souphanouvong university official

souphanouvong university official ข่าวสาน

ມະຫາວິທະຍາໄລ ສຸພານຸວົງ ສືບຕໍ່ເປີດຮັບສະໝັກສອບເສັງ/ສຳພາດຄັດເລືອກເອົານັກສຶກສາເຂົ້າຮຽນຫຼັກສູດລະດັບ ປະລິນຍາໂທ ແລະ ຕໍ່ເນື່ອງປະ...
18/09/2026

ມະຫາວິທະຍາໄລ ສຸພານຸວົງ ສືບຕໍ່ເປີດຮັບສະໝັກສອບເສັງ/ສຳພາດຄັດເລືອກເອົານັກສຶກສາເຂົ້າຮຽນຫຼັກສູດລະດັບ ປະລິນຍາໂທ ແລະ ຕໍ່ເນື່ອງປະລິນຍາຕີ ຜູ້ທີ່ມີສົນໃຈສາມາດຕິດຕໍ່ພົວພັນລາຍລະອຽດໄດ້ທີ່ ຫ້ອງການຄຸ້ມຄອງວິຊາການ ມສ ຫຼື ຕາມເນື້ອໃນແຈ້ງການ.

ມະຫາວິທະຍາໄລສຸພານຸວົງ ຈັດພິທີມອບປະກາສະນີຍະບັດໃຫ້ແກ່ນັກສຶກສາ ປະຈໍາສົກສຶກສາ 2025-2026_________ໃນຕອນເຊົ້າວັນເສົາ, ວັນທີ 12 ...
14/09/2026

ມະຫາວິທະຍາໄລສຸພານຸວົງ ຈັດພິທີມອບປະກາສະນີຍະບັດໃຫ້ແກ່ນັກສຶກສາ ປະຈໍາສົກສຶກສາ 2025-2026
_________
ໃນຕອນເຊົ້າວັນເສົາ, ວັນທີ 12 ກັນຍາ 2026, ມະຫາວິທະຍາໄລສຸພານຸວົງ ໄດ້ຈັດພິທີມອບປະກາສະນີຍະບັດໃຫ້ແກ່ນັກສຶກສາທີ່ຈົບການສຶກສາ ໃນສົກສຶກສາ 2025-2026, ໃຫ້ກຽດມອບປະກາສະນີຍະບັດແກ່ຜູ້ຈົບສຶກສາ ໂດຍ ທ່ານ ຮອງສາດສະດາຈານ ວິລະ ອາໂນລັກ, ຜູ້ອໍານວຍການ ມະຫາວິທະຍາໄລ ສຸພານຸວົງ, ມີບັນດາຄະນະຜູ້ບໍລິຫານ, ພະນັກງານ, ແຂກຖືກເຊີນ ແລະ ຜູ້ສໍາເລັດການສຶກສາ ເຂົ້າຮ່ວມຢ່າງຟົດຟື້ນ.

ໃນສົກສຶກສາ 2025-2026 ມະຫາວິທະຍາໄລ ສຸພານຸວົງ ມີນັກສຶກສາຈົບການສຶກສາ ທັງໝົດຈໍານວນ 526 ຄົນ, ຍິງ 254 ຄົນ (ປະລິນຍາໂທ 85 ຄົນ, ຍິງ 24 ຄົນ, ປະລິນຍາຕີປົກກະຕິ 380 ຄົນ, ຍິງ 209 ຄົນ ແລະ ຕໍ່ເນື່ອງປະລິນຍາຕີ 61 ຄົນ, ຍິງ 21 ຄົນ), ນັກສຶກສາໄດ້ຮັບກຽດນິຍົມອັນດັບ 1 ມີ 47 ຄົນ, ຍິງ 36 ຄົນ ແລະ ກຽດນິຍົມອັນດັບ 2 ມີ 32 ຄົນ, ຍິງ 19 ຄົນ.

