ສະມາຄົມການສຶກສາເອກະຊົນ

ສະມາຄົມການສຶກສາເອກະຊົນ Contact information, map and directions, contact form, opening hours, services, ratings, photos, videos and announcements from ສະມາຄົມການສຶກສາເອກະຊົນ, Education, Vientiane Capital, Lao PDR.

ສະມາຄົມການສຶກສາພາກເອກະຊົນເຂົ້າວາງພວງມາລາແມ່ຕູ້ ຄຳສິງ ວົງຄຳສອນ.        ................................................…....
20/09/2026

ສະມາຄົມການສຶກສາພາກເອກະຊົນເຂົ້າວາງພວງມາລາແມ່ຕູ້ ຄຳສິງ ວົງຄຳສອນ.
................................................…......................
ໃນຕອນບ່າຍຂອງວັນທີ 20 ກັນຍາ 2026 ສະມາຄົມການສຶກສາພາກເອກະຊົນ ເຊິ່ງນຳພາໂດຍ ທ່ານ ບຸນຕີ ສິດທິນົນທອງ ຮອງປະທານສະມາຄົມການສຶກສາພາກເອກະຊົນ ພ້ອມດ້ວຍຄະນະໄດ້ຕ່າງໜ້າສະມາຊິກເຂົ້າວາງພວງມາລາ ແມ່ຕູ້ ຄຳສິງ ວົງຄຳສອນ ເພື່ອສະແດງຄວາມເສົ້າເສຍໃຈ ແລະ ແບ່ງເບົາຄວາມທຸກໂສກທີ່ໄດ້ສູນເສຍແມ່ຜູ້ທີ່ເຄົາລົບຂອງຄອບຄົວ ວົງຄຳສອນ ທີ່ບໍ່ມີວັນຫວນກັບຄືນມາໄດ້ ຂໍໃຫ້ດວງວິນຍານຂອງແມ່ຕູ້ ຄຳສິງ ວົງຄຳສອນ ຈົ່ງໄປສູ່ສຸຂະຕິດ້ວຍເຖີ້ນ🙏🏻
#ສະມາຄົມການສຶກສາພາກເອກະຊົນ
#ກະຊວງສຶກສາທິການແລະກິລາ

 #ສະມາຄົມການສຶກສາພາກເອກະຊົນຈັດກິດຈະກຳເຕະບານກະຊັບມິດກັບກະຊວງສຶກສາທິການແລະກິລາ...............................................
19/09/2026

#ສະມາຄົມການສຶກສາພາກເອກະຊົນຈັດກິດຈະກຳເຕະບານກະຊັບມິດກັບກະຊວງສຶກສາທິການແລະກິລາ...................................................
ໃນຕອນແລງຂອງວັນທີ 18/9/2026 ທີມກິລາບານເຕະສະມາຄົມການສຶກສາພາກເອກະຊົນ ກະຊັບມິດກັບ ທີມກິລາບານເຕະກະຊວງສຶກສາທິການ ແລະ ກິລາ ເນື່ອງໃນໂອກາດສະເຫລີມສະຫລອງ ແລະ ຕ້ອນຮັບວັນຄູແຫ່ງຊາດ ຄົບຮອບ 32 ປີ.
#ແລະຖືໂອກາດນີ້ຂໍຂອບໃຈມາຍັງທຸກພາກສ່ວນທີ່ໃຫ້ການສະໜັບສະໜູນໃນການເຄື່ອນໄຫວກິດຈະກຳຄັ້ງນີ້ #ຂອບໃຈ🙏🏻
#ສະມາຄົມການສຶກສາພາກເອກະຊົນ
#ກະຊວງສຶກສາທິການແລະກິລາ

ສະມາຄົມການສຶກສາພາກເອກະຊົນ ໄດ້ຈັດພິທີປິດຝຶກອົບຮົມຍົກລະດັບຂີດຄວາມສາມາດ ຄູສອນທີ່ບໍ່ຖືກຊັ້ນຖືກສາຍ ແລະ ຄູສອນທີຍັງບໍ່ຜ່ານວິຊາຄ...
24/08/2026

