ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ

ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ສຍສ ເປັນສູນກາງການສຶກສາ ໃນການກໍ່ສ້າ?

ພິທີມອບ-ຮັບບັດສະມາຊິກພັກສົມບູນ ຊຸດທີ V ຂອງຄະນະພັກຮາກຖານສະຖາບັນຍຸຕິທຳ======     ໃນວັນທີ 24 ມິຖຸນາ 2026, ເວລາ 14:00 ໂມງ, ຄ...
24/09/2026

ພິທີມອບ-ຮັບບັດສະມາຊິກພັກສົມບູນ ຊຸດທີ V ຂອງຄະນະພັກຮາກຖານສະຖາບັນຍຸຕິທຳ
======
ໃນວັນທີ 24 ມິຖຸນາ 2026, ເວລາ 14:00 ໂມງ, ຄະນະພັກຮາກຖານສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບບັດສະມາຊິກພັກສົມບູນ ຊຸດທີ V ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ພວງມະໄລ ກຸນນະວົງ ເລຂາຄະນະພັກຮາກຖານ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ.
ເຂົ້າຮ່ວມພິທີໃນຄັ້ງນີ້ ມີຕາງໜ້າຈາກຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ, ກອງປະຕິບັດຄຳຕັດສິນຂອງສານ, ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ຄະນະພັກຮາກຖານ, ພ້ອມດ້ວຍເລຂາ ແລະ ຮອງເລຂາໜ່ວຍພັກ ຕະຫຼອດຮອດບັນດາສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນຄັ້ງນີ້ ມີສະຫາຍທີ່ໄດ້ຮັບບັດສະມາຊິກພັກສົມບູນ ຈຳນວນທັງໝົດ 06 ສະຫາຍ, ໃນນັ້ນ ຍິງ 04 ສະຫາຍ.
ໃນໂອກາດດຽວກັນນີ້, ສະຫາຍເລຂາຄະນະພັກຮາກຖານ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບບັດ ແລະ ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດາສະຫາຍດັ່ງກ່າວຈະສຸມທຸກສະຕິປັນຍາ ແບກຫາບໜ້າທີ່ການເມືອງທີ່ພັກມອບໝາຍໃຫ້ຢ່າງເຕັມສ່ວນ, ສືບຕໍ່ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມກ້າວໜ້າ, ເປັນຜູ້ນຳພາທີ່ດີພາຍໃຕ້ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານຕ່າງໆ, ພ້ອມທັງເປັນແບບຢ່າງອັນດີງາມໃຫ້ແກ່ມະຫາຊົນປະຊາຊົນກ້າວໜ້າ ແລະ ປະຕິບັດໜ້າທີ່ທີ່ພັກ-ລັດມອບໝາຍໃຫ້ຢ່າງເຂັ້ມແຂງ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ.

ພິທີຮັບສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ=========     ໃນຕອນເຊົ້າຂອງວັນທີ 24 ກັນຍາ 2026, ...
24/09/2026

ພິທີຮັບສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ
=========
ໃນຕອນເຊົ້າຂອງວັນທີ 24 ກັນຍາ 2026, ຢູ່ທີ່ສະໂມສອນຂອງສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ ໄດ້ຈັດພິທີຮັບສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂຶ້ນຢ່າງອົບອຸ່ນ ແລະ ເປັນທາງການ. ໃຫ້ກຽດເປັນປະທານໃນພິທີຄັ້ງນີ້ໂດຍ ສະຫາຍ ພວງມະໄລ ກຸນນະວົງ ເລຂາຄະນະພັກຮາກຖານ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ, ພ້ອມດ້ວຍການເຂົ້າຮ່ວມຂອງຄະນະພັກຮາກຖານ, ເລຂາ, ຮອງເລຂາໜ່ວຍພັກ ຮ່ວມທັງບັນດາສະມາຊິກພັກສຳຮອງ ແລະ ສະມາຊິກພັກສົມບູນ ຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ ໄດ້ມີການຮັບສະມາຊິກພັກສຳຮອງໃໝ່ ຈຳນວນ 05 ສະຫາຍ ໄດ້ແກ່: ສະຫາຍ ສີ ອິນທອງ, ສະຫາຍ ສຸບັນ ສິງຫາລາດ, ສະຫາຍ ກາວອນ ແກ້ວບົວທອງ, ສະຫາຍ ສົມນຶກ ບຸດຫຼວງທາ ແລະ ສະຫາຍ ໄຊກັນຍາ ສີວົງລາດ.
ພ້ອມກັນນັ້ນ, ຍັງໄດ້ມີການພິຈາລະນາເລື່ອນຊັ້ນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ 03 ສະຫາຍ (ຍິງ 01 ສະຫາຍ) ໄດ້ແກ່: ສະຫາຍ ດາວລຸ້ງ ຫຼັກທອງ, ສະຫາຍ ນາງ ຈັນທະລາ ແກ້ວໄຊສີ ແລະ ສະຫາຍ ແອັດ ໄຊຍະທອງ.
ໃນໂອກາດນີ້, ສະຫາຍ ພວງມະໄລ ກຸນນະວົງ ໄດ້ໃຫ້ກຽດຂຶ້ນມອບມະຕິຕົກລົງໃຫ້ແກ່ບັນດາສະຫາຍທີ່ໄດ້ຮັບເຂົ້າເປັນສະມາຊິກພັກສຳຮອງ ແລະ ສະມາຊິກພັກສົມບູນໃໝ່ ພ້ອມທັງໄດ້ໃຫ້ກຽດໂອ້ລົມ, ຊີ້ນຳ ແລະ ໃຫ້ຄຳເຫັນຕ່າງໆ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ບັນດາສະມາຊິກພັກສຳຮອງ ແລະ ສະມາຊິກພັກສົມບູນໃໝ່ ໄດ້ນຳໄປປະຕິບັດໜ້າທີ່ວຽກງານຂອງຕົນຢ່າງເຂັ້ມແຂງ, ຮັບຜິດຊອບ ແລະ ສົມກຽດກັບກຽດຕິຍົດອັນສູງສົ່ງຂອງການເປັນສະມາຊິກພັກ ໃນຕໍ່ໜ້າ.

23/09/2026
ອອກແຮງງານອານາໄມທາງເຂົ້າ-ອອກ ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດພະນັກງານ-ລັດຖະກອນ ພ້ອມດ້ວຍນັກສຶກສາ ຂອງສະຖາບັນຍຸຕິທຳແຫ່ງຊ...
23/09/2026

ອອກແຮງງານອານາໄມທາງເຂົ້າ-ອອກ ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ
ພະນັກງານ-ລັດຖະກອນ ພ້ອມດ້ວຍນັກສຶກສາ ຂອງສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ໄດ້ພ້ອມກັນຈັດຕັ້ງກິດຈະກຳອອກແຮງງານອານາໄມ ບໍລິເວນທາງເຂົ້າ-ອອກຂອງສະຖາບັນ ເພື່ອປັບປຸງພູມທັດ, ຮັກສາຄວາມສະອາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສະຖານທີ່ ໃຫ້ມີບັນຍາກາດສົດຊື່ນ, ສວຍງາມ ແລະ ເໝາະສົມກັບການເປັນສະຖານທີ່ຝຶກອົບຮົມບຸກຄະລາກອນຂະແໜງຍຸຕິທຳ.
ໃນລະຫວ່າງກິດຈະກຳ, ພະນັກງານ-ລັດຖະກອນ ແລະ ນັກສຶກສາ ໄດ້ຮ່ວມແຮງຮ່ວມໃຈກັນກຳຈັດຫຍ້າ, ເສດໃບໄມ້ ແລະ ສິ່ງເສດເຫຼືອຕ່າງໆ, ທໍາຄວາມສະອາດຮົ້ວຮອບແລະປ້າຍຊື່ສະຖາບັນ, ພ້ອມທັງຈັດລະບຽບຕົ້ນໄມ້ ແລະ ບໍລິເວນອ້ອມຂ້າງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.
ການເຄື່ອນໄຫວດັ່ງກ່າວ ນອກຈາກຈະຊ່ວຍປັບປຸງພູມທັດຂອງສະຖາບັນແລ້ວ ຍັງເປັນການສ້າງຈິດສຳນຶກ ແລະ ປູກຝັງຄວາມຮັບຜິດຊອບຕໍ່ສ່ວນລວມ ໃຫ້ແກ່ນັກສຶກສາ, ພ້ອມທັງສະແດງອອກເຖິງຄວາມສາມັກຄີ ລະຫວ່າງພະນັກງານ-ລັດຖະກອນ ແລະ ນັກສຶກສາ ໃນການຮ່ວມກັນຮັກສາສະພາບແວດລ້ອມການຮຽນ-ການສອນ ໃຫ້ສະອາດ, ປອດໄພ ແລະ ໜ້າຢູ່ ຢູ່ຕະຫຼອດເວລາ

ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ຈັດພິທີສະຫຼຸບການຮຽນ-ການສອນ ແລະ ມອບ-ຮັບໃບປະກາສະນິຍະບັດ ໃຫ້ນັກສຶກສາຮຸ່ນທີ 13 ລະບົບປະລ...
08/09/2026

ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ຈັດພິທີສະຫຼຸບການຮຽນ-ການສອນ ແລະ ມອບ-ຮັບໃບປະກາສະນິຍະບັດ ໃຫ້ນັກສຶກສາຮຸ່ນທີ 13 ລະບົບປະລິນຍາຕີ ກົດໝາຍ ສົກສຶກສາ 2025-2026
ວັນທີ 08 ກັນຍາ 2026 ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ໄດ້ຈັດພິທີສະຫຼຸບການຮຽນ-ການສອນ ພ້ອມທັງມອບ-ຮັບໃບປະກາສະນິຍະບັດໃຫ້ແກ່ນັກສຶກສາທີ່ໄດ້ສຳເລັດການສຶກສາ ໃນລະບົບປະລິນຍາຕີ ຮຸ່ນທີ 13 ຂຶ້ນ ໃນບັນຍາກາດອັນອົບອຸ່ນ ແລະ ສະຫງ່າລາສີ.
ໃນພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມເປັນປະທານກອງປະຊຸມ ໂດຍ ທ່ານ ພວງມະໄລ ກຸນນະວົງ, ເລຂາຄະນະພັກຮາກຖານ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ. ພ້ອມນີ້ ຍັງມີບັນດາທ່ານຄະນະສະຖາບັນ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າ-ຮອງຫົວໜ້າໜ່ວຍວິຊາ, ພະນັກງານຄູ-ອາຈານ ຕະຫຼອດຮອດນັກສຶກສາ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ຄຽງຄູ່ກັບການມອບໃບປະກາສະນິຍະບັດ, ໃນພິທີຄັ້ງນີ້ ຍັງໄດ້ມີການມອບໃບຍ້ອງຍໍໃຫ້ແກ່ນັກສຶກສາທີ່ມີຜົນງານດີເດັ່ນ ເພື່ອເປັນການຍ້ອງຍໍ ແລະ ຊຸກຍູ້ໃຫ້ແກ່ຄວາມພະຍາຍາມ ແລະ ຜົນສຳເລັດທາງດ້ານການຮຽນ ຕະຫຼອດໄລຍະການສຶກສາອີກດ້ວຍ.
ພິທີໃນຄັ້ງນີ້ ຖືເປັນການປິດທ້າຍຂອງຂະບວນການຮ່ຳຮຽນ-ອົບຮົມ ຂອງນັກສຶກສາຮຸ່ນທີ 13 ຢ່າງເປັນທາງການ, ພ້ອມທັງເປັນການສະແດງອອກເຖິງຄວາມສຳເລັດ ແລະ ຄວາມພະຍາຍາມຂອງນັກສຶກສາທຸກທ່ານ ຕະຫຼອດໄລຍະການສຶກສາ. ການຈັດພິທີດັ່ງກ່າວ ຍັງສະທ້ອນໃຫ້ເຫັນເຖິງບົດບາດອັນສຳຄັນຂອງສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ໃນການສ້າງບຸກຄະລາກອນທາງດ້ານກົດໝາຍ ແລະ ຍຸຕິທຳ ໃຫ້ແກ່ສັງຄົມ ແລະ ປະເທດຊາດຕໍ່ໄປ.

ສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ ເຂົ້າຮ່ວມພິທີວາງກະຕ່າດອກໄມ້ ສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ==============ແ...
02/09/2026

ສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ ເຂົ້າຮ່ວມພິທີວາງກະຕ່າດອກໄມ້ ສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ
==============
ແຂວງສະຫວັນນະເຂດ, ວັນທີ 02 ກັນຍາ 2026: ເນື່ອງໃນໂອກາດວັນສະເຫຼີມສະຫຼອງວັນຊາດ ສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ (02 ກັນຍາ 1945 - 02 ກັນຍາ 2026), ຄະນະນຳສະຖາບັນຍຸຕິທຳແຫ່ງຊາດ ສາຂາ ສະຫວັນນະເຂດ ໄດ້ນຳພາຄະນະເຂົ້າຮ່ວມພິທີວາງກະຕ່າດອກໄມ້ ຢູ່ບໍລິເວນອະນຸສອນປະທານໂຮ່ຈີມິນ ແຄມທ່າດ່ານເກົ່າ, ເພື່ອສະແດງຄວາມນັບຖື ແລະ ສະແດງອອກເຖິງມິດຕະພາບອັນແໜ້ນແຟ້ນ ລະຫວ່າງສອງພັກ ສອງລັດ ແລະ ສອງປະຊາຊົນ ລາວ-ຫວຽດນາມ.
ໃນພິທີດັ່ງກ່າວ, ຄະນະຜູ້ແທນໄດ້ຢືນສະຫງົບອາໄລ ແລະ ຮ່ວມກັນວາງກະຕ່າດອກໄມ້ ຕໍ່ໜ້າອະນຸສອນປະທານໂຮ່ຈີມິນ ດ້ວຍຄວາມນັບຖືອັນສູງສົ່ງ, ພ້ອມທັງໄດ້ສະແດງຄວາມຮູ້ສຶກຍິນດີ ຕໍ່ຜົນສຳເລັດອັນຍິ່ງໃຫຍ່ ຂອງປະຊາຊົນຫວຽດນາມ ໃນໄລຍະ 81 ປີ ແຫ່ງການສ້າງຊາດ ແລະ ພັດທະນາປະເທດ. ພ້ອມນັ້ນ, ຄະນະຜູ້ແທນຍັງໄດ້ຢືນຢັນຄວາມມຸ່ງໝັ້ນ ໃນການຮ່ວມມືກັນຢ່າງໃກ້ຊິດ ໃນຂົງເຂດການສຶກສາ, ຝຶກອົບຮົມ ແລະ ການພັດທະນາວຽກງານຍຸຕິທຳ ລະຫວ່າງສອງປະເທດ ໃຫ້ນັບມື້ນັບເລິກເຊິ່ງຂຶ້ນຕື່ມ ໃນອະນາຄົດ.

ການແຂ່ງຂັນກິລາມິດຕະພາບ ລະຫວ່າງ ສະຖາບັນຍຸຕິທໍາແຫ່ງຊາດ ສາຂາ ສະຫວັນນະເຂດ ກັບ ສະພາປະຊາຊົນແຂວງວັນທີ 14 ສິງຫາ 2026, ໄດ້ມີການຈັ...
14/08/2026

