06/09/2023
ຫ້ອງການສຶກສາທິການ ແລະ ກິລາ ເມືອງຮ້ຽມ
ເປີດກອງປະຊູມ ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ສົກຮຽນ 2022-2023.
ໃນວັນທີ 5 ກັນຍາ 2023 ນີ້ ຫ້ອງການສຶກສາທິການ ແລະ ກິລາ ເມືອງຮ້ຽມ ແຂວງຫົວພັນ ໄດ້ເປີດກອງປະຊຸມຜູ້ບໍລິຫານການສຶກສາຂື້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມ ສກມ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງຄຳ ຫງຽນມະລົມ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ເມືອງຮ້ຽມ, ເປັນກຽດເຂົ້າຮ່ວມ ຂອງທ່ານ ລີນອານົງ ທອງຄໍາມີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ແລະ ທ່ານ ນ. ຊ່ຽນ ສີດາວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຮ້ຽມ, ມີຫົວໜ້າ, ຄະນະພັດທະນາການສຶກສາຂັ້ນເມືອງ ຄະນະພັກກຸ່ມບ້ານ 5 ກຸ່ມບ້ານ, ຄະນະຮັບຜິດຊອບກອງປະຊຸມ, ຫົວໜ້າ, ຮອງຫົວໜ້າຫ້ອງການສຶກສາ ແລະ ຜູ້ອໍານວຍການໂຮງຮຽນໃນທຸກຊັ້ນທົ່ວເມືອງຮ້ຽມ ເຂົ້າຮ່ວມຢ່າງພ້ອມພຽງ.
ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຮັບຟັງ ບົດສະຫຼຸບ ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ, ປະຈຳສົກຮຽນ 2022-2023 ແລະ ທິດທາງແຜນການ ປະຈໍາສົກຮຽນ 2023-2024, ບົດວິໄຈສະພາບການສຶກສາຈາກ ທ່ານ ນາງ ອ່ອນສີ ພອນຄໍາທອງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ໄດ້ໃຫ້ຮູ້ວ່າ ໃນສົກຮຽນ 2022-2023 ຢູ່ເມືອງຮ້ຽມ ມີໂຮງຮຽນທັງໝົດ 65 ແຫ່ງ, ມີນັກຮຽນທັງໝົດ 3,615 ນ້ອງ. ໃນນັ້ນ, ມີໂຮງຮຽນອະນຸບານ 29 ແຫ່ງ, ມີນັກຮຽນທັງໝົດ 804 ນ້ອງ, ໂຮງຮຽນປະຖົມ 31 ແຫ່ງ, ມີນັກຮຽນ 1,204 ນ້ອງ, ໂຮງຮຽນມັດທະຍົມຕົ້ນ 4 ແຫ່ງ, ມີນັກຮຽນ 883 ນ້ອງ ແລະ ມັດທະຍົມສົມບຸນ 2 ແຫ່ງ, ມີນັກຮຽນ 688 ນ້ອງ, ມີພະນັກງານ-ລັດຖະກອນສຶກສາທັງໝົດ 271 ຄົນ, ຍິງ 129 ຄົນ, ໃນນັ້ນມີຄູອາສາສະມັກ 4 ຄົນ, ຍິງ 3 ຄົນ, ໄລຍະຜ່ານມາຜູ້ບໍລິຫານການສຶກສາ ແລະ ກິລາ ແຕ່ລະຂັ້ນ ໄດ້ເອົາໃຈໃສ່ປຸກລະດົມສ້າງໂອກາດໃຫ້ເດັກທີ່ມີເກນອາຍຸໄດ້ເຂົ້າຮຽນຫຼາຍຂຶ້ນ, ຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນທີ່ ກະຊວງສຶກສາທິການ ແລະ ກີລາວາງອອກ (ສອນດີ-ຮຽນເກັ່ງ, ຕ້ານປະກົດການຫຍໍ້ທໍ້ ແລະ ສ້າງສິ່ງແວດລ້ອມໃນໂຮງຮຽນ) ເຫັນໄດ້ວ່າມີຜົນສໍາເລັດຫຼາຍຂຶ້ນກວ່າປີທີ່ຜ່ານມາ; ໃນສົກຮຽນ 