ໃນພິທີອັນມີຄວາມໝາຍຄວາມສໍາຄັນນີ້ ທ່ານຜູ້ອໍານວຍການ ມະຫາວິທະຍາໄລ ສຸພານຸວົງ ປະທານໃນພິທີ ໄດ້ໃຫ້ກຽດໂອ້ລົມແກ່ຜູ້ສໍາເລັດການສຶກສາ ຈົ່ງພ້ອມກັນນໍາເອົາຄວາມຮູ້ທີ່ໄດ້ຮັບຈາກສະຖາບັນແຫ່ງນີ້ນໍາໄປໝູນໃຊ້ໃຫ້ຖືກຕ້ອງໃນການພັດທະນາຕົນເອງ, ພັດທະນາອົງກອນຂອງຕົນເອງ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດ. ນອກນັ້ນ, ທ່ານຍັງເນັ້ນໃຫ້ຜູ້ສໍາເລັດການສຶກສາຕ້ອງມີຄຸນະທຳ, ມີຈັນຍາບັນ, ຈົ່ງຢ່າຢຸດທີ່ຈະກ້າຝັນ, ຈົ່ງລົງມືເຮັດ, ຮັກສາກຽດສັກສີຂອງຕົນ, ຮັກສະຖາບັນທີ່ໄດ້ມາສຶກສາເອົາຄວາມຮູ້ໄວ້ໃຫ້ໝັ້ນຄົງ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.
_________
ຂ່າວ: ສິງທອງ ເພື່ອພົມ
ພາບ: ຈັນທະພອນ ໄຊວົງສານ

ຄະນະພາສາສາດ ມະຫາວິທະຍາໄລສຸພານຸວົງ ຮ່ວມກັບຄະນະມະນຸດສາດ ແລະ ສັງຄົມສາດ, ມະຫາວິທະຍາໄລມະຫາວາຣະຄາມ ຈັດກອງປະຊຸມສຳມະນາວິຊາການ ລະ...
07/09/2026

ຄະນະພາສາສາດ ມະຫາວິທະຍາໄລສຸພານຸວົງ ຮ່ວມກັບຄະນະມະນຸດສາດ ແລະ ສັງຄົມສາດ, ມະຫາວິທະຍາໄລມະຫາວາຣະຄາມ ຈັດກອງປະຊຸມສຳມະນາວິຊາການ ລະດັບນານາຊາດ ຄັ້ງທີ 6.
ໃນວັນທີ 5 ກັນຍາ 2026 ທີ່ຜ່ານມາ, ທີ່ ສະໂມສອນໃຫຍ່ ມະຫາວິທະຍາໄລສຸພານຸວົງ ໄດ້ມີການຈັດກອງປະຊຸມສຳມະນາວິຊາການ ລະດັບນານາຊາດ ຄັ້ງທີ 6 ຂຶ້ນ, ພາຍໃຕ້ຫົວຂໍ້ “ພາສາ-ວັດທະນະທຳ ແລະ ສັງຄົມ ອາຊຽນ-ຈີນ 2026”.
ໃຫ້ກຽດເປັນເປັນປະທານແລະກ່າວເປີດງານໂດຍທ່ານ ຮສ. ປອ. ວົງປະສິດ ຈັນທະຄູນ ຮອງຜູ້ອໍານວຍການ ມະຫາວິທະຍາໄລສຸພານຸວົງ.
ໃນພິທີໄດ້ມີການມອບໂລ້ທີ່ລະນຶກໃຫ້ແກ່ເຈົ້າພາບຮ່ວມ ແລະ ມອບຂອງທີ່ລະນຶກ ໂດຍທ່ານ ຜສ. ດຣ. ລາຊັນ ນິນລະວັນນາພາ ປະທານຈັດການປະຊຸມ. ນອກຈາກນັ້ນ, ຍັງມີການສະແດງດົນຕີຈາກວົງ Sin Isan Orchestra ຈາກວິທະຍາໄລດຸລິຍາງສິນ ມະຫາວິທະຍາໄລຂອນແກ່ນ.
ພາຍໃນງານຍັງມີການບັນຍາຍພິເສດ ແລະ ແລກປ່ຽນທັດສະນະກ່ຽວກັບພາສາ, ວັດທະນະທຳ ແລະ ການພັດທະນາພາສາລາວໃນບໍລິບົດອາຊຽນ-ຈີນ. ຈາກຝ່າຍໄທໂດຍທ່ານ ຮສ. ດຣ. ປະຖົມ ຫົງສຸວັນ ໃນຫົວຂໍ້ “ການປ່ຽນແປງຂອງດິນແດນລຸ່ມແມ່ນ້ຳຂອງສະໄໝໃໝ່ ໃນບໍລິບົດການສຶກສາໄຮ້ພົມແດນ” ແລະ ຝ່າຍລາວໂດຍທ່ານ ຮສ. ປອ. ຄຳຜາຍ ສີສະຫວັນ ໃນຫົວຂໍ້ “ການສົ່ງເສີມ ແລະ ພັດທະນາພາສາລາວໃນບໍລິບົດປັດຈຸບັນ”.
ກອງປະຊຸມວິຊການນານາຊາດຄັ້ງນີ້ມີຜູ້ນໍາສະເໜີບົດຄວາມວິຊາການທັງໝົດ 106 ບົດ, ໃນນີ້ມີການນໍາສະເໜີແບບອອນລາຍ 25 ຫົວບົດ, ເຊິ່ງມາຈາກບັນດາປະເທດຕ່າງໆເຊັ່ນ: ລາວ, ໄທ, ຫວຽດນາມ ແລະ ຈີນ.