ການແຂ່ງຂັນກິລາມິດຕະພາບ ລະຫວ່າງ ສະຖາບັນຍຸຕິທໍາແຫ່ງຊາດ ສາຂາ ສະຫວັນນະເຂດ ກັບ ສະພາປະຊາຊົນແຂວງ
ວັນທີ 14 ສິງຫາ 2026, ໄດ້ມີການຈັດການແຂ່ງຂັນກິລາມິດຕະພາບ ລະຫວ່າງ ສະຖາບັນຍຸຕິທໍາແຫ່ງຊາດ ສາຂາ ແຂວງສະຫວັນນະເຂດ ກັບ ສະພາປະຊາຊົນແຂວງສະຫວັນນະເຂດ ຂຶ້ນ ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງສະພາປະຊາຊົນແຂວງ ຄົບຮອບ 48 ປີ (1978-2026) ແລະ ວັນລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 35 ປີ (1991-2026).
ການແຂ່ງຂັນໃນຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມຈາກຄະນະນໍາ, ພະນັກງານ-ລັດຖະກອນ ຂອງທັງສອງອົງການ ຢ່າງພ້ອມພຽງ, ເພື່ອສ້າງບັນຍາກາດແຫ່ງຄວາມສາມັກຄີ, ຄວາມມ່ວນຊື່ນ ແລະ ເສີມສ້າງສຸຂະພາບອັນແຂງແຮງໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນສອງອົງການ.
ຕົວແທນຈາກທັງສອງຝ່າຍ ໄດ້ກ່າວຄໍາເຫັນວ່າ: ການຈັດກິດຈະກໍາກິລາມິດຕະພາບໃນຄັ້ງນີ້ ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງວັນສໍາຄັນທາງປະຫວັດສາດຂອງຊາດເທົ່ານັ້ນ, ແຕ່ຍັງເປັນການເສີມສ້າງສາຍພົວພັນອັນດີ, ຄວາມສາມັກຄີປອງດອງ ລະຫວ່າງພະນັກງານ-ລັດຖະກອນ ຂອງອົງການພາກລັດ ໃນທ້ອງຖິ່ນ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນ.
ພາຍຫຼັງສິ້ນສຸດການແຂ່ງຂັນ, ຄະນະຈັດຕັ້ງ ໄດ້ມີການມອບລາງວັນ ແລະ ຂອງທີ່ລະນຶກ ໃຫ້ແກ່ທີມທີ່ເຂົ້າຮ່ວມການແຂ່ງຂັນ ເພື່ອເປັນການໃຫ້ກໍາລັງໃຈ ພ້ອມທັງໄດ້ຮັບປະທານອາຫາຮ່ວມກັນ ໃນບັນຍາກາດອັນອົບອຸ່ນ ແລະ ເປັນກັນເອງ.

ປະກາດ ເຖິງ ຜູ້ສົນໃຈສຶກສາລະບົບປະລິນຍາຕີກົດໝາຍ ທີ່ ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ທ່ານໃດສົນໃຈ ສາມາດດາວໂຫຼດແບບຟອມເອກກ...
26/06/2026

ປະກາດ
ເຖິງ ຜູ້ສົນໃຈສຶກສາລະບົບປະລິນຍາຕີກົດໝາຍ ທີ່ ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ທ່ານໃດສົນໃຈ ສາມາດດາວໂຫຼດແບບຟອມເອກກະສານຕາມລິ້ງ ຫຼື ສະແກນ QR Code https://drive.google.com/file/d/1gVhKiAlfGdSwOtG_z8Jc6PYS3gwdQ634/view?usp=sharing

ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດຈັດກິດຈະກຳປູກຕົ້ນໄມ້ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນເນື່ອງໃນໂ...
29/05/2026

ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດຈັດກິດຈະກຳປູກຕົ້ນໄມ້ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມີຖຸນາ ທີ່ໄດ້ໝູນວຽນມາຮອດອີກຄັ້ງ, ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ ໄດ້ຈັດກິດຈະກຳປູກຕົ້ນໄມ້ຂຶ້ນ ໃນຕອນເຊົ້າວັນສຸກ ວັນທີ 29 ພຶດສະພາ 2026 ເລີ່ມຕັ້ງແຕ່ເວລາ 08:00 ນາທີ ເປັນຕົ້ນໄປ ພາຍໃນເດີ່ນຂອງສະຖາບັນ.

ກິດຈະກຳດັ່ງກ່າວສະທ້ອນໃຫ້ເຫັນເຖິງຈິດສຳນຶກ ແລະ ຄວາມຮັບຜິດຊອບຂອງສະຖາບັນ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ຊຸກຍູ້ສົ່ງເສີມການປູກໄມ້ໃຫ້ເປັນວັດທະນະທຳທີ່ດີງາມຢ່າງຕໍ່ເນື່ອງ.
---

*ພາບ-ຂ່າວໂດຍ: ອຈ ສີປານທອງ

🌏⚖️ ເສີມສ້າງການເຂົ້າເຖິງຄວາມຍຸຕິທຳ ໃນ ສປປ ລາວ ຜ່ານແຜນງານທີມເອີຣົບ 🇱🇦 🇨🇭 🇩🇪 🇪🇺ສະເຫຼີມສະຫຼອງຜົນສຳເລັດ: ຜ່ານການຈັດຕັ້ງປະຕິບ...
25/05/2026

