ສະມາຄົມນັກສຶກສາລາວ ທີ່ປັກກິ່ງ, ສປ ຈີນ Lao Student Association in Beijing

ສະມາຄົມນັກສຶກສາລາວ ທີ່ປັກກິ່ງ, ສປ ຈີນ  Lao Student Association in Beijing

Share

Contact information, map and directions, contact form, opening hours, services, ratings, photos, videos and announcements from ສະມາຄົມນັກສຶກສາລາວ ທີ່ປັກກິ່ງ, ສປ ຈີນ Lao Student Association in Beijing, School, Beijing, Beijing.

Photos from Lao National Radio's post 27/09/2025
03/09/2025

ທ່ານສີຈິ້ນຜິງພ້ອມພັນລະຍາຕ້ອນຮັບຫົວໜ້າຄະນະຜູ່ແທນຕ່າງປະເທດພ້ອມພັນລະຍາທີ່ມາເຂົ້າຮ່ວມກອງປະຊຸມລະນຶກສົງຄາມປະຊາຊົນຈີນຕໍ່ຕ້ານຍີ່ປຸ່ນແລະສົງຄາມຕ້ານຟາດຊິດໂລກໄດ້ຮັບໄຊຊະນະຄົບຮອບ 80 ປີ
ຕອນເຊົ້າວັນທີ 3 ກັນຍານີ້ ກອງປະຊຸມລະນຶກສົງຄາມປະຊາຊົນຈີນຕໍ່ຕ້ານຍີ່ປຸ່ນແລະສົງຄາມຕ້ານຟາດຊິດໂລກໄດ້ຮັບໄຊຊະນະຄົບຮອບ 80 ປີໄດ້ຈັດຂຶ້ນຢູ່ສະໜາມຫຼວງທຽນອ່ານເມີນທີ່ນະຄອນຫຼວງປັກກິ່ງຢ່າງຄຶກຄື້ນ. ກ່ອນໄຂກອງປະຊຸມດັ່ງກ່າວ, ທ່ານສີຈິ້ນຜິງ ພ້ອມພັນລະຍາ ທ່ານນາງເຜີງລີຢວນໄດ້ໄປຮອດສະໜາມປະຕູຕວນເມີນ ເພື່ອຕ້ອນຮັບຫົວໜ້າຄະນະຜູ້ແທນຕ່າງປະເທດພ້ອມພັນລະຍາທີ່ມາຮ່ວມກອງປະຊຸມ ເພື່ອພ້ອມກັນລະນຶກວັນພິເສດອັນຍິ່ງໃຫຍ່ວັນນີ້.

Photos from CMG FM93's post 03/09/2025
Photos from ສະມາຄົມນັກສຶກສາລາວ ທີ່ປັກກິ່ງ, ສປ ຈີນ  Lao Student Association in Beijing's post 19/08/2025

ເຖິງອ້າຍເອຶ້ອຍນ້ອງນັກສຶກສາລາວ ທີ່ນະຄອນຫຼວງປັກກິ່ງ:

- ອີງຕາມຂໍ້ຕົກລົງຂອງສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ “ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະນັກສຶກສາ ແລະ ຄະນະຮັບຜິດຊອບ 3 ອົງການຈັດຕັ້ງມະຫາຊົນ ຂອງນັກສຶກສາລາວ ທີ່ນະຄອນຫຼວງປັກກິ່ງ ສົກສຶກສາ 2025-2026” ສະບັບເລກທີ 078/ສລຈ.ໜພ, ລົງວັນທີ 19 ສິງຫາ 2025.