ແຈ້ງເຖິງ: ຜູ້ທີ່ສອບເສັງຕິດຄະນະວິຊາຕ່າງໆ ໃນ ມະຫາວິທະຍາໄລ ສຸພານຸວົງ, ສົກສຶກສາ 2026-2027 ໃຫ້ມາລົງທະບຽນ ເພື່ອເຂົ້າຮຽນຕາມແຈ້ງ...
04/09/2026

ແຈ້ງເຖິງ: ຜູ້ທີ່ສອບເສັງຕິດຄະນະວິຊາຕ່າງໆ ໃນ ມະຫາວິທະຍາໄລ ສຸພານຸວົງ, ສົກສຶກສາ 2026-2027 ໃຫ້ມາລົງທະບຽນ ເພື່ອເຂົ້າຮຽນຕາມແຈ້ງການລຸ່ມນີ້:

📢 ແຈ້ງການ: ປະກາດຜົນການສອບເສັງເຂົ້າຮຽນ ມະຫາວິທະຍາໄລ ສຸພານຸວົງ ປະຈຳສົກຮຽນ 2026-2027. ຜົນການສອບເສັງຄັດເລືອກນັກສຶກສາເຂົ້າຮຽນ...
02/09/2026

📢 ແຈ້ງການ: ປະກາດຜົນການສອບເສັງເຂົ້າຮຽນ ມະຫາວິທະຍາໄລ ສຸພານຸວົງ ປະຈຳສົກຮຽນ 2026-2027.
ຜົນການສອບເສັງຄັດເລືອກນັກສຶກສາເຂົ້າຮຽນ ທີ່ມະຫາວິທະຍາໄລ ສຸພານຸວົງ ປະຈໍາສົກສຶກສາ 2026-2027
ສາມາດກວດເບິ່ງຜ່ານຊ່ອງທາງ:
1. ເຟກບຸກ: https://www.facebook.com/ souphanouvong university official
2. ເວັບໄຊ: https://www.su.edu.la/
3. ຫຼື ເຂົ້າມາພົວພັນໄດ້ທີ່ຫ້ອງການຄຸ້ມຄອງວິຊາການ ມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ
👉ນັກສຶກສາທີ່ມີລາຍຊື່ຈາກຜົນການຄັດເລືອກ ໃຫ້ມາລົງທະບຽນເປັນນັກສຶກສາ ຂອງມະຫາວິທະຍາໄລ ສຸພານຸວົງ
ຢູ່ທີ່ ຫ້ອງການຄຸ້ມຄອງວິຊາການ ຕາມສາຂາວິຊາທີ່ກໍານົດໄວ້, ​ນັບແຕ່ວັນທີ 2-12 ກັນຍາ 2026 ນີ້.

ມະຫາວິທະຍາໄລ ສຸພານຸວົງ ເປີດຮັບບົດຄົ້ນຄວ້າວິທະຍາສາດໃນກອງປະຊຸມວິຊາການ ລະດັບສາກົນຄັ້ງທີ 9 (CARSU9) ເຊິ່ງຈະຈັດຂຶ້ນໃນວັນທີ 6 ...
29/08/2026

ມະຫາວິທະຍາໄລ ສຸພານຸວົງ ເປີດຮັບບົດຄົ້ນຄວ້າວິທະຍາສາດ
ໃນກອງປະຊຸມວິຊາການ ລະດັບສາກົນຄັ້ງທີ 9 (CARSU9) ເຊິ່ງຈະຈັດຂຶ້ນໃນວັນທີ 6 ພະຈິກ 2026 ນີ້, ທີ່ ມະຫາວິທະຍາໄລ ສຸພານຸວົງ.
_________
ລາຍລະອຽດຢູ່ໃນແຈ້ງການ👇

