GKS-U) ດັ່ງມີລາຍລະອຽດລຸ່ມນີ້:

1) ໂຄຕາ ສຳລັບປະເທດລາວ🏛️ Embassy Track (ຜ່ານສະຖານທູດ): ທັງໝົດ 2 ທຶນ:
ການສະໝັກຜ່ານສະຖານທູດ (Embassy Track)ແປງອອກເປັນ 2ທາງກໍຄື:
👉General: ສາມາດເລືອກມະຫາວິທະຍາໄລ Type A ແລະ Type B ໄດ້ສູງສຸດ 3 ແຫ່ງ ໂດຍຕ້ອງມີ Type B ຢ່າງໜ້ອຍ 1 ແຫ່ງ.
👉R-GKS: ສາມາດເລືອກສະເພາະມະຫາວິທະຍາໄລ Type B ໄດ້ສູງສຸດ 2 ແຫ່ງ.

📌 ສຳລັບ ສປປ ລາວ ໃນປີ 2027 ມີໂຄຕາຜ່ານ Embassy Track ຈຳນວນ 2 ຄົນ: General 1 ຄົນ ແລະ R-GKS 1 ຄົນ. ລາຍລະອຽດກ່ຽວກັບ General ແລະ R-GKS ສາມາດກວດເບິ່ງໄດ້ທີ່ເວັບໄຊທາງການ Study in Korea.

🏢 University Track (ຜ່ານມະຫາວິທະຍາໄລ): ຫຼັກສູດ UIC (ຄວາມຮ່ວມມືລະຫວ່າງມະຫາວິທະຍາໄລ-ອຸດສາຫະກຳ) ແລະ ຫຼັກສູດປະລິນຍາຕີຕໍ່ເນື່ອງ (Associate Degree) ຈະບໍ່ມີການແບ່ງໂຄຕາຕາມປະເທດ.

2) ຄຸນສົມບັດ ແລະ ເອກະສານທີ່ຕ້ອງປະກອບ:

📎 ກະລຸນາກວດເບິ່ງລາຍລະອຽດຢູ່ເອກະສານຄັດຕິດ. ກວດເບິ່ງຢູ່ເວັບໄຊ ສະຖານທູດ ສ. ເກົາຫຼີ : https://www.mofa.go.kr/la-en/brd/m_1889/view.do?seq=760077&page=1

3) ການຍື່ນໃບສະໝັກ (Embassy Track):

⏰ 3.1) ໄລຍະເວລາການສະໝັກ: ວັນອັງຄານ, 15 ກັນຍາ 2026, 11:00 ໂມງ – ວັນພຸດ, 30 ກັນຍາ 2026, 18:00 ໂມງ (ເວລາເວລາມາດຕະຖານເກົາຫຼີ - KST), ສະໝັກຜ່ານລະບົບອອນລາຍ.

📌 ໝາຍເຫດ: ວັນທີ ແລະ ເວລາທັງໝົດແມ່ນອີງຕາມເວລາມາດຕະຖານຢູ່ເຊອຸນ (KST).

📑 3.2) ຂໍ້ຮຽກຮ້ອງດ້ານເອກະສານ: ເອກະສານຕ້ອງຖືກຕ້ອງຕາມຄຳແນະນຳສຳລັບການຄັດເລືອກຮອບທີ 2 (NIIED).

💻 3.3) ວິທີການສະໝັກ: ສຳລັບ Embassy Track ໃຫ້ສະໝັກຜ່ານເວັບໄຊ Study in Korea (ລົງທະບຽນ, ປ້ອນຂໍ້ມູນໃຫ້ຄົບຖ້ວນ, ແລະ ອັບໂຫຼດເອກະສານ) ກະລຸນາເບິ່ງລິ້ງ ກ້ອງຄອມເມັ້ນ 👇

📮 ໝາຍເຫດ: ໃບສະໝັກ University Track ຕ້ອງສົ່ງທາງໄປສະນີ ຫຼື ຍື່ນດ້ວຍຕົນເອງ (ກວດເບິ່ງກຳນົດເວລາສະໝັກຂອງແຕ່ລະມະຫາວິທະຍາໄລ).

