ໂຮງຮຽນຮວງເຂົ້າ HouangKhao School

ໂຮງຮຽນຮວງເຂົ້າ HouangKhao School ໂຮງຮຽນລ້ຽງເດັກ ​& ອະນຸບານ & ປະຖົມຮວງເຂົ້າ
Houang Khao Nursery & Kindergarten & Primary School

ພາຍໃນເດືອນກັນຍານີ້ໂຮງຮຽນຮວງເຂົ້າໄດ້ໃຫ້ການຕ້ອນຮັບບັນດາຄະນະຮັບຜິດຊອບຈາກຫ້ອງການສຶກສາເມືອງຈັນທະບູລີ ທີ່ໄດ້ລົງມາຢ້ຽມຢາມຕິດຕາມ...
28/09/2026

ພາຍໃນເດືອນກັນຍານີ້ໂຮງຮຽນຮວງເຂົ້າໄດ້ໃຫ້ການຕ້ອນຮັບບັນດາຄະນະຮັບຜິດຊອບຈາກຫ້ອງການສຶກສາເມືອງຈັນທະບູລີ ທີ່ໄດ້ລົງມາຢ້ຽມຢາມຕິດຕາມ ແລະ ໃຫ້ທິດຊີ້ນຳແນວທາງຕ່າງໆເນື່ອງໃນໂອກາດໄຂສົກຮຽນໃໝ່ 2026 - 2027 ເພື່ອພັກດັນສົ່ງເສີມການຮຽນການສອນຂອງໂຮງຮຽນໃຫ້ມີປະສິດທິພາບຍິ່ງຂຶ້ນເລື້ອຍໆ.

ນອກຈາກນັ້ນກໍຍັງໄດ້ຕ້ອນຮັບທ່ານ Mayuri ພະນັກງານຈາກສະຖານທູດຍີ່ປຸ່ນປະຈຳລາວກໍໄດ້ມາຢ້ຽມຢາມໂຮງຮຽນຂອງພວກເຮົາອີກດ້ວຍ.

📢 WE ARE HIRING — KINDERGARTEN TEACHERHouang Khao School | Vientiane, LaosHouang Khao School is seeking a qualified and ...
23/09/2026

📢 WE ARE HIRING — KINDERGARTEN TEACHER

Houang Khao School | Vientiane, Laos

Houang Khao School is seeking a qualified and enthusiastic foreign Kindergarten Teacher to join our team.

👩‍🏫 Position

Kindergarten Teacher

✅ Requirements

* Foreign applicant with fluent English
* ECCD, TESOL, TEFL, or TKT qualification
* Previous experience teaching Nursery and Kindergarten students
* Passionate about working with young children
* Patient, responsible, caring, and enthusiastic
* Good classroom management and communication skills
* Basic Lao language ability is preferred to support communication with young learners and the local school community

🕐 Working Hours

Monday–Friday
7:30 AM–5:00 PM

📄 Contract

1-year employment contract

🛂 Visa & Work Permit

Work permit and visa support provided

📍 Location

Houang Khao School, Houayhong village, Chanthabouly District Vientiane capital, Laos

https://goo.gl/maps/kPHbp71SvTZzAWiMA

📩 How to Apply

Interested candidates are invited to submit their CV and relevant teaching certificates.

📞 Contact: 020 22418450 (WhatsApp), 20 54 991115 (WhatsApp)

We are looking for a caring and dedicated teacher who enjoys creating a positive, engaging, and supportive learning environment for young children. 🌱📚

Join our team and help young learners grow, learn, and thrive!

🎹🎻ສຽງດົນຕີບໍ່ວ່າຈະບັນເລງຜ່ານເຄື່ອງດົນດີປະເພດໃດກໍລ້ວນແຕ່ສົ່ງສຽງຄວາມມ່ວນຊື່ນທີ່ແຕກຕ່າງກັນໄປ. ແຕ່ສຽງດົນຕີແຕ່ລະປະເພດຈະມ່ວນຊື...
18/09/2026

🎹🎻ສຽງດົນຕີບໍ່ວ່າຈະບັນເລງຜ່ານເຄື່ອງດົນດີປະເພດໃດກໍລ້ວນແຕ່ສົ່ງສຽງຄວາມມ່ວນຊື່ນທີ່ແຕກຕ່າງກັນໄປ. ແຕ່ສຽງດົນຕີແຕ່ລະປະເພດຈະມ່ວນຊື່ນໄດ້ກໍຕໍ່ເມື່ອດົນຕີນັ້ນ ຖືກບັນເລງໂດຍນັກດົນຕີທີ່ເປັນມືອາຊີບ.