ຄະນະນໍາ ມະຫາວິທະຍາໄລ ສຸພານຸວົງ ຕ້ອນຮັບການເຂົ້າຢ້ຽມຢາມຂອງຄະນະຜູ້ແທນ ຈາກ ສສ ຫວຽດນາມ_________ໃນຕອນເຊົ້າຂອງວັນທີ 28 ສິງຫາ 20...
28/08/2026

ຄະນະນໍາ ມະຫາວິທະຍາໄລ ສຸພານຸວົງ ຕ້ອນຮັບການເຂົ້າຢ້ຽມຢາມຂອງຄະນະຜູ້ແທນ ຈາກ ສສ ຫວຽດນາມ
_________

ໃນຕອນເຊົ້າຂອງວັນທີ 28 ສິງຫາ 2026 ທີ່ ຫ້ອງປະຊຸມສໍານັກງານ ມະຫາວິທະຍາໄລ ສຸພານຸວົງ ໄດ້ມີພິທີຕ້ອນຮັບການເຂົ້າຢ້ຽມຢາມຂອງຄະນະຜູ້ແທນຈາກ ສສ ຫວຽດນາມ, ໃຫ້ກຽດຕ້ອນຮັບໂດຍທ່ານ ຮສ. ວິລະ ອາໂນລັກ ຜູ້ອໍານວຍການມະຫາວິທະຍາໄລສຸພານຸວົງ, ມີຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ຮອງຜູ້ອໍານວຍການມະຫາວິທະຍາໄລ, ຫົວໜ້າຫ້ອງການ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຝ່າຍຜູ້ແທນຈາກ ສສ ຫວຽດນາມ ນໍາພາໂດຍທ່ານ ຫງວຽນດຶກເຊີນ ຜູ້ອຳນວຍການ ມະຫາວິທະຍາໄລສ້າງຄູ ຮ່າໂນຍ ພ້ອມດ້ວຍຄະນະ, ເຊິ່ງປະກອບດ້ວຍຜູ້ຕາງໜ້າຈາກ ກະຊວງສຶກສາທິການ ແລະ ກໍ່ສ້າງ ແລະ ມະຫາວິທະຍາໄລຕ່າງໆຈາກ ສສ ຫວຽດນາມ 10 ແຫ່ງ ເຂົ້າຮ່ວມ.

ຈຸດປະສົງຂອງການພົບປະໃນຄັ້ງນີ້ເພື່ອ ສານສາຍສຳພັນການຮ່ວມມືແບບພິເສດລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະການພັດທະນາດ້ານການສຶກສາຮ່ວມກັນໃຫ້ແໜ້ນແຟ້ນຂຶ້ນໄປເລື້ອຍໆ.

ສາຍພົວພັນ ລາວ-ຫວຽດນາມ ເປັນສາຍພົວພັນແບບພິເສດທີ່ມີຄວາມໝາຍເລິກເຊິ່ງ ແລະ ຍາວນານເຊິ່ງສອງປະເທດໄດ້ຮ່ວມຜ່ານຜ່າບັນດາໄລຍະທີ່ສຳຄັນຂອງປະຫວັດສາດ ດ້ວຍຈິດໃຈແຫ່ງຄວາມສາມັກຄີ, ຄວາມໄວ້ວາງໃຈ, ການເຄົາລົບ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ຄວາມສຳພັນອັນແໜ້ນແຟ້ນນີ້ ໄດ້ກາຍເປັນຮາກຖານສຳຄັນໃຫ້ສອງປະເທດສາມາດຮ່ວມມື ແລະ ສະໜັບສະໜູນກັນໃນຫຼາຍດ້ານ ເຊັ່ນ: ການເມືອງ, ເສດຖະກິດ, ການສຶກສາ, ວິທະຍາສາດ, ວັດທະນະທຳ, ການພັດທະນາບຸກຄະລາກອນ ແລະ ດ້ານອື່ນໆ.

