22/08/2026
ວິທະຍາໄລຄູປາກເຊ ຈັດພິທີມອບ-ຮັບໃບຢັ້ງຢືນ ສຳເລັດການຝຶກອົບຮົມຫຼັກສູດ 120 ຊົ່ວໂມງ ໃຫ້ແກ່ຄູສອນບໍ່ຖືກຊັ້ນ-ຖືກສາຍ ພາກເອກະຊົນ
ໃນວັນທີ 22 ສິງຫາ 2026 ເວລາ 9:00 ໂມງ, ຢູ່ທີ່ ສະໂມສອນ ວິທະຍາໄລຄູປາກເຊ, ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ໃຫ້ແກ່ ວິທະຍາກອນ ແລະ ສຳມະນາກອນ ຜູ້ທີ່ສຳເລັດການເຂົ້າຮ່ວມຝຶກອົບຮົມ ຫຼັກສູດການສ້າງຄູສຶກສາກ່ອນໄວຮຽນ (ອະນຸບານ) ແລະ ປະຖົມສຶກສາ ໄລຍະສັ້ນ 120 ຊົ່ວໂມງ ໃຫ້ແກ່ຄູສອນບໍ່ຖືກຊັ້ນ-ຖືກສາຍ ພາກເອກະຊົນ ນະຄອນປາກເຊ, ແຂວງຈຳປາສັກ ຢ່າງເປັນທາງການ.
ພິທີດັ່ງກ່າວ ໄດ້ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ ທ່ານ ສຸກຂະສະຫວາດ ວົງຫາຈັກ ຮັກສາການຜູ້ອຳນວຍການວິທະຍາໄລຄູປາກເຊ ທ່ານ ວໍລະສານ ໃບພະຈັນ ຄະນະພະແນກ ສຶກສາທິການ ແລະ ກິລາ ແຂວງຈຳປາສັກ ທ່ານ ນາງ ປັນຈະລາ ທອງມະນີລາ ປະທານສະມາຄົມການສຶກສາພາກເອກະຊົນ ພ້ອມນີ້ ຍັງມີ ທ່ານຫົວໜ້າຂະແໜງພັດທະນາຄູ, ຄະນະຫ້ອງການສຶກສາທິການ ແລະ ກິລາ ເມືອງ ທ່ານ ຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ແລະ ພັດທະນາວິຊາຊີບຄູ , ຫົວໜ້າພາກວິຊາ, ຄູ-ອາຈານ, ວິທະຍາກອນ ແລະ ນັກສຳມະນາກອນ ຄະນະຮັບຜິດຊອບເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ນາງ ສິລິໄລ ພົມມະຈັນ ໄດ້ຂຶ້ນຜ່ານບົດລາຍງານ ຜົນສຳເລັດການຈັດຕັ້ງການຝຶກອົບຮົມ. ແລະ ໄດ້ຜ່ານຂໍ້ຕົກລົງ ອະນຸມັດໃບຢັ້ງຢືນ.
ພິທີມອບ-ຮັບໃບຢັ້ງຢືນໃຫ້ກຽດຂຶ້ນມອບໂດຍ ທ່ານ ສຸກຂະສະຫວາດ ວົງຫາຈັກ ເປັນຜູ້ມອບໃຫ້ແກ່ວິທະຍາກອນ ແລະ ນັກສຳມະນາກອນ ພ້ອມທັງຖ່າຍຮູບຮ່ວມກັນ. ຈາກນັ້ນເພື່ອເປັນການ ຮູ້ບຸນຄຸນຕໍ່ຄະນະນປະທານທີ່ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ເກີດການຝຶກອົບຮົມຫຼັກສູດ 120 ຊົ່ວໂມງ ໃຫ້ແກ່ຄູສອນບໍ່ຖືກຊັ້ນ-ຖືກສາຍຄັ້ງນີ້ ຕ່າງໜ້າສຳມະນາກອນກໍ່ໄດ້ມອບກະຕ່າຂອງຂວັນໃຫ້ຄະນະນປະທານອີກດ້ວຍ
ໃນຕອນທ້າຍ, ທ່ານ ວໍລະສານ ໃບພະຈັນ ປະທານໃນພິທີ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄຳເຫັນເນັ້ນໜັກ ໃຫ້ບັນດາຄູ-ອາຈານ ສຳມະນາກອນ ຈົ່ງນຳເອົາເນື້ອໃນ, ປະສົບການ ແລະ ເຕັກນິກການສອນ ທີ່ໄດ້ຮັບຈາກການຝຶກອົບຮົມຄັ້ງນີ້ ໄປຈັດຕັ້ງປະຕິບັດຕົວຈິງຢູ່ແຕ່ລະໂຮງຮຽນໃຫ້ເກີດຜົນດອກອອກຜົນ, ມີຄຸນນະພາບ ແລະ ມີປະສິດທິພາບ. ຈາກນັ້ນ ໄດ້ກ່າວປິດຊຸດຝຶກອົບຮົມຢ່າງເປັນທາງການ.