🌃🚌ໃນຕອນແລງ ວັນທີ 16/9/2026 ທີ່ຜ່ານມາ ນັກຮຽນຊັ້ນ ປ.5 ໂຮງຮຽນຮວງເຂົ້າຖືກເຊື້ອເຊີນເຂົ້າຮ່ວມຊົມງານຄອນເສີດເປຍອາໂນ (Piano Concert for Lao Children) ທີ່ວິທະຍາໄລສິລະປະແຫ່ງຊາດ

🎹🇯🇵ໂດຍນັກເປຍໂນຊື່ດັງຈາກປະເທດຍີ່ປຸ່ນ ທ່ານ KAISUKE KODAIRA ແລະ ຮ່ວມປະສານການສະແດງກັບນັກຮຽນລາວຢ່າງໜ້າອັດສະຈັນ.

🤩💓ເຊິ່ງເປັນໂອກາດດີໃຫ້ນ້ອງໆນັກຮຽນໄດ້ຮັບຊົມ ແລະ ເປັນແຮງພັກດັນໃຫ້ເຂົາເຈົ້າມັກການຫຼິ້ນດົນຕີຍິ່ງຂຶ້ນ ພ້ອມທັງເປັນການສ້າງຄວາມສຸກໃຫ້ຕົນເອງ ແລະ ຄົນອ້ອມຂ້າງອີກດ້ວຍ.

🥰🛝ມາຈອບເບິ່ງຄວາມໜ້າຮັກສົດໃສຂອງນ້ອງໆນັກຮຽນຮວງເຂົ້າໃນການຮຽນ ແລະ ເຮັດກິດຈະກຳໃນຊົ່ວໂມງວິຊາຕ່າງໆເຊັ່ນ: ພາສາລາວ, ພາສາອັງກິດ, ພ...
13/09/2026

🥰🛝ມາຈອບເບິ່ງຄວາມໜ້າຮັກສົດໃສຂອງນ້ອງໆນັກຮຽນຮວງເຂົ້າໃນການຮຽນ ແລະ ເຮັດກິດຈະກຳໃນຊົ່ວໂມງວິຊາຕ່າງໆເຊັ່ນ: ພາສາລາວ, ພາສາອັງກິດ, ພາສາຍີ່ປຸ່ນ, ກິລາ ແລະ ກິດຈະກຳນອກຫ້ອງຮຽນອື່ນໆ ເຊິ່ງແຕ່ລະຄົນມີຄວາມມ່ວນຊື່ນໃນການຮຽນຮູ້ກັບໝູ່ເພື່ອນ ແລະ ໄດ້ສະຫຼອງວັນເກີດກັບເພື່ອນຮ່ວມຫ້ອງຢ່າງມີຄວາມສຸກ💝✨

♻️🏆ປະກາດຜົນການແຂ່ງຂັນຊຸດລີໄຊເຄິລໃນກິດຈະກຳ Summer Camp 2026 ໃນວັນທີ 21/8/2026 ທີ່ຜ່ານມາ👗🏆 K3 ລາງວັນຂວັນໃຈມະຫາຊົນ💖🗳️🏆 P1 ລ...
02/09/2026

♻️🏆ປະກາດຜົນການແຂ່ງຂັນຊຸດລີໄຊເຄິລໃນກິດຈະກຳ Summer Camp 2026 ໃນວັນທີ 21/8/2026 ທີ່ຜ່ານມາ👗

🏆 K3 ລາງວັນຂວັນໃຈມະຫາຊົນ💖🗳️
🏆 P1 ລາງວັນຊຸດໜ້າຮັກທີ່ສຸດ💝
🏆 P2 ລາງວັນຊຸດທີ່ງົດງາມທີ່ສຸດ 🤩
🏆 P3 ລາງວັນຊຸດທີ່ເລົ່າເລື່ອງໄດ້ດີທີ່ສຸດ📜
🏆 P4 ລາງວັນຊຸດທີ່ນຳສະເໜີໄດ້ດີທີ່ສຸດ📰
🏆🇯🇵 ລາງວັນຊຸດທີ່ໂດດເດັ່ນທີ່ສຸດ 💿✨

ເຊິ່ງແຕ່ລະຊຸດມີຄວາມໝາຍ ແລະ ຄວາມງົດງາມທີ່ແຕກຕ່າງກັນຄົນລະແບບ.♻️✨

🏫📚ພິທີໄຂສົກຮຽນໃໝ່ 2026-2027 ຂອງໂຮງຮຽນຮວງເຂົ້າ🥳✨💡🌱ໃນວັນທີ 1 ກັນຍາ 2026 ໂຮງຮຽນຮວງເຂົ້າໄດ້ເປີດສົກຮຽນໃໝ່ຂຶ້ນຢ່າງເປັນທາງການ ໂ...
01/09/2026