ໃນໄລຍະຜ່ານມາ ມະຫາວິທະຍາໄລສຸພານຸວົງ ໄດ້ມີການຮ່ວມມືກັບບັນດາສະຖາບັນ ແລະ ມະຫາວິທະຍາໄລຂອງ ສສ ຫວຽດນາມ ຈຳນວນ 9 ແຫ່ງ, ໄດ້ມີການຈັດກອງປະຊຸມປຶກສາຫາລື, ການຮ່ວມມືດ້ານວິຊາການ, ການສ້າງຫຼັກສູດຮ່ວມ, ນອກນັ້ນຍັງມີການຮັບອາສາສະໝັກຈາກ ສສ ຫວຽດນາມ ມາປະຈຳຢູ່ ມະຫາວິທະຍາໄລ ສູພານຸວົງ ອີກດ້ວຍ.
_________
ຂ່າວ-ພາບ: ສິງທອງ ເພື່ອພົມ

ມະຫາວິທະຍາໄລສຸພານຸວົງ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ພະນັກງານ-ອາຈານ ແລະ ອະດີດການນໍາ_________ໃນວ...
28/08/2026

ມະຫາວິທະຍາໄລສຸພານຸວົງ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ພະນັກງານ-ອາຈານ ແລະ ອະດີດການນໍາ
_________
ໃນວັນທີ 25 ສິງຫາ 2026 ນີ້, ຢູ່ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລສຸພານຸວົງ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975-2025) ໃຫ້ແກ່ຄະນະນໍາ, ພະນັກງານ-ອາຈານ ແລະ ພະນັກງານບໍານານ ມະຫາວິທະຍາໄລສຸພານຸວົງ ຢ່າງສົມກຽດ.

ໃຫ້ກຽດເປັນປະທານໃນພິທີດັ່ງກ່າວໂດຍ ທ່ານ ຄໍາຫຼ້າ ລຽນປະດິດ, ຮອງເລຂາຄະນະບໍລິຫານງານພັກແຂວງ, ແຂວງຫຼວງພະບາງ. ໂດຍມີຄະນະນໍາ ມະຫາວິທະຍາໄລສຸພານຸວົງ ພ້ອມດ້ວຍອະດີດການນໍາ, ພະນັກງານບໍານານ ແລະ ຄູ-ອາຈານເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ຄໍາຫຼ້າ ລຽນປະດິດ ໄດ້ໃຫ້ກຽດປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ຜູ້ທີ່ມີຜົນງານໃນມະຫາວິທະຍາໄລສຸພານຸວົງ ທັງໝົດ 194 ຄົນ, ການປະດັບຫຼຽນກາລະນຶກໃນຄັ້ງນີ້ ຖືເປັນການຍົກຍ້ອງ ແລະ ຍ້ອງຍໍເຖິງຜົນງານ, ຄຸນງາມຄວາມດີ ຂອງບຸກຄະລາກອນພາຍໃນມະຫາວິທະຍາໄລສຸພານຸວົງ ເຊິ່ງປະກອບມີຄະນະການນຳ, ອະດີດການນໍາ, ພະນັກງານບໍານານ ແລະ ພະນັກງານ-ອາຈານ ທີ່ມີຄວາມບຸກບືນຫ້າວຫັນ, ໄດ້ອຸທິດແຮງກາຍແຮງໃຈ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການພັດທະນາຂະແໜງການສຶກສາ ແລະ ການສ້າງຊັບພະຍາກອນມະນຸດ ເພື່ອຮັບໃຊ້ປະເທດຊາດຕະຫຼອດໄລຍະຜ່ານມາ.
_________
ຂ່າວ: ສິງທອງ ເພື່ອພົມ
ພາບ: ແອນຈີ

ມະຫາວິທະຍາໄລສຸພານຸວົງ ຈັດພິທີມອບໃບຢັ້ງຢືນຕໍາແໜ່ງວິຊາການ ໃຫ້ພະນັກງານ-ອາຈານ_________ໃນວັນທີ 25 ສິງຫາ 2026 ນີ້, ຢູ່ທີ່ສະໂມສ...
27/08/2026

ມະຫາວິທະຍາໄລສຸພານຸວົງ ຈັດພິທີມອບໃບຢັ້ງຢືນຕໍາແໜ່ງວິຊາການ ໃຫ້ພະນັກງານ-ອາຈານ
_________
ໃນວັນທີ 25 ສິງຫາ 2026 ນີ້, ຢູ່ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລສຸພານຸວົງ ໄດ້ຈັດພິທີມອບໃບຢັ້ງຢືນຕໍາແໜ່ງວິຊາການ ໃຫ້ແກ່ພະນັກງານພາຍໃນມະຫາວິທະຍາໄລຢ່າງເປັນທາງການ.