ລາຍລະອຽດເພີ່ມຕື່ມ ຢູ່ກ້ອງຄອມເມັ້ນ 👇

17/09/2026
17/09/2026
📌 [ສະຫຼຸບຜົນງານ ເພື່ອ ກ້າວໄປຢ່າງມີທິດທາງ ແລະ ໝັ້ນຄົງ] 🎓✨ວັນທີ 17 ກັນຍາ 2026, ຄະນະເສດຖະສາດ ແລະ ການຄຸ້ມຄອງ ມະຫາວິທະຍາໄລຈຳປ...
17/09/2026

📌 [ສະຫຼຸບຜົນງານ ເພື່ອ ກ້າວໄປຢ່າງມີທິດທາງ ແລະ ໝັ້ນຄົງ] 🎓✨
ວັນທີ 17 ກັນຍາ 2026, ຄະນະເສດຖະສາດ ແລະ ການຄຸ້ມຄອງ ມະຫາວິທະຍາໄລຈຳປາສັກ ໄດ້ຈັດ "ກອງປະຊຸມສະຫຼຸບ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານ ປະຈຳສົກຮຽນ 2025-2026" ຢ່າງເປັນທາງການ.
ກອງປະຊຸມຄັ້ງນີ້ໄດ້ຮັບກຽດຢ່າງສູງຢ່າງເປັນປະທານໂດຍ ທ່ານ ຄຳພາ ຫອມສົມບັດ, ຮອງຜູ້ອຳນວຍການມະຫາວິທະຍາໄລຈຳປາສັກ, ພ້ອມດ້ວຍການເຂົ້າຮ່ວມຢ່າງພ້ອມພຽງຂອງຄະນະ, ຄູ-ອາຈານ ແລະ ແຂກຖືກເຊີນ ທັງໝົດ 41 ທ່ານ (ແຂກຖືກເຊີນ 2 ທ່ານ, ຄູ-ອາຈານ ພາຍໃນຄະນະ 39 ທ່ານ ແລະ ປະທານ 1 ທ່ານ).
🎯 ຈຸດປະສົງ ແລະ ຄວາມສຳຄັນ: ກອງປະຊຸມໄດ້ສຸມໃສ່ການປະເມິນຜົນການດຳເນີນງານໃນຮອບສົກຮຽນທີ່ຜ່ານມາ ຢ່າງມີວິທະຍາສາດ ແລະ ກົງໄປກົງມາ, ເພື່ອ:
* ຖອດຖອນບົດຮຽນ (Lessons Learned): ວິເຄາະຈຸດດີ, ຂໍ້ຄົງຄ້າງ, ແລະ ອຸປະສັກ ໃນການພັດທະນາການຮຽນ-ການສອນ, ການວິໄຈ, ແລະ ການບໍລິຫານຈັດການ.
* ກຳນົດທິດທາງ (Strategic Alignment): ວາງແຜນຍຸດທະສາດການພັດທະນາບຸກຄະລາກອນ ແລະ ຫຼັກສູດໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ເສດຖະກິດ-ສົມຄົມ.
* ສ້າງຄວາມເຂັ້ມແຂງ (Capacity Building): ເພີ່ມທະວີຄວາມສາມາດໃນການຄົ້ນຄວ້າວິໄຈ ແລະ ການບໍລິການວິຊາການແກ່ຊຸມຊົນ.
"ການຖອດຖອນບົດຮຽນທີ່ແທ້ຈິງ ບໍ່ແມ່ນພຽງແຕ່ການທົບທວນອະດີດ, ແຕ່ແມ່ນການສ້າງ ພື້ນຖານທີ່ເຂັ້ມແຂງ ເພື່ອຂັບເຄື່ອນຄຸນນະພາບການສຶກສາ ແລະ ການວິໄຈໃຫ້ກ້າວສູ່ມາດຕະຖານທີ່ສູງກວ່າໃນສົກຮຽນຕໍ່ໄປ."
ຂໍສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຄວາມເສຍສະຫຼະ, ຄວາມທຸ້ມເທຂອງຄະນະນຳ ແລະ ຄູ-ອາຈານ ທຸກໆທ່ານ ທີ່ໄດ້ຮ່ວມແຮງຮ່ວມໃຈກັນຂັບເຄື່ອນພັນທະກິດຂອງຄະນະເສດຖະສາດ ແລະ ການຄຸ້ມຄອງ ໃຫ້ເຕີບໂຕຢ່າງມີຄຸນນະພາບ ແລະ ຍືນຍົງ! 🌱📘💡
#ຄະນະເສດຖະສາດແລະການຄຸ້ມຄອງ #ມະຫາວິທະຍາໄລຈຳປາສັກ #ກອງປະຊຸມສະຫຼຸບສົກຮຽນ2025_2026 #ການພັດທະນາການສຶກສາ

