25/10/2025
ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງມະຫາວິທະຍາໄລ ສຸພານຸວົງ
👩🏻🍳🧑🏻🍳ພວກເຮົາ ສາຂາ ພັດທະນາຜະລິດຕະພັນກະສິກຳ ແລະ ການຕະຫຼາດ ພາກວິຊາ ວິທະຍາສາດ ແລະ ເຕັກໂນໂລຊີອາຫານ ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້❕ຂໍເຊີນຊວນໃຫ້ທຸກທ່ານ ເຂົ້າຮ່ວມງານສະເຫຼີມສະຫຼອງຂອງມະຫາວິທະຍາໄລສຸພານຸວົງ ເຊິ່ງໃນງານ ພວກເຮົາຈະມີ : ບູດຈັດວາງສະແດງ ຜະລິດຕະພັນ ແລະ ສິນຄ້າຈຳນວນໜຶ່ງ ທີ່ທາງພາກວິຊາເຮົາໄດ້ຜະລິດຂຶ້ນເອງ, ມີບູດຂາຍອາຫານ ແລະ ເຄື່ອງດື່ມ ທີ່ນັກສຶກສາເຮົາເຮັດຂຶ້ນເພື່ອຫາລາຍໄດ້ເສີມ ນອກຈາກນັ້ນຍັງມີກິດຈະກຳຕ່າງໆຈາກ ພາກວິຊາອື່ນໆໃນຄະນະກະເສດສາດ ໃຫ້ທຸກທ່ານໄດ້ເຂົ້າຮ່ວມ ແລະ ໄດ້ເບິ່ງໄດ້ຊົມພາຍໃນງານອີກດ້ວຍ.
ງານຈະຈັດຂຶ້ນໃນວັນທີ 3-5 ເດືອນ11ນີ້✅
- ສ່ວນລາຍລະອຽດຕ່າງໆແມ່ນຈະແນະນຳຢູ່ໃນຫນ້າງານ
ສະຖານທີ່📍 : ເສັ້ນທາງໜ້າສຳໜັກງານອະທິການບໍດີ ມະຫາວິທະຍາໄລສຸພານຸວົງ