ເພຈ ສະມາຄົມນັກສຶກສາລາວ ທີ່ປັກກິ່ງ ຂໍແຈ້ງມາຍັງສະມາຊິກນັກສຶກສາລາວໃນນະຄອນຫຼວງປັກກິ່ງຊາບວ່າ: ບົນພື້ນຖານຜົນການເລືອກຕັ້ງຄະນະນັກສຶກສາລາວ ປະຈຳສົກປີ 2025-2026 ທີ່ໄດ້ຈັດຂຶ້ນທີ່ສະຖານເອກອັກຄະລັດຖະທູດລາວ ຄັ້ງວັນທີ 21 ມິຖຸນາ 2025 ທີ່ຜ່ານມາ, ສະຖານເອກອັກຄະລັດຖະທູດ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະນັກສຶກສາ ແລະ ຄະນະຮັບຜິດຊອບ 3 ອົງການຈັດຕັ້ງມະຫາຊົນ ຂອງນັກສຶກສາລາວ ທີ່ນະຄອນຫຼວງປັກກິ່ງ ສົກສຶກສາ 2025-2026 ໂດຍມີລາຍຊື່ ດັ່ງນີ້:

1. ທ່ານ ພານົງສິດ ອິນທະກຸມມານ ເປັນຫົວໜ້າຄະນະ
2. ທ່ານ ວິຊຸນນະລາດ ພິຈິດ ເປັນຮອງ
3. ທ່ານ ນ. ເພັດມະນີ ທໍາມະສິດ ເປັນຮອງ
4. ທ່ານ ນ. ສຸກັນຍາ ພົມມະຈັນ ເປັນຄະນະ
5. ທ່ານ ເອກວິໄຊ ຕຣັ່ນ ເປັນຄະນະ

ໃນນາມຄະນະນັກສຶກສາລາວ ທີ່ນະຄອນຫຼວງປັກກິ່ງ ໃນສົກປີ 2023-2024 ແລະ 2024-2025, ຂໍຕາງໜ້າສະມາຊິກຄະນະນັກສຶກສາສົກປີຜ່ານມາ ສະແດງຄວາມຂອບໃຈຈາກໃຈ ມາຍັງບັນດາຄະນະຈຸ ແລະ ອ້າຍເອຶ້ອຍນ້ອງນັກສຶກສາລາວເຮົາ ທີ່ໄດ້ໃຫ້ການຮ່ວມມື, ການຊ່ວຍເຫຼືອ ແລະ ການສະໜັບສະໜູນ ຕໍ່ການດຳເນີນກິດຈະກຳຕ່າງໆ ຂອງຄະນະນັກສຶກສາລາວ ໃນໄລຍະຜ່ານມາໃຫ້ສຳເລັດຜົນດ້ວຍດີ.

ຂໍໃຫ້ອ້າຍເອຶ້ອຍນ້ອງນັກສຶກສາລາວ ທີ່ນະຄອນຫຼວງປັກກິ່ງ ຈົ່ງສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີຮັກແພງກັນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເໝືອນດັ່ງຜ່ານມາ, ແລະ ຂໍອວຍພອນໃຫ້ຄະນະນັກສຶກສາລາວ ທີ່ນະຄອນຫຼວງປັກກິ່ງ ຊຸດໃໝ່ ປະຕິບັດໜ້າທີ່ອັນມີກຽດນີ້ ສຳເລັດຜົນດ້ວຍດີ.

ດ້ວຍຄວາມນັບຖື ແລະ ຮັກແພງ.
ທີ່ນະຄອນຫຼວງປັກກິ່ງ, ສປ ຈີນ, ວັນທີ 19 ສິງຫາ 2025

ຄະນະນັກສຶກສາລາວ ທີ່ປັກກິ່ງ ສົກປີ 2023-2024 & 2024-2025

Photos from ປະເທດລາວ Pathedlao's post 24/03/2025
27/07/2024

ອ້າຍເອື້ອຍນ້ອງທີ່ກະກຽມໄປຮຽນຢູ່ຕ່າງປະເທດ ບໍ່ວ່າຈະເປັນທຶນໃດກໍຕາມ ໃຫ້ພົວພັນກົມກິດຈະການນັກສຶກສາ, ກະຊວງສຶກສາທິການແລະກິລາ ເພື່ອອອກຂໍ້ຕົກລົງຂັ້ນກະຊວງສຶກສາໃຫ້. ຫລັງຈາກນັ້ນ, ພາຍຫລັງເດີນທາງໄປຮອດໂຮງຮຽນແລ້ວ ໃຫ້ພົວພັນັາຄິນະນັກສຶກສາເພື່ອຢື່ນເອກະສານ ແລະ ລາຍງານຕົວເດີ.
ຍິນດີຕ້ອນຮັບທຸກໆຄົນ