ສະມາຄົມການສຶກສາພາກເອກະຊົນ ໄດ້ຈັດພິທີປິດຝຶກອົບຮົມຍົກລະດັບຂີດຄວາມສາມາດ ຄູສອນທີ່ບໍ່ຖືກຊັ້ນຖືກສາຍ ແລະ ຄູສອນທີຍັງບໍ່ຜ່ານວິຊາຄູ ໃນສາຍອະນຸບານ ແລະ ປະຖົມສຶກສາ
_==≠===============
ໃນຕອນບ່າຍ ຂອງ ວັນທີ 23 ສິງຫາ 2026 ທີ່ຫ້ອງປະຊຸມຊັ້ນ 5 ຂອງໂຮງຮຽນ ຄິມເບີ ໄດ້ຈັດພິທີປິດການຝຶກອົບຮົມຍົກລະດັບຂີດຄວາມສາມາດດ້ານການສອນ ສຳລັບຄູສອນທີ່ຍັງບໍ່ທັນຖືກຊັ້ນ-ຖືກສາຍ ແລະ ຄູສອນທີ່ຍັງບໍ່ທັນໄດ້ຜ່ານການຮຽນວິຊາຄູ ໃນຫຼັກສູດສ້າງຄູອະນຸບານສຶກສາ ແລະ ສ້າງຄູປະຖົມສຶກສາຢ່າງເປັນທາງການ. ໃນນັ້ນມີບັນດາທ່ານຄູຝຶກຈາກວິທະຍາໄລຄູ ດົງຄຳຊ້າງ ຈຳນວນ 23 ທ່ານ ເປັນຍິງ17ທ່ານ ແລະ ຜູ້ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ມີທັງ ສາຍສ້າງຄູ ອະນຸບານ ຈຳນວນ 120 ທ່ານ/ຍິງ 118 ທ່ານ, ສາຍສ້າງຄູປະຖົມສຶກສາ ຈຳນວນ 64 ທ່ານ/ຍິງ 56ທ່ານ. ໃຊ້ເວລາການຝຶກອົບຮົມທັງໝົດ 4 ອາທິດ ເປັນ 120 ຊົ່ວໂມງ.