🌏⚖️ ເສີມສ້າງການເຂົ້າເຖິງຄວາມຍຸຕິທຳ ໃນ ສປປ ລາວ ຜ່ານແຜນງານທີມເອີຣົບ 🇱🇦 🇨🇭 🇩🇪 🇪🇺

ສະເຫຼີມສະຫຼອງຜົນສຳເລັດ: ຜ່ານການຈັດຕັ້ງປະຕິບັດຕະຫຼອດໄລຍະເກືອບ 4 ປີທີ່ຜ່ານມາ, ແຜນງານທີມເອີຣົບ “CEGGA II” ໄດ້ປະກອບສ່ວນເຂົ້າໃນການປັບປຸງການເຂົ້າເຖິງຄວາມຍຸຕິທຳ ໃນ ສປປ ລາວ ໃຫ້ດີຂຶ້ນ. 🏛️ ✅ ✨

ໃນລະຫວ່າງວັນທີ 19–21 ພຶດສະພາ ທີ່ຜ່ານມາ ທີ່ນະຄອນຫຼວງວຽງຈັນ, ກອງປະຊຸມແລກປ່ຽນຂອງຂະແໜງການຍຸຕິທຳ (Legal Peer-to-Peer Exchange Workshop) ໄດ້ເຂົ້າຮ່ວມໂດຍບັນດາຜູ້ຊ່ຽວຊານດ້ານກົດໝາຍ, ນັກສຶກສາ, ຄູ່ຮ່ວມງານພາກລັດ ແລະ ອຳນາດການປົກຄອງ ຈາກທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອຮ່ວມກັນຖອດຖອນບົດຮຽນກ່ຽວກັບຜົນສຳເລັດ ແລະ ຜົນໄດ້ຮັບຈາກແຜນງານດັ່ງກ່າວ. 💡 🚀 🕊️

ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮ່ວມກັນສະເຫຼີມສະຫຼອງຜົນສຳເລັດ ທີ່ໄດ້ສ້າງຜົນປະໂຫຍດໂດຍກົງໃຫ້ແກ່ປະຊາຊົນຫຼາຍກວ່າ 15,000 ຄົນ, ໃນນັ້ນມີແມ່ຍິງເກືອບ 7,000 ຄົນ, ຜ່ານຫຼາຍກິດຈະກຳທີ່ຫຼາກຫຼາຍ ເຊິ່ງຮ່ວມກັນຈັດຕັ້ງປະຕິບັດໂດຍ GIZ ປະຈຳ ສປປ ລາວ ແລະ ອົງການ BABSEACLE. ກິດຈະກຳດັ່ງກ່າວປະກອບມີການຝຶກອົບຮົມວຽກງານການຊ່ວຍເຫຼືອທາງດ້ານກົດໝາຍໃຫ້ແກ່ນາຍບ້ານ ໄປຈົນເຖິງການລົງໂຄສະນາເຜີຍແຜ່ໃນຊຸມຊົນ ແລະ ການບໍລິການໜ່ວຍງານຊ່ວຍເຫຼືອທາງດ້ານກົດໝາຍເຄື່ອນທີ່, ເຊິ່ງໄດ້ຊ່ວຍສ້າງຄວາມເຂັ້ມແຂງທາງດ້ານການຮັບຮູ້ກົດໝາຍ ແລະ ຂະຫຍາຍການເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍໃຫ້ແກ່ປະຊາຊົນ ຢູ່ແຂວງຫຼວງພະບາງ, ຄຳມ່ວນ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ. 🚐 🫱🏼‍🫲🏻 🌿

ໜຶ່ງໃນຈຸດເດັ່ນຂອງວຽກງານດັ່ງກ່າວແມ່ນ ແຜນງານການສຶກສາກົດໝາຍໃນຮູບແບບຄຼີນິກ (Clinical Legal Education - CLE), ເຊິ່ງເປີດໂອກາດໃຫ້ນັກສຶກສາກົດໝາຍໄດ້ນຳໃຊ້ຄວາມຮູ້ທາງດ້ານກົດໝາຍຂອງຕົນເຂົ້າໃນສະຖານະການຕົວຈິງ ເຊັ່ນວ່າຜ່ານກິດຈະກຳປຸກຈິດສຳນຶກ ແລະ ການຮຽນຮູ້ຈາກເຈົ້າໜ້າທີ່ຊ່ວຍເຫຼືອທາງດ້ານກົດໝາຍມືອາຊີບ ໃນເວລາໃຫ້ຄຳປຶກສາແກ່ປະຊາຊົນ, ເຊິ່ງເປັນການໄດ້ຮັບປະສົບການຕົວຈິງ ພ້ອມທັງປະກອບສ່ວນເຂົ້າໃນການສ້າງການປ່ຽນແປງທີ່ດີໃຫ້ແກ່ຊຸມຊົນອີກດ້ວຍ. 🎓 📣 💪