ພິທີດັ່ງກ່າວໄດ້ຈັດຂຶ້ນໂດຍການເປັນປະທານ ແລະ ໃຫ້ກຽດມອບໃບຢັ້ງຢືນໂດຍທ່ານ ຮສ. ວິລະ ອາໂນລັກ, ຜູ້ອໍານວຍການ ມະຫາວິທະຍາໄລສຸພານຸວົງ. ມີບັນດາຄະນະນໍາ, ພະນັກງານແລະແຂກຖືກເຊີນເຂົ້າຮ່ວມຢ່າງຟົດຟື້ນຫຼາຍກວ່າ 300 ຄົນ.

ສໍາລັບການມອບໃບຢັ້ງຢືນຕໍາແໜ່ງວິຊາການໃນຄັ້ງນີ້ ມີຜູ້ທີ່ໄດ້ຮັບການອະນຸມັດ ແລະ ຮັບຕໍາແໜ່ງ ທັງໝົດ 14 ຄົນ, ເຊິ່ງໄດ້ແບ່ງອອກເປັນ 2 ຂັ້ນຕໍາແໜ່ງ ຄື: ຕໍາແໜ່ງວິຊາການ ຂັ້ນອາຈານ ມີທັງໝົດ 8 ຄົນ, ຍິງ 2 ຄົນ; ຕໍາແໜ່ງວິຊາການ ຂັ້ນຜູ້ຊ່ວຍອາຈານ ມີທັງໝົດ 6 ຄົນ, ຍິງ 5 ຄົນ.

ການມອບ-ຮັບຕໍາແໜ່ງວິຊາການໃນຄັ້ງນີ້ ຖືເປັນບາດກ້າວສໍາຄັນ ແລະ ເປັນຜົນງານໃນການຢັ້ງຢືນເຖິງຄວາມຮູ້, ຄວາມສາມາດ, ຜົນງານທາງດ້ານວິຊາການ ແລະ ການຄົ້ນຄວ້າວິໄຈ ຂອງພະນັກງານ-ອາຈານ. ທັງເປັນການຍົກປະສິດທິພາບ ແລະ ມາດຕະຖານດ້ານການສຶກສາຂອງ ມະຫາວິທະຍາໄລສຸພານຸວົງ ໃຫ້ມີຄວາມເຂັ້ມແຂງ ແລະ ກ້າວໜ້າຢ່າງຕໍ່ເນື່ອງ.
_________
ຂ່າວ: ສິງທອງ ເພື່ອພົມ
ພາບ: ແອນຈີ

ມະຫາວິທະຍາໄລສຸພານຸວົງ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ປະຈໍາສົກສຶກສາ 2025-2026 ແລະ ທິດທາງແຜນການ ສົກສ...
25/08/2026

ມະຫາວິທະຍາໄລສຸພານຸວົງ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ປະຈໍາສົກສຶກສາ 2025-2026 ແລະ ທິດທາງແຜນການ
ສົກສຶກສາ 2026-2027
_________
ໃນຕອນເຊົ້າຂອງວັນທີ 24 ສິງຫາ 2026 ທີ່ ສະໂມສອນໃຫຍ່ຂອງມະຫາວິທະຍາໄລສຸພານຸວົງ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການສຶກສາປະຈໍາສົກສຶກສາ 2025-2026 ແລະ ທິດທາງແຜນການພັດທະນາການສຶກສາສົກສຶກສາ 2026-2027; ໂດຍການເປັນປະທານຂອງທ່ານ ຮສ. ວິລະ ອາໂນລັກ ຜູ້ອໍານວຍການມະຫາວິທະຍາໄລສຸພານຸວົງ, ມີຄະນະຜູ້ອໍານວຍການ, ຫົວໜ້າຄະນະວິຊາ, ຫົວໜ້າຫ້ອງການ, ຫົວໜ້າສະຖາບັນ, ຫົວໜ້າຫໍສະໝຸດ, ຫົວໜ້າສູນ ແລະ ພະນັກງານອາຈານທົ່ວມະຫາວິທະຍາໄລສຸພານຸວົງ ເຂົ້າຮ່ວມ, ຮວມທັງໝົດ 300 ກວ່າຄົນ.