15/09/2026
 #ຄະນະເສດຖະສດາແລະການຄຸ້ມຄອງ,ມະຫາວິທະຍາໄລ ຈຳປາສັກ ໄດ້ຮັບກຽດຂຶ້ນນຳສະເຫນີບົດວິໄຈທີ່ໄດ້ຮັບກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂ...
08/09/2026

#ຄະນະເສດຖະສດາແລະການຄຸ້ມຄອງ,ມະຫາວິທະຍາໄລ ຈຳປາສັກ ໄດ້ຮັບກຽດຂຶ້ນນຳສະເຫນີບົດວິໄຈທີ່ໄດ້ຮັບກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ
#🚀ຖອດລະຫັດຕ່ອງໂສ້ມູນຄ່າທຸລຽນລາວ: ກ້າວສໍາຄັນຂອງການຍົກລະດັບກະສິກຳສູ່ທຸລະກິດຍຸກໃຫມ່!
#ບັນຍາກາດການນຳສະເຫນີຄວາມຄືບໜ້າໂຄງການຄົ້ນຄວ້າວິໄຈ ໃນຫົວຂໍ້: ການວິເຄາະຕ່ອງໂສ້ມູນຄ່າເພີ່ມຂອງທຸລຽນ ໃນ ສປປ ລາວ ທີ່ສະໂມສອນ ມະຫາວິທະຍາໄລຈຳປາສັກ, ຄັ້ງວັນທີ 8 ກັນຍາ 2026.
#ທຸລຽນບໍ່ແມ່ນພຽງແຕ່ຜົນລະໄມ້, ແຕ່ແມ່ນໂອກາດທາງເສດຖະກິດ ທີ່ຕັ້ງຢູ່ເທິງພື້ນຖານການພັດທະນາຢ່າງມີລະບົບ. ງານວິໄຈສະບັບນີ້ມຸ່ງເນັ້ນການວິເຄາະກົນໄກຕັ້ງແຕ່ຕົ້ນນ້ຳ, ກາງນ້ຳ, ຫາປາຍນ້ຳ ເພື່ອສ້າງ ພື້ນຖານທີ່ເຂັ້ມແຂງ ໃຫ້ກັບຊຸມຊົນ ແລະ ຜູ້ປະກອບການ ໃນການແຂ່ງຂັນກັບຕະຫຼາດພາກພື້ນ! 💡📈

Address

Pakse
Pakse
16000

Alerts

Be the first to know and let us send you an email when ຄະນະເສດຖະສາດ ແລະ ການຄຸ້ມຄອງ - femcu posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to ຄະນະເສດຖະສາດ ແລະ ການຄຸ້ມຄອງ - femcu:

Shortcuts

Share

Category