ໂຮງຮຽນ ມ.ສ ພູຄູນ

ໂຮງຮຽນ ມ.ສ ພູຄູນ ໂຮງຮຽນ ມ.ສ ພູຄູນ

05/06/2025

ຂໍປະຊາສໍາພັນເຖິງນ້ອງນັກຮຽນ ຊັ້ນ ມ.1-ມ.7 ມື້ວັນຈັນ ວັນທີ 09 ມິຖຸນາ (06) ປີ 2025 ທາງໂຮງຮຽນ ກໍຄືຄູປະຈໍາຫ້ອງຈະໄດ້ຢາຍປຶ້ມຕິດຕາມໃຫ້ກັບນັກຮຽນ ສະນັ້ນ, ໃຫ້ນ້ອງນັກຮຽນທຸກນ້ອງມາເອົາ ແລະ ເບິ່ງຜົນການສອບເສັງຂອງຕົນເອງພ້ອມດ້ວຍ.

ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງຍິ່ງທີ່ໄດ້ໃຫ້ການສະໜັບສະໜຸນຊ່ວຍເຫຼືອແກ່ນ້ອງນ້ອຍນັກຮຽນຂອງພວກເຮົາໃນຄັ້ງນີ້ 🙏🙏🙏
28/04/2025

ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງຍິ່ງທີ່ໄດ້ໃຫ້ການສະໜັບສະໜຸນຊ່ວຍເຫຼືອແກ່ນ້ອງນ້ອຍນັກຮຽນຂອງພວກເຮົາໃນຄັ້ງນີ້ 🙏🙏🙏

ທຶນການສຶກສາ ມູລະນິທິ ເກື້ອຝັນເດັກ ເປັນອີກໜຶ່ງໂຄງການດີດີ ນ້ອງນັກຮຽນ ຊັ້ນ ມ.7 ສາມາດຕິດຕໍ່ພົວພັນສອບຖາມລາຍລະອຽດໄດ້ຕາມລິ້ງ ແລ...
16/03/2025

ທຶນການສຶກສາ ມູລະນິທິ ເກື້ອຝັນເດັກ ເປັນອີກໜຶ່ງໂຄງການດີດີ ນ້ອງນັກຮຽນ ຊັ້ນ ມ.7 ສາມາດຕິດຕໍ່ພົວພັນສອບຖາມລາຍລະອຽດໄດ້ຕາມລິ້ງ ແລະ ເບີໂທດ້ານລຸ່ມຂອງໂຄງການໄດ້ເລີຍ

📌 ຂ່າວດີ ຂ່າວດີ ຂ່າວດີ 📌
#ສຳຫລັບນ້ອງໆ ທີ່ກຳລັງຈະຈົບມັດທະຍົມຕອນປາຍໃນປີນີ້ 😍

• ທຶນການສຶກສາມູນນິທິເກື້ອຝັນເດັກເປັນທຶນການສຶກສາ 100% ສະຫນັບສະຫນູນຈົນຈົບປະລິນຍາຕີ ເພຶ່ອສົ່ງເສີມສຸຂະພາບ ແລະ ການພັດທະນາທີ່ຍືນຍົງ ສຳຫລັບນັກສຶກສາທົ່ວ ສ ປ ປ ລາວ 💖

• ທາງທຶນມູນນິທິເກື້ອຝັນເດັກສະຫນັບສະຫນູນຄ່າຕ່າງໆດັ່ງນີ້ :
- ຄ່າລົງທະບຽນຮຽນ
- ຄ່າເບ້ຍລ້ຽງ
- ຄ່າຫໍພັກ,ທີ່ຍູ່ອາໄສ
- ຄ່າອຸປະກອນການຮຽນ,ຊຸດນັກສຶກສາ
- ຄ່າປະກັນສຸຂະພາບ

ສາມາດເຂົ້າຮຽນຕໍ່ໄດ້ທຸກມະຫາວິທະຍາໄລໃນລາວໄດ້ດັ່ງນີ້ :
- ມະຫາວິທະຍາໄລແຫ່ງຊາດ ( ມຊ )
- ມະຫາວິທະຍາໄລວິທະຍາສາດສຸຂະພາບ ( ມວສ )
- ມະຫາວິທະຍາໄລສຸພານຸວົງ ( ມສ )
- ມະຫາວິທະຍາໄລຈຳປາສັກ ( ມຈ )
- ມະຫາວິທະຍາໄລສະຫວັນນະເຂດ ( ມຂ )