ພິທີດັ່ງກ່າວໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປອ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ, ມີ ທ່ານ ສີພອນ ວັນນະລາດ ຜູ້ອຳນວຍການວິທະຍາໄລຄູ ດົງຄຳຊ້າງ ເປັນປະທານ ຮ່ວມ ແລະ ທ່ານ ບຸນຕີ ສິດທິນົນທອງ ຮອງປະທານສະມາຄົມການສຶກສາພາກເອກະຊົນ ໂດຍມີບັນດາທ່ານຜູ້ອຳນວຍການ, ຮອງຜູ້ອຳນວຍການ, ຄູ-ອາຈານ, ຄູຝຶກ ແລະ ນັກຝຶກອົບຮົມ ເຊິ່ງເປັນຄູ ຈາກໂຮງຮຽນອະນຸບານ ແລະ ປະຖົມສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດພິທີປິດຝຶກອົບຮົມໃນຄັ້ງນີ້ ກໍໄດ້ມີການຜ່ານບົດສະຫຼຸບຜົນສຳເລັດໃນການຈັດຕັ້ງປະຕິດບັດ ວຽກງານການຝຶກອົບຮົມຄັ້ງນີ້ ແລະ ມອບໃບ ຢັ້ງຢືນ ໃຫ້ແກ່ບັນດາທ່ານ ຄູຝຶກ ແລະ ນັກຝຶກອົບຮົມ ຢ່າງເປັນຂະບວນການ ເຊິ່ງມີຈຸດປະສົງຕົ້ນຕໍກໍເພື່ອພັດທະນາ ແລະ ຍົກລະດັບຂີດຄວາມສາມາດໃຫ້ແກ່ຄູສອນທີ່ບໍ່ຖືກຊັ້ນຖືກສາຍ ໃຫ້ມີຄຸນນະພາບໃນການສອນ ເນັ້ນໃສ່ການສ້າງ ແລະ ປັບປຸງທັກສະ, ເຕັກນິກວິທີການສອນ, ພ້ອມທັງເຕັກນິກການຄຸ້ມຄອງຫ້ອງຮຽນ ໃຫ້ກັບຄູ ທີ່ປະຕິບັດໜ້າທີ່ສອນບໍ່ຖືກຕາມສາຍວິຊາທີ່ຮຽນມາ ແລະ ຄູທີ່ຍັງບໍ່ທັນໄດ້ຜ່ານການຮຽນວິຊາຄູ ໃຫ້ມີຄວາມຮູ້-ຄວາມສາມາດ, ທັກສະດ້ານຈິດຕະວິທະຍາ ແລະ ເຕັກນິກການສອນທີ່ຖືກຕ້ອງຕາມຫຼັກສູດສ້າງຄູອະນຸບານ ແລະ ປະຖົມສຶກສາທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ.
ໃນພິທີດັ່ງກາວ, ທ່ານ ປອ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ໄດ້ມີຄຳເຫັນໂອ້ລົມ ຕໍ່ບັນດານັກຝຶກອົບຮົມດັ່ງນີ້:
1) ໃຫ້ບັນດານັກຝຶກອົບຮົມຮັກສາກຽດແລະສັກສີຂອງຄວາມເປັນຄູແລະຍົດສະຖານະຄູທຸກຄົນໃຫ້ກ່າວສູສາກົນ.
2).ໃຫ້ຄູທຸກຄົນຍົກລະດັບຂີດຄວາມສາມາດ ໃນການຝຶກອົບຮົມເພື່ອໃນໃຊ້ຄວາມສາມາດໃນການຈັດກິດຈະກຳການຮຽນ-ການສອນ ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມການຝຶກອົບຮົມທຸກທ່ານ ຈົ່ງເອົາໃຈໃສ່ຕິດຕາມ, ເກັບກ່ຽວເອົາຄວາມຮູ້, ບົດຮຽນ ແລະ ທັກສະໃໝ່ໆ ຈາກການຖ່າຍທອດຂອງວິທະຍາກອນຢ່າງເຕັມຮູບແບບ ຖືຫຼັກການວິທະຍາສາດ ເພື່ອນຳໄປປັບໃຊ້ເຂົ້າໃນການສອນຕົວຈິງຢູ່ຕາມໂຮງຮຽນຂອງຕົນ ໃຫ້ມີປະສິດທິພາບ ແລະ ເກີດປະໂຫຍດສູງສຸດ.
ໃນທ້າຍຂອງພິທີ ທ່ານ ບຸນຕີ ສິດທິນົນທອງ ຮອງປະທານສະມາຄົມການສຶກສາພາກເອກະຊົນ ກໍໄດ້ກ່າວຮັບຄຳໂອ້ລົມຂອງທ່ານປະທານ ແລະ ໄດ້ກ່າວຄຳຂອບໃຈພ້ອມຮັບເອົາເນື້ອໃນຕ່າງຄຳໄປຈັດຕັ້ງປະຕິບັດໃຫ້ແກ່ບັນດາທ່ານຄູທີ່ມາຝຶກອົບຮົມໃຫ້ມັນເກີດດອກອອກຜົນ ແລະ ພ້ອມທີ່ຈະຜັນຂະຫຍາຍເນື້ອໃນບົດຮຽນຄຳຄິດເຫັນໃຫ້ແກ່ບັນດາທ່ານຄູສອນທີ່ຍັງບໍ່ທັນໄດ້ຜ່ານວິຊາຊີບຕໍ່ໃນຄັ້ງຕໍ່ໄປ.
#ສະມາຄົມການສຶກສາພາກເອກະຊົນ
ຮູບພາບເພີ່ມເຕີ່ມໄດ້ທີ່👇🏻👇🏻

https://drive.google.com/drive/folders/1FwJBud-0_pnAY2F8nZZBGwC0Ky0RrFJT?usp=sharing

ໃນວັນທີ 11 ສິງຫາ 2026 ຜ່ານມາ ທີ່ ຫໍປະຊຸມແຫ່ງຊາດ, ສະມາຄົມການສຶກສາພາກເອກະຊົນ,  ນໍາໂດຍ ທ່ານ ປອ ຄຳແສນ ສີສະວົງ ສະມາຊິກສະພາແຫ່...
14/08/2026