Photos from ສະມາຄົມນັກສຶກສາລາວ ທີ່ປັກກິ່ງ, ສປ ຈີນ  Lao Student Association in Beijing's post 18/06/2024

ໃນໄລຍະທ້າຍເດືອນມິຖຸນາ ຫລາຍໆມະຫາວິທະຍາໄລຢູ່ນະຄອນຫລວງປັກກິ່ງ ຫລືເມືອງອື່ນໆກໍແມ່ນເຂົ້າສູ່ໄລຍະຮັບໃບປະກາສະນີຍະບັດລະດັບຕ່າງໆ.
ນັກສຶກສາລາວທົ່ວນະຄອນຫລວງປັກກິ່ງທີ່ຈະຮັບປະກາສະນີຍະບັດໃນສົກສຶກສາ 2023-2024 ແມ່ນມີຈຳນວນ 32 ຄົນ, ຍິງ 17 ຄົນ.
ໃນນີ້, ນັກສຶກສາຈາກມະຫາວິທະຍາໄລທຸລະກິດ ແລະ ການຄ້າສາກົນ (University of International Business and Economics: UIBE) ເຊິ່ງເປັນມະຫາວິທະຍາໄລທີ່ມີຈຳນວນນັກສຶກສາລາວຫລາຍກວ່າມະຫາວິທະຍາໄລອື່ນໆໃນປັກກິ່ງແມ່ນມີນັກສຶກສາທີ່ຈະຮັບໃບປະກາສະນີຍະບັດຈໍານວນ 17 ຄົນ, ຍິງ 12 ຄົນ ຈົບການສຶກສາລະດັບປະລິນຍາຕີ 2 ຄົນ, ຍິງ 1 ຄົນ ແລະ ປະລິນຍາໂທ 16 ຄົນ ຍິງ 12 ຄົນ, ເຊິ່ງພິທີຮັບໃບປະກາດຈະມີຂຶ້ນໃນວັນທີ 20 ມິຖຸນາ 2024 ທີ່ UIBE ເວລາ 07:30-11:30 ໂມງ, ຂໍ ເຊີນຊວນຄົນລາວທີ່ຢູ່ໃກ້ ແລະ ຢູ່ໄກ ຮ່ວມສະແດງ ຄວາມຍິນດີໃນງານດັ່ງກ່າວຕາມຄວາມສະດວກດ້ວຍ.

Photos from ສະມາຄົມນັກສຶກສາລາວ ທີ່ປັກກິ່ງ, ສປ ຈີນ  Lao Student Association in Beijing's post 29/04/2024

ວັນທີ 25 ເມສາ 2024 ທີ່ ມະຫາວິທະຍາໄລເສດຖະກິດ ແລະ ການຄ້າສາກົນ (UIBE), ໄດ້ຈັດກິດຈະກຳແລ່ນທວນໄຟຂຶ້ນເພື່ອສະເຫຼີມສະຫຼອງຄົບຮອບ70ປີ ແຫ່ງການພັດທະນາການສຶກສາສູ່ລະດັບສາກົນ. ໂດຍມີ ທ່ານ Huang Baoyin, ເລຂາຄະນະພັກ ມະຫາວິທະຍາໄລ UIBE (Party Secreatary of UIBE)ເປັນປະທານ ແລະ ມີຕາງໜ້ານັກສຶກສາຈາກ70ປະເທດ ເຂົ້າຮ່ວມ. ກິດຈະກຳແລ່ນທວນໄຟຖືເປັນສັນຍາລັກຂອງຄວາມສາມັກຄີ ແລະ ການຮ່ວມມືຂອງບັນດານັກສຶກສາ UIBE.