ເຊິ່ງຈະເປີດຮັບສະຫມັກສົກຮຽນປີ 2025 ໄວໆນີ້🫶🏻❤️
ຊ່ອງທາງການຕິດຕາມຂໍ້ມູນຕ່າງໆແມ່ນ ຕິດຕາມທາງເຟສນີ້ເລີຍຍ Child's Dream Laos Network ຝາກໃຫ້ທຸກຄົນແຊ ເພື່ອໃຫ້ຫມູ່ເພື່ອນໄດ້ຮູ້ຂໍ້ມູນນີ້ເພີ່ມເຕີມແນ່ເດີ💕

#ທຶນການສຶກສາມູນນິທິເກື້ອຝັນເດັກ
's Dream Laos Network

ການເທທາງເຂົ້າ-ອອກຮ່ອມບ້ານແສນສີ ແລະ ໂຮງຮຽນມັດທະຍົມສົມບູນພູຄູນ ຮອດວັນທີ 14 ມີນາ (03) 2025 ແມ່ນໄດ້ຮັບຜົນສໍາເລັດ       ອໍານາ...
15/03/2025

ການເທທາງເຂົ້າ-ອອກຮ່ອມບ້ານແສນສີ ແລະ ໂຮງຮຽນມັດທະຍົມສົມບູນພູຄູນ ຮອດວັນທີ 14 ມີນາ (03) 2025 ແມ່ນໄດ້ຮັບຜົນສໍາເລັດ
ອໍານາດການປົກຄອງບ້ານແສນສີ, ສະມາຄົມພໍ່ແມ່ນັກຮຽນ, ໂຮງຮຽນມັດທະຍົມສົມບູນພູຄູນ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງຍິ່ງຕໍ່ກັບອົງການຈັດຕັ້ງພັກ-ລັດ, ຜູ້ປະກອບການ-ນັກທຸລະກິດ, ພໍ່ຄ້າຊາວຂາຍ, ອົງການຈັດຕັ້ງສາກົນ ພ້ອມດ້ວຍຜູ້ປົກຄອງນັກຮຽນທຸກພາກສ່ວນທີ່ໄດ້ໃຫ້ການອຸປະຖໍາຊ່ວຍເຫຼືອດ້ານເຮື່ອແຮງ ແລະ ຄຸນນະຊັບຂອງທ່ານເຂົ້າໃນການກໍ່ສ້າງ ( ເທເບຕົງ) ໃນຄັ້ງນີ້ຈົນໄດ້ຮັບຜົນສໍາເລັດ.
ຂໍໃຫ້ທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກໃນໜ້າທີ່ການງານ ທຸກປະການ. ສ່ວນບັນດາລາຍຊື່ຜູ້ປະກອບສ່ວນ ແລະ ງົບປະມານທາງຄະນະຮັບຜິດຊອບພວກເຮົາຈະຮີບເລັ່ງກວດກາຄວາມລະອຽດຄືນຈາກນັ້ນຈະໄດ້ອັບເດດ ສະເໜີການຍ້ອງຍໍ ໃຫ້ຕາມພາຍຫຼັງ.

ຫຼາຍພາກສ່ວນຍັງຄົງໃຫ້ການຊ່ວຍເຫຼືອໃນການປະກອບສ່ວນງົບປະມານເຂົ້າໃນການກໍ່ສ້າງເສັ້ນທາງເຂົ້າຮ່ອມບ້ານແສນສີ ແລະ ໂຮງຮຽນມັດທະຍົມສົມບ...
11/03/2025

ຫຼາຍພາກສ່ວນຍັງຄົງໃຫ້ການຊ່ວຍເຫຼືອໃນການປະກອບສ່ວນງົບປະມານເຂົ້າໃນການກໍ່ສ້າງເສັ້ນທາງເຂົ້າຮ່ອມບ້ານແສນສີ ແລະ ໂຮງຮຽນມັດທະຍົມສົມບູນພູຄູນ ມາຮອດ ປັດຈຸບັນ ວັນທີ 11 ມີນາ (03) 2025 ໄດ້ສໍາເລັດແລ້ວປະມານ 75 % ເຫຼືອພຽງ 25 % ແມ່ນຈະໄດ້ສືບຕໍ່ດຳເດີນໃຫ້ສໍາເລັດໃນມື້ວັນພະຫັດ ວັນທີ 13 ມີນາ (03) 2025 ນີ້. ເເຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍຍັງຄົງຂາດເຂີນທາງດ້ານງົບປະມານອີກຈໍານວນໜຶ່ງຈຶ່ງໄດ້ຂໍປະຊາສໍາພັນມາຍັງບັນດາທ່ານຜູ້ປະກອບການ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ສິດເກົ່າ, ບຸກຄົນ-ນິຕິບຸກຄົນ, ການຈັດຕັ້ງທຸກພາກສ່ວນ ເພື່ອສືບຕໍ່ໃຫ້ການຊ່ວຍເຫຼືອ ເຮັດໃຫ້ເສັ້ນທາງດັ່ງກ່າວມີຜົນສໍາເລັດ 100%. ເຊິ່ງທ່ານສາມາດຕິດຕໍ່ມາໄດ້ທາງເພສຂອງໂຮງຮຽນ ມ.ສ ພູຄູນ ຫຼື ເບີໂທລະສັບ 020 591 33 591