ໃນວັນທີ 11 ສິງຫາ 2026 ຜ່ານມາ ທີ່ ຫໍປະຊຸມແຫ່ງຊາດ, ສະມາຄົມການສຶກສາພາກເອກະຊົນ, ນໍາໂດຍ ທ່ານ ປອ ຄຳແສນ ສີສະວົງ ສະມາຊິກສະພາແຫ່ງຊາດ, ປະທານສະມາຄົມການສຶກສາພາກເອກະຊົນ ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມະລາ ແລະ ໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ
#ສະມາຄົມການສຶກສາພາກເອກະຊົນ
#ກະຊວງສຶກສາທິການແລະກິລາ

ສະມາຄົມການສຶກສາພາກເອກະຊົນ ເປີດຊຸດຝຶກອົບຮົມຍົກລະດັບຂີດຄວາມສາມາດດ້ານການສອນຂອງຄູ ປະຈຳປີ 2026.-------+--------..........----...
02/08/2026

ສະມາຄົມການສຶກສາພາກເອກະຊົນ ເປີດຊຸດຝຶກອົບຮົມຍົກລະດັບຂີດຄວາມສາມາດດ້ານການສອນຂອງຄູ ປະຈຳປີ 2026.
-------+--------..........----------+------
ໃນວັນທີ 1 ສິງຫາ 2026, ສະມາຄົມການສຶກສາພາກເອກະຊົນ ຮ່ວມກັບ ວິທະຍາໄລດົງຄຳຊ້າງໄດ້ຈັດພິທີເປີດການຝຶກອົບຮົມຍົກລະດັບຂີດຄວາມສາມາດດ້ານການສອນຂອງຄູ ທີ່ຍັງບໍ່ຖືກຊັ້ນບໍ່ຖືກສາຍ ແລະ ຄູສອນທີ່ຍັງບໍ່ທັນໄດ້ຜ່ານວິຊາຄູ ໃນຫຼັກສູດສ້າງຄູອະນຸບານ ແລະ ປະຖົມສຶກສາ ພາກເອກະຊົນ ຂຶ້ນຢ່າງເປັນທາງການ ຢູ່ທີ່ ໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມຄິມເບີ.
ພິທີດັ່ງກ່າວໄດ້ຈັດຂຶ້ນໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ. ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ, ທ່ານ ສີພອນ ວັນນະລາດ ຜູ້ອຳນວຍການວິທະຍາໄລຄູ ດົງຄຳຊ້າງ ແລະ ທ່ານ ບຸນຕີ ສິດທິນົນທອງ ຮອງປະທານສະມາຄົມການສຶກສາພາກເອກະຊົນ
ມີບັນດາຜູ້ອຳນວຍການ,ຄູ-ອາຈານ,ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້ ຈຳນວນ 180 ທ່ານ, ໃນນີ້ລວມມີສະມາຊິກຕ່າງແຂວງເຂົ້າຮ່ວມມີ: ແຂວງອຸດົມໄຊ,ແຂວງວຽງຈັນ,ແຂວງບໍລິຄຳໄຊ ແລະ ແຂວງຊຽງຂວາງ ຈຸດປະສົງເພື່ອເພີ້ມພູນຄວາມຮູ້, ທັກສະ, ແລະ ເຕັກນິກການຮຽນ-ການສອນ ໃຫ້ແກ່ຄູສອນໃນຊັ້ນອະນຸບານ ແລະ ປະຖົມສຶກສາ ຂອງໂຮງຮຽນພາກເອກະຊົນ ໃຫ້ມີຄວາມຖືກຕ້ອງຕາມຫຼັກສູດ ແລະ ວິຊາຊີບຄູ, ເພື່ອແນໃສ່ຍົກລະດັບຄຸນນະພາບການສຶກສາໃນພາກເອກະຊົນໃຫ້ມີຄວາມເຂັ້ມແຂງ ແລະ ໄດ້ມາດຕະຖານຍິ່ງຂຶ້ນ.
ຊຸດຝຶກອົບຮົມດັ່ງກ່າວ ຈະໄດ້ດຳເນີນໄປຕັ້ງແຕ່ວັນທີ 1 ຫາ 30 ສິງຫາ 2026, ໂດຍຈະມີການແລກປ່ຽນບົດຮຽນ ແລະ ທົດລອງປະຕິບັດຕົວຈິງຕະຫຼອດໄລຍະການຮຽນ-ການສອນ.
#ສະມາຄົມການສຶກສາພາເອກະຊົນ
#ກະຊວງສຶກສາທິການແລະກິລາ