ການປັບປຸງການເຂົ້າເຖິງຄວາມຍຸຕິທຳ ຍັງຄົງເປັນໜຶ່ງໃນເປົ້າໝາຍຫຼັກຂອງແຜນງານ CEGGA II, ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກ ປະເທດສະວິດເຊີແລນ 🇨🇭, ເຢຍລະມັນ 🇩🇪, ແລະ ສະຫະພາບເອີຣົບ 🇪🇺, ໂດຍມີ GIZ ເປັນຜູ້ຈັດຕັ້ງປະຕິບັດ ໂດຍການຮ່ວມມືຢ່າງໃກ້ຊິດກັບບັນດາພາກສ່ວນທີ່ກ່ຽວຂ້ອງ. ພວກເຮົາຮ່ວມມືກັນເພື່ອເສີມສ້າງລະບົບຄວາມຍຸຕິທຳທີ່ເປັນທຳ ແລະ ມີປະສິດທິຜົນເພື່ອທຸກຄົນ ໃນ ສປປ ລາວ. ⚖️🤝 📜

……………………………..

🌏⚖️𝐒𝐭𝐫𝐞𝐧𝐠𝐭𝐡𝐞𝐧𝐢𝐧𝐠 𝐀𝐜𝐜𝐞𝐬𝐬 𝐭𝐨 𝐉𝐮𝐬𝐭𝐢𝐜𝐞 𝐢𝐧 𝐋𝐚𝐨 𝐏𝐃𝐑 𝐭𝐡𝐫𝐨𝐮𝐠𝐡 𝐓𝐞𝐚𝐦 𝐄𝐮𝐫𝐨𝐩𝐞 𝐏𝐫𝐨𝐠𝐫𝐚𝐦𝐦𝐞 🇱🇦 🇨🇭 🇩🇪 🇪🇺

A moment to celebrate: For almost four years the Team Europe Programme “CEGGA II” has been contributing to improving access to justice in Lao PDR. 🏛️ ✅ ✨

From 19–21 May in Vientiane, a Legal Peer-to-Peer Exchange Workshop brought together legal experts, students, government partners, and local authorities from both central and local levels to reflect on the programme’s achievements and shared impact. 💡 🚀 🕊️

Participants celebrated results that have directly benefited more than 15,000 people, including nearly 7,000 women, through a wide range of activities, implemented by GIZ Laos with the support of BABSEACLE. From legal aid training for village leaders to community outreach and mobile legal clinics, these efforts have strengthened legal awareness and expanded access to legal support for communities in Luang Prabang, Khammouane, Savannakhet, and Vientiane Capital. 🚐 🫱🏼‍🫲🏻 🌿

One of the programme’s highlights is the Clinical Legal Education (CLE) Programme, which enables law students to apply their legal knowledge in real-life settings. Through awareness-raising activities and observing professional legal aid officers providing advice to villagers, students gain practical experience while contributing to positive change in their communities. 🎓 📣 💪

Improving access to justice remains a core goal of the CEGGA II Programme, funded by Switzerland 🇨🇭, Germany 🇩🇪, and the European Union 🇪🇺, and implemented by GIZ in close partnership with key stakeholders. Together, we are working towards a fair and effective justice system in Lao PDR. ⚖️🤝 📜

Swiss Cooperation Mekong European Union in Laos Germanyinlaos Babseacle

;

Address

ບ້ານ ນາເຊັງ, ເມືອງ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ
Ban Naxéng
13000

Opening Hours

Monday 08:30 - 16:00
Tuesday 08:30 - 16:00
Wednesday 08:30 - 16:00
Thursday 08:30 - 16:00
Friday 08:30 - 16:00

Alerts

Be the first to know and let us send you an email when ສະຖາບັນຍຸຕິທຳແຫ່ງຊາດ ສາຂາສະຫວັນນະເຂດ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share