ພິທີປິດການຮຽນ-ການສອນ ການຫັດແອບວິຊາພື້ນຖານສຶກສາປ້ອງກັນຕົວ ປະຈໍາສົກຮຽນ 2024-2025      ການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອ...
28/02/2025

ພິທີປິດການຮຽນ-ການສອນ ການຫັດແອບວິຊາພື້ນຖານສຶກສາປ້ອງກັນຕົວ ປະຈໍາສົກຮຽນ 2024-2025
ການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ວິຊາພື້ນຖານສຶກສາປ້ອງກັນຕົວໃຫ້ແກ່ນ້ອງນັກຮຽນ ຊັ້ນ ມ.5 ມ.6 ແລະ ມ.7 ໃຫ້ແກ່ນ້ອງນັກຮຽນໂຮງຮຽນມັດທະຍົມສົມບູນພູຄູນ ປະຈໍາສົກຮຽນ 2024-2025 ໄດ້ເລີ່ມແຕ່ວັນທີ 24 - 28 ກຸມພາ (02) 2025 ລວມເປັນເວລາ 05 ວັນ ພາຍໃຕ້ການເຂົ້າຮ່ວມເປັນປະທານພິທີ ຂອງ ທ່ານ ສົມມະລີ ຄໍາເກັ່ງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງເມືອງພູຄູນ, ມີ ທ່ານ ພັນໂທ ທອງເພັດ ນິທະວົງ ຮອງຫົວໜ້າກອງບັນຊາການທະຫານເມືອງພູຄູນ ພ້ອມດ້ວຍຄູເຝິກທີ່ມາຈາກກອງບັນຊາການທະຫານເມືອງພູຄູນ, ຫ້ອງການສຶກສາທິການ ແລະ ກິລາເມືອງພູຄູນ ແລະ ຄູ-ອາຈານ, ນ້ອງນັກຮຽນ ເຂົ້າຮ່ວມ ທັງໝົດ ຈໍານວນ 220 ຄົນ, ຍິງ 85 ຄົນ, ຜ່ານການຫັດແອບໃນ 4 ໝວດ ຜົນການຮຽນຂອງນັກຮຽນຢູ່ໃນລະດັບ 99.99 ເປີເຊັນ ແລະ ມີນັກຮຽນທີ່ມີຜົນການຮຽນ ຮຽນດີ - ຮຽນເກັ່ງ ຈໍານວນ 33 ນ້ອງ ເທົ່າກັບ 15.56 ເປີເຊັນ. ກາງເທົ່າກັບ 84.43 ເປີເຊັນ ບັນລຸຕາມລະດັບເປົ້າໝາຍທີ່ວາງໄວ້.

ນ້ອງນັກຮຽນໂຮງຮຽນມັດທະຍົມສົມບູນພູຄູນໄດ້ໃຫ້ການບໍລິຈາກເລືອດປະຈໍາສົກຮຽນ 2024-2025                ໃນຕອນເຊົ້າຂອງມື້ວັນພະຫັດ ວັ...
20/02/2025