 #ສະບາຍດີທຸກທ່ານໂອກາດດີມາຮອດແລ້ວ😊……………"""……………      ສະມາຄົມການສຶກສາພາກເອກະຊົນຈັດຝຶກອົບຮົມເພື່ອຍົກລະດັບຂີດຄວາມສາມາດດ້ານກາ...
23/07/2026

#ສະບາຍດີທຸກທ່ານໂອກາດດີມາຮອດແລ້ວ😊
……………"""……………
ສະມາຄົມການສຶກສາພາກເອກະຊົນຈັດຝຶກອົບຮົມເພື່ອຍົກລະດັບຂີດຄວາມສາມາດດ້ານການສອນຂອງຄູທີ່ຍັງບໍ່ຖືກຊັ້ນບໍ່ຖືກສາຍ ແລະ ຄູທີ່ຍັງບໍ່ໄດ້ຜ່ານວິຊາຊີບຄູໃນຫຼັກສູດສ້າງຄູອະນຸບານ ແລະ ຄູປະຖົມ ທ່ານໃດ ຫລື ບຸກຄົນໃດ, ໂຮງຮຽນໃດສົນໃຈສາມາດປະສານງານມາໄດ້ເດີ ເຈົ້າ😊ລາຍລະອຽດຕາມໜັງສືແຈ້ງການລຸ່ມນີ້.👇🏻👇🏻👇🏻👇🏻
ສະມາຄົມການສຶກສາເອກະຊົນ
#ກະຊວງສຶກສາທິການແລະກິລາ

ສະມາຄົມການສຶກສາພາກເອກະຊົນ ໄດ້ຮັບການອຸປະຖຳນ້ຳດື່ມ.             …................===......................     ໃນຕອນເຊົ້າຂ...
27/05/2026

ສະມາຄົມການສຶກສາພາກເອກະຊົນ ໄດ້ຮັບການອຸປະຖຳນ້ຳດື່ມ.
…................===......................
ໃນຕອນເຊົ້າຂອງວັນທີ 25 ພຶດສະພາ 2026 ສະມາຄົມການສຶກສາພາກເອກະຊົນ ໄດ້ຮັບການອຸປະຖຳນ້ຳດື່ມຈາກໂຮງຮຽນອະນຸບານ ແລະ ປະຖົມ ມາເຕົ້າ ເມືອງສີໂຄດຕະບອງ ຄຳນວນ 480 ຕຸກ (20 ແພັກ) ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານກິດຈະກຳຂອງສະມາຄົມການສຶກສາພາກເອກະຊົນ ເຊິ່ງມອບໂດຍ ທ່ານ ຮອງຜູ້ອຳນວນການ ໂຮງຮຽນ ມາເຕົ້າ ແລະ ຮັບໂດຍ ທ່ານ ບຸນຕີ ສິດທິນົນທອງ ຮອງປະທານ ສກອ ຢູ່ທີ່ຫ້ອງການ ສກອ ກະຊວງສຶກສາທິການ ແລະ ກີລາ.
#ສະມາຄົມການສຶກສາພາກເອກະຊົນ
#ຕັ້ງຢູ່ກະຊວງສຶກສາທິການແລະກິລາ

ສະຫະພັນກຳມະບານການສຶກສາພາກເອກະຊົນໄດ້ຈັດພິທີປາຖະກະຖາມູນເຊື້ອວັນກຳມະກອນຄົບຮອບ140ປີແລະສົ່ງເສີມຄວາມຮູ້ປະກັນສັງຄົມໃຫ້ກັບໄວຫນຸ່...
19/05/2026