ທ່ານ Huang Baoyin, ເລຂາຄະນະພັກ ມະຫາວິທະຍາໄລ UIBE (Party Secreatary of UIBE) ໄດ້ກ່າວຕໍ່ພິທີໃນບາງຊ່ວງບາງຕອນວ່າ: ທ່ານມີຄວາມປະທັບໃຈທີ່ໄດ້ເຂົ້າຮ່ວມກິດຈະກຳ, ນອກນີ້ ທ່ານ Huang Baoyin ຍັງໄດ້ຊຸກຍູ້ໃຫ້ບັນດານັກສຶກສາທຸກຄົນ ຈົ່ງເອົາໃຈໃສ່ເກັບກ່ຽວເອົາວິຊາຄວາມຮູ້ ພັດທະນາຕົນເອງເພື່ອບັນລຸຂີດຄວາມສາມາດຂອງຕົນໃຫ້ກາຍເປັນຊາວໜຸ່ມທີ່ມີຄວາມເຂັ້ມແຂງ ເພື່ອກັບໄປສ້າງສາພັດທະນາປະເທດຊາດ ແລະ ຫວັງວ່ານັກສຶກສາຕ່າງຊາດຈະໄດ້ສຳຜັດວັດທະນະທຳທີ່ມີສີສັນຫຼາກຫຼາຍຂອງປະເທດຈີນທ້ອນໂຮມປະສົບການໃນປະເທດຈີນ ແລະ ຖອດຖອນບົດຮຽນເພື່ອໃຊ້ຊີວິດໃຫ້ມີຄຸນະພາບໃນອະນາຄົດຕໍ່ໄປ.

ໃນກິດຈະກຳດັ່ງກ່າວ ຕາງໜ້ານັກສຶກສາຈາກ ສປປ ລາວ ທ່ານ ຫຸມພັນ ແກ້ວອຸ່ນຄຳ, ຜູ້ອຳນວຍການສູນສົ່ງເສີມການສຶກສາຮຽນຮ່ວມ, ກະຊວງສຶກສາທິການ ຂອງ ສປປ ລາວ, ໃນຖານະນັກສຶກສາປະລິນຍາເອກ ສາຂາການພົວພັນຕ່າງປະເທດ ພາຍໃຕ້ໂຄງການທຶນການສຶກສາ ຜູ້ນຳໄວໜຸ່ມອາຊຽນ-ຈີນ (ASEAN-China Young Leaders Scholarship Program) ໄດ້ກ່າວວ່າ: UIBE ບໍ່ພຽງແຕ່ມີຊື່ສຽງທາງດ້ານວິຊາການເທົ່ານັ້ນ, ດ້ານການສົ່ງເສີມການແລກປ່ຽນວັດທະນະທໍາກໍ່ຖືເປັນອັນສຳຄັນເຊັ່ນດຽວກັນ. ມະຫາວິທະຍາໄລ UIBE ເປັນມະຫາໄລໜຶ່ງໃນປະເທດຈີນທີ່ໄດ້ຮັບການຍອມຮັບໃນລະດັບສາກົນ. ການສຶກສາພາຍໃນຮົ້ວມະຫາວິທະຍາໄລແຫ່ງນີ້ ໄດ້ໃຫ້ປະສົບການຮຽນຮູ້ທີ່ທັນສະໄໝ, ມີຄວາມເຂັ້ມງວດໃນດ້ານວິຊາການ ແລະ ຍັງມີໂອກາດໄດ້ຮຽນຮູ້ວັດທະນະທໍາຈາກຫຼາຍປະເທດອີກດ້ວຍ. ໃນດ້ານການສຶກສາຮ່ຳຮຽນກໍ່ໄດ້ຮັບການສະໜັບສະໜູນຈາກສາສະດາຈານ-ຜູ້ຊ່ຽວຊານ ແລະ ເພື່ອນຮ່ວມສະຖາບັນ ເຮັດໃຫ້ການຮ່ຳຮຽນດຳເນີນໄປຢ່າງມີຄຸນະພາບອີກດ້ວຍ.