ນ້ອງນັກຮຽນໂຮງຮຽນມັດທະຍົມສົມບູນພູຄູນໄດ້ໃຫ້ການບໍລິຈາກເລືອດປະຈໍາສົກຮຽນ 2024-2025
ໃນຕອນເຊົ້າຂອງມື້ວັນພະຫັດ ວັນທີ 20 ກຸມພາ (02) 2025 ໂຮງຮຽນມັດທະຍົມສົມບູນພູຄູນໄດ້ຮັບຟັງການເຜີຍແຜ່ກ່ຽກັບວຽກງານການບໍລິຈາກເລືອດ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງ ແຂວງຫຼວງພະບາງ, ທ່ານ ນາງ ຄໍາບາງ ພົມມາວັນ ຮອງຜູ້ອໍານວຍການໂຮງຮຽນ, ທ່ານ ໄຊສະໝອນ ທະນາວັນ ພ້ອມດ້ວຍທີມງານແພດໝໍທີ່ມາຈາກອົງການກາແດງແຂວງ, ໂຮງໝໍເມືອງພູຄູນ ແລະ ຄູ-ອາຈານ, ນ້ອງນັກຮຽນ ຊັ້ນ ມ.5, ມ.6. ມ.7 ເຂົ້າຮ່ວມຈໍານວນ 247 ຄົນ, ຍິງ 95 ຄົນ ເຊິ່ງມີນ້ອງນັກຮຽນທີ່ຜ່ານເງື່ອນໄຂມາດຖານໃຫ້ການບໍລິຈາກເລືອດທັງໝົດຈໍານວນ
23 ນ້ອງ, ຍິງ 09 ນ້ອງ. ການບໍລິຈາກເລືອດໃນຄັ້ງນີ້ກໍແມ່ນເພື່ອເປັນການຊ່ວຍເຫຼືອນໍ້າໃຈມະນຸດສະທໍາໃນສັງຄົມ ແລະ ຮັບປະກັນໃຫ້ເລືອດໄດ້ນໍາໃຊ້ໃນກໍລະນີສຸກເສີນ

ໂຮງຮຽນມັດທະຍົມສົມບູນພູຄູນ ຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ກັບໂຄງການ ADRF, ມູລະນິທິຮ່ວມໃຈທໍາ , ອາສາສະໝັກໂບລໍາ ທີ່ໄດ້ໃຫ້ການ...
24/12/2024

ໂຮງຮຽນມັດທະຍົມສົມບູນພູຄູນ ຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ກັບໂຄງການ ADRF, ມູລະນິທິຮ່ວມໃຈທໍາ , ອາສາສະໝັກໂບລໍາ ທີ່ໄດ້ໃຫ້ການຊ່ວຍເຫຼືອເຄື່ອງກັນໜາວ ( ຜ້າຫົ່ມ, ຖົງຕີນ-ຖົງມື, ມຸ້ງ, ໝອນ ) ໃຫ້ແກ່ຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນທີ່ຢູ່ກຸ່ມເປົ້າໝາຍທຶນຊ່ວຍເຫຼືອຂອງໂຄງການ ແລະ ນ້ອງນັກຮຽນທີ່ອາໄສໃນຫໍພັກຈໍານວນ 130 ຄົນ ໃນຄັ້ງວັນທີ 13 ທັນວາ (12) 2024 ລວມມູນຄ່າ 34.000.000 (ສາມສິບສີ່ລ້ານກີບ)

ເລີ່ມຈັດຕັ້ງປະຕິບັດໂຄງການສ້ອມແປງທາງເຂົ້າ-ອອກທາງຮ່ອມບ້ານແສນສີ ຫາ ໂຮງຮຽນມັດທະຍົມສົມບູນພູຄູນ ຄັ້ງວັນທີ 21 ທັນວາ (12) 2024  ...
21/12/2024

ເລີ່ມຈັດຕັ້ງປະຕິບັດໂຄງການສ້ອມແປງທາງເຂົ້າ-ອອກທາງຮ່ອມບ້ານແສນສີ ຫາ ໂຮງຮຽນມັດທະຍົມສົມບູນພູຄູນ ຄັ້ງວັນທີ 21 ທັນວາ (12) 2024
ໂຄງການ ການສ້ອມແປງທາງເຂົ້າ-ອອກຮ່ອມບ້ານແສນສີ ຫາ ໂຮງຮຽນມັດທະຍົມສົມບູນພູຄູນ ເປັນວຽກຈຸດສຸມໜຶ່ງ ເພື່ອສ້າງເງື່ອນໄຂອໍານວຍຕາມສະດວກໃຫ້ແກ່ການສັນຈອນໄປໃນມາເວລາສິດສອນ, ຮໍ່າຮຽນຂອງຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນ ກໍຄືພໍ່-ແມ່ປະຊາຊົນໃນການທໍາການຜະລິດ. ໂຄງການດັ່ງກ່າວມີໄລຍະທາງປະມານ 550 ແມັດ ເຊິ່ງເປັນການປຸກລະດົມ ຈາກບັນດາພາກລັດ, ສະມາຄົມພໍ່-ແມ່ນັກຮຽນ (ແຕ່ລະບ້ານອ້ອມຂ້າງ) ຕະຫຼອດຮອດຜູ້ປົກຄອງນັກຮຽນ, ນັກທຸລະກິດ ເປັນຜູ້ໃຫ້ທຶນສະໜັບສະໜູນຊ່ວຍເຫຼືອ.
ລາຍລະອຽດເພີ່ມເຕີມ ຈະໄດ້ອັບເດດ ໃນໄລຍະຕໍ່ໄປ ແລະ ທ່ານ ຍັງສາມາດສອບຖາມຂໍ້ມູນຂ່າວສານ. ສົມທົບທຶນໃນການສ້ອມແປງເສັ້ນທາງຄັ້ງນີ້ໄດ້ທາງເພສຂອງໂຮງຮຽນ.