🏫📚ພິທີໄຂສົກຮຽນໃໝ່ 2026-2027 ຂອງໂຮງຮຽນຮວງເຂົ້າ🥳✨

💡🌱ໃນວັນທີ 1 ກັນຍາ 2026 ໂຮງຮຽນຮວງເຂົ້າໄດ້ເປີດສົກຮຽນໃໝ່ຂຶ້ນຢ່າງເປັນທາງການ ໂດຍໄດ້ມີການຈັດພິທີຕ້ອນຮັບນ້ອງໃໝ່ທຸກໆຊັ້ນໂດຍສະເພາະແມ່ນຫ້ອງ ອະນຸບານ1 ແລະ ຊັ້ນປະຖົມປີທີ 1,🚫 ພ້ອມທັງໄດ້ມີການອ່ານກົດລະບຽບການມາໂຮງຮຽນ, 📈ແຜນການທີ່ໜ້າຕື່ນເຕັ້ນໃນສົກຮຽນ 2026-2027, 🧑‍🏫ແນະນຳຄູແຕ່ລະຊັ້ນຮຽນ ແລະ ♻️ການປະກາດຜົນການແຂ່ງຂັນຊຸດ ລີໄຊເຄິລແຟຊັ່ນ ໃນກິດຈະກຳ Summer Camp ສົກຮຽນ 2025-2026 ທີ່ຜ່ານມາອີກດ້ວຍ.

🤩💝ເຊິ່ງເຕັມໄປດ້ວຍຮອຍຍິ້ມ ແລະ ບັນຍາກາດທີ່ແສນອົບອຸ່ນໃນມື້ແຫ່ງການເລີ່ມຕົ້ນຂອງສົກຮຽນໃໝ່ ຂໍໃຫ້ນ້ອງໆທຸກຄົນຈົ່ງມີຄວາມສຸກ ແລະ ມ່ວນຊື່ນໃນການຮຽນດ້ວຍ🥳

31/08/2026

🌸🎶ຕື່ນເຕັ້ນເດ້ຈະໄດ້ຂຶ້ນຫ້ອງ ປ.1 ແລ້ວ🥳
ປ.1 ຈະເປັນແບບໃດນໍ້...ຈະມີໝູ່ບໍ່ນໍ້...ຈະຮຽນຍາກບໍ່ນໍ້...ສາວຄູຈະໃຈດີບໍ່ນໍ້? ຕື່ນເຕັ້ນ! ຕື່ນເຕັ້ນ...!

🏫✨ເນື້ອໃນບາງສ່ວນໃນເພງພາສາຍີ່ປຸ່ນ ドキドキ1年生(ໂດກິໂດກິ ອິຈິເນັງເຊ້) ທີ່ນັກຮຽນຊັ້ນອະນຸບານ3 ຮ້ອງໃນງານສະຫຼຸບສົກຮຽນ 2025-2026 ທີ່ຜ່ານມາ.

ວັນທີ 1/9/2026 ນີ້ພົບກັນເດີ້ນ້ອງໆ🏫🥳

ໃນໄລຍະພັກຮຽນນີ້ບັນດາພະນັກງານ ແລະ ຄູອາຈານໂຮງຮຽນຮວງເຂົ້າແຕ່ຊັ້ນລ້ຽງເດັກ-ປະຖົມໄດ້ພາກັນສຸມຈິດສຸມໃຈໃສ່ການຝຶກອົບຮົມໃນວັນທີ 28-...
30/08/2026

ໃນໄລຍະພັກຮຽນນີ້ບັນດາພະນັກງານ ແລະ ຄູອາຈານໂຮງຮຽນຮວງເຂົ້າແຕ່ຊັ້ນລ້ຽງເດັກ-ປະຖົມໄດ້ພາກັນສຸມຈິດສຸມໃຈໃສ່ການຝຶກອົບຮົມໃນວັນທີ 28-29/8/2026 ໂດຍຄູຜູ້ຊ່ຽວຊານຈາກວິທະຍາໄລຄູດົງຄຳຊ້າງ.

ໂດຍທ່ານ ອ.ຈ ປທ ນາງ ໄກ່ທອງ ມະວົງສາ ຄູຝຶກວິຊາພາສາລາວ
ທ່ານ ອ.ຈ ປທ ນາງ ຫົງທອງ ຟອງສະໝຸດ ຄູຝຶກວິຊາຄະນິດສາດ
ທ່ານ ອ.ຈ ວິນ ຈາກສໍານັກພິມສານຝັນ ແລະ ຈໍາໜ່າຍປື້ມ ຄູຝຶກວິຊາພາສາອັງກິດ.

ນອກຈາກນັ້ນກໍໄດ້ພາກັນອະນາໄມ, ກະກຽມ, ຈັດແຈງ, ປະກອບໂຕະຕັ່ງເພື່ອຕ້ອນຮັບການເປີດສົກຮຽນໃໝ່ວັນທີ 1/9/2026 ນີ້.

Address

Home22, Houeyhong Village, Chanthabury District
District

Opening Hours

Monday 07:00 - 17:00
Tuesday 07:00 - 17:00
Wednesday 07:00 - 17:00
Thursday 07:00 - 17:00
Friday 07:00 - 17:00

Telephone

+8562022418450

Website

Alerts

Be the first to know and let us send you an email when ໂຮງຮຽນຮວງເຂົ້າ HouangKhao School posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to ໂຮງຮຽນຮວງເຂົ້າ HouangKhao School:

Shortcuts

Share

Category