ສະຫະພັນກຳມະບານການສຶກສາພາກເອກະຊົນໄດ້ຈັດພິທີປາຖະກະຖາມູນເຊື້ອວັນກຳມະກອນຄົບຮອບ140ປີແລະສົ່ງເສີມຄວາມຮູ້ປະກັນສັງຄົມໃຫ້ກັບໄວຫນຸ່ມໃນອາທິດຜ່ານມາ ເປັນກຽດໃນການປາຖະກະຖາຄັ້ງນີ້ໂດຍ ທ່ານ ພູວຽງ ລານມີໄຊ ຮອງປະທານຄະນະບໍລິຫານງານສະຫະພັນກຳມະການກະຊວງສຶກສາທິການແລະກິລາ ຈັດຂຶ້ນທີ່ວິທະຍາໄລລາວທ໊ອບ ໂດຍມີຮາກຖານອ້ອມຂ້າງເຂົ້າຮ່ວມ #ກຳມະບານ #ສກອ #ກະຊວງສຶກສາທິການແລະກິລາ

ຊົມເຊີຍວັນກຳມະກອນສາກົນ ຄົບຮອບ 140 ປີ🎉🎉
01/05/2026

ຊົມເຊີຍວັນກຳມະກອນສາກົນ ຄົບຮອບ 140 ປີ🎉🎉

ກອງປະຊຸມຝຶກອົບຮົມການສ້າງຂີດຄວາມສາມາດດ້ານພາວະຜູ້ນຳ ແລະ ການຄຸ້ມຄອງການສຶກສາຂັ້ນພື້ນຖານ.++++++++++++++++++++++++++++++      ...
25/04/2026

ກອງປະຊຸມຝຶກອົບຮົມການສ້າງຂີດຄວາມສາມາດດ້ານພາວະຜູ້ນຳ ແລະ ການຄຸ້ມຄອງການສຶກສາຂັ້ນພື້ນຖານ.
++++++++++++++++++++++++++++++
ໃນວັນທີ 20 ເມສາ 2026 ສະຖາບັນພັດທະນາການບໍລິຫານການສຶກສາ (ສພບ) ໄດ້ຈັດກອງປະຊຸມຝຶກອົບຮົມ ເພື່ອຍົກລະດັບຂີດຄວາມສາມາດດ້ານພາສະຜູ້ນຳ ແລະ ການຄຸ້ມຄອງການສຶກສາພື້ນຖານຢ່າງເປັນທາງການ, ເພື່ອແນໃສ່ເພີ່ມທະວີທັກສະການບໍລິຫານໃຫ້ແກ່ບຸກຄະລາກອນທາງການສຶກສາ ໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ.
ກອງປະຊຸມໃນຄັ້ງນີ້ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ. ລຳພູນ ຫລວງໄຊ, ຜູ້ອຳນວຍການສະຖາບັນພັດທະນາການບໍລິຫານການສຶກສາ ແລະ ທ່ານ ນາງ Le Thi Thuy Duong, ຜູ້ອຳນວຍການສູນ SEAMEO RETRAC. ການຮ່ວມມືລະຫວ່າງສອງສະຖາບັນໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການພັດທະນາຄຸນນະພາບການສຶກສາໃນລະດັບພາກພື້ນ.
ກອງປະຊຸມໄດ້ສຸມໃສ່ການແລກປ່ຽນບົດຮຽນ ແລະ ເຕັກນິກການຄຸ້ມຄອງທີ່ສຳຄັນ, ລວມມີ:
1. Human Resources Management in Education
2. Leading Change in Education
3. Staff Professional Development in Education
4. Assesment of Student Learning in Education
ໃນກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 38 ທ່ານ, ຊຶ່ງປະກອບມີຄພະນັກງານ ສພບ, ຜູ້ບໍລິຫານການສຶກສາພາກເອກະຊົນ ແລະ ວິຊາການທີ່ກ່ຽວຂ້ອງ ທີ່ໄດ້ພ້ອມກັນສົນທະນາ ແລະ ຖອດຖອນບົດຮຽນຕົວຈິງ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານການສຶກສາໃຫ້ເກີດປະສິດທິຜົນສູງສຸດ.
#ສະມາຄົມການສຶກສາພາກເອກະຊົນ

Address

Vientiane Capital
Lao Pdr

Website

Alerts

Be the first to know and let us send you an email when ສະມາຄົມການສຶກສາເອກະຊົນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category