ຈຸດປະສົງຂອງກອງປະຊຸມເພື່ອເຜີຍແຜ່ວຽກງານດ້ານວິຊາການ, ເຜີຍແຜ່ຄໍາແນະນໍາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ເລກທີ 374/ຄຈສພ, ລົງວັນທີ 19 ມິຖຸນາ 2026, ເຜີຍແຜ່ມະຕິສະພາກຳມາທິການວິຊາການ ແລະ ບໍລິຫານ, ລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມປະຈໍາສົກສຶກສາ 2025-2026, ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາການ ສຶກສາປະຈໍາສົກສຶກສາ 2025-2026 ແລະ ທິດທາງແຜນການພັດທະນາການສຶກສາ ສົກ 2026-2027.

ປັດຈຸບັນ ມະຫາວິທະຍາໄລ ສຸພານຸວົງ ປະກອບມີ 6 ຄະນະວິຊາ 2 ຫ້ອງການ, 3 ສູນ, 1 ສະຖາບັນ ແລະ 1 ຫໍສະໝຸດ, ມີຫຼັກສູດການຮຽນ-ການສອນທັງໝົດ 62 ຫຼັກສູດ; ມີພະນັກງານ-ອາຈານທັງໝົດ 384 ຄົນ, ຍິງ 122 ຄົນ. ລະດັບວິຊາສະເພາະ ເໜືອປະລິນຍາເອກ 1 ຄົນ, ປະລິນຍາເອກ 33 ຄົນ, ປະລິນຍາໂທ 243 ຄົນ, ປະລິນຍາຕີ 103 ຄົນ, ຊັ້ນກາງ-ຊັ້ນຕົ້ນ 4 ຄົນ.

ພະນັກງານໄດ້ຮັບຕໍາແໜ່ງວິຊາການຄູທັງໝົດ 308 ຄົນ ຍິງ 97 ຄົນ, ໃນນີ້ມີຂັ້ນຮອງສາດສະດາຈານ 8 ຄົນ, ຍິງ 2 ຄົນ, ຂັ້ນອາຈານ 103 ຄົນ, ຍິງ 28 ຄົນ, ຂັ້ນຜູ້ຊ່ວຍອາຈານ 197 ຄົນ, ຍິງ 67 ຄົນ, ມີຊ່ຽວຊານຕ່າງປະເທດ 1 ຄົນ, ອາສາສະໝັກ 25 ຄົນ, ຍິງ 18 ຄົນ ແລະ ນັກສຶກສາທັງໝົດ 2,332 ຄົນ, ຍິງ 1,333 ຄົນ (ປະລິນຍາຕີປົກກະຕິ 1,770 ຄົນ, ຍິງ 937 ຄົນ, ຕໍ່ເນື່ອງປະລິນຍາຕີ 251 ຄົນ, ຍິງ 89 ຄົນ, ນັກສຶກສາປະລິນຍາໂທ 311 ຄົນ, ຍິງ 98 ຄົນ).