2023-2024 ໄດ້ມີແຜນສູ້ຊົນເພື່ອແກ້ໄຂບັນຫາຕ່າງໆທີ່ກົດໜ່ວງການພັດທະນາການສຶກສາ ແລະ ກິລາ ຜູ້ບໍລິຫານໂຮງຮຽນ ແຕ່ລະທ່ານ ຕ້ອງປັບປຸງແບບແຜນວິທີເຮັດວຽກໃຫ້ໜັກແໜ້ນເຂັ້ມແຂງທຸກດ້ານ ໂດຍສະເພາະແມ່ນຂອດຈັດຕັ້ງປະຕິບັດ ແລະ ຂອດປະສານງານໃຫ້ສອດຄ່ອງກັບຄວາມເປັນຈິງ ພ້ອມທັງສູ້ຊົນສົ່ງເສີມໃຫ້ເດັກນ້ອຍໄດ້ເຂົ້າໂຮງຮຽນຕາມເກນອາຍຸ, ຊຸກຍູ້ສົ່ງເສີມພໍ່ແມ່ຜູ້ປົກຄອງເດັກໃຫ້ໄດ້ເຂົ້າຮຽນຫຼາຍຂຶ້ນ, ສ້າງຮັບຜິດຊອບສູງໃຫ້ຜູ້ບໍລິຫານໂຮງຮຽນ, ຄູສອນ, ຄູສຶກສານິເທດ ແລະ ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຕິດຕາມຊ່ວຍເຫຼືອການຮຽນ-ການສອນ ຢູ່ໃນໂຮງຮຽນໃຫ້ມີປະສິດທິພາບສູງ, ແບ່ງຄວາມຮັບຜິດຊອບໃຫ້ເໝາະສົມ, ເພື່ອຮັບປະກັນດ້ານຄຸນນະພາບການສຶກສາແຕ່ລະຊັ້ນຮຽນ ຕ້ອງບໍາລຸງນັກຮຽນເກັ່ງ ແລະ ສອນເພີ່ມນັກຮຽນອ່ອນ, ສະໜອງອຸປະກອນການຮຽນ-ການສອນ ທີ່ຈໍາເປັນພື້ນຖານໃຫ້ແຕ່ລະໂຮງຮຽນ ແລະ ສືບຕໍ່ສ້າງໂຮງຮຽນປອດຢາເສບຕິດໃຫ້ເປັນຂະບວນຟົດຟື້ນ, ໃນນີ້ ຜູ້ແທນເຂົ້າຮ່ວມຍັງໄດ້ສົນທະນາປະກອບຄຳຄິດຄຳເຫັນ ແລະ ໃຫ້ທິດທາງແກ້ໄຂບັນດາຂໍ້ຂ້ອງໃຈຕ່າງໆ ຂອງວຽກງານຖັນແຖວການສຶກສາ ແລະ ກິລາເມືອງ, ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບ-ແຜນການ ຢ່າງເປັນເອກະພາບ.
ໃນຕອນທ້າຍ ທ່ານ ທອງຄໍາ ຫງຽນມະລົມ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງເມືອງຮ້ຽມ ປະທານກອງປະຊຸມເຊິ່ງທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຫ້ອງສຶກສາທິການສຶກສາທິການ ແລະ ກິລາເມືອງ, ຄະນະພັດທະນາການສຶກສາຂັ້ນເມືອງ, ຂັ້ນບ້ານ ແລະ ອໍານວຍການໂຮງຮຽນທີ່ເຂົ້າຮ່ວມກອງປະຊຸມຈົ່ງພ້ອມກັນເອົາໃຈໃສ່ດ້ວຍຄວາມຕັ້ງໃຈດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ວິຊາສະເພາະຂອງຕົນ. ຈາກນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນ, ຄູອາຈານທຸກຄົນຈົ່ງພ້ອມກັນນຳເອົາບັນດາເນື້ອໃນກອງປະຊຸມທີ່ສຳຄັນຕ່າງໆ ແລະ ມະຕິກອງຂອງປະຊຸມໃນຄັ້ງນີ້ ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນແຜນການ-ແຜນງານລະອຽດ ແລະ ພ້ອມຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນສູງສຸດ ໃນສົກຮຽນ 2023-2024.
ກອງປະຊູມດັ່ງກ່າວ ໄດ້ດໍາເນີນໄປເປັນເວລາ 1 ວັນເຕັມ ແລະ ປິດລົງໃນຕອນແລງຂອງວັນດຽວກັນ.
ພາບໂດຍ: ທ ໄມແສງ
ຂ່າວໂດຍ: ນາງ ໄມວ່າງ