Photos from ສະມາຄົມນັກສຶກສາລາວ ທີ່ປັກກິ່ງ, ສປ ຈີນ  Lao Student Association in Beijing's post 23/04/2024

ນັກສຶກສາລາວເຂົ້າຮ່ວມ ແລະ ສະແດງສິນລະປະການຟ້ອນ ສືບສານປະເພນີລາວ
ໃນງານສະຫຼອງປີໃໝ່ລາວ ພ.ສ 2567 ທີ່ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນ.
---------------------------------------------------------

ໃນວັນທີ 20 ເມສາ 2024 ທີ່ຜ່ານມາ, ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສປ ຈີນ ທີ່ນະຄອນຫຼວງປັກກິ່ງ ໄດ້ຈັດງານສະຫຼອງບຸນປີໃໝ່ລາວ ພ.ສ 2567 ຂຶ້ນ, ເຊິ່ງພາຍໃນງານໄດ້ມີການຈັດພິທີບາສີສູ່ຂວັນ ມັດແຂນ ແລະ ຫົດນໍ້າ ອວຍພອນປີໃໝ່ເຊິ່ງກັນ ແລະ ກັນ ລະຫວ່າງຄະນະນຳສະຖານທູດ, ບັນດາພະນັກງານການນໍາ, ບັນດາແຂກຜູ້ມີກຽດຈາກຝ່າຍຈີນ ລວມເຖິງຕົວແທນນັກສຶກສາລາວໃນປັກກິ່ງທີ່ໄດ້ເຂົ້າຮ່ວມ, ເພື່ອສືບສານຕາມຮີດຄອງປະເພນີອັນດີງາມທີ່ສືບທອດກັນມາແຕ່ບູຮານນະການຂອງລາວເຮົາ.

ໃນໂອກາດດັ່ງກ່າວ, ອ້າຍເອຶ້ອຍນ້ອງນັກສຶກສາລາວຈຳນວນໜຶ່ງ ໃນນາມຕົວແທນນັກສຶກສາລາວຈາກຈຸຕ່າງໆໃນນະຄອນຫຼວງປັກກິ່ງ ກໍ່ໄດ້ເຂົ້າຮ່ວມປະກອບສ່ວນວຽກງານ, ຮ່ວມອວຍພອນປີໃໝ່ຄະນະນຳສະຖານທູດ, ຟ້ອນລໍາວົງສາມັກຄີ ແລະ ພິເສດກໍ່ຄືປະກອບສ່ວນການສະແດງສິນລະປະການຟ້ອນ ທີ່ກະກຽມສໍາລັບງານປີໃໝ່ນີ້ໂດຍສະເພາະ, ເພື່ອເປັນສີສັນສ້າງບັນຍາກາດຄວາມເບີກບານມ່ວນຊື່ນ ແລະ ມີຄວາມໝາຍທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ.

ລາຍງານໂດຍ: ໄຊຍະສອນ ວານິດສະເວດ
ຖ່າຍພາບ: ສີໃສ ພົມມະໄຊ, ໄຊຍະສອນ ວານິດສະເວດ

Photos from ສະມາຄົມນັກສຶກສາລາວ ທີ່ປັກກິ່ງ, ສປ ຈີນ  Lao Student Association in Beijing's post 18/04/2024

ຂະບວນກິດຈະກຳແຂ່ງຂັນກິລາຕີດອກປີກໄກ່ ຂອງນັກສຶກສາລາວ ແລະ ພະນັກງານ ໃນປັກກິ່ງ ເພື່ອຊິງຂັນສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນ ໃນປີ 2024
--------------------------------------------------

ໃນວັນທີ 30 ມີນາ 2024 ທີ່ຜ່ານມາ, ເພື່ອເປັນການເຕົ້າໂຮມຄວາມສາມັກຄີນັກສຶກສາລາວໃນປັກກິ່ງ ແລະ ສ້າງຂະບວນການຮັບຕ້ອນ ປີໃໝ່ລາວ ພສ. 2567 ແລະ ວັນສ້າງຕັ້ງຊາວໜຸ່ມລາວ ຄົບຮອບ 69 ປີ (1955-2024). ຄະນະນັກສຶກສາລາວປະຈໍາປັກກິ່ງ ພາຍໃຕ້ການຊີ້ນໍາ ແລະ ສະໜັບສະໜຸນຂອງສະຖານທູດລາວ ປະຈໍາ ສປ ຈີນ ໄດ້ຮ່ວມຈັດງານແຂ່ງຂັນກິລາຕີດອກປີກໄກ່ຂອງນັກສຶກສາລາວ ແລະ ພະນັກງານ ເພື່ອຊິງຂັນສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສປ ຈີນ ໃນປີ 2024 ຂຶ້ນທີ່ສະໂມສອນຕີດອກປີກໄກ່ຂອງສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນ ທີ່ນະຄອນຫຼວງປັກກິ່ງ.

