06/06/2026
💚 ພະລັງນ້ອຍໆ ຈາກສອງມື ທີ່ສ້າງການປ່ຽນແປງອັນຍິ່ງໃຫຍ່! "Small Hands, Big Change" 🌍✨
ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ປະຈຳປີ 2026 ນີ້, ພວກ ເຮົາຂໍສະແດງຄວາມຍິນດີ ແລະ ຊົມເຊີຍຢ່າງສຸດໃຈ ແກ່ທີມງານອາສາສະໝັກທັງ 92 ທ່ານ ແລະ ຜູ້ເຂົ້າແຂ່ງຂັນທັງ 56 ທ່ານ ໃນພິທີມອບໃບກຽດຕິຄຸນ ແລະ ໃບຍ້ອງຍໍ "ໃຫ້ອາສາສະໝັກໃນໂຄງການ" ທີ່ຈັດຂຶ້ນໃນວັນທີ 6 ມິຖຸນາ 2026 ນີ້ ທີ່ຫ້ອງການ ສສວດ.
ທຸກໆຢາດເຫື່ອ, ຮອຍຍິ້ມ ແລະ ຄວາມທຸ່ມເທຂອງທຸກຄົນ ຄືແຮງຂັບເຄື່ອນສຳຄັນ ທີ່ເຮັດໃຫ້ໂຄງການສຸຂະພາບສຶກສາ ແລະ ວັດທະນະທຳເດັກ ປະສົບຜົນສຳເລັດຢ່າງຈົບງາມ.
ຂໍຂອບໃຈມາຍັງທຸກໆພາກສ່ວນ, ອາສາສະໝັກທຸກຄົນ ແລະ ຜູ້ສະໜັບສະໜູນໃຈດີທຸກທ່ານ ທີ່ຮ່ວມກັນສ້າງຮອຍຍິ້ມ ແລະ ອະນາຄົດທີ່ສົດໃສໃຫ້ກັບເດັກນ້ອຍໃນມື້ນີ້. 🌿👦👧
#ວັນເດັກນ້ອຍສາກົນ2026 #ອາສາສະໝັກ #ສສວດ #ພັດທະນາເດັກ #ພະລັງໄວໜຸ່ມ