ໃນສົກສຶກສາ 2025-2026 ມະຫາວິທະຍາໄລສຸພານຸວົງ ມີຄາດໝາຍສູ້ຊົນທີ່ໄດ້ຈັດຕັ້ງປະຕິບັດ, ສາມາດບັນລຸ ແລະ ເກີນຄາດໝາຍຄື: ສົ່ງພະນັກງານໄປຍົກລະດັບປະລິນຍາເອກ 10 ຄົນ, ຍິງ 5 ຄົນ, ປະລິນຍາໂທ 11 ຄົນ, ຍິງ 4 ຄົນ ແລະ ເຂົ້າຮ່ວມກອງປະຊຸມຝຶກອົບຮົມໄລຍະສັ້ນ 263 ເທື່ອຄົນ, ຍິງ 80 ເທື່ອຄົນ; ຮ່ວມມືກັບບັນດາວິທະຍາໄລຢູ່ແຂວງພາກເໜືອເພື່ອເປີດສອນຫຼັກສູດລະດັບປະລິນຍາໂທ ແລະ ຕໍ່ເນື່ອງປະລິນຍາຕີໃນການຂະຫຍາຍການສຶກສາສູ່ທ້ອງຖິ່ນໄດ້ 4 ຫຼັກສູດ; ສ້າງຫຼັກສູດຮ່ວມກັບມະຫາວິທະຍາໄລຕ່າງປະເທດໃຫ້ໄດ້ 1 ຫຼັກສູດ; ຈັດຕັ້ງການສອບເສັງເລື່ອນຊັ້ນໃຫ້ນັກສຶກສາສາມາດສອບເສັງຜ່ານທັງ 2 ພາກຮຽນ ໄດ້ 85.63%; ດໍາເນີນການຄົ້ນຄວ້າວິທະຍາສາດປະຕິບັດໄດ້ 21 ຫົວຂໍ້, ໃນນັ້ນ ມີ 5 ຫົວຂໍ້ທີ່ໄດ້ເນັ້ນໃສ່ການແກ້ໄຂບັນຫາເສດຖະກິດ-ສັງຄົມ ແລະ ການສ້າງນະວັດຕະກຳໃໝ່, ສໍາເລັດການຕິດຕັ້ງໄຟຟ້າໂຊລາເຊວຕາມເສັ້ນທາງພາຍໃນ ມສ; ຕິດຕັ້ງຈໍ LED ຂະຫນາດ 3x8 ແມັດໃສ່ຫ້ອງປະຊຸມໃຫຍ່, ຍົກລະດັບສີມືແຮງງານໃຫ້ກັບຜູ້ປະກອບການ, ຂະແໜງບໍລິການ, ກະສິກໍາ ແລະ ການທ່ອງທ່ຽວ ທັງພາກລັດ, ພາກເອກະຊົນ ແລະ ຊາວກະສິກອນ ໂດຍຜ່ານຂະບວນການຝຶກອົບຮົມ 558 ຄົນ.

ມະຫາວິທະຍາໄລສຸພານຸວົງໄດ້ລົງນາມ MOU, MOA ແລະ MOD ທັງພາຍໃນ ແລະ ຕ່າງປະເທດທັງໝົດ 65 ສະບັບເຊິ່ງໃນນັ້ນສະເພາະສົກສຶກສາ 2025–2026 ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈດ້ານວິຊາການໄດ້ 10 ສະບັບ, ຮັບຊ່ຽວຊານ-ອາສາສະໝັກຕ່າງປະເທດເຂົ້າມາປະຕິບັດໜ້າທີ່ຢູ່ມະຫາວິທະຍາໄລ ທັງໝົດ 26 ຄົນ, ຍິງ 15 ຄົນ; ສະເໜີໂຄງການເພື່ອຍາດແຍ່ງທຶນຊ່ວຍເຫຼືອຈຳນວນ 16 ໂຄງການ.

ເພື່ອຜັນຂະຫຍາຍແຜນພັດທະນາການສຶກສາ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ XI, ແຜນພັດທະນາການສຶກສາ 5 ປີ ຄັ້ງທີ V (2026-2030) ຂອງ ມສ, ດໍາລັດ 282/ ລບ ນະຄອນຫຼວງວຽງຈັນ, ວັນທີ 22 ພຶດສະພາ 2024 ວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ມະຕິ 04/ກມສພ, ນະຄອນຫຼວງວຽງຈັນ, ວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ໃຫ້ປາກົດຜົນເປັນຈິງ ແລະ ບັນລຸທິດທາງລວມນັ້ນ, ມະຫາວິທະຍາໄລ ສຸພານຸວົງ ໄດ້ກໍານົດແຜນພັດທະນາການສຶກສາ ປະຈໍາສົກສຶກສາ 2026-2027 ໂດຍສຸມໃສ່ 3 ເປົ້າໃຫຍ່ຄື: ການເຂົ້າເຖິງຢ່າງເທົ່າທຽມ, ຄຸນນະພາບ ແລະ ຄວາມສອດຄ່ອງ, ການບໍລິຫານ ແລະ ຄຸ້ມຄອງ.
_________
ຂ່າວ: ສິງທອງ ເພື່ອພົມ
ພາບ: ຈັນທະພອນ ໄຊວົງສານ

Address

ลาว
ลาว

Telephone

+8562022999880

Website

Alerts

Be the first to know and let us send you an email when souphanouvong university official posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to souphanouvong university official:

Shortcuts

Share