ງານແຂ່ງຂັນກິລາໃນຄັ້ງນີ້ ໃຫ້ກຽດເປັນປະທານເປີດງານໂດຍ ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນ, ໃຫ້ກຽດເຂົ້າຮ່ວມໂດຍ ບັນດາຄະນະນຳໃນສະຖານທູດ, ພະນັກງານສະຖານທູດ, ພະນັກງານຊ່ຽວຊານຈາກພະແນກພາສາລາວ ວິທະຍຸໂທລະພາບສູນກາງຈີນ (CMG), ພ້ອມດ້ວຍບັນດາອ້າຍເອຶ້ອຍນ້ອງນັກສຶກສາລາວ ໃນນະຄອນປັກກິ່ງ ແລະ ຕົວເມືອງໃກ້ຄຽງ ລວມຫຼາຍກວ່າ 100 ຄົນທີ່ໄດ້ເຂົ້າຮ່ວມກິດຈະກໍາຄັ້ງນີ້.

ການແຂ່ງຂັນກິລາຕີດອກປີກໄກ່ ໄດ້ດຳເນີນການແຂ່ງຂັນນັບຄະແນນແບບທີມ ໃນ 1 ທີມປະກອບດ້ວຍ 3 ປະເພດ ກໍ່ຄື: ປະເພດຄູ່ຊາຍ, ຄູ່ຍິງ ແລະ ຄູ່ປະສົມ, ເຂົ້າຮ່ວມແຂ່ງຂັນທັງໝົດ 7 ທີມ ເຊິ່ງໄດ້ແກ່: ທີມນັກສຶກສາ (ຈຸ 1~5) 5 ທີມ, ທີມພະນັກງານສະຖານທູດ 1 ທີມ ແລະ ທີມປະສົມລະຫວ່າງນັກສຶກສາ ແລະ ຊ່ຽວຊານ CMG 1 ທີມ. ບັນຍາກາດການແຂ່ງຂັນ ແລະ ການຮ່ວມເຊຍໃນງານ ໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ມ່ວນຊື່ນ, ເຊິ່ງທີມທີ່ໄດ້ຮັບລາງວັນຊະນະເລີດໃນງານແຂ່ງຂັນຄັ້ງນີ້ ໄດ້ແກ່ ທີມນັກສຶກສາ ຈຸ 4, ຕາມດ້ວຍລາງວັນຮອງຊະນະເລີດອັນດັບໜຶ່ງ ແມ່ນ ທີມນັກສຶກສາ ຈຸ 1 ແລະ ຮອງຊະນະເລີດອັນດັບສອງ ແມ່ນ ທີມພະນັກງານສະຖານທູດ.

ລາຍງານໂດຍ: ສີໃສ ພົມມະໄຊ
ຖ່າຍພາບ: ປາວີນາ ອິນສີຊຽງໃໝ່, ສິຣິປະນັດດາ ອິນທະມິດ

20/01/2024

ຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຢ່າງສຸດໃຈ

(20 ມັງກອນ 1949 – 20 ມັງກອນ 2024)

ດ້ວຍຄວາມຮູ້ບຸນຄຸນຈາກ ຄະນະນັກສຶກສາລາວ ປະຈໍານະຄອນຫລວງປັກກິ່ງ

#ວັນສ້າງຕັ້ງກອງທັບ
#ຄະນະນັກສຶກສາລາວປະຈໍານະຄອນຫລວງປັກກິ່ງ
#ນັກສຶກສາລາວໃນປັກກິ່ງ
#ຮຽນຕໍ່ປັກກິ່ງ

Want your school to be the top-listed School/college in Beijing?

Click here to claim your Sponsored Listing.

Location

Category

Website

Address

Beijing
Beijing