ສໍາເລັດການຈັດການຮຽນ-ການສອນ ວິຊາພື້ນຖານປ້ອງກັນຕົວໃຫ້ກັບນ້ອງນັກຮຽນ ຊັ້ນ ມ.7 ສົກຮຽນ 2023-2024       ພິທີເປີດການຮຽນ-ການສອນວິ...
07/06/2024

ສໍາເລັດການຈັດການຮຽນ-ການສອນ ວິຊາພື້ນຖານປ້ອງກັນຕົວໃຫ້ກັບນ້ອງນັກຮຽນ ຊັ້ນ ມ.7 ສົກຮຽນ 2023-2024
ພິທີເປີດການຮຽນ-ການສອນວິຊາສຶກສາປ້ອງກັນຕົວໃຫ້ກັບນ້ອງນັກຮຽນ ຊັ້ນ ມ.7 ສົກຮຽນ 2023-2024 ດຳເນີນໄປໃນໄລຍະ 03 ວັນ ຄື ລະຫວ່າງວັນທີ 03-05 ມິຖຸນາ (06) ປີ 2024 ພາຍໃຕ້ການເຂົ້າຮ່ວມເປັນປະທານ ເປີດຂອງ ທ່ານ ປທ ເພັດສະໝອນ ວົງສາປະເສີດ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ພູຄູນ, ມີບັນດາທ່ານມາຈາກຫ້ອງການສຶກສາທິການ ແລະ ກິລາເມືອງພູຄູນ, ກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ຄະນະອໍານວຍການ, ຄູ-ອາຈານ ເຂົ້າຮ່ວມທັງໝົດ 55 ທ່ານ, ຍິງ 25 ຄົນ. ການຮຽນ-ການສອນໃນຄັ້ງນີ້ໄດ້ດຳເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ.

ໂຮງຮຽນມັດທະຍົມສົມບູນພູຄູນ ຈັດພິທີມອບຂອງຂວັນລາງວັນນັກຮຽນເກັ່ງ,  ປູກຕົ້ນໄມ້ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ...
07/06/2024

ໂຮງຮຽນມັດທະຍົມສົມບູນພູຄູນ ຈັດພິທີມອບຂອງຂວັນລາງວັນນັກຮຽນເກັ່ງ, ປູກຕົ້ນໄມ້ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ
.......
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງມື້ວັນຈັນ ວັນທີ 03 ມິຖຸນາ (06) ປີ 2024 ໂດຍມີຄະນະອໍານວຍການ, ຄູ-ອາຈານ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ ທັງໝົດ 357 ຄົນ, ຍິງ 163 ຄົນ. ໃນພິທີໄດ້ຮັບຟັງບົດສະຫຼຸບຜົນການສອບເສັງຫ້ອງເລື່ອນຊັ້ນ ມ.1 ມ.2 ມ.3 ມ.5 ມ.6 ຈາກນັ້ນ, ໄດ້ມອບຂອງຂວັນລາງວັນປະເພດທີ 1 ແລະ ປະເພດທີ 2 ໃຫ້ກັບນັກຮຽນເກັ່ງຊັ້ນ ມ.1-ມ.7 ຖືເອົາໂອກາດນີ້ຮ່ວມກັນປູກຕົ້ນໄມ້ ຈໍານວນ 115 ຕົ້ນພາຍໃນຂອບເຂດບໍລິເວນໂຮງຮຽນ ເຊິ່ງ ໄດ້ຮັບການແຈກຢາຍ ຊ່ວຍເຫຼືອຕົ້ນໄມ້ ປະເພດ ສົ້ມຝາດ, ໄມ້ດູ່ລາຍ, ຕົ້ນດອກຄູນ, ຕົ້ນຝາງແດງ... ຈໍານວນ 65 ຕົ້ນຈາກຫ້ອງການກະສິກຳເມືອງພູຄູນນໍາອີກ.

Address

ບ້ານແສນສີ
Luang Prabang

Website

Alerts

Be the first to know and let us send you an email when ໂຮງຮຽນ ມ.ສ ພູຄູນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category